ຍສໝ - ຫວ່າງມໍ່ໆມານີ້, ຢູ່ຫຼັກໝາຍຈຸດຕັດກັນຂອງເສັ້ນຊາຍແດນ 3 ປະເທດ ຫວຽດນາມ - ລາວ - ຈີນ, ສອງປ້ອມປ້ອງກັນຊາຍແດນ A Pa Chai ແລະ ແຊນເທື້ອງ (ກອງບັນຊາການທະຫານປ້ອງກັນຊາຍແດນແຂວງ ດ້ຽນບຽນ, ຫວຽດນາມ) ໄດ້ດຳເນີນກອງປະຊຸມພົບປະກັບ ກົມຕຳຫຼວດເມືອງ ຍອດອູ, ແຂວງ ຜົ້ງສາລີ (ລາວ) ແລະ ກອງຮ້ອຍຄຸ້ມຄອງຊາຍແດນ ຢ່າງແທງ, ແຂວງ ຢູນໜານ (ຈີນ).
ຍສໝ - ຕອນບ່າຍວັນທີ 5 ເມສາ, ຢູ່ຮ່າໂນ້ຍ, ຄະນະຜູ້ແທນສະມາຄົມມິດຕະພາບຫວຽດນາມ - ລາວ ໂດຍທ່ານ ຫງວຽນດັກວິງ, ກຳມະການສູນກາງພັກ, ປະທານຄະນະກຳມະການວັດທະນະທຳ ແລະ ການສຶກສາສະພາແຫ່ງຊາດ, ປະທານສະມາຄົມ ໄດ້ເຂົ້າຮ່ວມພິທີອວຍພອນ ສະຖານທູດລາວ ປະຈໍາ ຫວຽດນາມ ເນື່ອງໃນໂອກາດບຸນປີໃໝ່ລາວ ພສ 2567.
ຍສໝ - ກ່ຽວກັບທິດທາງການຮ່ວມມືໃນໄລຍະຈະມາເຖິງ, ທ່ານພົນໂທ ຮວ່າງຊວນຈ໊ຽນ ແລະທ່ານພົນໂທ ວົງຄຳ ພົມມະກອນ ໄດ້ເຫັນດີເປັນເອກະພາບນຳກັນວ່າ ສອງຝ່າຍຄວນສືບຕໍ່ມານະພະຍາຍາມຊຸກຍູ້ການຮ່ວມມືບົນພື້ນຖານບັນດາເອກະສານທີ່ໄດ້ລົງນາມ.
ຍສໝ - ສອງຝ່າຍເຫັນດີເປັນເອກະພາບຕໍ່ທິດທາງຮ່ວມມືໃນໄລຍະຈະມາເຖິງ, ສອງຝ່າຍສືບຕໍ່ຜັນຂະຫຍາຍກົນໄກຮ່ວມມືທີ່ມີຢູ່ແລ້ວລະຫວ່າງກໍາລັງປ້ອງກັນຄວາມສະຫງົບສອງປະເທດຢ່າງມີປະສິດທິຜົນ, ເປັນຕົ້ນແມ່ນລະຫວ່າງບັນດາກົມກອງວິຊາສະເພາະ ແລະຕໍາຫຼວດທ້ອງຖິ່ນຕິດກັບຊາຍແດນ...
ຍສໝ - “ເສັ້ນທາງທຸງຊາດ” ທີ່ມີລວງຍາວ 1,8 km ໂດຍໜັງສືພິມແຮງງານ, ຄະນະຊາວໜຸ່ມແຂວງ ແລະທະຫານຊາຍແດນແຂວງເທື່ອທຽນ-ເຫວ້ ໄດ້ເປີດນຳໃຊ້ຢູ່ເຂດຊາຍແດນ ຫວຽດນາມ-ລາວ ໃນລາຍການ “ເດືອນມີນາ ຢູ່ເຂດຊາຍແດນ”.
ຍສໝ - ໂດຍເນັ້ນໜັກເຖິງນໍ້າໃຈມິດຕະພາບແບບພິເສດ ຫວຽດນາມ-ລາວ ເຊິ່ງການນໍາສອງປະເທດໄດ້ເພີ່ມພູນຄູນສ້າງນັ້ນ, ທ່ານ ບຸ່ຍວັນເກື່ອງ ຊີ້ແຈ້ງວ່າ ພັກ, ລັດ ຫວຽດນາມ ຍາມໃດກໍເອົາໃຈໃສ່ເຖິງປະຊາຄົມຊາວຫວຽດນາມ ທີ່ພວມດໍາລົງຊີວິດ ແລະເຮັດວຽກຢູ່ຕ່າງປະເທດ, ໃນນັ້ນມີປະຊາຄົມຊາວຫວຽດນາມ ອາໄສຢູ່ ລາວ, ຖືນີ້ແມ່ນພາກສ່ວນທີ່ບໍ່ສາມາດຕັດແຍກອອກຈາກກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດໄດ້.
ຍສໝ - ກ່ຽວກັບແຜນການຮ່ວມມືໄລຍະ 2024-2026, ສອງຝ່າຍໄດ້ເຫັນດີເປັນເອກະພາບສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນໃນວຽກງານເປັນເສນາທິການ, ຮັບໃຊ້ການເຄື່ອນໄຫວຮ່ວມມືລະຫວ່າງສອງສະພາແຫ່ງຊາດ ນັບທັງສອງຝ່າຍ ແລະຫຼາຍຝ່າຍ; ສືບຕໍ່ຈັດຕັ້ງການແລກປ່ຽນຄະນະຜູ້ແທນ ແລະຄະນະນັກຊ່ຽວຊານລະຫວ່າງຫ້ອງວ່າການສະພາແຫ່ງຊາດຫວຽດນາມ ແລະຄະນະເລຂາທິການສະພາແຫ່ງຊາດລາວ; ...
ຍສໝ - ນີ້ແມ່ນເນື້ອໃນຂອງບັນດາຄຳເຫັນທີ່ກອງປະຊຸມ ແລະ ແລກປ່ຽນໃນການພົບປະຮັບຕ້ອນປີໃໝ່ 2024 ທີ່ຈັດຕັ້ງໂດຍການສົມທົບຂອງ ຄະນະກຳມະການຕິດຕໍ່ທົ່ວປະເທດ ບັນດານັກຮົບເກົ່າ ແລະ ນັກຊ່ຽວຊານການທະຫານຫວຽດນາມ ຊ່ວຍເຫຼືອການປະຕິວັດລາວ ກັບ ສະຖານທູດລາວ ປະຈຳ ຫວຽດນາມ ໃນວັນທີ 3 ມີນາ ຢູ່ ຮ່າໂນ້ຍ.
ຍສໝ - ໂຄງການລະບົບຊົນລະປະທານເມືອງໜອງບົກ ມີຄວາມໝາຍຫຼາຍຢ່າງຢູ່ປະເທດລາວ ເຊິ່ງລັດຖະບານຫວຽດນາມ ໄດ້ມອບໝາຍໃຫ້ຄະນະກຳມະການປະຊາຊົນແຂວງຮ່າຕິງ ເປັນເຈົ້າຂອງໂຄງການ.
ຍສໝ - ທີ່ການຕ້ອນຮັບ, ສະຫາຍ ຄຳພັນ ເຜີຍຍະວົງ ຮຽກຮ້ອງໃຫ້ໜັງສືພິມເຍິນເຢິນ ສືບຕໍ່ໜູນຊ່ວຍ ແລະຊ່ວຍເຫຼືອໜັງສືພິມປະຊາຊົນຂອງລາວ ໃນໄລຍະຈະມາເຖິງ, ໂດຍສະເພາະແມ່ນຫັນເວັບໄຊຂອງໜັງສືພິມປະຊາຊົນ ເປັນທັນສະໄໝໂດຍໄວ, ເພື່ອແນໃສ່ເພີ່ມທະວີປະສິດທິຜົນການໂຄສະນາເຜີຍແຜ່ ແລະຕອບສະໜອງຄວາມຮຽກຮ້ອງຕ້ອງການໃນໄລຍະໃໝ່.
ຍສໝ - ທີ່ກອງປະຊຸມ, ບັນດາຜູ້ແທນ, ຄະນະພະສົງ, ນັກຮຽນຮູ້, ນັກບວດຂອງສາມປະເທດ ຫວຽດນາມ - ລາວ - ກຳປູເຈຍ ໄດ້ແລກປ່ຽນ, ປຶກສາຫາລື ແລະ ຍົກໃຫ້ເຫັນບົດບາດຂອງພຸດທະສາສະໜາໃນການຊຸກຍູ້ສັນຕິພາບ, ຄວາມຖືກຕ້ອງປອງດອງ ແລະການປົກປັກຮັກສາສິ່ງແວດລ້ອມໃນພາກພື້ນ..
ຍສໝ - ໃນລາຍການມີຫຼາຍການເຄື່ອນໄຫວວັດທະນະທຳທີ່ຟົດຟື້ນມ່ວນຊື່ນ, ເຕັມໄປດ້ວຍຈຸດຄວາມງາມໃນຮີດຄອງປະເພນີຂອງປະຊາຊົນ ຢູ່ເຂດຊາຍແດນ, ຄື: ຫໍ່ເຂົ້າຕົ້ມ, ກໍ່ກອງໄຟຕັ້ງຄ້າຍ, ແຂ່ງຂັນກັນຕຳເຂົ້າໜົມໄຢ່, ລາຍການສະແດງສິລະປະ...
ຍສໝ - ໂດຍໄດ້ຮູ້ວ່າ ຕະຫຼາດຊາຍແດນ ນໍ້າກັ່ນ ໄດ້ຮັບການກໍ່ສ້າງມາແຕ່ດົນນານແລ້ວ, ສະແດງໃຫ້ເຫັນນໍ້າໃຈມິດຕະພາບລະຫວ່າງສອງປະເທດຫວຽດນາມ-ລາວ. ນອກຈາກການຊື້-ຂາຍສິນຄ້າ, ປະຊາຊົນ ແລະນັກທ່ອງທ່ຽວຫຼາຍຄົນຍັງມາຕະຫຼາດເພື່ອຢ້ຽມຢາມ ແລະຊອກຮູ້ວັດທະນະທຳ, ອາຫານການກິນຂອງປະຊາຊົນເຂດພູດອຍສອງປະເທດ.
ຍສໝ - ທີ່ກອງປະຊຸມ, ບັນດາກົມກອງໄດ້ເຫັນດີເປັນເອກະພາບສືບຕໍ່ຍູ້ແຮງວຽກງານໂຄສະນາ, ສຶກສາອົບຮົມ, ຍົກສູງສະຕິ, ຄວາມຮູ້ດ້ານກົດໝາຍໃຫ້ປະຊາຊົນຢູ່ເຂດຊາຍແດນ; ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ສະພາບການທີ່ກ່ຽວຂ້ອງເຖິງເສັ້ນຊາຍແດນ, ຫຼັກໝາຍຊາຍແດນ, ອາດຊະຍາກຳ, ຄວາມໝັ້ນຄົງຢູ່ຊາຍແດນແຫ່ງຊາດ, ບັນດາອົງການຕໍ່ຕ້ານທີ່ມີກົນອຸບາຍຕ້ານ ແລະທຳລາຍສອງຝ່າຍ.
ຍສໝ - ນີ້ແມ່ນການຢ້ຽມຢາມຫວຽດນາມ ຄັ້ງທຳອິດຂອງທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ນັບແຕ່ດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີ.
ຍສໝ - ຫົວໜ້າຄະນະຜູ້ແທນຊາຍແດນ 2 ຝ່າຍໄດ້ປຶກສາຫາລືຢ່າງເລິກເຊິ່ງ ແລະ ເຫັນດີເປັນເອກະພາບກ່ຽວກັບຄວາມຮັບຮູ້ຮ່ວມທີ່ສຳຄັນກ່ຽວກັບທິດທາງ, ໜ້າທີ່ຮ່ວມມືໃນປີ 2024.
ຍສໝ - ສະຫາຍຮອງປະທານສະພາແຫ່ງຊາດ ຫງວຽນຄັກດິ້ງ ໄດ້ເນັ້ນໜັກເຖິງການແລກປ່ຽນຄະນະຜູ້ແທນຂັ້ນສູງຢ່າງເປັນປະຈໍາ ແລະຈັດຕັ້ງຄະນະຜູ້ແທນແລກປ່ຽນບົດຮຽນ, ປະສົບການໃນການປະຕິບັດງານ, ກອງປະຊຸມສຳມະນາຫົວເລື່ອງສະເພາະ, ເຮັດວຽກໂດຍກົງລະຫວ່າງຄະນະກຳມາທິການ, ບັນດາອົງການຂອງສະພາແຫ່ງຊາດສອງປະເທດ ໄດ້ປະກອບສ່ວນ ນຳເອົາໝາກຜົນແຫ່ງການຮ່ວມມືລະຫວ່າງສອງຝ່າຍເຂົ້າສູ່ລວງເລິກ, ແທດຈິງ; ສະແດງໃຫ້ເຫັນຄວາມໄວ້ເນື້ອເຊື່ອໃຈ, ຄວາມສະໜິດຕິດພັນລະຫວ່າງສອງສະພາແຫ່ງຊາດ.
ຍສໝ - ນີ້ແມ່ນການເຄື່ອນໄຫວສຳຄັນຂອງທັງສອງຝ່າຍແນໃສ່ຄົ້ນພົບບັນດາການກະທຳລະເມີດກົດລະບຽບຊາຍແດນຢ່າງທັນການ, ແກ້ໄຂບັນດາເຫດການທີ່ເກີດຂຶ້ນຢູ່ເຂດຊາຍແດນ, ຮັກສາຄວາມໝັ້ນຄົງ, ຄວາມປອດໄພຢູ່ເສັ້ນຊາຍແດນຮ່ວມ. ພ້ອມທັງຮັກສາຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ ແລະຄວາມປອດໄພໃນບໍລິເວນສອງຟາກຊາຍແດນ.
ຍສໝ - ທີ່ການເຮັດວຽກ, ສອງຝ່າຍກໍໄດ້ແລກປ່ຽນ ແລະແບ່ງປັນບົດຮຽນຕົວຈິງໃນຂົງເຂດທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.
ຍສໝ - ການສົມທົບກັນລະຫວ່າງແຂວງບິ່ງດິ້ງ ແລະ 4 ແຂວງພາກໃຕ້ ຂອງລາວ (ລວມມີ: ຈໍາປາສັກ, ເຊກອງ, ສາລະວັນ, ອັດຕະປື) ແມ່ນໜຶ່ງໃນບັນດາການເຄື່ອນໄຫວຫັນເນື້ອໃນຮ່ວມສໍາພັນພັດທະນາການທ່ອງທ່ຽວ ກັບບັນດາປະເທດໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້ ໃຫ້ປະກົດຜົນເປັນຈິງ.