ສປປ.ລາວ​ ຍາມ​ໃດ​ກໍ​ຖື​ການ​ຮ່ວມ​ມື​ກັບ​ ສະ​ຫະ​ປະ​ຊາ​ຊາດ​ ເປັນ​ບູ​ລິ​ມະ​ສິດ​ສູງ​ສຸດ

07:45 | 14/10/2023

ຍສໝ - ໃນວັນທີ 13 ຕຸລາ 2023 ນີ້, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ແລະ ຍື່ນໜັງສືແຕ່ງຕັ້ງຂອງ ທ່ານ ບາໂກດຽກ ບູການັອຟ (Mr. Bakhodir Burkhanov) ເພື່ອດໍາລົງຕໍາແໜ່ງເປັນ ຜູ້ປະສານງານ ອົງການ ສະຫະປະຊາຊາດ (ສປຊ) (United Nations Resident Coordinator ຫລື UNRC) ປະຈໍາ ສປປ ລາວ ຄົນໃໝ່.

ສະຫະ​ປະຊາ​ຊາດ​ຕີ​ລາຄາ​ສູງ​ການ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ ​ແລະ ມີ​ປະສິດທິ​ຜົນ​ຂອງ​ຫວຽດນາມ ສະຫະ​ປະຊາ​ຊາດ​ຕີ​ລາຄາ​ສູງ​ການ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ ​ແລະ ມີ​ປະສິດທິ​ຜົນ​ຂອງ​ຫວຽດນາມ
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຈິ່ນລຶວກວາງ ມີ​ການ​ພົບ​ປະ​ກັບ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ António Guterres ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຈິ່ນລຶວກວາງ ມີ​ການ​ພົບ​ປະ​ກັບ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ António Guterres

ໃນໂອກາດດັ່ງກ່າວ, ທ່ານ ສະເຫລີມໄຊ ກົມມະສິດ ໄດ້ສະແດງຄວາມຍິນດີ ຕ້ອນຮັບອັນອົບອຸ່ນ ແລະ ຄວາມຊົມເຊີຍຢ່າງຈິງໃຈຕໍ່ ທ່ານ ບາໂກດຽກ ບູການັອຟ ສຳລັບການແຕ່ງຕັ້ງ ໃຫ້ດຳລົງຕໍາແໜ່ງທີ່ສຳຄັນໃນຄັ້ງນີ້ ພ້ອມທັງສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ການພົວພັນທີ່ດີ ແລະ ການຮ່ວມມືຊ່ວຍເຫລືອຂອງ ລະບົບອົງການ ສປຊ ແກ່ ສປປ ລາວ ໃນໄລຍະຜ່ານມາ. ທ່ານ ຮອງນາຍົກລັດຖະມົນຕີ ຍັງໄດ້ສະແດງຄວາມເຊື່ອໝັ້ນວ່າ ພາຍໃຕ້ການນໍາພາຂອງ ຜູ້ປະສານງານຄົນໃໝ່, ທີມງານອົງການ ເຄືອຂ່າຍ ສປຊ (UN Country Team ຫລື UNCT) ຈະເພີ່ມທະວີການຮ່ວມມື ແລະ ການສະໜັບສະໜູນແກ່ ສປປ ລາວ ໃນວຽກງານການພັດທະນາ ທີ່ສອດຄ່ອງກັບວຽກງານ ບູລິມະສິດຕ່າງໆ ຂອງລັດຖະບານ ດັ່ງທີ່ໄດ້ກໍານົດໄວ້ຢູ່ໃນ ແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ IX ແລະ ແຜນພັດທະນາແຫ່ງຊາດໃນຕໍ່ໜ້າ ໂດຍຜ່ານການຈັດຕັ້ງປະຕິບັດ ບັນດາກິດຈະກໍາ ແລະ ໂຄງການຕ່າງໆ ໃນຂອບການຮ່ວມມື ເພື່ອການພັດທະນາແບບຍືນຍົງ ລະຫວ່າງ ລັດຖະບານ ແລະ ອົງການ ສປຊ ປະຈໍາ ສປປ ລາວ (UN Sustainable Development Framework ຫລື UNSDCF) ໃນແຕ່ລະໄລຍະ.

ສປປ.ລາວ​ ຍາມ​ໃດ​ກໍ​ຖື​ການ​ຮ່ວມ​ມື​ກັບ​ ສະ​ຫະ​ປະ​ຊາ​ຊາດ​ ເປັນ​ບູ​ລິ​ມະ​ສິດ​ສູງ​ສຸດ

ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ແລະ ຍື່ນໜັງສືແຕ່ງຕັ້ງຂອງ ທ່ານ ບາໂກດຽກ ບູການັອຟ (Mr. Bakhodir Burkhanov)

ພ້ອມກັນນັ້ນ, ທ່ານ ຮອງນາຍົກລັດຖະມົນຕີ ກໍໄດ້ສະເໜີໃຫ້ ອົງການເຄືອຂ່າຍ ສປຊ ປະຈໍາ ສປປ ລາວ ສືບຕໍ່ລະດົມທຶນຮອນເພື່ອປະກອບສ່ວນ ແລະ ສະຫນັບສະໜູນ ຄວາມພະຍາຍາມຂອງລັດຖະບານ ໃນການຈັດຕັ້ງປະຕິບັດບູລິມະສິດ ການພັດທະນາຂອງ ສປປ ລາວ ກໍຄື ເປົ້າໝາຍການພັດທະນາແບບຍືນຍົງ (ປພຍ ຫລື SDG) ແລະ ວາລະການພັດທະນາອື່ນໆ ຂອງສາກົນ, ຄວາມໝາຍໝັ້ນ ຂອງລັດຖະບານ ໃນການຫລຸດພົ້ນອອກຈາກ ສະຖານະພາບປະເທດດ້ອຍພັດທະນາ ໃນອະນາຄົດ; ລວມທັງ ການສະໜັບສະໜູນ ໃຫ້ແກ່ການກະກຽມຄວາມພ້ອມ ຂອງ ສປປ ລາວ ໃນການເຮັດໜ້າທີ່ ປະທານອາຊຽນ, ການຮ່ວມມືລະຫວ່າງ ອາຊຽນ ແລະ ອົງການ ສປຊ ໂດຍສະເພາະ ການກະກຽມກອງປະຊຸມສຸດຍອດ ອາຊຽນ-ອົງການ ສປຊ ຄັ້ງທີ 14 ເຊິ່ງຈະມີຜູ້ນໍາຂັ້ນສູງ ຂອງປະເທດອາຊຽນ ແລະ ເລຂາທິການໃຫຍ່ ອົງການ ສປຊ ເຂົ້າຮ່ວມ ໃນປີ 2024 ທີ່ ສປປ ລາວ.

ໃນໂອກາດດັ່ງກ່າວນີ້, ທ່ານ ບາໂກດຽກ ບູການັອຟ ກໍໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ຂອງທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການຕ່າງປະເທດ ແລະ ສະແດງຄວາມປິຕິຍິນດີທີ່ ລັດຖະບານແຫ່ງ ສປປ ລາວ ໄດ້ອະນຸມັດຮັບເອົາທ່ານ ເພື່ອມາປະຕິບັດໜ້າທີ່ ອັນສູງສົ່ງຂອງຕົນຢູ່ ສປປ ລາວ. ພ້ອມກັນນັ້ນ, ຜູ້ປະສານງານຄົນໃໝ່ ຍັງໄດ້ໃຫ້ຄໍາໝັ້ນສັນຍາວ່າ ຕົນເອງ ກໍຄື ອົງການເຄືອຂ່າຍ ສປຊ ປະຈໍາ ສປປ ລາວ ຈະສືບຕໍ່ເພີ່ມທະວີ ການຮ່ວມມືກັບ ລັດຖະບານແຫ່ງ ສປປ ລາວ ໃນການຈັດຕັ້ງປະຕິບັດ ແຜນງານຕ່າງໆ ເພື່ອສະໜັບສະໜູນ ການບັນລຸບັນດາບູລິມະສິດ ດ້ານການພັດທະນາຂອງ ສປປ ລາວ ຢ່າງຕັ້ງໜ້າ.

ໃນຕອນທ້າຍ, ທ່ານ ຮອງນາຍົກລັດຖະມົນຕີ, ຢືນຢັນຕໍ່ ຜູ້ປະສານງານ ອົງການ ສປຊ ຄົນໃໝ່ ວ່າ ລັດຖະບານ ສປປ ລາວ ຈະສືບຕໍ່ໃຫ້ການສະໜັບສະໜູນ ແລະ ຮ່ວມມືກັບ ທີມງານອົງການເຄືອຂ່າຍ ສປຊ ໃນການຈັດຕັ້ງປະຕິບັດ ບັນດາແຜນວຽກຢູ່ ສປປ ລາວ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ ພ້ອມທັງອວຍພອນໃຫ້ ຜູ້ປະສານງານຄົນໃໝ່ ຈົ່ງປະສົບຜົນສໍາເລັດ ໃນການປະຕິບັດໜ້າທີ່ຂອງຕົນຢູ່ ສປປ ລາວ ໃນຄັ້ງນີ້.

ທ່ານ ບາໂກດຽກ ບູການັອຟ ດຳລົງຕຳແໜ່ງເປັນຜູ້ປະສານງານ ອົງການ ສປຊ ປະຈໍາ ສປປ ລາວ ຄົນໃໝ່ ຕໍ່ຈາກ ທ່ານ ນາງ ຊາຣາ ເຊັກເກັນເນສ ທີ່ໄດ້ເຮັດສຳເລັດໜ້າທີ່ ຂອງຕົນໃນເດືອນ ກໍລະກົດ 2023 ທີ່ຜ່ານມາ. ຜູ້ປະສານງານອົງການ ສປຊ ປະຈຳ ສປປ ລາວ ມີໜ້າທີ່ເປັນຈຸດໃຈກາງປະສານງານ ພາຍໃນທີມງານອົງການ ສປຊ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດ ບັນດາແຜນງານ ແລະ ໂຄງການຊ່ວຍເຫລືອຕ່າງໆ ມີຄວາມສອດຄ່ອງ ແລະ ກົມກຽວ ໂດຍຜ່ານການສະໜັບສະໜູນ ເຊິ່ງກັນ ແລະ ກັນ ແລະ ຫລີກລ່ຽງການທັບຊ້ອນຂອງວຽກງານ ເຊິ່ງເປັນກົນໄກການເຮັດວຽກ ທີ່ແນໃສ່ເພີ່ມທະວີຄວາມມີປະສິດທິພາບ ແລະ ປະສິດທິຜົນຂອງ ລະບົບອົງການ ສປຊ ໃນການສະໜັບສະໜູນ ປະເທດສະມາຊິກອົງການ ສປຊ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.