ມອບລາງວັນສື່ມວນຊົນທົ່ວປະເທດຄັ້ງທີ 1 “ເພື່ອພັດທະນາວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ”. | |
ຫວຽດນາມ - ລາວ: ເພີ່ມທະວີການຮ່ວມມືໃນຂົງເຂດໂຄສະນາສຶກສາ, ສື່ມວນຊົນ |
ໃນວັນທີ 13 ຕຸລາ 2023 ສຳມະນາກອນວຽກງານ ຄຸ້ມຄອງສື່ມວນຊົນຂອງລາວ ຈຳນວນ 15 ທ່ານຈາກສູນກາງ ແລະ ທ້ອງຖິ່ນ ນຳໂດຍ ທ່ານ ໄພບູນ ພິລາທອງ ຫົວໜ້າພະແນກຄຸ້ມຄອງ ຜະລິດຕະພັນສື່ ຂອງກົມສື່ມວນຊົນ ກະຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ໄປທັດສະນະສຶກສາຕົວຈິງ ຢູ່ວາລະສານກົງສານ ຊຶ່ງເປັນວາລະສານທິດສະດີ ແລະ ພຶດທິກຳຂອງກອມມູນິດຫວຽດນາມ ເພື່ອແລກປ່ຽນກ່ຽວກັບ ການດຳເນີນວຽກງານ ຂອງວາລະສານດັ່ງກ່າວ.
![]() |
ພະນັກງານຄຸ້ມຄອງວຽກງານສື່ມວນຊົນລາວ ທັດສະນະສຶກສາຢູ່ວາລະສານກົງສານຫວຽດນາມ |
ວາລະສານກົງສານ ຂອງພັກກອມມູນິດຫວຽດນາມ ໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 05 ສິງຫາ 1930 ໂດຍແມ່ນປະທານໂຮ່ຈີມິນ ເປັນຜູ້ປະກາດສ້າງຕັ້ງ ເພື່ອໂຄສະນາແນວທາງ ນະໂຍບາຍຂອງພັກ-ລັດກອມມູນິດຫວຽດນາມ ໃນແຕ່ລະໄລຍະ.ປັດຈຸບັນໄດ້ຮັບການຊີ້ນຳ ໂດຍກົງຂອງຄະນະບໍລິຫານງານ ສູນກາງພັກກອມມູນິດຫວຽດນາມ ເພື່ອປະຕິບັດໜ້າທີ່ສຳຄັນຕົ້ນຕໍຄື: ໂຄສະນາແນວທາງນະໂຍບາຍຂອງພັກ-ລັດ, ສ່ອງແສງບັນດາທິດສະດີ ມາກ-ເລນິນ ແນວຄິດໂຮ່ຈີມິນ ໃນການກ້າວຂຶ້ນ ສັງຄົມນິຍົມ, ສ່ອງແສງບັນດາກົດໝາຍ, ບັນຫາເສດຖະກິດ-ສັງຄົມ, ທັງເປັນແຫລ່ງສຶກສາຄົ້ນຄວ້າ ແນວຄິດໂຮ່ຈີມິນ ແລະ ແນວທາງນະໂຍບາຍ ຂອງພັກກອມມູນິດຫວຽດນາມ ໃນແຕ່ລະໄລຍະ, ເປັນແຫລ່ງຄົ້ນຄວ້າ ແນວຄິດທິດສະດີ,ສ່ອງແສງພຶດ ຕິກຳຕົວຈິງ ໃນການຜັນຂະຫຍາຍ ແນວທາງນະໂຍບາຍຂອງພັກ, ຄົ້ນຄວ້າແນວຄິດນະໂຍບາຍຕ່າງໆ ໃນການພັດທະນາປະເທດຊາດ, ປະກອບສ່ວນປຸກລະດົມທົ່ວສັງຄົມ ໃນການປະຕິບັດສອງໜ້າທີ່ ຍຸດທະສາດ ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ໄລຍະຜ່ານມາວາລະສານ ກອມມູນິດຫວຽດນາມ ໄດ້ມີການພົວພັນຮ່ວມມື້ ຢ່າງແໜ້ນແຟ້ນກັບວາລະສານ ອາລຸນໃໝ່ຂອງລາວ.
ໃນປັດຈຸບັນວາລະສານ ກົງສານຂອງພັກກອມມູນິດຫວຽດນາມ ປະກອບມີຜະລິດຕະພັນຕົ້ນຕໍຄື: ວາລະສານກອມມູນິດ, ວາລະສານເອເລັກໂຕຣນິກ, ວາລະສານຫົວຂໍ້ສະເພາະ, ວາລະສານເຫດການ ແລະ ວາລະສານກອມມູນິດ ສະບັບເປັນພາສາອັງກິດ. ວາລະສານກອມ ມູນິດຫວຽດນາມ ແມ່ນວາລະສານທີ່ມີອິດທິພົນສູງຂອງ ສສ ຫວຽດນາມ ເພາະມີການນຳສະເໜີບົດທີ່ມີ ການຄົ້ນຄວ້າບັນດາທິດສະດີຂອງພັກ ເພື່ອຂະຫຍາຍເຂົ້າໃນ ການຈັດຕັ້ງປະຕິບັດ ຢ່າງມີຜົນສຳເລັດ,ລວມເຖິງແນວທາງ ໃນການຈັດຕັ້ງ ຜັນຂະຫຍາຍທິດສະດີ ເຂົ້າສູ່ວຽກງານຕົວຈິງ, ບັນຫາຕ່າງໆທີ່ຕ້ອງແກ້ໄຂ ໃນການຈັດຕັ້ງປະຕິບັດແນວທາງ ນະໂຍບາຍຂອງພັກ ໃນແຕ່ລະໄລຍະ.