ເປີດຊຸດຝຶກອົບຮົມວຽກງານແມ່ຍິງໃຫ້ພະນັກງານຍິງ ກອງທັບປະຊາຊົນລາວ

14:44 | 09/11/2023

ເປີດຊຸດຝຶກອົບຮົມວຽກງານແມ່ຍິງໃຫ້ພະນັກງານຍິງກອງທັບປະຊາຊົນລາວ

ຫ້ອງວ່າການສະພາແຫ່ງຊາດ ຫວຽດນາມ ເປີດຊຸດຮຽນພາສາຫວຽດນາມ ໃຫ້ພະນັກງານຄະນະເລຂາທິການສະພາແຫ່ງຊາດລາວ ຫ້ອງວ່າການສະພາແຫ່ງຊາດ ຫວຽດນາມ ເປີດຊຸດຮຽນພາສາຫວຽດນາມ ໃຫ້ພະນັກງານຄະນະເລຂາທິການສະພາແຫ່ງຊາດລາວ
ວິທະຍາໄລ ຊັ້້ນສູງເຊີນລາ: ເປີດຊຸດຝຶກອົບຮົມພາສາຫວຽດ ໃຫ້ພະນັກງານ ສະພາປະຊາຊົນ ບັນດາແຂວງພາກເໜືອ ຂອງ ສປປ ລາວ ປີ 2019 ວິທະຍາໄລ ຊັ້້ນສູງເຊີນລາ: ເປີດຊຸດຝຶກອົບຮົມພາສາຫວຽດ ໃຫ້ພະນັກງານ ສະພາປະຊາຊົນ ບັນດາແຂວງພາກເໜືອ ຂອງ ສປປ ລາວ ປີ 2019

ຕອນບ່າຍວັນທີ 6 ພະຈິກ, ຢູ່ຮ່າໂນ້ຍ, ກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ໄດ້ຊີ້ນໍາໃຫ້ສະຫະພັນແມ່ຍິງກອງທັບ ເປີດຊຸດຝຶກອົບຮົມວຽກງານແມ່ຍິງໃຫ້ແກ່ພະນັກງານຍິງ ກອງທັບປະຊາຊົນລາວ 2023.

ໃນໄລຍະການຝຶກອົບຮົມ, ນັກສຳມະນາກອນລາວ 20 ຄົນ ໄດ້ຮັບການແນະນຳຫົວຂໍ້ກ່ຽວກັບວຽກງານແມ່ຍິງໃນກອງທັບ ແລະພ້ອມກັນແລກປ່ຽນ, ແບ່ງປັນບົດຮຽນກ່ຽວກັບການຈັດຕັ້ງ ແລະປະຕິບັດວຽກງານແມ່ຍິງ ແລະຂະບວນການແມ່ຍິງໃນກອງທັບ, ໂດຍສະເພາະແມ່ນຢູ່ກົມກອງຮາກຖານ.

ເປີດຊຸດຝຶກອົບຮົມວຽກງານແມ່ຍິງໃຫ້ພະນັກງານຍິງ ກອງທັບປະຊາຊົນລາວ
ບັນດາຜູ້ແທນເຂົ້າຮ່ວມພິທີເປີດຊຸດຝຶກອົບຮົມ. ພາບ: qdnd.vn

ກ່າວຄຳເຫັນທີ່ພິທີເປີດຊຸດຝຶກອົບຮົມ, ສະຫາຍ ພັນເອກພິເສດ ນາງ ຟຸ່ງທິຝູ ຫົວໜ້າສະຫະພັນແມ່ຍິງກອງທັບ ຢືນຢັນວ່າ: ການຝຶກອົບຮົມແມ່ນເພື່ອແນໃສ່ບໍາລຸງຄວາມຮູ້, ທັກສະ, ພ້ອມກັນນັ້ນ ກໍ່ໄດ້ແລກປ່ຽນ ແລະແບ່ງປັນບົດຮຽນໃນການຈັດຕັ້ງປະຕິບັດວຽກງານແມ່ຍິງ ແລະຂະບວນການຂອງແມ່ຍິງໃນກອງທັບ, ພິເສດແມ່ນໃນກົມກອງຮາກຖານໃຫ້ພະນັກງານຍິງ, ພະນັກງານທີ່ຮັບຜິດຊອບວຽກງານແມ່ຍິງກອງທັບປະຊາຊົນລາວ. ບົນຈິດໃຈນັ້ນ, ການຝຶກອົບຮົມຈະສົມທົບກັນຢ່າງແໜ້ນແຟ້ນລະຫວ່າງທິດສະດີກັບການປະຕິບັດຕົວຈິງ ແລະບັນດາການເຄື່ອນໄຫວເພີ່ມເຕີມອື່ນໆ, ຄື ໄປທັດສະນະສຶກສາບັນດາຮູບແບບເຄື່ອນໄຫວທີ່ພົ້ນເດັ່ນຂອງແມ່ຍິງກອງທັບປະຊາຊົນຫວຽດນາມ, ຢ້ຽມຢາມບາງເຂດປູຊະນີຍະສະຖານປະຫວັດສາດປະຕິວັດ, ວັດທະນະທຳ, ທັດສະນີຍະພາບ... ຜ່ານບັນດາການເຄື່ອນໄຫວລະອຽດ, ກໍ່ປະກອບສ່ວນຍົກສູງລະດັບຄວາມຮູ້, ທັກສະໃນວຽກງານແມ່ຍິງ; ພ້ອມທັງ, ເພີ່ມທະວີຄວາມເຂົ້າໃຈໃຫ້ບັນດາສະຫາຍຍິງ ກອງທັບປະຊາຊົນລາວ ກ່ຽວກັບປະເທດຊາດ, ປະຊາຊົນ ແລະກອງທັບປະຊາຊົນຫວຽດນາມ.

ຊຸດຝຶກອົບຮົມກ່ຽວກັບວຽກງານແມ່ຍິງໃຫ້ພະນັກງານຍິງ ກອງທັບປະຊາຊົນລາວ ຄັ້ງນີ້ ໄດ້ປະກອບສ່ວນຍົກສູງປະສິດທິຜົນການເຄື່ອນໄຫວຮ່ວມມືລະຫວ່າງທະຫານຍິງຂອງສອງປະເທດ, ຕອບສະໜອງຄວາມຮຽກຮ້ອງຕ້ອງການໜ້າທີ່ກໍ່ສ້າງກອງທັບຂອງແຕ່ລະປະເທດໃນສະພາບການໃໝ່; ເພີ່ມທະວີການພົວພັນສາມັກຄີມິດຕະພາບທີ່ເປັນມູນເຊື້ອ ແລະການຮ່ວມມືຮອບດ້ານລະຫວ່າງກະຊວງປ້ອງກັນປະເທດຫວຽດນາມ ແລະກະຊວງປ້ອງກັນປະເທດລາວ.

ບູນມີ

302 Found

Found

The document has moved here.