ຫົວໜ້າກົມພິທີການແຫ່ງລັດ ຕ້ອນຮັບທ່ານເອກອັກຄະລັດຖະທູດລາວ ປະຈຳຫວຽດນາມ ມອບສຳເນົາໃບມອບສິດ

00:00 | 09/11/2023

ຍສໝ - ຕອນ​ບ່າຍ​ວັນ​ທີ 8 ພະຈີກ, ຢູ່​ຮ່າ​ໂນ້ຍ, ທ່ານ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ຫວຽດ​ຢຸງ, ຫົວໜ້າ​ກົມ​ພິທີ​ການ​ແຫ່ງ​ລັດ, ​ໄດ້ຮັບ​ສຳເນົາ​ໃບມອບສິດ​​ແຕ່ງ​ຕັ້ງ​ເອກ​ອັກ​ຄະ​ລັດ​ຖະ​ທູດ ສາທາລະນະ​ລັດ ປະຊາທິປະ​ໄຕ ລາວ ປະຈຳ ຫວຽດນາມ ທ່ານນາງ ຄຳເພົາ ເອີນທະວັນ.

ການນໍາແຂວງກວາງບິ່ງ ເຮັດວຽກກັບຄະນະຜູ້ແທນລາວ ແລະ ອົດສະຕາລີ ປະຈຳຫວຽດນາມ ການນໍາແຂວງກວາງບິ່ງ ເຮັດວຽກກັບຄະນະຜູ້ແທນລາວ ແລະ ອົດສະຕາລີ ປະຈຳຫວຽດນາມ
ຄະນະໂຄສະນາສຶກສາສູນກາງພັກກອມມູນິດ​ຫວຽດນາມ ໄດ້ໄປຢ້ຽມຢາມ ແລະ ອວຍພອນບຸນປີໃໝ່ລາວ ຢູ່ສະຖານທູດລາວ ປະຈຳຫວຽດນາມ ຄະນະໂຄສະນາສຶກສາສູນກາງພັກກອມມູນິດ​ຫວຽດນາມ ໄດ້ໄປຢ້ຽມຢາມ ແລະ ອວຍພອນບຸນປີໃໝ່ລາວ ຢູ່ສະຖານທູດລາວ ປະຈຳຫວຽດນາມ

ທີ່​ການ​ຕ້ອນຮັບ, ທ່ານ​ຫົວໜ້າ​ກົມ​ພິທີການ​ແຫ່ງ​ລັດ ຫງວຽນ​ຫວຽດ​ຢຸງ ​ໄດ້​ສະແດງຄວາມຊົມ​ເຊີຍ​ທ່ານ​ນາງ ຄຳເພົາ ເອີນທະວັນ ທີ່​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ເປັນ​ເອກ​ອັກຄະ​ລັດຖະທູດ ລາວ ປະຈຳ ຫວຽດນາມ; ຫວັງ​ວ່າ​ທ່ານ​ເອກ​ອັກຄະ​ລັດຖະທູດ​ທີ່ເຕັມໄປດ້ວຍປະສົບ​ການ​ດ້ານ​ການ​ທູດ ຈະ​ປະກອບສ່ວນ​ຊຸກຍູ້ ​ແລະ ຮັດ​ແໜ້ນ​ສາຍ​ພົວພັນ​ມິດຕະພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ ຫວຽດນາມ - ລາວ.

ຫົວໜ້າກົມພິທີການແຫ່ງລັດ ຕ້ອນຮັບທ່ານເອກອັກຄະລັດຖະທູດລາວ ປະຈຳຫວຽດນາມ ມອບສຳເນົາໃບມອບສິດ
ທ່ານ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ຫວຽດ​ຢຸງ, ຫົວໜ້າ​ກົມ​ພິທີ​ການ​ແຫ່ງ​ລັດ, ​ຮັບສຳເນົາ​ໃບມອບສິດ​​ແຕ່ງ​ຕັ້ງ​ເອກ​ອັກ​ຄະ​ລັດ​ຖະ​ທູດ ສາທາລະນະ​ລັດ ປະຊາທິປະ​ໄຕ ລາວ ຄຳພາວ ເອນທະວັນ ປະຈຳ ຫວຽດນາມ

ໂດຍສະແດງຄວາມ​ຂອບ​ໃຈ​ທ່ານ​ຫົວໜ້າກົມ ຫງວຽນ​ຫວຽດ​ຢຸງ ທີ່​ສະ​ຫຼະ​ເວ​ລາ​ໃຫ້​ການ​ຕ້ອນ​ຮັບ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ນາງ ຄຳເພົາ ເອີນທະວັນ ຢືນ​ຢັນ​ຈະພະຍາຍາມຈົນສຸດຄວາມສາມາດ​ຂອງ​ຕົນ​ເພື່ອ​ຊຸກ​ຍູ້​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ ຫວຽດ​ນາມ ແລະ ລາວ ໃຫ້​ນັບ​ມື້​ນັບ​ພັດ​ທະ​ນາ​ຢ່າງແທດ​ຈິງ ແລະ ມີ​ປະ​ສິດ​ທິ​ຜົນ.

ທ່ານ​ເອກ​ອັກຄະ​ລັດຖະທູດ ຫງວຽນຫວຽດຢຸງ ຢືນຢັນ​ວ່າ: ກະຊວງ​ການ​ຕ່າງປະ​ເທດ, ກົມ​ພິທີການ​ແຫ່ງ​ລັດ ​ແລະ ບັນດາ​ຫົວໜ່ວຍທີ່​ກ່ຽວຂ້ອງ​ຂອງ​ກະຊວງ​ຍາມ​ໃດ​ກໍ່​ກຽມພ້ອມ​ທີ່​ຈະ​ຮ່ວມ​ມື, ສົມທົບ​ກັນ​ສ້າງ​ທຸກ​ເງື່ອນ​ໄຂ​ເພື່ອ​ໃຫ້​ທ່ານ​ເອກ​ອັກຄະ​ລັດຖະທູດ​ ສຳ​ເລັດວາລະເຮັດວຽກ​​ຢູ່​ ຫວຽດນາມ ​ຢ່າງຈົບງາມ.

ດີງເລື້ອງ

302 Found

Found

The document has moved here.