ຫວຽດນາມ-ລາວ-ກຳປູເຈຍ ຊອກຫາວິທີຊຸກຍູ້ການທ່ອງທ່ຽວ “ເດີນທາງຖ້ຽວໜຶ່ງ, ທ່ອງທ່ຽວສາມປະເທດ”

13:42 | 29/02/2024

ຫວຽດນາມ-ລາວ-ກຳປູເຈຍ ຊອກຫາວິທີຊຸກຍູ້ການທ່ອງທ່ຽວ “ເດີນທາງຖ້ຽວໜຶ່ງ, ທ່ອງທ່ຽວໄດ້ສາມປະເທດ”

ຫຼັກໝາຍຊາຍແດນສາມປະເທດແຫ່ງຄວາມໄວ້ເນື້ອເຊື່ອໃຈ, ຄວາມສາມັກຄີມິດຕະພາບ ຫວຽດນາມ - ລາວ - ກຳປູເຈຍ ຫຼັກໝາຍຊາຍແດນສາມປະເທດແຫ່ງຄວາມໄວ້ເນື້ອເຊື່ອໃຈ, ຄວາມສາມັກຄີມິດຕະພາບ ຫວຽດນາມ - ລາວ - ກຳປູເຈຍ
ບັນດາການເຄື່ອນໄຫວໃນລາຍການພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ - ລາວ - ກຳປູເຈຍ ຄັ້ງທີ 1 ບັນດາການເຄື່ອນໄຫວໃນລາຍການພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ - ລາວ - ກຳປູເຈຍ ຄັ້ງທີ 1

ດ້ວຍຄວາມປາດຖະໜາຢາກໃຫ້ນັກທ່ອງທ່ຽວໄດ້ເຂົ້າຮ່ວມລາຍການທ່ອງທ່ຽວຂ້າມຊາຍແດນ ແລະເປັນເອກະລັກສະເພາະ, ການນໍາສາມປະເທດ ຫວຽດນາມ-ລາວ-ກໍາປູເຈຍ ໄດ້ປຶກສາຫາລືຂໍ້ລິເລີ່ມ "ເດີນທາງໜຶ່ງຖ້ຽວ, ທ່ອງທ່ຽວສາມປະເທດ’’ ຢູ່ນອກກອງປະຊຸມສຸດຍອດ ອາຊຽນ ເມື່ອປີກາຍ. ທ່ານນາຍົກລັດຖະມົນຕີ ກຳປູເຈຍ Hun Manet ກໍ່ປະກາດວ່າ ປະເທດນີ້ຈະເປັນເຈົ້າພາບຈັດກອງປະຊຸມລັດຖະມົນຕີທ່ອງທ່ຽວຂອງ 3 ປະເທດ ເພື່ອພັດທະນາຄວາມມານະພະຍາຍາມລວມ.

ໃນຕົວຈິງແລ້ວ, ມີຫຼາຍບໍລິສັດທ່ອງທ່ຽວໄດ້ຜັນຂະຫຍາຍ tour ທ່ອງທ່ຽວ "ສາມປະເທດ" ໃນໄລຍະໜຶ່ງແລ້ວ. ໂດຍແມ່ນ 3 ປະເທດທີ່ມີເສັ້ນຊາຍແດນຕິດຈອດກັນດ້ວຍທ່າແຮງໜູນຊ່ວຍເຊິ່ງກັນ ແລະກັນ, ການທ່ອງທ່ຽວ ຫວຽດນາມ-ລາວ-ກຳປູເຈຍ ຈະຊ່ວຍໃຫ້ນັກທ່ອງທ່ຽວ ເຂົ້າຮ່ວມຫຼາຍລາຍການຜ່ານການສົມທົບກັນລະຫວ່າງມໍລະດົກປະຫວັດສາດ, ວັດທະນະທຳ ແລະທຳມະຊາດ.

ລາວແມ່ນປະເທດສະຫງົບ ແລະມີມໍລະດົກວັດທະນະທຳທີ່ຟົດຟື້ນ, ໃນຂະນັ້ນ ກຳປູເຈຍ ກໍ່ມີວັດວາອາຮາມບູຮານ ແລະສະຖານທີ່ທ່ອງທ່ຽວທາງຈິດວິນຍານທີ່ອຸດົມສົມບູນ, ສ່ວນຫວຽດນາມ ກໍ່ມີການສົມທົບລະຫວ່າງບັນດານະຄອນທີ່ຄຶກຄື້ນ ແລະທັດສະນີຍະພາບທໍາມະຊາດທີ່ນອນໃນເຂດຊົນນະບົດທີ່ສະຫງົບສຸກ, ຄຽງຂ້າງຝັ່ງທະເລທີ່ຍາວຢຽດສວຍງາມທີ່ສຸດ.

ຫວຽດນາມ-ລາວ-ກຳປູເຈຍ ຊອກຫາວິທີຊຸກຍູ້ການທ່ອງທ່ຽວ “ເດີນທາງຖ້ຽວໜຶ່ງ, ທ່ອງທ່ຽວສາມປະເທດ”

ພາບປະກອບ: iStock

ເຖິງຢ່າງໃດກໍ່ຕາມ, ບັນດາວິສາຫະກິດທ່ອງທ່ຽວໃຫ້ຮູ້ວ່າ ບັນດາຄວາມຮຽກຮ້ອງຕ້ອງການກ່ຽວກັບວີຊາຍັງເປັນສິ່ງກີດຂວາງທີ່ຕ້ອງໄດ້ຮັບການແກ້ໄຂ ເພື່ອຊຸກຍູ້ການທ່ອງທ່ຽວ 3 ປະເທດນີ້ໃຫ້ປະສົບຜົນສໍາເລັດ.

ບັນດາບໍລິສັດທ່ອງທ່ຽວພວມຮຽກຮ້ອງໃຫ້ມີຂັ້ນຕອນອອກວີຊາທີ່ເໝາະສົມກວ່າ, ໃນນັ້ນ 3 ປະເທດຈະຮັບຮອງເອົາວີຊາເຊິ່ງກັນ ແລະກັນ, ຫັນລະບຽບການຂໍວີຊາເປັນມາດຕະຖານ, ມີໂຄງປະກອບຄ່າວີຊາທີ່ເປັນເອກະພາບ ແລະນຳໃຊ້ຖານຂໍ້ມູນຂ່າວສານລວມ ເພື່ອແລກປ່ຽນຂໍ້ມູນຂ່າວສານ.

ຫຼາຍຄົນໄດ້ປຽບທຽບນີ້ຄືດັ່ງວີຊາຄັ້ງດຽວແບບ Schengen ຂະໜາດໜ້ອຍ, ເຊິ່ງອາຊຽນ ໄດ້ວາງແຜນສຳລັບນັກທ່ອງທ່ຽວນອກອາຊຽນ ໃນໜຶ່ງກວ່າທົດສະວັດຜ່ານມາ, ແຕ່ປະຈຸບັນຍັງບໍ່ທັນມີບາດກ້າວບຸກທະລຸທີ່ໝັ້ນແກ່ນເທື່ອ. ເຖິງວ່າໂຄງການດັ່ງກ່າວຈະນຳມາເຊິ່ງຜົນປະໂຫຍດຢ່າງຈະແຈ້ງໃຫ້ຂະແໜງການທ່ອງທ່ຽວຂອງພາກພື້ນກໍ່ຕາມ, ແຕ່ມັນໄດ້ຖືກຢຸດສະງັກຍ້ອນຄວາມກັງວົນດ້ານຄວາມໝັ້ນຄົງ ແລະຄວາມຫຍຸ້ງຍາກໃນການຄຸ້ມຄອງຄົນເຂົ້າເມືອງ.

ເມື່ອແລກປ່ຽນກັບ Business Times, ທ່ານ ຟ້າມຮ່າ, ຜູ້ກໍ່ຕັ້ງ ແລະ CEO ຂອງ LuxGroup - ບໍລິສັດບໍລິຫານບາງບໍລິສັດທ່ອງທ່ຽວລະດັບສູງ ຢູ່ຫວຽດນາມ, ໃຫ້ຮູ້ວ່າ: “ການຂໍວີຊາ ແບບງ່າຍດາຍ, ມີໄຫວພິບ ຫຼືວີຊາລວມແມ່ນຄວາມໃຝ່ຝັນຂອງບັນດາບໍລິສັດທ່ອງທ່ຽວ ຄືພວກຂ້າພະເຈົ້າ... ຖ້າສິ່ງດັ່ງກ່າວປະກົດຜົນເປັນຈິງ, ພວກຂ້າພະເຈົ້າສາມາດອອກແບບລາຍການທ່ອງທ່ຽວໄລຍະຍາວກວ່າ, ຕໍ່ເນື່ອງ ແລະມີຫຼາຍຮູບຫຼາຍແບບກວ່າ ຢູ່ສາມປະເທດ. ສິ່ງດັ່ງກ່າວຈະເຮັດໃຫ້ການທ່ອງທ່ຽວ 3 ປະເທດກາຍເປັນແນວຄວາມຄິດແຖວໜ້າຂອງນັກທ່ອງທ່ຽວຕ່າງປະເທດ ເມື່ອເຂົາເຈົ້າຄິດເຖິງການຢ້ຽມຢາມອາຊີຕາເວັນອອກສ່ຽງໃຕ້”.

ດ້ວຍປະຊາກອນປະມານ 685 ລ້ານຄົນ, ອາຊີຕາເວັນອອກສ່ຽງໃຕ້ ອີງໃສ່ຂະແໜງການບໍລິການທ່ອງທ່ຽວຫຼາຍ ເພື່ອເຕີບໂຕ. ຂົງເຂດນີ້ກວມເອົາ 12% GDP ຂອງພາກພື້ນກ່ອນທີ່ພະຍາດໂຄວິດ-19 ແຜ່ລະບາດ, ດ້ວຍນັກທ່ອງທ່ຽວສາກົນກວ່າ 136,9 ລ້ານເທື່ອຄົນໃນປີ 2019.

ທ່ານ Majo George, ອາຈານອາວຸໂສຂອງມະຫາວິທະຍາໄລ RMIT ຫວຽດນາມ ຖືວ່າ: “ບັນດາຄວາມມານະພະຍາຍາມຮ່ວມໃນຂົງເຂດການທ່ອງທ່ຽວ ບໍ່ພຽງແຕ່ໃຫ້ຄຳໝັ້ນສັນຍານຳມາເຊິ່ງຜົນປະໂຫຍດດ້ານເສດຖະກິດເທົ່ານັ້ນ ຫາກຍັງຊຸກຍູ້ຄວາມເຂົ້າໃຈເຊິ່ງກັນ ແລະກັນ ແລະອະນຸລັກຮັກສາບັນດາມໍລະດົກວັດທະນະທຳ, ໂຄສະນາສີສັນຫຼາຍຮູບຫຼາຍແບບຂອງບັນດາປະເທດດັ່ງກ່າວໃນເວທີສາກົນອີກດ້ວຍ. ພ້ອມກັນນັ້ນ, ກໍ່ໄດ້ຍົກສູງຊື່ສຽງລວມຂອງ 3 ປະເທດໃນຕະຫຼາດທ່ອງທ່ຽວທົ່ວໂລກ ເພື່ອດຶງດູດນັກທ່ອງທ່ຽວໃຫ້ໃຫ້ຫຼາຍກວ່າອີກ”.

ຕາມທ່ານແລ້ວ, ຈຸດສຸມບໍ່ພຽງແຕ່ແມ່ນຈຸດໝາຍປາຍທາງທ່ອງທ່ຽວເທົ່ານັ້ນ, ຫາກຍັງແມ່ນການສົມທົບບັນດາປັດໄຈທ່ອງທ່ຽວເຂົ້າກັນໃຫ້ມີຄວາມກົມກຽວ ແລະສ້າງຄວາມສະດວກໃຫ້ແກ່ນັກທ່ອງທ່ຽວ. ນອກຈາກນັ້ນ, ກໍ່ຄວນພັດທະນາການເຊື່ອມຕໍ່ພື້ນຖານໂຄງລ່າງໃຫ້ຄົບຊຸດ, ອອກແບບ ແລະບູລະນະຮັກສາຢ່າງເໝາະສົມ ເພື່ອນໍາມາເຊິ່ງການທ່ອງທ່ຽວທີ່ຕັ້ງໜ້າ, ຕໍ່ເນື່ອງໃຫ້ແກ່ນັກທ່ອງທ່ຽວ.

ບູນມີ

ເບິ່ງເພີ່ມເຕີມໃນ: ທັດສະນີຍະພາບ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.