ຫວຽດນາມ-ລາວ ແລກປ່ຽນປະສົບການໃນການຫັນປ່ຽນດີຈີຕອນ

00:47 | 16/10/2023

ຫວຽດນາມ-ລາວ ແລກປ່ຽນປະສົບການໃນການຫັນປ່ຽນດີຈີຕອນ

ຫວຽດນາມ ຈະສືບຕໍ່ຫັນເປົ້າໝາຍສ້າງໂລກແຫ່ງສັນຕິພາບ, ສະຖຽນລະພາບ, ການພັດທະນາ ແລະ ປອດອາວຸດນິວເຄຼຍ ໃຫ້ປະກົດຜົນເປັນຈິງ ຫວຽດນາມ ຈະສືບຕໍ່ຫັນເປົ້າໝາຍສ້າງໂລກແຫ່ງສັນຕິພາບ, ສະຖຽນລະພາບ, ການພັດທະນາ ແລະ ປອດອາວຸດນິວເຄຼຍ ໃຫ້ປະກົດຜົນເປັນຈິງ
ເພີ່ມທະວີການແລກປ່ຽນປະສົບການດ້ານວິຊາຊີບລະຫວ່າງໜັງສືພິມກອງທັບປະຊາຊົນ (ຫວຽດນາມ) ແລະ ໜັງສືພິມທະຫານເຂດ 1 (ລາວ) ເພີ່ມທະວີການແລກປ່ຽນປະສົບການດ້ານວິຊາຊີບລະຫວ່າງໜັງສືພິມກອງທັບປະຊາຊົນ (ຫວຽດນາມ) ແລະ ໜັງສືພິມທະຫານເຂດ 1 (ລາວ)

ຕອນບ່າຍວັນທີ 12 ຕຸລາ, ທ່ານ ຫງວຽນແມ້ງຮຸ່ງ ລັດຖະມົນຕີກະຊວງຖະແຫຼງຂ່າວ ແລະການສື່ສານຫວຽດນາມ ໄດ້ຕ້ອນຮັບ ແລະເຮັດວຽກກັບທ່ານ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີກະຊວງເຕັກໂນໂລຢີ ແລະການສື່ສານແຫ່ງ ສປປ.ລາວ.

ຫວຽດນາມ-ລາວ ແລກປ່ຽນປະສົບການໃນການຫັນປ່ຽນດີຈີຕອນ

ບັນຍາກາດທີ່ການເຮັດວຽກລະຫວ່າງກະຊວງຖະແຫຼງຂ່າວ ແລະສື່ສານຫວຽດນາມ ກັບກະຊວງເຕັກໂນໂລຢີ ແລະການສື່ສານລາວ. ພາບ: ເລແອງຢຸງ.

ທີ່ການຕ້ອນຮັບ, ທ່ານ ຫງວຽນແມ້ງຮຸ່ງ ໄດ້ສະແດງຄວາມປິຕິຊົມຊື່ນເມື່ອໄດ້ພົບປະກັບເພື່ອນລາວ. ທ່ານລັດຖະມົນຕີສະແດງຄວາມຂອບອົກຂອບໃຈຄະນະປະຕິບັດງານທີ່ໄດ້ສະຫຼະເວລາມາຢ້ຽມຢາມ ແລະເຮັດວຽກກັບກະຊວງຖະແຫຼງຂ່າວ ແລະສື່ສານຫວຽດນາມ, ສະແດງຄວາມຍິນດີກັບກະຊວງເຕັກໂນໂລຢີ ແລະການສື່ສານລາວ ທີ່ມີທ່ານຮອງລັດຖະມົນຕີຄົນໃໝ່. ພ້ອມທັງສະແດງຄວາມຂອບອົກຂອບໃຈມາຍັງລັດຖະບານລາວ ທີ່ອຳນວຍຄວາມສະດວກໃຫ້ບາງວິສາຫະກິດຂໍ້ມູນຂ່າວສານ ແລະການສື່ສານຫວຽດນາມ ໄດ້ເຄື່ອນໄຫວຢູ່ລາວ. ບັນດາວິສາຫະກິດເຫຼົ່ານີ້ ກໍ່ໄດ້ປະກອບສ່ວນໃດສ່ວນໜຶ່ງເຂົ້າໃນການພັດທະນາຂອງຂະແໜງຂໍ້ມູນຂ່າວສານ ແລະສື່ສານລາວ.

ທ່ານ ບໍ່ວຽງຄຳ ວົງດາລາ ກໍ່ສະແດງຄວາມຂອບອົກຂອບໃຈຢ່າງຈິງໃຈຕໍ່ການສົມທົບ, ການຊ່ວຍເຫຼືອຂອງກະຊວງຖະແຫຼງຂ່າວ ແລະການສື່ສານຫວຽດນາມ, ກົມຄື້ນຄວາມຖີ່ວິທະຍຸ, ສະຖາບັນເຕັກໂນໂລຢີໄປສະນີໂທລະຄົມມະນາຄົມ ແລະກົມຄວາມປອດໄພດ້ານຂໍ້ມູນຂ່າວສານສຳລັບກະຊວງເຕັກໂນໂລຢີ ແລະການສື່ສານລາວ ໃນໄລຍະຜ່ານມາ.

ຈາກບົດຮຽນໃນການຈັດຕັ້ງຜັນຂະຫຍາຍການຫັນປ່ຽນດີຈີຕອນຢູ່ຫວຽດນາມ, ທ່ານລັດຖະມົນຕີ ຫງວຽນແມ້ງຮຸ່ງ ໄດ້ສະເໜີແນະຕໍ່ຄະນະກຳມະການແຫ່ງຊາດກ່ຽວກັບການຫັນປ່ຽນດີຈີຕອນຂອງລາວວ່າ ລາວ ຄວນມີຫ້ອງການຄະນະກຳມະການແຫ່ງຊາດກ່ຽວກັບການຫັນປ່ຽນດີຈີຕອນ ຢູ່ກະຊວງເຕັກໂນໂລຢີ ແລະການສື່ສານຂອງລາວ.

ທ່ານລັດຖະມົນຕີ ຫງວຽນແມ້ງຮຸ່ງ ແບ່ງປັນວ່າ ລັດຖະບານລາວ ຄວນສ້າງສູນຂໍ້ມູນຂ່າວສານແຫ່ງຊາດເພື່ອໃຫ້ກະຊວງ, ຂະແໜງການ, ທ້ອງຖິ່ນໄດ້ນຳໃຊ້ຮ່ວມກັນ ແລະຕັ້ງບັນດາຂໍ້ມູນສຳຄັນແຫ່ງຊາດ. ກະຊວງຖະແຫຼງຂ່າວ ແລະການສື່ສານຫວຽດນາມ ສາມາດຊ່ວຍໃຫ້ຄຳປຶກສາແກ່ລັດຖະບານລາວ ກໍ່ສ້າງສູນຂໍ້ມູນແຫ່ງຊາດ.

ບູນມີ

ເຫດການ
302 Found

Found

The document has moved here.