ຈຳປາສັກ-ບິ່ງດິ້ງ ເພີ່ມທະວີການຮ່ວມມືດ້ານຍຸຕິທຳ

15:43 | 13/10/2023

ຍສໝ - ທ່ານ ເລວັນຕວ່ານ ​ຮູ້​ວ່າ ການຢ້ຽມຢາມແຂວງຈຳປາສັກ ໃນຄັ້ງນີ້ ຈະໄດ້ມີການແລກປ່ຽນບົດຮຽນ ແລະປະສົບການຮ່ວມກັນ ລະຫວ່າງ ພະແນກຍຸຕິທຳແຂວງບິ່ງດິ້ງ, ສສ ຫວຽດນາມ ແລະພະແນກຍຸຕິທຳແຂວງຈຳປາສັກ ສປປ ລາວ ​ໂດຍ​ຈະລົງເລິກບາງວຽກງານເປັນຕົ້ນວຽກງານໂຄສະນາເຜີຍແຜ່ທາງດ້ານກົດໜາຍ, ວຽກຊ່ວຍເຫຼືອທາງດ້ານກົດໝາຍ, ວຽກງານທະບຽນສານ...

ການພົບປະແລກປ່ຽນມິດຕະພາບລະຫວ່າງ ຊາວໜຸ່ມດົງທາບ (ຫວຽດນາມ) ແລະ ແຂວງສາລະວັນ, ຈຳປາສັກ (ລາວ) ການພົບປະແລກປ່ຽນມິດຕະພາບລະຫວ່າງ ຊາວໜຸ່ມດົງທາບ (ຫວຽດນາມ) ແລະ ແຂວງສາລະວັນ, ຈຳປາສັກ (ລາວ)
ແຂວງແຄງຮ່ວາ, ດັກລັກ, ບິ່ງເຢືອງ ໄດ້ມອບເງິນຈຳນວນ 1 ຕື້ດົ່ງ ເພື່ອສະໜັບສະໜູນ ນະຄອນປາກເຊ, ແຂວງ ຈຳປາສັກ (ລາວ) ໃນການປັບແປງຕົກແຕ່ງຕົວເມືອງ ແຂວງແຄງຮ່ວາ, ດັກລັກ, ບິ່ງເຢືອງ ໄດ້ມອບເງິນຈຳນວນ 1 ຕື້ດົ່ງ ເພື່ອສະໜັບສະໜູນ ນະຄອນປາກເຊ, ແຂວງ ຈຳປາສັກ (ລາວ) ໃນການປັບແປງຕົກແຕ່ງຕົວເມືອງ

ໃນວັນທີ 11 ຕຸລາ 2023 ຢູ່ຫ້ອງວ່າການແຂວງ, ທ່ານ ໂສມ ບຸດຕະກຸນ ຮອງເຈົ້າແຂວງຈຳປາສັກ ໄດ້ຕ້ອນຮັບທ່ານ ເລວັນຕວ່ານ ຫົວໜ້າພະແນກຍຸຕິທຳແຂວງບິ່ງດິ້ງ ສສ ຫວຽດນາມ ພ້ອມຄະນະ. ໃນໂອກາດມາຢ້ຽມຢາມ ​ແລະ​ເຮັດ​ວຽກ​ຢູ່​ແຂວງ​ຈຳປາ​ສັກ ເພື່ອເພີ່ມທະວີສາຍພົວພັນມິດຕະພາບຄວາມສາມັກຄີພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງແຂວງຈຳປາສັກ-ບິ່ງດິ້ງ ໂດຍສະເພາະການຮ່ວມມືໃນຂົງເຂດວຽກງານຍຸຕິທຳຂອງສອງຝ່າຍ.

ໂອກາດນີ້, ທ່ານ ໂສມ ບຸດຕະກຸນ ໄດ້ສະແດງຄວາມ​ຍິນ​ດີຕ້ອນຮັບ ແລະຊົມເຊີຍທ່ານ ເລວັນຕວ່ານ ພ້ອມຄ້ວຍຄະນະທີ່ໄດ້ມາເຄື່ອນໄຫວ ແລະເຮັດວຽກທີ່ແຂວງຈຳປາສັກ ​ໃນ​ຄັ້ງ​ນີ້ ​ເຊິ່ງເປັນການເພີ່ມທະວີສາຍພົວພັນມິດຕະພາບຄວາມສາມັກຄີພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງແຂວງຈຳປາສັກ-ບິ່ງດິ້ງ ໂດຍສະເພາະການຮ່ວມມືແລກປ່ຽນບົດຮຽນ ແລະປະສົບການໃນຂົງເຂດວຽກງານຍຸຕິທຳ ຂອງສອງຝ່າຍໃຫ້ດີຍິ່ງໆຂຶ້ນ, ພ້ອມນັ້ນ, ທ່ານຮອງເຈົ້າແຂວງຈຳປາສັກ ຍັງໄດ້ອວຍພອນໃຫ້ຄະນະຜູ້ແທນພະແນກຍຸຕິທຳແຂວງບິ່ງດິ້ງ ແລະແຂວງຈຳປາສັກ ບັນລຸຕາມຈຸດປະສົງ ແລະລະດັບຄາດໝາຍທີ່ວາງໄວ້.

ຈຳປາສັກ-ບິ່ງດິ້ງ ເພີ່ມທະວີການຮ່ວມມືດ້ານຍຸຕິທຳ

ການນຳແຂວງຈຳປາສັກ ຕ້ອນຮັບຜູ້ແທນພະແນກຍຸຕິທຳແຂວງບິ່ງດິ້ງ, ສສ ຫວຽດນາມ. ພາບ: kpl.gov.la

ພ້ອມ​ກັນ​ນີ້, ທ່ານ ເລວັນຕວ່ານ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ, ພ້ອມ​ທັງ​ແຈ້ງ​ໃຫ້​ຮູ້​ວ່າ ການຢ້ຽມຢາມແຂວງຈຳປາສັກ ໃນຄັ້ງນີ້ ຈະໄດ້ມີການແລກປ່ຽນບົດຮຽນ ແລະປະສົບການຮ່ວມກັນ ລະຫວ່າງ ພະແນກຍຸຕິທຳແຂວງບິ່ງດິ້ງ, ສສ ຫວຽດນາມ ແລະພະແນກຍຸຕິທຳແຂວງຈຳປາສັກ ສປປ ລາວ ​ໂດຍ​ຈະລົງເລິກບາງວຽກງານເປັນຕົ້ນວຽກງານໂຄສະນາເຜີຍແຜ່ທາງດ້ານກົດໜາຍ, ວຽກຊ່ວຍເຫຼືອທາງດ້ານກົດໝາຍ, ວຽກງານທະບຽນສານ, ການຢັ້ງຢືນແຈ້ງເກີດ-ການແຕ່ງດອງຂອງຊາວຫວຽດນາມ ແລະອື່ນໆ ແນໃສ່ການເພີ່ມທະວີສາຍພົວພັນມິດຕະພາບຄວາມສາມັກຄີພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງແຂວງຈຳປາສັກ-ບິ່ງດິ້ງ ໂດຍສະເພາະແມ່ນວຽກງານຍຸຕິທຳໃຫ້ໄດ້ຮັບການພັດທະນາດີຍິ່ງໆຂຶ້ນ.

ບູນມີ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.