ລາຍເຈົາ ມຸ່ງໄປເຖິງຕະຫຼາດແຂກທ່ອງທ່ຽວລາວ ແລະຈີນ

14:56 | 09/11/2023

ລາຍເຈົາ ມຸ່ງໄປເຖິງຕະຫຼາດແຂກທ່ອງທ່ຽວລາວ ແລະຈີນ

ແຂວງ ລາຍເຈົາ ສົ່ງເສີມຜະລິດຕະພັນຊາເຂົ້າຕະຫຼາດ ຕາເວັນອອກກາງ, ອາຟຣີກາເໜືອ ແລະ ອາຊີໃຕ້ ແຂວງ ລາຍເຈົາ ສົ່ງເສີມຜະລິດຕະພັນຊາເຂົ້າຕະຫຼາດ ຕາເວັນອອກກາງ, ອາຟຣີກາເໜືອ ແລະ ອາຊີໃຕ້
ລາວ ຢາກເປີດເຂດເສດຖະກິດພິເສດທີ່ມີຊາຍແດນຕິດກັບຫວຽດນາມ ແລະຈີນ ລາວ ຢາກເປີດເຂດເສດຖະກິດພິເສດທີ່ມີຊາຍແດນຕິດກັບຫວຽດນາມ ແລະຈີນ

ວັນທີ 5 ພະຈິກ, ທີ່ແຂວງລາຍເຈົາ ໄດ້ດໍາເນີນກອງປະຊຸມໂອ້ລົມສົນທະນາ ເພື່ອຕີລາຄາຜະລິດຕະພັນທ່ອງທ່ຽວລາຍເຈົາ, ມຸ່ງໄປເຖິງຕະຫຼາດນັກທ່ອງທ່ຽວລາວ ແລະຈີນ.

ທີ່ກອງປະຊຸມໂອ້ລົມສົນທະນາ, ບັນດາວິສາຫະກິດທ່ອງທ່ຽວ, ອົງການສື່ມວນຊົນໃນທົ່ວປະເທດ ແລະບັນດາວິສາຫະກິດການທ່ອງທ່ຽວຢູ່ 3 ແຂວງພາກເໜືອຂອງລາວ, ຄື: ແຂວງຜົ້ງສາລີ, ອຸດົມໄຊ ແລະຫຼວງພະບາງ; ບັນດາວິສາຫະກິດດໍາເນີນທຸລະກິດບໍລິການທ່ອງທ່ຽວຢູ່ honghezhou, ແຂວງຢຸນນານ, ຈີນ ລ້ວນແຕ່ຕີລາຄາສູງຕໍ່ຄວາມສາມາດບົ່ມຊ້ອນດ້ານການທ່ອງທ່ຽວຂອງແຂວງລາຍເຈົາ.

ລາຍເຈົາ ມຸ່ງໄປເຖິງຕະຫຼາດແຂກທ່ອງທ່ຽວລາວ ແລະຈີນ

ວັດທະນະທໍາຂອງຊົນເຜົ່າຕ່າງໆແມ່ນຜະລິດຕະພັນການທ່ອງທ່ຽວທີ່ເປັນເອກະລັກສະເພາະຂອງແຂວງລາຍເຈົາ. ພາບ: vov.vn

ທ່ານ ໂຕ໊ງແທງຫາຍ, ຮອງປະທານຜູ້ປະຈຳການຄະນະກໍາມະການປະຊາຊົນແຂວງລາຍເຈົາ ເນັ້ນໜັກວ່າ: ແຂວງລາຍເຈົາ ແມ່ນແຂວງທີ່ມີທິວທັດທຳມະຊາດເປັນເອກະລັກ, ໃຫຍ່ໂຕມະໂຫຖານ, ມີເສັ້ນທາງທີ່ມີຊື່ສຽງ, ມີຈອມພູສູງຕິດໃນທອັບພູສູງຂອງຫວຽດນາມ ແລະອາຊີຕາເວັນອອກສ່ຽງໃຕ້.

ປະຈຸບັນ, ທ້ອງຖິ່ນທີ່ມີສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຫຼາຍແຫ່ງ ແລະມີວັດທະນະທຳທີ່ອຸດົມສົມບູນ, ຫຼາຍຮູບຫຼາຍແບບຂອງ 20 ຊົນເຜົ່າທີ່ດຳລົງຊີວິດຢູ່ຮ່ວມກັນ. ແຂວງຍັງແມ່ນຂົວເຊື່ອມຕໍ່ລະຫວ່າງສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງ ຊາປາ ແລະດ້ຽນບຽນຝູ, ບ່ອນທີ່ມີປະຊາຊົນມີຄວາມສະໜິດສະໜົມກົມກຽວ, ເປັນມິດ ແລະຮັກແພງແຂກຄົນ.

ແຂວງລາຍເຈົາ ໃຫ້ຄຳໝັ້ນສັນຍາວ່າ ຍາມໃດກໍ່ຈະຮ່ວມເດີນທາງ, ສ້າງເງື່ອນໄຂສະດວກເພື່ອໜູນຊ່ວຍ ແລະແບ່ງປັນກັບບັນດາວິສາຫະກິດທ່ອງທ່ຽວ, ນັກທ່ອງທ່ຽວໃນວິວັດການຜັນຂະຫຍາຍ, ປະຕິບັດລາຍການທ່ອງທ່ຽວ ແລະບັນດາການເຄື່ອນໄຫວທ່ອງທ່ຽວຢູ່ທ້ອງຖິ່ນ.

ບົນພື້ນຖານຄວາມສາມາດບົ່ມຊ້ອນດ້ານການທ່ອງທ່ຽວຂອງທ້ອງຖິ່ນ, ຜູ້ຕາງໜ້າບັນດາວິສາຫະກິດທ່ອງທ່ຽວໄດ້ປຶກສາຫາລື, ໄຈ້ແຍກ, ຕີລາຄາກ່ຽວກັບຄວາມສາມາດບົ່ມຊ້ອນ, ທ່າແຮງດ້ານການທ່ອງທ່ຽວ. ສະເໜີບັນດາບັນຫາທີ່ແຂວງລາຍເຈົາ ຄວນປັບປຸງ, ຄື: ວິທີການໂຄສະນາ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ,... ຈາກນັ້ນ, ກໍ່ສະເໜີວິທີປະຕິບັດທີ່ມີລັກສະນະເປັນໄປໄດ້ສູງ, ນຳເອົາປະສິດທິຜົນທີ່ແທດຈິງມາໃຫ້ທ້ອງຖິ່ນ.

ບູນມີ

ເຫດການ
302 Found

Found

The document has moved here.