ການນໍາແຂວງບ່າເຣ້ຍ-ຫວູງເຕົ່າ ຢ້ຽມຢາມ ແລະເຮັດວຽກຢູ່ ແຂວງຊຽງຂວາງ

14:47 | 09/11/2023

ການນໍາແຂວງບ່າເຣ້ຍ-ຫວູງເຕົ່າ ຢ້ຽມຢາມ ແລະເຮັດວຽກຢູ່ ແຂວງຊຽງຂວາງ

ກອງປະຊຸມໂອ້ລົມແລກປ່ຽນບົດຮຽນວຽກງານຍຸຕິທຳລະຫວ່າງແຂວງ ເຫງ້ອານ (ຫວຽດນາມ) ແລະ ແຂວງຊຽງຂວາງ (ລາວ) ກອງປະຊຸມໂອ້ລົມແລກປ່ຽນບົດຮຽນວຽກງານຍຸຕິທຳລະຫວ່າງແຂວງ ເຫງ້ອານ (ຫວຽດນາມ) ແລະ ແຂວງຊຽງຂວາງ (ລາວ)
ທ້ອນໂຮມໄດ້ 8 ອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດທີມີຊື່ແມ່ນທະຫານຫວຽດນາມ ຢູ່ ແຂວງຊຽງຂວາງ, ລາວ ທ້ອນໂຮມໄດ້ 8 ອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດທີມີຊື່ແມ່ນທະຫານຫວຽດນາມ ຢູ່ ແຂວງຊຽງຂວາງ, ລາວ

ຕອນເຊົ້າວັນທີ 6 ພະຈິກ, ໃນຂອບເຂດການຢ້ຽມຢາມ ແລະເຮັດວຽກຢູ່ ລາວ, ຄະນະປະຕິບັດງານແຂວງບ່າເຣ້ຍ-ຫວູງເຕົ່າ ໂດຍທ່ານ ດັ້ງມິງທົງ ຮອງປະທານຄະນະກຳມະການປະຊາຊົນແຂວງບ່າເຣ້ຍ-ຫວູງເຕົ່າ ໄດ້ມີການເຮັດວຽກກັບເລຂາພັກແຂວງ, ເຈົ້າແຂວງຊຽງຂວາງ.

ທ່ານ ບຸນຈັນ ສີວົງພັນ, ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງຊຽງຂວາງ ໄດ້ໃຫ້ການຕ້ອນຮັບ ແລະເຮັດວຽກກັບຄະນະ.

ການນໍາແຂວງບ່າເຣ້ຍ-ຫວູງເຕົ່າ ຢ້ຽມຢາມ ແລະເຮັດວຽກຢູ່ ແຂວງຊຽງຂວາງ

ບັນຍາກາດທີ່ການເຮັດວຽກ. ພາບ: ແອັງຫວູ

ທີ່ການເຮັດວຽກ, ສອງຝ່າຍໄດ້ເຫັນດີເປັນເອກະພາບກັບເນື້ອໃນບົດບັນທຶກຊ່ວຍຈໍາກ່ຽວກັບການສ້າງສາຍພົວພັນມິດຕະພາບ, ການຮ່ວມມືລະຫວ່າງແຂວງບ່າເຣ້ຍ-ຫວູງເຕົ່າ ແລະຊຽງຂວາງ. ພ້ອມທັງສ້າງເງື່ອນໄຂດີທີ່ສຸດເພື່ອສົ່ງເສີມວິສາຫະກິດຂອງສອງຝ່າຍມາຊອກຮູ້, ຮ່ວມມື, ລົງທຶນຢູ່ແຂວງບ່າເຣ້ຍ-ຫວູງເຕົ່າ ແລະຊຽງຂວາງ.

ທ່ານ ບຸນຈັນ ສີວົງພັນ ສະແດງຄວາມເຫັນດີເປັນເອກະພາບຕໍ່ເນື້ອໃນບົດບັນທຶກຊ່ວຍຈໍາ ແລະດໍາເນີນການລົງນາມໃນໂອກາດນີ້. ນອກຈາກນັ້ນ, ສອງຝ່າຍຈະສືບຕໍ່ຄົ້ນຄວ້າ, ເພີ່ມເຕີມ, ສະເໜີບັນດາເນື້ອໃນການຮ່ວມມືອື່ນໆໃນວິວັດການເຮັດວຽກ ແລະແລກປ່ຽນຕົວຈິງ.

ກ່າວຄຳເຫັນທີ່ການເຮັດວຽກ, ທ່ານ ດັ້ງມິງທົງ ໄດ້ຕີລາຄາສູງເລື່ອງສອງຝ່າຍໄດ້ແລກປ່ຽນຂໍ້ມູນຂ່າວສານກ່ຽວກັບການຮ່ວມມືເປັນປະຈຳ ກໍ່ຄືສົ່ງຈົດໝາຍຢ້ຽມຢາມຖາມຂ່າວເນື່ອງໃນບັນດາເຫດການສຳຄັນຂອງສອງທ້ອງຖິ່ນ ແລະຂອງສອງປະເທດ ຫວຽດນາມ-ລາວ. ພ້ອມທັງສະເໜີໃຫ້ການນຳແຂວງຊຽງຂວາງ ສ້າງເງື່ອນໄຂສະດວກໃຫ້ອົງການທີ່ກ່ຽວຂ້ອງຂອງສອງຝ່າຍສົມທົບກັນຜັນຂະຫຍາຍການປະຕິບັດບົດບັນທຶກຊ່ວຍຈໍາຮ່ວມມືໃນໄລຍະຈະມາເຖິງຢ່າງມີປະສິດທິຜົນ.

ຕາງໜ້າການນຳແຂວງ, ທ່ານ ດັ້ງມິງທົງ ໄດ້ເຊີນທ່ານ ບຸນຈັນ ສີວົງພັນ ມາຢ້ຽມຢາມ ແລະເຮັດວຽກຢູ່ແຂວງບ່າເຣ້ຍ-ຫວູງເຕົ່າ ໃນໄລຍະເວລາໄວໆນີ້, ແນໃສ່ຮັດແໜ້ນສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະການຮ່ວມມືລະຫວ່າງແຂວງບ່າເຣ້ຍ-ຫວູງເຕົ່າ ແລະຊຽງຂວາງ.

ບູນມີ

ເຫດການ