ເປີດກາລະໂອກາດການຮ່ວມມື ແລະ ການແລກປ່ຽນຂໍ້ມູນຂ່າວສານລະຫວ່າງ ດາຫນັງ (ຫວຽດນາມ) ແລະ ແຂວງສາລະວັນ (ລາວ)

15:06 | 09/11/2023

ຍສໝ - ວັນ​ທີ 3 ພະຈິກ​ນີ້, ຄະນະ​ຜູ້​ແທນ​ສະພາ​ປະຊາຊົນ​ນະຄອນ​ດາ​ຫນັງ ​ໄດ້​ໄປ​ຢ້ຽມຢາມ​ເຮັດ​ວຽກ​ຢູ່​ແຂວງ​ສາລະ​ວັນ (ລາວ) ​ເພື່ອ​ແລກປ່ຽນ​ບົດຮຽນ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ຂອງ​ສະພາ​ປະຊາຊົນ​ນະຄອນ​ດາ​ຫນັງ ​ແລະ ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳວ່າດ້ວຍ​ການ​ເຮັດ​ວຽກ​ລະຫວ່າງ​ສະພາ​ປະຊາຊົນຂອງສອງທ້ອງຖິ່ນ. ຜ່ານ​ນັ້ນ, ກໍ່ຫວັງ​ວ່າ 2 ຝ່າຍ​ຈະ​ມີ​ຫຼາຍ​ກາລະ​ໂອກາດ​ຮ່ວມ​ມື, ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ສະພາ​ປະຊາຊົນ​ທ້ອງ​ຖິ່ນ 2 ປະ​ເທດ.

ຝຶກ​ອົບ​ຮົມວຽກງານ​ປ້ອງ​ກັນ​ຊາຍ​ແດນ​ໃຫ້​ແກ່ພະນັກງານກອງບັນຊາການທະຫານ ແຂວງສາລະວັນ, ປະເທດລາວ ຝຶກ​ອົບ​ຮົມວຽກງານ​ປ້ອງ​ກັນ​ຊາຍ​ແດນ​ໃຫ້​ແກ່ພະນັກງານກອງບັນຊາການທະຫານ ແຂວງສາລະວັນ, ປະເທດລາວ
ເສີມຂະຫຍາຍພາສາໄທ ແລະ ລາວ ແລະ ການຂຽນໃຫ້ນັກຮຽນ 75 ຄົນຢູ່ເຂດພູດອຍ ແຂວງເງ້ອານ ເສີມຂະຫຍາຍພາສາໄທ ແລະ ລາວ ແລະ ການຂຽນໃຫ້ນັກຮຽນ 75 ຄົນຢູ່ເຂດພູດອຍ ແຂວງເງ້ອານ

ທີ່​ນີ້, ຄະນະ​ຜູ້​ແທນ​ສະພາ​ປະຊາຊົນ​ນະຄອນ ດາ​ຫນັງ ນຳ​ໜ້າ​ໂດຍ ​ທ່ານ​ຮອງ​ປະທານ​ສະພາ​ປະຊາຊົນ​ນະຄອນ ນາງ ຫງວຽນ​ທິ​ແອງ​ທີ ​ໄດ້​ມີ​ການ​ເຮັດ​ວຽກ​ກັບ​ສະພາ​ປະຊາຊົນ​ແຂວງ​ສາລະ​ວັນ. ທ່ານ​ຮອງ​ເລຂາຄະນະພັກແຂວງ, ຫົວໜ້າ​ຄະນະ​ຜູ້​ແທນ​ສະພາ​ແຫ່ງ​ຊາດ​ແຂວງ, ປະທານ​ສະພາ​ປະຊາຊົນ​ແຂວງ​ສາລະ​ວັນ ທ່ານ ສີ​ເຮັງ​ຫອມ​ສົມບັດ ​ໄດ້​ໃຫ້ການ​ຕ້ອນຮັບດ້ວຍຄວາມ​ດີ​ໃຈ ​ແລະ ​ໄດ້ແຈ້ງ​ໃຫ້​ຄະນະ​ຜູ້​ແທນຊາບ​ກ່ຽວ​ກັບ​ສະພາບ​ການ ​ແລະ ການ​ເຄື່ອນ​ໄຫວ​ຂອງ​ສະພາ​ປະຊາຊົນ​ແຂວງ.

ເປີດກາລະໂອກາດການຮ່ວມມື ແລະ ການແລກປ່ຽນຂໍ້ມູນຂ່າວສານລະຫວ່າງ ດາຫນັງ (ຫວຽດນາມ) ແລະ ແຂວງສາລະວັນ (ລາວ)
2 ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອກະ​ພາບ​ລົງ​ນາມ​ໃນ​ບົດ​ບັນທຶກ​ການເຮັດວຽກລະຫວ່າງ​ສະພາ​ປະຊາຊົນ 2 ​ທ້ອງ​ຖິ່ນ ເພື່ອ​ເປັນ​ພື້ນຖານ​ໃຫ້​ແກ່​ການ​ຜັນຂະຫຍາຍ​ບັນດາ​ໂຄງການ​ຮ່ວມ​ມື​ໃນ​ຂົງ​ເຂດ​ສະພາ​ປະຊາຊົນ​ຂັ້ນທ້ອງ​ຖິ່ນ.(ພາບ: ຈຸກລີ່ງ /danang.gov.vn).

ຜ່ານ​ການ​ປຶກສາ​ຫາລື, 2 ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອກະ​ພາບ​ລົງ​ນາມ​ໃນ​ບົດ​ບັນທຶກ​ເຮັດວຽກລະຫວ່າງ​ສະພາ​ປະຊາຊົນ​ 2 ທ້ອງ​ຖິ່ນ ​ເພື່ອ​ເປັນ​ພື້ນຖານ​ໃຫ້​ແກ່​ການ​ຜັນຂະຫຍາຍ​ບັນດາ​ໂຄງການ​ຮ່ວມ​ມື​ໃນ​ຂົງ​ເຂດ​ສະພາ​ປະຊາຊົນ​ຂັ້ນທ້ອງ​ຖິ່ນ. ລະອຽດ, ສອງຝ່າຍສືບຕໍ່ປະຕິບັດບົດບັນທຶກຊ່ວຍຈຳໄລຍະ 2023-2027 ຕາມບັນດາເນື້ອໃນທີ່ກ່ຽວຂ້ອງເຖິງບົດບາດ, ໜ້າທີ່, ພາລະບົດບາດ, ການເຄື່ອນໄຫວຂອງສະພາປະຊາຊົນຂອງສອງທ້ອງຖິ່ນ.

ພ້ອມ​ກັນ​ນັ້ນ, ກໍ່ສືບ​ຕໍ່​ເພີ່ມ​ທະວີ​ການ​ແລກປ່ຽນ​ຄະນະ​ຜູ້​ແທນ​ທຸກ​ຂັ້ນ, ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ, ​ແບ່ງປັນ​ບົດຮຽນ​ໃນ​ການ​ເຄື່ອນ​ໄຫວ​ຂອງ​ສະພາ​ປະຊາຊົນ​ 2 ທ້ອງ​ຖິ່ນ ​ເພື່ອ​ສ້າງ​ພື້ນຖານ​ໃຫ້​ສອງ​ຝ່າຍ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນອະນາຄົດ ​ແລະ ບົ່ງຕົວ​ໃຫ້ພະແນກພົວພັນຕ່າງປະເທດ​ 2 ທ້ອງ​ຖິ່ນ, ຈະເປັນ​ອົງການປະສານ​ເພື່ອ​ຜັນຂະຫຍາຍບັນດາ​ໂຄງການ​ຮ່ວມ​ມື.

ການ​ຢ້ຽມຢາມ​ຄັ້ງ​ນີ້ ​ຍັງ​ໄດ້​ປະກອບສ່ວນ​ປະຕິບັດ​ບັນດາ​ໂຄງການ​ຮ່ວມ​ມື​ໃນ​ຂົງ​ເຂດ​ລະອຽດທີ່​ໄດ້ພິຈາລະນາໃນ​ບົດ​ບັນທຶກຊ່ວຍຈຳ ໄລຍະ 2023 - 2027 ລະຫວ່າງ 2 ທ້ອງ​ຖິ່ນ, ປະກອບສ່ວນ​ປັບປຸງ ​ແລະ ນັບມື້ນັບພັດທະນາ​ການ​ພົວພັນ​ມິດຕະພາບ ດາຫ​ນັງ - ສາລະ​ວັນ ​ເວົ້ົ້າສະເພາະ, ​ຄວາມ​ມິດຕະພາບ ​ແລະ ການຕິດພັນ​ລະຫວ່າງ​ສອງຊາດ ຫວຽດນາມ ແລະ ລາວ ເວົ້າລວມ.

ດີງເລື້ອງ

302 Found

Found

The document has moved here.