ຈິດຕະກຳເຊື່ອມຕໍ່ສາຍໃຈປະຊາຊົນຫວຽດນາມ- ລາວ

10:08 | 10/11/2023

ຈິດຕະກຳເຊື່ອມຕໍ່ສາຍໃຈປະຊາຊົນຫວຽດນາມ- ລາວ

ຫວຽດນາມ ຈະສະໜັບສະໜູນລາວ ຢ່າງສຸດຈິດສຸດໃຈ ໃນການປະຕິບັດໜ້າທີ່ສຳຄັນຂອງສາກົນຢ່າງສຳເລັດຜົນໃນໄລຍະຈະມາເຖິງ ຫວຽດນາມ ຈະສະໜັບສະໜູນລາວ ຢ່າງສຸດຈິດສຸດໃຈ ໃນການປະຕິບັດໜ້າທີ່ສຳຄັນຂອງສາກົນຢ່າງສຳເລັດຜົນໃນໄລຍະຈະມາເຖິງ
ເຕົ້​າ​ໂຮມ​ສິ່ງ​ຢອດ​ຢ້ຽມ​ທາງ​ດ້ານວິຈິດສິນ ຫວຽດ​ນາມ - ສ.ເກົາຫຼີ: ແຜ່​ລະ​ຫຍາຍ​ຄ​ວາມ​ງາມ ຫວຽດ​ນາມ ໄປ​ຍັງ​ເພື່ອນ​ມິດ​ສາ​ກົນ ເຕົ້​າ​ໂຮມ​ສິ່ງ​ຢອດ​ຢ້ຽມ​ທາງ​ດ້ານວິຈິດສິນ ຫວຽດ​ນາມ - ສ.ເກົາຫຼີ: ແຜ່​ລະ​ຫຍາຍ​ຄ​ວາມ​ງາມ ຫວຽດ​ນາມ ໄປ​ຍັງ​ເພື່ອນ​ມິດ​ສາ​ກົນ

ພາບຂັດສີຂະໜາດໃຫຍ່ຂອງກ່ຽວກັບທິດຕາເວັນຕົກ ເຈື່ອງເຊີນ; ພາບຮູບຄົນ, ຊີວິດຢູ່ລາວໃນສະໄໝສົງຄາມ... ບັນດາພາບແຕ້ມ ຂອງອະດີດຈິດຕະກອນ ເຈີ່ນຕ໋ວນເລິນ ທີ່ວາງສະແດງຢູ່ງານວາງສະແດງ “ພໍ່ ແລະ ລູກ” ເມື່ອທ້າຍເດືອນຕຸລາ 2023 ເຮັດໃຫ້ພວກເຮົາຄິດເຖິງໃນໄລຍະທີ່ “ເກືອເມັດຫັກ,ຜັກເສັ້ນໜຶ່ງ, ກໍ່ແບ່ງປັນກັນກິນ” ຂອງທະຫານ ແລະ ປະຊາຊົນ ຫວຽດນາມ-ລາວ.

ປະເທດລາວຜ່ານສາຍຕາຂອງຈິດຕະກອນຫວຽດນາມ

ພວກຂ້າພະເຈົ້າໄດ້ໄປງານວາງສະແດງ “ພໍ່ ແລະ ລູກ” ຢູ່ຫໍພິພິທະພັນວິຈິດສິນຫວຽດນາມ (66 ຫງວຽນໄທຮອກ, ບາດິ່ງ, ຮ່າໂນ້ຍ) ໃນທ້າຍເດືອນ ຕຸລາ 2023. ສ້າງຄວາມປະທັບໃຈໃຫ້ແກ່ຂ້າພະເຈົ້າແມ່ນພາບຂັດສີຂະໜາດ 183x112 ຊຕມ “ທິດຕາເວັນຕົກ ເຈື່ອງເຊີນ”. ພາບຂັດສີວາດພາບ ຊີວິດການຕໍ່ສູ້ ຂອງທະຫານ ແລະປະຊາຊົນຫວຽດນາມ - ລາວ ທາງທິດຕາເວັນຕົກ ເຈື່ອງເຊີນຄື: ພົນລະເມືອງກໍ່ສ້າງເສັ້ນທາງ; ແມ່ຊາວລາວ ໄດ້ພາລູກພາທທາງໃຫ້ທະຫານເຈື່ອງເຊີນ; ທະຫານຫວຽດນາມ ມືຖືປືນ ແລະມືຖືກີຕ້າ; ຈິດຕະກອນ - ນັກຮົບງແຕ້ມຮູບສາວລາວ, ເບື້ອງຫຼັງແມ່ນພູເຂົາທີ່ລຽນໆ... ທ່າມກາງສີຟ້າເຂັ້ມ ແລະສີນ້ຳຕານເຂັ້ມ, ພ້ນເດັ່ນຂຶ້ນແມ່ນດອກໄມ້ປ່າຢືນອອກ - ຈຸດສົດໃສທີ່ດຶງດູດສາຍຕາ, ສ້າງຜົນກະທົບທີ່ໜ້າສົນໃຈກ່ຽວກັບຈັກຂຸສຳຜັດ.

ພາບຂັດສີ “ທິດຕາເວັນຕົກ ເຈື່ອງເຊີນ”ແມ່ນໜຶ່ງໃນຫຼາຍກວ່າ 60 ພາບກ່ຽວກັບຄົນ ແລະ ທັດສະນີຍະພາບຂອງອະດີດຈິດຕະກອນ ເຈີ່ນຕ໋ວນເລິນ (1933-2010) ແລະລູກຊາຍລາວ-ຈິດຕະກອນ ເຈິ່ນຕ໋ວນລອງ ທີ່ວາງສະແດງຢູ່ງານວາງສະແດງ “ພໍ່ ແລະ ລູກ, ຫໍພິພິທະພັນວິຈິດສິນຫວຽດນາມ ເມື່ອທ້າຍເດືອນຕຸລາ 2023.

ທີ່ງານວາງສະແດງ, ນອກຈາກໄດ້ຊົມພາບຂັດສີຂອບຂະໜາດໃຫຍ່ກ່ຽວກັບ ທັດສະນີຍະພາບ ແລະ ປະຊາຊົນທີ່ມາຈາກທົ່ວທຸກແຫ່ງໃນທົ່ວປະເທດແລ້ວ, ຜູ້ຊົມຍັງໄດ້ຊົມພາບຮູບຄົນ ແລະ ທັດສະນີຍະພາບທີ່ເຕັມໄປດ້ວຍຄວາມ ສະເທືອນໃຈ ຂອງເຈີ່ນຕ໋ວນເລິນ ກ່ຽວກັບທິດຕາເວັນຕົກເຈື່ອງເຊີນ, ສະໜາມຮົບລາວ ໃນຊຸມປີ 1965-1969.

ຈິດຕະກຳເຊື່ອມຕໍ່ສາຍໃຈປະຊາຊົນຫວຽດນາມ- ລາວ

ຈິດຕະກອນ ເຈິ່ນຕ໋ວນລອງ (ໜ້າປົກຂວາ) ຢືນຄຽງຂ້າງພາບແຕ້ມ ອະດີດຈິດຕະກອນ ເຈີ່ນຕ໋ວນເລິນ. ພາບ: ແທ່ງລວນ

ດ້ວຍບັນດາຈຸດແຕ້ມທີ່ລະມັດລະຫວັງ, ລະອຽດອ່ອນຈິດຕະກອນພາໃຫ້ຜູ້ຊົມກັບ ຄືນສູ່ຊີວິດຂອງທະຫານ ແລະ ປະຊາຊົນທິດຕາເວັນຕົກເຈື່ອງເຊີນ ໃນຊຸມປີສົງຄາມ ຄື: “ປະທານ ສຸພານຸວົງ ເຮັດວຽກຢູ່ເຂດປົດປ່ອຍ ຊຳເໜືອ”; "ນ້ອງອ່ອນສີ" (1966); "ນ້ອງສົນທາ" (1967); "ກອງຫຼອນຍິງ"; ...

ຈິດຕະກອນ ເລຈ້ອງເລິນ, ອະດີດປະທານຄະນະສິລະປະຈິດຕະກຳຂອງສະມາຄົມວິຈິດສິນ ຫວຽດນາມ ໄດ້ສະແດງຄວາມປະທັບໃຈກັບບັນດາຮູບແຕ້ມໃນສະໜາມຮົບລາວ ຂອງອະດີດຈິດຕະກອນ ເຈີ່ນຕ໋ວນເລິນ. ນອກຈາກ ລັກສະນະສິລະປະ, ຈຸດເດັ່ນຂອງຮູບແຕ້ມເຫຼົ່ານີ້ແມ່ນຄວາມແທ້ຈິງ. ຄວາມເປັນຈິງທີ່ເຮັດໃຫ້ພາບແຕ້ມເຫຼົ່ານີ້ມີຊີວິດຢູ່ຕະຫຼອດໄປ.

ຈິດຕະກອນ ເລຈ້ອງເລິນ ສັງເກດວ່າ“ໃບໜ້າໃນຮູບແຕ້ມຂອງ ເຈີ່ນຕ໋ວນເລິນ ໃນຊຸມປີນັ້ນລ້ວນແຕ່ເຕັມໄປດ້ວຍລັກສະນະລາວ”.

ຈຸດແຕ້ມ, ສີສັນແຫ່ງມິດຕະພາບ

ມາຢ້ຽມຢາມງານວາງສະແດງ, ອະດີດທະຫານນັກອາສາສະໝັກ ແລະນັກຊ່ຽວຊານຂອງຫວຽດນາມ ຫລາຍຄົນທີ່ເຄີບຕໍ່ສູ້ຢູ່ສະໜາມຮົບລາວ ໄດ້ຫົວຄືນເດືອນປີດັ່ງເດີມ. ທ່ານພົນຕີ ເລວັນເຮິນ, ອະດີດຮອງຫົວໜ້າກົມໃຫຍ່ການເມືອງ ກອງທັບປະຊາຊົນຫວຽດນາມ, ຮອງປະທານສະມາຄົມມິດຕະພາບຫວຽດນາມ - ລາວ, ໃຫ້ຮູ້ວ່າ: ເມື່ອເບິ່ງຮູບແຕ້ມຂອງຈິດຕະກອນ ເຈີ່ນຕ໋ວນເລິນ, ຮູ້ສຶກໄດ້ດໍາລົງໃນ ຊຸມປີທີ່ລຳບາກແຕ່ເຕັມໄປດ້ວຍຄວາມພາກພູມໃຈຢູ່ ທິດຕາເວັກຕົກເຈືອງເຊີນ. ຊຸມປີແຫ່ງສົງຄາມແຕ່ມເພີ່ມພູນຄູນສ້າງນໍ້າໃຈມິດຕະພາບລະຫວ່າງຫວຽດນາມ ແລະ ລາວ.

ຈິດຕະກຳເຊື່ອມຕໍ່ສາຍໃຈປະຊາຊົນຫວຽດນາມ- ລາວ

ພາບແຕ້ມ “ກອງຫຼອນຍິງ”ຂອງຈິດຕະກອນ ເຈີ່ນຕ໋ວນເລິນ ໄດ້ແຕ້ມຢູ່ຊຳເໜືອ (ລາວ) ໃນປີ 1968. ພາບ: ແທ່ງລວນ

ທ່ານພົນຕີ ເລວັນເຮິນ ເວົ້າວ່າ ຊຸມປີທີ່ທະຫານ ແລະ ປະຊາຊົນຫວຽດນາມ -ລາວ ໄດ້ດຳລົງຊີວິດ ແລະ ຄຽງບ່າຄຽງໄລ່ຕໍ່ສູ້ໄດ້ສ້າງບັນດາຂີດໝາຍອັນດີງາມໃນຈິດວິນຍານຂອງຈິດຕະກອນ ຫວຽດນາມ, ໃນນັ້ນມີອະດີດຈິດຕະກອນ ເຈີ່ນຕ໋ວນເລິນ. ບັນດາພາບແຕ້ມຂອງລາວ ບໍ່ພຽງແຕ່ສະແດງໃຫ້ເຫັນຊີວິດ ແລະປະຊາຊົນຂອງຊາວຢູ່ທິດຕາເວັນຕົກ ເຈື່ອງເຊີນ ໃນຊຸມປີສົງຄາມເທົ່ານັ້ນ, ຫາກຍັງສະແດງເຖິງຄວາມຜູກພັນ ແລະຄວາມຮັກແພງຂອງລາວ ທີ່ມີຕໍ່ປະເທດຊາດລາວອ້າຍນ້ອງ”.

ຈິດຕະກອນ ເຈີ່ນຕ໋ວນເລິນ ຮຽນຈົບມະຫາວິທະຍາໄລວິຈິດສິນ ຫວຽດນາມ, ເປັນອາຈານສອນຢູ່ໂຮງຮຽນວັດທະນະທຳສິລະປະແຂວງກວ໋າງນິງ, ສະມາຊິກຂອງສະມາຄົມວິຈິດສິນ ຫວຽດນາມ. ລາວໄດ້ຮັບລາງວັນຈາກສະມາຄົມວິຈິດສິນຫວຽດນາມ ປີ 1996 ດ້ວຍພາບແຕ້ມ “ບໍ່ຖ່ານຫີນ ມ້າວເຄ”; ລາງວັນຈາກສະມາຄົມວິຈິດສິນ ຫວຽດນາມ ປີ 2003 ດ້ວຍພາບແຕ້ມ “ບັ້ນຮົບ 5/8”; ລາງວັນທີ 1 ສິລະປະ ຮ້າລອງ 1996 – 2000 ດ້ວຍພາບແຕ້ມ “ມູນເຊື້ອແບກດັ່ງ” ແລະ ລາງວັນອື່ນໆອີກ.

ໃນຊຸມປີ 1965-1969, ລາວເປັນຜູ້ຊ່ຽວຊານດ້ານວັດທະນະທໍາຢູ່ລາວ. ບັນດາພາບແຕ້ມຂອງລາວຂີດໝາຍໄລຍະທາງຈາກບ້ານເກີດເມືອງນອນ, ປະເທດຊາດມາສູ່ສະຫນາມຮົບ C ຂອງປະເທດລາວອ້າຍນ້ອງ.

ບູນມີ

ທ່ານອາດຈະມັກ

ເຫດການ