ຫວຽດນາມ - ລາວ ເພີ່ມທະວີການຮ່ວມມືໃນຂົງເຂດດ້ານຖະແຫຼງຂ່າວ ແລະ ການສື່ສານ

14:46 | 09/11/2023

ຍສໝ - ແຕ່​ວັນ​ທີ 11 – 15 ພະຈິກ​, ຢູ່​ນະຄອນ ​ເຫວ້ (ແຂວງເທື່ອທຽນ – ​ເຫ້ວ), ກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ການສື່ສານ ຫວຽດນາມ ​ແລະ ຄະນະ​ກຳມະການ​ປະຊາຊົນ​ແຂວງ ເທື່ອທຽນ – ​ເຫວ້ ຈະ​ຈັດ​ລາຍການວັນບຸນໄມຕີຈິດມິດຕະພາບ​ພິ​ເສດ ຫວຽດນາມ - ລາວ ປີ 2023. ວັນບຸນມີ​ຫົວ​ຂໍ້​ວ່າ “ການຖະແຫຼງ​ຂ່າວ ແລະ ​ການສື່​ສານ, ຈຸດພົ້ນເດັ່ນໃນ​າກນພົວພັນຮ່ວມ​ມື ​ຫວຽດ​ນາມ - ລາວ”.

ຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ຕ້ອນຮັບລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ສື່ສານ ລາວ ຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ຕ້ອນຮັບລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ສື່ສານ ລາວ
ສິ້ນສຸດກອງປະຊຸມລັດຖະມົນຕີເຕັກໂນໂລຢີ ຂໍ້ມູນຂ່າວສານ ແລະ ການສື່ສານ ອາຊຽນ ຄັ້ງທີ 19 ສິ້ນສຸດກອງປະຊຸມລັດຖະມົນຕີເຕັກໂນໂລຢີ ຂໍ້ມູນຂ່າວສານ ແລະ ການສື່ສານ ອາຊຽນ ຄັ້ງທີ 19

ນີ້​ແມ່ນ​ຄັ້ງ​ທີ 3 ທີ່​ໂຄງການ​ໄດ້​ຮັບ​ການ​ຈັດ​ຕັ້ງ, ດ້ວຍ​ຄວາມ​ປາດ​ຖະໜາ​ໂຄວະນາພາບພົດ​​ຫວຽດນາມ ໃນການປ່ຽນແປງໃໝ່ ​ແລະ ພັດທະນາ​​; ຜ່ານ​ນັ້ນ, ກໍ່​ເພີ່ມ​ທະວີ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ຫວຽດນາມ - ລາວ.

ຫວຽດນາມ - ລາວ ເພີ່ມທະວີການຮ່ວມມືໃນຂົງເຂດດ້ານຖະແຫຼງຂ່າວ ແລະ ການສື່ສານ
ວັນບຸນໄມຕີຈິດມິດຕະພາບ​ພິ​ເສດ ຫວຽດນາມ - ລາວ ປີ 2023 ຈະຈັດຢູ່ເທື່ອທຽນ – ​ເຫວ້

ປີ​ນີ້, ຄະນະ​ຈັດ​ຕັ້ງລາຍການ​ໄດ້ຍູ້​ແຮງການ​ເຄື່ອນ​ໄຫວ​ຂ່າວ​ຕ່າງປະ​ເທດ​ກວ່າ​ອີກ ດ້ວຍ 3 ​ເສົາ​ຄ້ຳ​ຄື: ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນຂົງເຂດດ້ານການຖະແຫຼງ​ຂ່າວ ​ແລະ ການສື່ສານ ຫວຽດນາມ - ລາວ; ​ເພີ່ມ​ທະວີ​ການ​ເຄື່ອນ​ໄຫວ​​ສົ່ງເສີມການລົງທຶນ, ການ​ຄ້າ ​ແລະ ການ​ທ່ອງ​ທ່ຽວ​ລະຫວ່າງ ຫວຽດນາມ - ລາວ ​ເວົ້າລວມ ​ແລະ ລະຫວ່າງ​ບັນດາ​ທ້ອງ​ຖິ່ນ​ທີ່​ມີ​ຊາຍ​ແດນ​ຮ່ວມ​ກັນ ເວົ້າ​ສະ​ເພາະ; ​ເພີ່ມ​ທະວີ​​ການ​ພົບ​ປະ​ແລກປ່ຽນ​ປະຊາຊົນ​ລະຫວ່າງ​ສອງ​ປະ​ເທດ, ພິ​ເສດ​ແມ່ນ​ປະຊາຊົນ​ຢູ່​ບັນດາ​ແຂວງ​ທີ່​ມີ​ຊາຍ​ແດນ​ຕິດກັນ.

​ໃນ​ລາຍການ​ຈະຈັດຫຼາຍ​ເຫດການ​ຄື: ງານ​ວາງສະ​ແດງ​ຮູບ​ພາບ​ດ້ວຍ 4 ຫົວ​ຂໍ້​ຄື: ປະຫວັດສາດ 61 ປີ​ແຫ່ງ​ວັນ​ສ້າງຕັ້ງສາ​ຍພົວພັນ​ມິດຕະພາບ​ພິ​ເສດ​ ຫວຽດນາມ - ລາວ; ຫວຽດນາມ ​ແລະ ລາວ ບົນ​ເສັ້ນທາງ​ພັດທະນາ; ບັນດາ​ຜົນງານ​ທີ່ໂດດເດ່ັນໃນ​ການ​ຮ່ວມ​ມື​ ຫວຽດນາມ - ລາວ ​ໃນ​ຂົງ​ເຂດຖະແຫຼງ​ຂ່າວ ​ແລະ ການສື່ສານ; ເທື່ວ​ທຽນ -​ ເຫວ້ ຮ່ວມເດີນທາງ​ພ້ອມ​ກັບ​ການ​ພັດທະນາ​ຂອງ​ປະ​ເທດຊາດ.

ງານຕະຫຼາດນັດ - ງານ​ວາງສະ​ແດງ​​ມີ 50 ກວ່າ​ຮ້ານວາງສະແດງຜະລິດຕະພັນການພິມຂໍ້​ມູນ​ຂ່າວສານ, ລາຍການສື່​ສານດ້ວຍພາສາລາວ ​ເເລະ ລາຍການສື່ສານດ້ວຍພາສາ​ລາວ. ນອກ​ນີ້, ຍັງ​ມີ​ການຮ່ວມເດີນທາງຂອງບັນດາວິສາຫະກິດ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານ ​ແລະ ​ໂທລະ​ຄົມ, ບັນດາ​ວິ​ສາ​ຫະກິດ​ເຄື່ອນໄຫວໃນ​ຂົງ​ເຂດ​ການທ່ອງທ່ຽວ, ການ​ຄ້າ... ດ້ວຍ​ບັນດາ​ຜະລິດ​ຕະພັນ OCOP (​ໜຶ່ງຕາແສງ ໜຶ່ງ​ຜະ​ລິດ​ຕະ​ພັນ - PV) ທີ່ເປັນເອກະລັກພິເສດ​ຂອງ​ເຫວ້ ເເລະ ບັນດາ​ແຂວງ, ນະຄອນ ທາງພາກກາງ.

ນອກຈາກ​ບັນດາ​ເຫດການ​ພິ​ເສດ​ແລ້ວ, ຍັງ​ຈະ​ມີ​ບັນດາ​ການ​ເຄື່ອນ​ໄຫວ​ພົບ​ປະ​ແລກປ່ຽນ​ວັດທະນະທຳ, ສິລະ​ປະ​ລະຫວ່າງ​ປະຊາຊົນ​ ຫວຽດນາມ - ລາວ, ພິ​ເສດ​ແມ່ນ​ລະຫວ່າງ​ປະຊາຊົນ​ບັນດາ​ເຜົ່າ​ແຂວງ ​ເທື່ອ​ທຽນ - ​ເຫວ້ ​ແລະ ສອງ​ແຂວງຂອງ​ລາວ ຄືແຂວງ​ສາລະ​ວັນ ​ແລະ ​ເຊ​ກອງ; ລະຫວ່າງ​ນັກ​ສຶກສາ​ຫວຽດນາມ ​ແລະ ນັກ​ສຶກສາ​ລາວ​ ທີ່​ດຳລົງ​ຊີວິດ ​ແລະ ຮ່ຳຮຽນ​ຢູ່ ​ເຫວ້.

ດີງເລື້ອງ

302 Found

Found

The document has moved here.