ຊຸກຍູ້ການຮ່ວມມືລັດຖະສະພາ, ປັບປຸງການພົວພັນມິດຕະພາບ ກໍາປູເຈຍ-ລາວ-ຫວຽດນາມ

09:50 | 13/11/2023

ຊຸກຍູ້ການຮ່ວມມືລັດຖະສະພາ, ປັບປຸງການພົວພັນມິດຕະພາບ ກໍາປູເຈຍ-ລາວ-ຫວຽດນາມ

ຮັບປະກັນຜົນສໍາເລັດໃຫ້ການພົບປະແລກປ່ຽນມິດຕະພາບດ້ານປ້ອງກັນຊາຍແດນ ຫວຽດນາມ - ລາວ - ກໍາປູເຈຍ ຮັບປະກັນຜົນສໍາເລັດໃຫ້ການພົບປະແລກປ່ຽນມິດຕະພາບດ້ານປ້ອງກັນຊາຍແດນ ຫວຽດນາມ - ລາວ - ກໍາປູເຈຍ
ຫວຽດນາມ - ກໍາປູເຈຍ: ການພົວພັນຮ່ວມມືດ້ານປ້ອງກັນຊາດຍັງໄດ້ຮັບການຮັກສາເປັນປົກກະຕິ ແລະບັນລຸໝາກຜົນທີ່ຕັ້ງໜ້າ ຫວຽດນາມ - ກໍາປູເຈຍ: ການພົວພັນຮ່ວມມືດ້ານປ້ອງກັນຊາດຍັງໄດ້ຮັບການຮັກສາເປັນປົກກະຕິ ແລະບັນລຸໝາກຜົນທີ່ຕັ້ງໜ້າ

ຕອນເຊົ້າວັນທີ 8 ພະຈິກ, ຢູ່ຮ່າໂນ້ຍ, ທ່ານ ຫວູຫາຍຮ່າ ປະທານກໍາມາທິການການຕ່າງປະເທດຂອງສະພາແຫ່ງຊາດຫວຽດນາມ ໄດ້ເປັນປະທານກອງປະຊຸມທາງອອນລາຍກັບກໍາມາທິການການຕ່າງປະເທດຂອງສະພາແຫ່ງຊາດລາວ ແລະສະພາແຫ່ງຊາດກໍາປູເຈຍ.

ກອງປະຊຸມແນໃສ່ປຶກສາຫາລືກ່ຽວກັບວຽກງານກະກຽມໃຫ້ກອງປະຊຸມສຸດຍອດສະພາແຫ່ງຊາດສາມປະເທດ ກໍາປູເຈຍ-ລາວ-ຫວຽດນາມ ຄັ້ງທີ 1, ຄາດວ່າຈະດໍາເນີນໃນເດືອນທັນວາຈະມາເຖິງຢູ່ນະຄອນຫຼວງວຽງຈັນ, ປະເທດລາວ.

ຊຸກຍູ້ການຮ່ວມມືລັດຖະສະພາ, ປັບປຸງການພົວພັນມິດຕະພາບ ກໍາປູເຈຍ-ລາວ-ຫວຽດນາມ

ບັນຍາກາດທີ່ກອງປະຊຸມ. ພາບ: daibieunhandan.vn

ທີ່ກອງປະຊຸມ, ກໍາມາທິການການຕ່າງປະເທດສາມປະເທດໄດ້ສຸມໃສ່ປຶກສາຫາລື, ໃຫ້ຄຳເຫັນກ່ຽວກັບຂັ້ນຕອນລະບຽບການ, ຮ່າງລາຍການຂອງກອງປະຊຸມ ແລະບັນດາການເຄື່ອນໄຫວໃນຂອບເຂດໂຄງການດໍາເນີນງານ. ຕາມນັ້ນແລ້ວ, ນອກຈາກວາລະເປີດ ແລະປິດກອງປະຊຸມແລ້ວ, ຄາດວ່າ ກອງປະຊຸມຈະດຳເນີນບັນດາວາລະປະຊຸມ, ຄື: ວາລະປະຊຸມກໍາມາທິການການຕ່າງປະເທດ ດ້ວຍຫົວຂໍ້ “ເພີ່ມທະວີບົດບາດຂອງສະພາແຫ່ງຊາດສາມປະເທດ ກໍາປູເຈຍ-ລາວ-ຫວຽດນາມ ໃນການຊຸກຍູ້ຮ່ວມມື, ຄູ່ຮ່ວມມື, ຄວາມສາມັກຄີ ແລະຄວາມວັດທະນາຖາວອນ”; ວາລະປະຊຸມກ່ຽວກັບບັນຫາປ້ອງກັນຊາດ, ປ້ອງກັນຄວາມສະຫງົບສຸມໃສ່ເພີ່ມທະວີບົດບາດຕິດຕາມກວດກາຂອງລັດຖະສະພາສາມປະເທດ ກໍາປູເຈຍ-ລາວ-ຫວຽດນາມ ສໍາລັບວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແນໃສ່ຮັບປະກັນສັນຕິພາບ ແລະສະຖຽນລະພາບ...

ກອງປະຊຸມສຸດຍອດສະພາແຫ່ງຊາດ ກໍາປູເຈຍ-ລາວ-ຫວຽດນາມ ໄດ້ຈັດຂຶ້ນເພື່ອແນໃສ່ເພີ່ມທະວີ, ປັບປຸງການພົວພັນມິດຕະພາບ, ຄວາມສາມັກຄີຢ່າງແໜ້ນແຟ້ນ ແລະການຮ່ວມມືຮອບດ້ານ, ຈຸດສຸມແມ່ນການພັດທະນາເສດຖະກິດ-ສັງຄົມ, ການຮ່ວມມືປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການພົບປະແລກປ່ຽນປະຊາຊົນເພື່ອການພັດທະນາແບບຍືນຍົງຂອງສາມປະເທດ ແລະພາກພື້ນ. ກອງປະຊຸມກໍ່ຊຸກຍູ້, ຕິດຕາມກວດກາການປະຕິບັດບັນດາຂໍ້ຕົກລົງ, ໂຄງການດໍາເນີນງານ ແລະບັນດາໂຄງການຮ່ວມມືທີ່ລັດຖະບານສາມປະເທດໄດ້ເຫັນດີເປັນເອກະພາບ ກໍ່ຄືບັນດາຂໍ້ຕົກລົງຫຼາຍຝ່າຍເຊິ່ງສາມປະເທດເປັນສະມາຊິກ.

ບູນມີ

ເຫດການ