ຕອນເຊົ້າວັນທີ 11 ພະຈິກ, ຢູ່ນະຄອນເຫວ້, ໄດ້ດຳເນີນພິທີລົງນາມໃນບົດບັນທຶກຊ່ວຍຈໍາວ່າດ້ວຍການຮ່ວມມືດ້ານຖະແຫຼງຂ່າວລະຫວ່າງກົມຖະແຫຼງຂ່າວການຕ່າງປະເທດ, ກະຊວງຖະແຫຼງຂ່າວ ແລະສື່ສານ ຫວຽດນາມ ກັບກົມສື່ສານມວນຊົນ, ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະທ່ອງທ່ຽວ ລາວ.
ເພື່ອແນໃສ່ຜັນຂະຫຍາຍບົດບັນທຶກຊ່ວຍຈໍາກ່ຽວກັບແຜນການຮ່ວມມືດ້ານຖະແຫຼງຂ່າວ ໄລຍະ 2021-2025 ລະຫວ່າງກະຊວງຖະແຫຼງຂ່າວ ແລະສື່ສານ ຫວຽດນາມ ກັບກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະທ່ອງທ່ຽວ ລາວ ໃນວັນທີ 28 ມິຖຸນາ ປີ 2021. ສັງເກດເຫັນວ່າ, ວຽກງານຖະແຫຼງຂ່າວການຕ່າງປະເທດ ແມ່ນໜຶ່ງໃນບັນດາປັດໄຈສຳຄັນສຳລັບວຽກງານການພົວພັນຕ່າງປະເທດຂອງແຕ່ລະປະເທດ, ແມ່ນຂົວເຊື່ອມຕໍ່ເພື່ອເປີດກວ້າງການພົບປະແລກປ່ຽນປະຊາຊົນລະຫວ່າງສອງປະເທດ, ເພີ່ມທະວີຄວາມເຂົ້າໃຈລະຫວ່າງປະຊາຊົນສອງປະເທດ ເວົ້າສະເພາະ ແລະເພີ່ມທະວີຄວາມສາມາດເຂົ້າເຖິງຂໍ້ມູນຂ່າວສານຂອງເພື່ອນມິດສາກົນກ່ຽວກັບແຕ່ລະປະເທດ ເວົ້າລວມ, ເພີ່ມທະວີການໂຄສະນາພາບພົດຫວຽດນາມ ແລະລາວ ອອກສູ່ໂລກ.
![]() |
| ຫວຽດນາມ-ລາວ ລົງນາມໃນບົດບັນທຶກຊ່ວຍຈໍາວ່າດ້ວຍການຮ່ວມມືດ້ານຖະແຫຼງຂ່າວ. ພາບ: vov.vn |
ທ່ານ ຫງວຽນວັນທວັດ ຮອງຫົວໜ້າກົມຖະແຫຼງຂ່າວການຕ່າງປະເທດ (ຫວຽດນາມ) ໃຫ້ຮູ້ວ່າ “ນີ້ແມ່ນເອກະສານແນໃສ່ສ້າງເງື່ອນໄຂໃຫ້ວົງການສື່ສານຂອງສອງປະເທດມີຫຼາຍເງື່ອນໄຂແລກປ່ຽນ, ຮ່ວມມືກັນໃນໄລຍະຈະມາເຖິງ, ນັບທັງໃນຂົງເຂດຫັນເປັນດີຈີຕອນ, ແລກປ່ຽນ, ໜູນຊ່ວຍກ່ຽວກັບການເຮັດວຽກການຂ່າວ… ກະຊວງຖະແຫຼງຂ່າວ ແລະສື່ສານ ຫວຽດນາມ ໄດ້ເຫັນດີເປັນເອກະພາບກັບກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວລາວ ສ້າງເງື່ອນໄຂແລກປ່ຽນບົດຮຽນລະຫວ່າງສອງປະເທດໃນໄລຍະຈະມາເຖິງ. ໃນນັ້ນຈະມີ 3 ການເຄື່ອນໄຫວຕົ້ນຕໍ, ຄື: ສົມທົບກັນແກ້ໄຂຂ່າວປອມ, ທີສອງແມ່ນຫັນເປັນດີຈີຕອນໃນສື່ມວນຊົນ ແລະທີສາມແມ່ນສົມທົບກັນເພື່ອໂຄສະນາພາບພົດກ່ຽວກັບປະເທດຊາດ, ປະຊາຊົນດ້ວຍລະບົບດີຈີຕອນ”.
ສ່ວນທ່ານ ໂພສີ ແກ້ວມະນີວົງ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະທ່ອງທ່ຽວ ລາວ ຕີລາຄາວ່າ ນີ້ແມ່ນເອກະສານສຳຄັນ, ເພາະວ່າເນື້ອໃນຂອງບົດບັນທຶກຊ່ວຍຈໍາທີ່ຈະຊ່ວຍລາວ ພັດທະນາ, ຝິກຝົນທັກສະ, ຄວາມຮູ້ໃຫ້ນັກຂ່າວ, ສື່ມວນຊົນລາວ ໃນປີລາວ ເປັນປະທານອາຊຽນ 2024. ພິເສດ, ພວກຂ້າພະເຈົ້າ ຕ້ອງການຍົກສູງຄວາມຮູ້, ທັກສະຫຼາຍທີ່ສຸດເພື່ອໃຊ້ເຂົ້າໃນການແກ້ໄຂຂ່າວປອມ, ຂ່າວທີ່ບໍ່ດີ ເພື່ອໃຫ້ປະຊາຊົນມີຄວາມເຊື່ອໝັ້ນຕໍ່ຂ່າວໃນລະບົບດີຈີຕອນ.
ບູນມີ
ຂ່າວທີ່ກ່ຽວຂ້ອງ
10 ປີແຫ່ງການເຜີຍແຜ່ມິດຕະພາບລະຫວ່າງ ຫວຽດນາມ - ລາວ ຈາກ ໂຮງຮຽນມິດຕະພາບ 80
ທ່ານເລຂາທິການໃຫຍ່, ປະທານປະເທດລາວ ພ້ອມດ້ວຍພັນລະຍາ ໄດ້ໄປຢ້ຽມຢາມສຸສານປະທານໂຮ່ຈີມິນ
ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ ນຳຫວຽດນາມພັດທະນາຢ່າງວ່ອງໄວ ແລະ ຍືນຍົງກ່ວາອີກ
ທ່ານອາດຈະມັກ
ແນະນຳຮີດຄອງປະເພນີຂອງຊາວຫວຽດນາມໃຫ້ນັກຂ່າວສາກົນ
ສ້າງເງື່ອນໄຂທີ່ເອື້ອອຳນວຍໃຫ້ແກ່ສື່ມວນຊົນສາກົນໃນການລາຍງານຂ່າວກ່ຽວກັບກອງປະຊຸມໃຫຍ່ຄັ້ງທີ XIV ຢ່າງຄົບຖ້ວນ ແລະ ເປັນກາງ
ຊຸກຍູ້ໃຫ້ບັນດາອົງການການເງິນສາກົນທີ່ມີຊື່ສຽງສົ່ງເສີມການຮ່ວມມື ແລະ ການລົງທຶນໃນຫວຽດນາມ
ເອກອັກຄະລັດຖະທູດລາວປະຈຳຫວຽດນາມ: ໝັ້ນໃຈວ່າກອງປະຊຸມໃຫຍ່ຄັ້ງ XIV ຈະນຳພາຫວຽດນາມເຂົ້າສູ່ໄລຍະແຫ່ງການພັດທະນາຢ່າງວ່ອງໄວ ແລະ ຍືນຍົງ
ທ່ານເລຂາທິການໃຫຍ່, ປະທານປະເທດລາວ ສະແດງຄວາມໝັ້ນໃຈວ່າ ຫວຽດນາມ ຈະຈັດກອງປະຊຸມໃຫຍ່ຄັ້ງ XIV ໃຫ້ສຳເລັດຜົນ.
