ປະທານປະເທດຫວຽດນາມ ຕ້ອນຮັບເອກອັກຄະລັດຖະທູດ ເວເນຊູເອລາ ແລະ ລາວ ເຂົ້າຍື່ນສານຕາຕັ້ງ

19:57 | 09/11/2023

ປະທານປະເທດຫວຽດນາມ ຕ້ອນຮັບເອກອັກຄະລັດຖະທູດ ເວເນຊູເອລາ ແລະ ລາວ ເຂົ້າຍື່ນສານຕາຕັ້ງ

ນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າສະຫະພາບເອີລົບ ປະຈໍາ ຫວຽດນາມ ນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າສະຫະພາບເອີລົບ ປະຈໍາ ຫວຽດນາມ
ປະທານປະເທດ ຫງວຽນຊວນຟຸກ ຕ້ອນຮັບເອກອັກຄະລັດຖະທູດ ອູແກຣນ ແລະເອກອັກຄະລັດຖະທູດ ການາດາ ມາຍື່ນສານຕາຕັ້ງ ປະທານປະເທດ ຫງວຽນຊວນຟຸກ ຕ້ອນຮັບເອກອັກຄະລັດຖະທູດ ອູແກຣນ ແລະເອກອັກຄະລັດຖະທູດ ການາດາ ມາຍື່ນສານຕາຕັ້ງ

ຕອນບ່າຍວັນທີ 8 ພະຈິກ, ຢູ່ທຳນຽບປະທານປະເທດ, ທ່ານ ຫວໍວັນເຖືອງ ປະທານປະເທດຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດເວເນຊູເອລາ Juan Carlos Fernandes Juarez ແລະທ່ານນາງເອກອັກຄະລັດຖະທູດລາວ ຄໍາເພົາ ເອີນທະວັນ ເຂົ້າຍື່ນສານຕາຕັ້ງ.

ທີ່ການຕ້ອນຮັບທ່ານນາງຄໍາເພົາ ເອີນທະວັນເອກອັກຄະລັດຖະທູດ ລາວ, ທ່ານປະທານປະເທດ ຫວໍວັນເຖືອງ ຊົມເຊີຍທ່ານນາງ ຄໍາເພົາ ເອີນທະວັນ ໄດ້ຮັບແຕ່ງຕັ້ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈຳຫວຽດນາມ. ທ່ານປະທານປະເທດ ເຊື່ອໝັ້ນວ່າ ດ້ວຍຄວາມຮັກແພງ ແລະ ຄວາມສະໜິດສະໜົມທີ່ມີຕໍ່ປະເທດ ແລະ ປະຊາຊົນ ຫວຽດນາມ, ທ່ານນາງເອກອັກຄະລັດຖະທູດ ຄໍາເພົາ ເອີນທະວັນ ຈະປະຕິບັດສຳເລັດໜ້າທີ່ການທູດຂອງຕົນ; ປະກອບສ່ວນສຳຄັນເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານຫວຽດນາມ - ລາວ.

ປະທານປະເທດຫວຽດນາມ ຕ້ອນຮັບເອກອັກຄະລັດຖະທູດ ເວເນຊູເອລາ ແລະ ລາວ ເຂົ້າຍື່ນສານຕາຕັ້ງ

ທ່ານ ຫວໍວັນເຖືອງ ປະທານປະເທດຫວຽດນາມ ຕ້ອນຮັບ ທ່ານນາງຄໍາເພົາ ເອີນທະວັນ ເອກອັກຄະລັດຖະທູດລາວ ເຂົ້າຍື່ນສານຕາຕັ້ງ. ພາບ: TTXVN

ທ່ານນາງເອກອັກຄະລັດຖະທູດ ຄໍາເພົາ ເອີນທະວັນ ສະແດງຄວາມເປັນກຽດທີ່ໄດ້ຮັບແຕ່ງຕັ້ງເປັນເອກອັກຄະລັດຖະທູດ ລາວ ປະຈຳຫວຽດນາມ. ທ່ານນາງ ຢືນຢັນວ່າ ຈະເຮັດຈົນສຸດຄວາມສາມາດຂອງຕົນ ເພື່ອແນໃສ່ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ ແລະລາວ ໃຫ້ນັບມື້ນັບພັດທະນາຢ່າງຮອບດ້ານ ແລະ ມີປະສິດທິຜົນໃນອະນາຄົດ.

ທ່ານປະທານປະເທດ ຫວໍວັນເຖືອງ ຢືນຢັນວ່າ: ສາຍພົວພັນ ຫວຽດນາມ - ລາວ ແມ່ນສາຍພົວພັນພິເສດທິສຸດດ້ວຍນໍ້າໃຈມິດຕະພາບ ແລະຄວາມສາມັກຄີອັນຍິ່ງໃຫຍ່ ໂດຍການນຳຂັ້ນສູງຂອງສອງປະເທດສ້າງພື້ນຖານ, ທູ່ນເທເຫື່ອແຮງ ເພີ່ມພູນຄຸນສ້າງ, ກາຍເປັນຊັບສົມບັດລວມອັນລ້ຳຄ່າຂອງປະຊາຊົນສອງປະເທດ. ຫວນຄືນຄວາມປະທັບໃຈໃນການຢ້ຽມຢາມ ສປປ ລາວ ເມື່ອເດືອນ ເມສາ 2023, ທ່ານປະທານປະເທດ ຫວໍວັນເຖືອງ ເນັ້ນໜັກວ່າ ດ້ວຍບັນດາການກະທຳຂອງຕົນ, ສອງຝ່າຍຈະມານະ ພະຍາຍາມເຮັດໃຫ້ນໍ້າໃຈມິດຕະພາບອັນຍິ່ງໃຫຍ່, ການພົວພັນຮ່ວມມື ຮອບດ້ານລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ເລິກເຊິ່ງຂຶ້ນຕື່ມ.

ທ່ານນາງເອກອັກຄະລັດຖະທູດ ຄໍາເພົາ ເອີນທະວັນ ໄດ້ຮັບໜ້າທີ່ການທູກໃນທ້າຍປີ 2023, ແມ່ນໄລຍະພິເສດ ດ້ວຍຫຼາຍເຫດການສຳຄັນທີ່ຈະຈັດຂຶ້ນຢູ່ຫວຽດນາມ ແລະ ລາວ, ທ່ານປະທານປະເທດ ເນັ້ນໜັກວ່າ: ປີ 2024 ແມ່ນມີຄວາມໝາຍພິເສດທີ່ສຸດ ຕໍ່ລັດຖະບານ ແລະປະຊາຊົນລາວ ອ້າຍນ້ອງ ດ້ວຍບົດບາດເປັນປະທານອາຊຽນ/AIPA; ພ້ອມກັນນັ້ນ, ທ່ານຢືນຢັນວ່າ ບັນດາອົງການທີ່ກ່ຽວຂ້ອງຂອງຫວຽດນາມ ຈະຕັ້ງໜ້າໜູນຊ່ວຍ ແລະສົມທົບກັນຢ່າງແໜ້ນແຟ້ນເພື່ອໃຫ້ທ່ານນາງເອກອັກຄະລັດຖະທູດປະຕິບັດສໍາເລັດໜ້າທີ່ການທູດຂອງຕົນຢ່າງຈົບງາມ.

ທີ່ກາານຕ້ອນຮັບທ່ານເອກອັກຄະລັດຖະທູດເວເນຊູເອລາ Juan Carlos Fernandes Juarez , ທ່ານປະທານປະເທດ ຫວໍວັນເຖືອງ ໄດ້ອວຍພອນ ທ່ານເອກອັກຄະລັດຖະທູດ ທີ່ມາຮັບໜ້າທີ່ການທູດຢູ່ ຫວຽດນາມ; ທ່ານເຊື່ອໝັ້ນວ່າ, ໃນອາຍຸການຂອງທ່ານເອກອັກຄະລັດຖະທູດ, ການພົວພັນຮ່ວມມື ຫວຽດນາມ - ເວເນຊູເອລາ ຈະບັນລຸໄດ້ບັນດາຜົນງານໃໝ່ຫຼາຍຢ່າງ. ທ່ານປະທານປະເທດ ຢືນຢັນວ່າ ບັນດາອົງການທີ່ກ່ຽວຂ້ອງຂອງຫວຽດນາມ ຈະຕັ້ງໜ້າໜູນຊ່ວຍ ເພື່ອໃຫ້ທ່ານເອກອັກຄະລັດຖະທູດ ປະຕິບັດສຳເລັດໜ້າທີ່; ປະກອບສ່ວນຊຸກຍູ້ການພົວພັນລະຫວ່າງສອງປະເທດ.

ທ່ານເອກອັກຄະລັດຖະທູດເວເນຊູເອລາ Juan Carlos Fernandes Juarez ໃຫ້ຮູ້ວ່າ: ຫວຽດນາມ ແລະ ເວເນຊູເອລາ ມີການພົວພັນມິດຕະພາບທີ່ເປັນມູນເຊື້ອ, ສະໜິດຕິດພັນ , ທ່ານເອກອັກຄະລັດຖະທູດ ເວເນຊູເອລາ ເຊື່ອໝັ້ນວ່າ ການພົວພັນລະຫວ່າງ 2 ປະເທດຈະພັດທະນາດີງາມກວ່າອີກໃນໄລຍະຈະມາເຖິງ.

ປະທານປະເທດຫວຽດນາມ ຕ້ອນຮັບເອກອັກຄະລັດຖະທູດ ເວເນຊູເອລາ ແລະ ລາວ ເຂົ້າຍື່ນສານຕາຕັ້ງ

ທ່ານ ຫວໍວັນເຖືອງ ປະທານປະເທດຫວຽດນາມ ຕ້ອນຮັບທ່ານເອກອັກຄະລັດຖະທູດເວເນຊູເອລາ Juan Carlos Fernandes Juarez . ພາບ: TTXVN

ທ່ານເອກອັກຄະລັດຖະທູດ ເວເນຊູເອລາ ໃຫ້ຮູ້ວ່າ: ມີຫຼາຍຄະນະຜູ້ແທນຈາກບັນດາກະຊວງ, ຂະແໜງການ ແລະວິສາຫະກິດຂອງຫວຽດນາມ ໄດ້ຢ້ຽມຢາມ ແລະຊອກຫາກາລະໂອກາດຮ່ວມມື ແລະ ລົງທຶນຢູ່ ເວເນຊູເອລາ , ພິເສດແມ່ນໃນຂົງເຂດພະລັງງານ. ທ່ານເອກອັກຄະລັດຖະທູດເຊື່ອໝັ້ນວ່າ ສອງ ຝ່າຍຈະສົ່ງເສີມ ການຮ່ວມມືໃນຂົງເຂດນີ້ຢ່າງແຮງ.

ທ່ານເອກອັກຄະລັດຖະທູດ Carlos Fernandes Juarez ເຫັນດີຕໍ່ ການຍົກສູງການພົວພັນຮ່ວມມືສອງຝ່າຍລະຫວ່າງ ຫວຽດນາມ ແລະ ເວເນຊູເອລາ ກວ່າອີກ; ພ້ອມທັງເຊື່ອໝັ້ນວ່າ ຄະນະກຳມະການລະຫວ່າງລັດຖະບານສອງປະເທດຈະຕັ້ງໜ້າ ສົມທົບກັນ ຜັນຂະຫຍາຍບັນດາມາດຕະການຊຸກຍູ້ການຮ່ວມມືກັບ ຫວຽດນາມຢ່າງມີປະສິດທິຜົນ, ພິເສດແມ່ນໃນຂົງເຂດການຄ້າ, ການເຊື່ອມຕໍ່ດ້ານການບິນ, ສາທາລະນະສຸກ, ເຕັກໂນໂລຢີ...

ທ່ານປະທານປະເທດ ສະເໜີໃຫ້ 2 ຝ່າຍເພີ່ມທະວີການພົບປະແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ທຸກຂັ້ນ; ສະແດງຄວາມຫວັງວ່າ ປະທານາທິບໍດີ ເວເນຊູເອລາ Nicolas Maduro ຈະມາຢ້ຽມຢາມຫວຽດນາມ ໂດຍໄວ. ຄະນະກຳມະການລະຫວ່າງລັດຖະບານສອງປະເທດຈະຜັນຂະຫຍາຍບັນດາມາດຕະການຊຸກຍູ້ການຮ່ວມມືສອງຝ່າຍໂດຍໄວ; ໂດຍສະເພາະແມ່ນການພົບປະແລກປ່ຽນ ແລະແກ້ໄຂຄວາມຫຍຸ້ງຍາກ ແລະ ຂໍ້ຕິດຂັດ, ຍູ້ແຮງການເຄື່ອນໄຫວຮ່ວມມື, ພິເສດແມ່ນດ້ານພະລັງງານ.

ທ່ານ​ປະທານ​ປະ​ເທດ ສະ​ເໜີ​ໃຫ້ 2 ຝ່າຍ​ເພີ່ມ​ທະວີ​ການພົບປະ​ແລກປ່ຽນ​ຄະນະ​ຜູ້​ແທນ​ຂັ້ນ​ສູງ ​ແລະ ທຸກ​ຂັ້ນ; ສະ​ແດງ​ຄວາມ​ຫວັງ​ວ່າ ປະ​ທາ​ນາ​ທິ​ບໍ​ດີ ເວ​ເນ​ຊູ​ເອ​ລາ Nicolas Maduro ຈະ​ມາ​ຢ້ຽມ​ຢາມ​ຫວຽດ​ນາມ ໂດຍ​ໄວ. ຄະນະ​ກຳມະການ​ລະຫວ່າງ​ລັດຖະບານ​ສອງ​ປະ​ເທດ​ຈະ​ຜັນ​ຂະຫຍາຍ​ບັນດາ​ມາດ​ຕະການ​ຊຸກຍູ້​ການ​ຮ່ວມ​ມື​ສອງ​ຝ່າຍ​ໂດຍ​ໄວ; ​ໂດຍ​ສະ​ເພາະ​ແມ່ນ​ການພົບປະ​ແລກປ່ຽນ ​ແລະແກ້ໄຂຄວາມ​ຫຍຸ້ງຍາກ ​ແລະ ຂໍ້ຕິດຂັດ, ຍູ້ແຮງ​ການ​ເຄື່ອນ​ໄຫວ​ຮ່ວມ​ມື, ພິ​ເສດ​ແມ່ນ​ດ້ານ​ພະລັງງານ.

ທ່ານ​ປະທານ​ປະ​ເທດ ​ເຊື່ອ​ໝັ້ນ​ວ່າ ​ໃນອາຍຸການປະຕິບັດງານຂອງຕົນ, ທ່ານ​ເອກ​ອັກຄະ​ລັດຖະທູດ Juan Carlos Fernandes Juarez ຈະ​ຍູ້ແຮງ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ລັດ ​ແລະປະຊາຊົນສອງປະເທດ ຫວຽດນາມ ​ແລະ ເວ​ເນ​ຊູ​ເອລາ.

ບູນມີ

ເຫດການ
302 Found

Found

The document has moved here.