ພິທີເປີດມອບ-ຮັບໂຄງການກໍ່ສ້າງ ຫ້ອງການ ປກສ ເມືອງ ດາກຈຶງ (ລາວ)

09:17 | 07/11/2023

ພິທີເປີດມອບ-ຮັບໂຄງການກໍ່ສ້າງ ຫ້ອງການ ປກສ ເມືອງ ດາກຈຶງ (ລາວ)

ປກສ ແຂວງຄໍາມ່ວນ (ລາວ) ຢ້ຽມຢາມ, ອວຍພອນຕໍາຫຼວດແຂວງກວາງບິ່ງ ເນື່ອງໃນໂອກາດບຸນປີໃໝ່ປະຈໍາຊາດ ປີເຖາະ 2023 ປກສ ແຂວງຄໍາມ່ວນ (ລາວ) ຢ້ຽມຢາມ, ອວຍພອນຕໍາຫຼວດແຂວງກວາງບິ່ງ ເນື່ອງໃນໂອກາດບຸນປີໃໝ່ປະຈໍາຊາດ ປີເຖາະ 2023
ກອງບັນຊາການທະຫານຊາຍແດນແຂວງດ້ຽນບຽນ ແລະກອງບັນຊາການ ປກສ ແຂວງຫຼວງພະບາງ ຈັດການພົບປະຮ່ວມມືຄັ້ງທີ 10 ກອງບັນຊາການທະຫານຊາຍແດນແຂວງດ້ຽນບຽນ ແລະກອງບັນຊາການ ປກສ ແຂວງຫຼວງພະບາງ ຈັດການພົບປະຮ່ວມມືຄັ້ງທີ 10

ຕອນເຊົ້າວັນທີ 5 ພະຈິກນີ້, ຢູ່ເມືອງ ດາກຈຶງ ແຂວງເຊກອງ ສປປລາວ, ຕຳຫຼວດແຂວງ ກວ໋າງນາມ ສສ ຫວຽດນາມ ໄດ້ສົມທົບກັບ ປກສ ແຂວງ ເຊກອງ ຈັດຕັ້ງພິທີເປີດນໍ້າໃຊ້ ແລະມອບ-ຮັບໂຄງການກໍ່ສ້າງ ຫ້ອງການ ປກສ ເມືອງ ດາກຈຶງ.

ພິທີເປີດມອບ-ຮັບໂຄງການກໍ່ສ້າງ ຫ້ອງການ ປກສ ເມືອງ ດາກຈຶງ (ລາວ)

ພິທີເປີດມອບ-ຮັບໂຄງການກໍ່ສ້າງ ຫ້ອງການ ປກສ ເມືອງ ດາກຈຶງ (ລາວ). ພາບ: baoquangnam.vn

ໂຄງການໄດ້ເລີ່ມລົງມືກໍ່ສ້າງໃນວັນທີ 29 ສິງຫາ 2022 ແລະ ໄດ້ສຳເລັດຕາມຄວາມຄືບໜ້າທີ່ວາງໄວ້. ໂຄງການມີມູນຄ່າການກໍ່ສ້າງທັງໝົດ 10,6 ຕື້ດົ່ງ, ແຂວງກວ໋າງນາມ ໄດ້ເຫັນດີເປັນເອກະພາບລົງທຶນກໍ່ສ້າງ ມອບເປັນຂອງຂວັນໃຫ້ແຂວງ ເຊກອງ ແລະ ມອບໝາຍໃຫ້ ປກສ ແຂວງ ກວ໋າງນາມ ເປັນເຈົ້າຂອງໂຄງການ.

ພິທີເປີດມອບ-ຮັບໂຄງການກໍ່ສ້າງ ຫ້ອງການ ປກສ ເມືອງ ດາກຈຶງ (ລາວ)

ການນຳສອງແຂວງຕັດແຖບຜ້າເປີດນໍາໃຊ້ ແລະມອບ-ຮັບໂຄງການ ພາບ: baoquangnam.vn

ຫ້ອງການ ປກສ ເມືອງ ດາກຈຶງ ໄດ້ກໍ່ສ້າງໃນເນື້ອທີ່ 801 ຕາແມັດ ລວມມີ ສະໂມສອນ 1 ຫ້ອງ, ຫ້ອງເຮັດວຽກ 9 ຫ້ອງ, ... ເພື່ອຮັບໃຊ້ຄວາມຕ້ອງການໃນການປະຕິບັດໜ້າທີ່ຂອງພະນັກງານ, ນັກຮົບຕຳຫຼວດເມືອງ ດາກຈຶງ. ຄວາມງາມ ແລະຄຸນນະພາບຂອງໂຄງການ ແມ່ນຮັບປະກັນຕາມຄວາມຮຽກຮ້ອງຕ້ອງການຂອງການອອກແບບ, ໄດ້ຮັບການກວດກາ ແລະ ຮັບຮອງຈາກອົງການເຈົ້າໜ້າທີ່ຂອງແຂວງກວ໋າງນາມ ແລະ ແຂວງເຊກອງ ກ່ອນຈະນຳເຂົ້າໃຊ້ງານ.

ພິທີເປີດມອບ-ຮັບໂຄງການກໍ່ສ້າງ ຫ້ອງການ ປກສ ເມືອງ ດາກຈຶງ (ລາວ)

ຕຳຫຼວດແຂວງ ກວ໋າງນາມ ມອບຢຸກຢາ ແລະອຸປະກອນການແພດໃຫ້ ປກສ ແຂວງເຊກອງ. ພາບ: baoquangnam.vn

ເລື່ອງຊ່ວຍເຫຼືອແຂວງ ເຊກອງ ລົງທຶນກໍ່ສ້າງຫ້ອງການ ປກສ ເມືອງ ດາກຈຶງ ໄດ້ປະກອບສ່ວນປັບປຸງເງື່ອນໄຂຂອງການເຮັດວຽກໃຫ້ ປກສ ເມືອງ, ພ້ອມທັງປະກອບສ່ວນຮັດແໜ້ນສາຍພົວພັນມິດຕະພາບ ແລະຄວາມສາມັກຄີແບບພິເສດລະຫວ່າງ 2 ປະເທດຫວຽດນາມ - ລາວ ເວົ້າລວມ, ແຂວງ ກວ໋າງນາມ - ເຊກອງ ເວົ້າສະເພາະ, ພິເສດແມ່ນກຳລັງຕຳຫຼວດ 2 ແຂວງ ໃນວຽກງານສົມທົບກັນຮັບປະກັນຄວາມສະຫງົບແຫ່ງຊາດ ແລະຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ, ສະກັດກັ້ນ, ຕ້ານອາດຊະຍາກຳ

ກ່າວຄຳເຫັນທີ່ພິທີເປີດນໍາໃຊ້, ທ່ານພົນຈັດຕະວາ ຫງວຽນດຶກຢຸງ, ຫົວໜ້າຕຳຫຼວດແຂວງ ກວ໋າງນາມ ຢືນຢັນວ່າ: ໂຄງການແມ່ນສັນຍາລັກແຫ່ງຄວາມສາມັກຄີ, ມິດຕະພາບລະຫວ່າງແຂວງກວ໋າງນາມ ແລະ ແຂວງເຊກອງ ເວົ້າລວມ ແລະ ລະຫວ່າງຕຳຫຼວດສອງແຂວງເວົ້າສະເພາະ. ຕຳຫຼວດແຂວງ ກວ໋າງນາມ ຍາມໃດກໍ່ຄຽງບ່າຄຽງໄຫຼ່ກັບພະນັກງານ, ນັກຮົບຂອງ ປກສ ແຂວງ ເຊກອງ ເພື່ອຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຕາມຄວາມສາມາດ ແລະ ເງື່ອນໄຂທີ່ເປັນໄປໄດ້.

ບູນມີ

ເຫດການ
302 Found

Found

The document has moved here.