ກປ.ອອນໄລ - ໃນຊຸມປີມໍ່ໆມານີ້, ປະຊາຄົມຊາວຫວຽດນາມ ຢູ່ລາວ ເວົ້າລວມ ແລະພຸດທະສາສະນິກະຊົນເວົ້າສະເພາະ ໄດ້ມີການເຄື່ອນໄຫວອາສາສະໝັກຫຼາຍຢ່າງ, ບໍ່ພຽງແຕ່ມຸ່ງໄປເຖິງບ້ານເກີດເມືອງນອນເທົ່ານັ້ນ ຫາກຍັງປະກອບສ່ວນໃຫ້ປະເທດປະຈຳຖິ່ນ, ຜ່ານນັ້ນ ກໍ່ໄດ້ສ້າງສີສັນວັດທະນະທຳທີ່ດີງາມຂອງຊາວຫວຽດນາມ ຢູ່ປະເທດລ້ານຊ້າງ, ທັງເປັນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອແບບພິເສດລະຫວ່າງສອງປະເທດ ຫວຽດນາມ - ລາວ.
ຍສໝ - ຕອນຄ່ຳວັນທີ 20 ຕຸລາ, ຢູ່ສູນວັດທະນະທຳ, ຂໍ້ມູນຂ່າວສານ ແລະ ກິລາ ເມືອງ ເດີດດໍ່, ຄະນະຊາວໜຸ່ມແຂວງ - ສະມາຄົມນັກສຶກສາຫວຽດນາມ ແຂວງ ບ່າເຣ້ຍ - ຫວຸງເຕົ່າ ໄດ້ຈັດຕັ້ງການພົບປະແລກປ່ຽນມິດຕະພາບລະຫວ່າງສະມາຊິກຄະນະຊາວໜຸ່ມແຂວງ ບ່າເຣ້ຍ. - ຫວຸງເຕົ່າ ກັບນັກສຶກສາລາວ ແລະ ກຳປູເຈຍ ທີ່ຮຽນຢູ່ນະຄອນໂຮ່ຈີມິນ.
ຍສໝ - ເສັ້ນທາງທິດຕາເວັນຕົກຂອງສາຍພູຫຼວງ (ເຈື່ອງເຊີນ) ຢູ່ລາວ ໄດ້ກາຍເປັນສັນຍາລັກແຫ່ງການພົວພັນຮ່ວມມືຍຸດທະສາດ ຫວຽດນາມ - ລາວ, ນ້ຳໃຈມິດຕະພາບພິເສດ ລະຫວ່າງ ກອງທັບ ແລະ ປະຊາຊົນສອງປະເທດ. ບັນດາຮ່ອງຮອຍປະຫວັດສາດຢູ່ຖະໜົນສາຍນີ້ ສົມຄວນທີ່ຈະໄດ້ຮັບສາຍານາມເປັນຮ່ອງຮອຍປະຫວັດສາດແຫ່ງຊາດລາວ.
ຍສໝ - ຫວຽດນາມ ສືບຕໍ່ຊ່ວຍເຫຼືອລາວ ໃນວຽກງານການບຳລຸງກໍ່ສ້າງ, ຖ່າຍທອດບົດຮຽນ ເຕັກນິກ, ຊ່ວຍເຫຼືອການກວດ ແລະ ປິ່ນປົວພະຍາດ, ເພື່ອຍົກສູງຄຸນນະພາບວິຊາສະເພາະ ຂອງພະນັກງານການແພດ, ການຢາ, ຮັບໃຊ້ບໍລິການດູແລສຸຂະພາບ ທີ່ດີທີ່ສຸດໃຫ້ປະຊາຊົນລາວ ແລະ ຊາວ ຫວຽດນາມ ຢູ່ລາວ.
ຍສໝ - ແຕ່ລະປີ, ແຂວງໄດ້ຈັດຕັ້ງ, ສົມທົບກັນຈັດຕັ້ງການເຄື່ອນໄຫວມິດຕະພາບ ຄື: ພົບປະສັງສັນຊາວລາວ-ໄທ ຕົ້ນລະດູບານໃໝ່; ຈັດຕັ້ງບຸນປີໃໝ່ລາວ ຢູ່ແຂວງບ່າເຣ້ຍ-ຫວູງເຕົ່າ; ໜູນຊ່ວຍທຶນການສຶກສາໃຫ້ນັກຮຽນລາວຈຳນວນໜຶ່ງທີ່ຮໍ່າຮຽນຢູ່ແຂວງ...
ຍສໝ - ທີ່ການເຮັດວຽກ, ການນຳບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ທີ່ຢູ່ໃນເຂດສາມຫຼ່ຽມພັດທະນາ ໄດ້ແລກປ່ຽນ, ປຶກສາຫາລືກ່ຽວກັບບັນດາເນື້ອໃນຮ່ວມມືຂອງພາກພື້ນໃນຂົງເຂດ: ການພົວພັນຕ່າງປະເທດ, ເສດຖະກິດ, ວັດທະນະທຳ - ສັງຄົມ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ.
ຍສໝ - ໃນ 2 ວັນເຮັດວຽກ, ຄະນະໄດ້ໄປຢ້ຽມຢາມ ແລະເຮັດວຽກຢູ່ສະຖານທູດຫວຽດນາມ ປະຈຳ ລາວ, ສະມາຄົມວິສາຫະກິດຫວຽດນາມ ທີ່ຮ່ວມມື ແລະລົງທຶນຢູ່ລາວ ເພື່ອແລກປ່ຽນບາງເນື້ອໃນທີ່ກ່ຽວຂ້ອງເຖິງວຽກງານພັກ ຢູ່ໃນບັນດາວິສາຫະກິດ ກໍ່ຄືການພົວພັນຮ່ວມມືລະຫວ່າງ ລາວ-ຫວຽດນາມ.
ຍສໝ - ກ່າວຄຳເຫັນທີ່ການໂອ້ລົມສົນທະນາ, ທ່ານ ບຸ່ຍກວາງຮຸຍ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງຊາວໜຸ່ມກອມມູນິດ ໂຮ່ຈີມິນ ແລະ ທ່ານ ມອນໄຊ ລາມົວຊົ່ງ, ເລຂາຄະນະບໍລິຫານງານສູນກາງຄະນະຊາວໜຸ່ມປະຊາຊົນລາວ ໄດ້ເຫັນດີເປັນເອກະພາບຈັດຕັ້ງຄະນະຊາວໜຸ່ມສອງປະເທດ. ເພີ່ມທະວີການຮ່ວມມືຢ່າງເລິກເຊິ່ງ, ແທດຈິງ, ມີປະສິດທິຜົນ, ສອດຄ່ອງກັບເງື່ອນໄຂຕົວຈິງ, ເພື່ອຜົນປະໂຫຍດຂອງຊາວໜຸ່ມສອງປະເທດ; ພ້ອມກັນນັ້ນ, ປົກປັກຮັກສາສາຍພົວພັນພິເສດອັນຍິ່ງໃຫຍ່ ແລະ ຊັບສິນອັນລ້ຳຄ່າຂອງປະຊາຊົນສອງປະເທດຫວຽດນາມ - ລາວ.
ຍສໝ - ຫົວໜ້າສະຖານກົງສູນໃຫຍ່ຫວຽດນາມ ປະຈໍາ ຫຼວງພະບາງ ໃຫ້ຮູ້ວ່າ ວັນທີ 30 ຕຸລາ 1949, ຄະນະປະຈໍາ ສູນກາງພັກກອມມູນິດອິນດູຈີນ ຕົກລົງວ່າ: ບັນດາກໍາລັງການທະຫານຂອງຫວຽດນາມ ທີ່ສູ້ຮົບ ແລະປະຕິບັດວຽກງານຊ່ວຍລາວ ໃຫ້ຈັດຕັ້ງເປັນລະບົບສະເພາະ ແລະເອົາຊື່ວ່າ ທະຫານອາສາສະໝັກ. ນັບແຕ່ນັ້ນມາ, ວັນທີ 30 ຕຸລາ ເປັນວັນມູນເຊື້ອທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ຢູ່ ລາວ.
ຍສໝ - ປີ 2009, ສະມາຄົມມິດຕະພາບ ຫວຽດນາມ - ລາວ ແຂວງ ດົ່ງນາຍ ໄດ້ສ້າງຕັ້ງຢ່າງເປັນທາງການ. ນີ້ແມ່ນສະມາຄົມມິດຕະພາບທີ່ສ້າງຕັ້ງຂຶ້ນໄວທີ່ສຸດໃນ 10 ສະມາຄົມມິດຕະພາບຂອງສະຫະພັນອົງການຈັດຕັ້ງມິດຕະພາບແຂວງ.
ຍສໝ - ດ້ວຍຄວາມຍິນດີຕ້ອນຮັບຄະນະເລຂາທິການສະພາແຫ່ງຊາດລາວ ມາຢ້ຽມຢາມ ແລະເຮັດວຽກຢູ່ຫວຽດນາມ, ສະຫາຍ ຫວູມິງຕວນ ຢືນຢັນວ່າ ນີ້ແມ່ນປະກົດການທີ່ມີຊີວິດຊີວາຂອງສາຍພົວພັນທີ່ຈົງຮັກພັກດີ, ການຮ່ວມມືຮອບດ້ານ, ຍືນຍົງ, ເລິກເຊິ່ງກວ້າງຂວາງລະຫວ່າງ ຫວຽດນາມ - ລາວ ເວົ້າລວມ ແລະບັນດາອົງການທີ່ຊ່ວຍວຽກຂອງສະພາແຫ່ງຊາດຂອງສອງປະເທດເວົ້າສະເພາະ..
ຍສໝ - ໃນຕອນບ່າຍວັນທີ 19 ຕຸລາ, ສະຫາຍ ຫງວຽນວັນເນັນ, ກຳມະການກົມການເມືອງ, ເລຂາຄະນະພັກນະຄອນ ໂຮ່ຈີມິນ ແລະ ສະຫາຍ ຟານວັນໄມ, ກຳມະການສູນກາງພັກ, ຮອງເລຂາຄະນະພັກນະຄອນ, ປະທານຄະນະກຳມະການປະຊາຊົນນະຄອນໂຮ່ຈີມິນ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນວຽກງານແຂວງໄຊສົມບູນ (ລາວ) ນຳໂດຍສະຫາຍ ພອນຄຳ ຮຸ່ງບຸນຍວງ, ເລຂາຄະນະພັກແຂວງ, ເຈົ້າແຂວງໄຊສົມບູນ.
ຍສໝ - ຄະນະຜູ້ແທນສະພາແຫ່ງຊາດ ຫວຽດນາມ - ລາວ - ກຳປູເຈຍ ໄດ້ມີຂໍ້ສະເໜີແນະ ແລະ ວິທີແກ້ໄຂເພື່ອຊຸກຍູ້ການພັດທະນາ ແລະ ການຮ່ວມມືຮ່ວມມືໃນເຂດສາມຫຼ່ຽມພັດທະນາຂອງ 3 ປະເທດ.
ຍສໝ - ທີ່ການພົບປະກັບທ່ານເລຂາທິການໃຫຍ່, ປະທານປະເທດສປປ.ລາວ, ທ່ານປະທານປະເທດ ຫວໍວັນເຖືອງ ຢືນຢັນວ່າ ຫວຽດນາມ ຍາມໃດກໍ່ຕີລາຄາສູງການພົວພັນກັບລາວ, ຖືວ່າ ລາວແມ່ນບຸລິມະສິດອັນດັບໜຶ່ງໃນນະໂຍບາຍການຕ່າງປະເທດ.
ຍສໝ - ໃນໂອກາດທີ່ ສປປ ລາວ ຈະເປີດປີທ່ອງທ່ຽວລາວ ແລະ ການເປັນປະທານອາຊຽນ ໃນ ປີ 2024 ທີ່ຈະມາເຖິງນີ້, ບັນດາຮ້ານອາຫານ ຢູ່ນະຄອນຫລວງວຽງຈັນ ໄດ້ມີການປັບປຸງການບໍລິການດ້ານຕ່າງໆ ເພື່ອກຽມຕ້ອນຮັບ ນັກທ່ອງງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ຈະທີ່ເຂົ້າມາໃຊ້ບໍລິການ.
ຍສໝ - ໃນອາຍຸ 94 ປີ, ທ່ານ ດ່າວວັນຕ້ຽນ (ຢູ່ຮ່ອມຮ່ວາບິ່ງ 6, ຖະໜົນ ມິ່ງຄ່າຍ, ຮ່າໂນ້ຍ), ອະດີດຊ່ຽວຊານການທະຫານຫວຽດນາມ ຢູ່ລາວ ໃນໄລຍະສົງຄາມທີ່ໂຫດຮ້າຍ ກໍ່ຍັງຮັກສາບັນດາຂອງທີ່ລະນຶກທີ່ເຕັມໄປດ້ວຍນໍ້າໃຈມິດຕະພາບ ລະຫວ່າງ ສອງປະເທດ, ຕູ້ໃນຫ້ອງຮັບແຂກຂອງທ່ານ ດ່າວວັນຕ້ຽນ ເຕັມໄປດ້ວຍຂອງທີ່ລະນືກ ທີ່ປ່ຽນສີໄປຕາມການເວລາເຊັ່ນ: ມີດແຫຼມ - ຂອງຂວັນຈາກເພື່ອນທະຫານລາວ; ການ້ຳທີ່ເຮັດຈາກປອກລູກປືນ; ຈອກເຫລົ້າທີ່ເຮັດຈາກຕົ້ນໄມ້ປ່ອງ ຂອງຄົນລາວມອບໃຫ້ ໃນປີ 1969; ໜ້າຍິງຂອງຜູ້ນຳໜ້າທະຫານໃນສົງຄາມຕໍ່ຕ້ານຝຣັ່ງໃນລາວ ໃນຕົ້ນຊຸມປີ 1900...
ຍສໝ - ພົນຈັດຕະວາ ຫງວຽນວັນນາມ ຢັ້ງຢືນວ່າ: ການພົບປະແລກປ່ຽນລະຫວ່າງນາຍທະຫານໜຸ່ມວິທະຍາຄານເສນາຮັກ ແລະຄະນະນາຍທະຫານໜຸ່ມກອງທັບປະຊາຊົນລາວ ແມ່ນການເຄື່ອນໄຫວທີ່ມີຄວາມໝາຍເລິກເຊິ່ງ, ສະແດງໃຫ້ເຫັນຈິດໃຈສາມັກຄີ, ຄວາມສະໜິດຕິດພັນລະຫວ່າງສອງປະເທດເວົ້າລວມ ແລະຂອງຖັນແຖວນາຍທະຫາຍໜຸ່ມກອງທັບສອງປະເທດເວົ້າສະເພາະ ເຊິ່ງຍາມໃດກໍ່ໄດ້ຈົດຈຳ ແລະຝັງເລິກໃນໃຈກ່ຽວກັບຄຳສັ່ງສອນຂອງປະທານ ໂຮ່ຈີມິນ ທີ່ວ່າ: “ສອງຊາດ ຫວຽດນາມ - ລາວ ໄດ້ ຝັງຄວາມຮັກຢູ່ໃນໃຈ, ຮົ່ງຮ່າທັງແມ່ນໍ້າຂອງ ບໍ່ເລິກປຸນປານໄດ້”.
ຍສໝ - ນີ້ແມ່ນການເຄື່ອນໄຫວແນໃສ່ປະກອບສ່ວນສຶກສາຊາວໜຸ່ມສອງປະເທດ ແລະຄວາມຕັດສິນໃຈຂອງນາຍທະຫານໜຸ່ມກອງທັບສອງປະເທດໃນການຮັກສາ ແລະພັດທະນາສາຍພົວພັນອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ພ້ອມທັງແລກປ່ຽນ, ແບ່ງປັນບົດຮຽນກ່ຽວກັບການເຄື່ອນໄຫວຂອງນາຍທະຫານໜຸ່ມ ແລະວຽກງານບໍາລຸງສ້າງນາຍທະຫານໜຸ່ມ.
ຍສໝ - ທ່ານຮອງປະທານຄະນະກຳມະການປະຊາຊົນແຂວງກວາງບິ່ງ ຫວັງວ່າໃນໄລຍະຈະມາເຖິງ ຫວຽດນາມ - ລາວ - ອົດສະຕາລີ ຈະມີໂອກາດຮ່ວມມືກັນຫຼາຍກວ່າ ໃນການດຶງດູດການລົງທຶນ.
ຍສໝ - ບໍລິສັດລົດແທັກຊີ GSM ຂອງ ເສດຖີເງິນຕື້ ຟ້າມເຍິດເວື້ອງ ຈະເຄື່ອນໄຫວການຂົນສົ່ງໂດຍສານທີ່ຢູ່ລາວໃນປີນີ້ ດ້ວຍຂອບຂະໜາດລົດເຖິງ 1,000 ຄັນ.