ວັນບຸນໄມຕີຈິດມິດຕະພາບພິເສດຫວຽດນາມ - ລາວ

14:45 | 09/11/2023

ວັນບຸນໄມຕີຈິດມິດຕະພາບພິເສດຫວຽດນາມ - ລາວ

ທ່ານ​ປະທານ​ປະ​ເທດຫວໍວັນເຖືອງ: ຫວຽດນາມ ຍາມ​ໃດ​ກໍ່​ສະໜັບສະໜູນ​ບັນດາ​ຂໍ້​ລິ​ເລີ່​ມທີ່​ມີ​ຜົນ​ດີ​ຕໍ່​ສັນຕິພາບ, ການ​ຮ່ວມ​ມື ​ແລະ ພັດທະນາ​ຢູ່​ພາກ​ພື້ນ ​ແລະ ​ໃນ​ໂລກ ທ່ານ​ປະທານ​ປະ​ເທດຫວໍວັນເຖືອງ: ຫວຽດນາມ ຍາມ​ໃດ​ກໍ່​ສະໜັບສະໜູນ​ບັນດາ​ຂໍ້​ລິ​ເລີ່​ມທີ່​ມີ​ຜົນ​ດີ​ຕໍ່​ສັນຕິພາບ, ການ​ຮ່ວມ​ມື ​ແລະ ພັດທະນາ​ຢູ່​ພາກ​ພື້ນ ​ແລະ ​ໃນ​ໂລກ
ສະເຫຼີມສະຫຼອງວັນປົດປ່ອຍນະຄອນຫຼວງຄົບຮອບ 69 ປີ (10 ຕຸລາ 1954 - 10 ຕຸລາ 2023): ເປີດງານວາງສະແດງ ສະເຫຼີມສະຫຼອງວັນປົດປ່ອຍນະຄອນຫຼວງຄົບຮອບ 69 ປີ (10 ຕຸລາ 1954 - 10 ຕຸລາ 2023): ເປີດງານວາງສະແດງ "ເມືອງເກົ່າ ຖະໜົນເກົ່າ"

ຕອນບ່າຍວັນທີ 6 ພະຈິກ ໄດ້ດຳເນີນການຖະແຫຼງຂ່າວ “ວັນບຸນໄມຕີຈິດມິດຕະພາບພິເສດຫວຽດນາມ - ລາວ ປີ 2023”.

ດ້ວຍຄວາມປາດຖະໜາຢາກໂຄສະນາເຜີຍແຜ່ຮູບພາບຫວຽດນາມ ທີ່ປ່ຽນແປງໃໝ່ ແລະພັດທະນາ, ຜ່ານນັ້ນ ກໍ່ປັບປຸງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ ຫວຽດນາມ-ລາວ, ກະຊວງຖະແຫຼງຂ່າວ ແລະການສື່ສານ ຫວຽດນາມ ສົມທົບກັບຄະນະກຳມະການປະຊາຊົນແຂວງເທື່ອທຽນເຫວ້ ຈັດຕັ້ງລາຍການ "ວັນບຸນໄມຕີຈິດມິດຕະພາບພິເສດຫວຽດນາມ - ລາວ ປີ 2023" ດ້ວຍຫົວຂໍ້ວ່າ: ຖະແຫຼງຂ່າວ ແລະການສື່ສານ, ຈຸດພົ້ນເດັ່ນໃນການພົວພັນຮ່ວມມືຫວຽດນາມ - ລາວ.

ວັນບຸນໄມຕີຈິດມິດຕະພາບພິເສດຫວຽດນາມ - ລາວ

ການຖະແຫຼງຂ່າວກ່ຽວກັບວັນບຸນໄມຕີຈິດມິດຕະພາບພິເສດຫວຽດນາມ - ລາວ ປີ 2023. ພາບ: VGP/HM

ປີນີ້, ຄະນະຈັດຕັ້ງລາຍການ ຈະຍູ້ແຮງການເຄື່ອນໄຫວສື່ສານການຕ່າງປະເທດຕື່ມອີກ ດ້ວຍ 3 ເສົາຄ້ຳຄື: ເພີ່ມທະວີການຮ່ວມມືໃນຂົງເຂດຖະແຫຼງຂ່າວ ແລະການສື່ສານ ລະຫວ່າງຫວຽດນາມ - ລາວ; ເພີ່ມທະວີການເຄື່ອນໄຫວລົງທຶນ, ສົ່ງເສີມການຄ້າ ແລະການທ່ອງທ່ຽວລະຫວ່າງ ຫວຽດນາມ - ລາວ ເວົ້າລວມ ແລະລະຫວ່າງບັນດາທ້ອງຖິ່ນທີ່ມີເສັ້ນຊາຍແດນຮ່ວມເວົ້າສະເພາະ; ເພີ່ມທະວີການພົບປະແລກປ່ຽນປະຊາຊົນລະຫວ່າງສອງປະເທດ, ພິເສດແມ່ນປະຊາຊົນຢູ່ບັນດາແຂວງຕິດກັບຊາຍແດນຫວຽດນາມ - ລາວ.

ລາຍການລວມມີກິດຈະກຳເຄື່ອນໄຫວທີ່ມີຄວາມໝາຍສຳຄັນ, ເຊິ່ງສະແດງໃຫ້ເຫັນໄມຕີຈິດມິດຕະພາບໝັ້ນແກ່ນລະຫວ່າງປະຊາຊົນສອງປະເທດ, ຄື: ງານວາງສະແດງຮູບພາບ, ງານຕະຫຼາດນັດ-ວາງສະແດງ, ການໂອ້ລົມສົນທະນາວິທະຍາສາດ ແລະງານລາຕີພົບປະແລກປ່ຽນສິລະປະ ຫວຽດນາມ - ລາວ.

ນອກຈາກນັ້ນ ຍັງມີການເຄື່ອນໄຫວພົບປະແລກປ່ຽນວັດທະນະທຳ, ສິລະປະລະຫວ່າງປະຊາຊົນສອງປະເທດຫວຽດນາມ-ລາວ, ພິເສດແມ່ນລະຫວ່າງປະຊາຊົນບັນດາເຜົ່າຂອງແຂວງເທື່ອທຽນເຫວ້ ກັບແຂວງສາລະວັນ ແລະແຂວງເຊກອງ; ລະຫວ່າງນັກສຶກສາຫວຽດນາມ ກັບນັກສຶກສາລາວ ທີ່ພວມດຳລົງຊີວິດ ແລະຮໍ່າຮຽນຢູ່ໃນແຂວງ ເທື່ອທຽນເຫວ້.

ບູນມີ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.