ການພົບປະແລກປ່ຽນປະຊາຊົນແມ່ນພື້ນຖານໝັ້ນແກ່ນໃຫ້ແກ່ການພົວພັນຫວຽດນາມ-ລາວ

07:10 | 24/08/2024

ຍສໝ - ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ສະເໜີວ່າ ໃນໄລຍະຈະມາເຖິງ, ສະພາແຫ່ງຊາດສອງປະເທດ ເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ; ພ້ອມກັນນັ້ນ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ, ຄະນະກຳມະການສັນຕິພາບຫວຽດນາມ, ຄະນະກຳມະການສັນຕິພາບ ແລະສາມັກຄີ ລາວ ກໍ່ເພີ່ມທະວີການສຶກສາອົບຮົມກ່ຽວກັບມູນເຊື້ອປະຫວັດສາດ ແກ່ລຸ້ນໜຸ່ມຂອງສອງປະເທດໃຫ້ມີຄວາມເຂົ້າໃຈເລິກເຊິ່ງກ່ຽວກັບນໍ້າໃຈສາມັກຕີມິດຕະພາບລະຫວ່າງຫວຽດນາມ-ລາວ.

ຊາວ​ໜຸ່ມ​ຫວຽດນາມ​ ອາໄສຢູ່​ຕ່າງປະ​ເທດ ໄດ້ປະກອບສ່ວນ​ຢ່າງ​ແທດຈິງເພື່ອຍົກສູງການ​ເຄື່ອນ​ໄຫວຄະນະຊາວໝຸ່ມ​ຢູ່ ​ເອີ​ລົບ ຊາວ​ໜຸ່ມ​ຫວຽດນາມ​ ອາໄສຢູ່​ຕ່າງປະ​ເທດ ໄດ້ປະກອບສ່ວນ​ຢ່າງ​ແທດຈິງເພື່ອຍົກສູງການ​ເຄື່ອນ​ໄຫວຄະນະຊາວໝຸ່ມ​ຢູ່ ​ເອີ​ລົບ
ຄວນເສີມຂະຫຍາຍໝາກຜົນທີ່ອຸດົມສົມບູນ, ສໍາຄັນທີ່ບັນລຸໄດ້ໃນການຢ້ຽມຢາມຈີນ ຄວນເສີມຂະຫຍາຍໝາກຜົນທີ່ອຸດົມສົມບູນ, ສໍາຄັນທີ່ບັນລຸໄດ້ໃນການຢ້ຽມຢາມຈີນ

ຕອນບ່າຍວັນທີ 22 ສິງຫາ, ຢູ່ຫໍສະພາແຫ່ງຊາດ, ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດລາວ, ປະທານຄະນະກໍາມະການສັນຕິພາບ ແລະສາມັກຄີ ລາວ ທີ່ພວມມີການຢ້ຽມຢາມ ແລະເຮັດວຽກ ຢູ່ຫວຽດນາມ.

ການພົບປະແລກປ່ຽນປະຊາຊົນແມ່ນພື້ນຖານໝັ້ນແກ່ນໃຫ້ແກ່ການພົວພັນຫວຽດນາມ-ລາວ
ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ຕ້ອນຮັບທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດລາວ, ປະທານຄະນະກໍາມະການສັນຕິພາບ ແລະ ສາມັກຄີ ລາວ.

ທີ່ການຕ້ອນຮັບ, ທ່ານປະທານສະພາແຫ່ງຊາດຫວຽດນາມ ໃຫ້ຮູ້ວ່າ: ໃນໄລຍະຜ່ານມາ, ການແລກປ່ຽນຄະນະຜູ້ແທນທຸກຂັ້ນ ແລະຂັ້ນສູງລະຫວ່າງສອງປະເທດ ໄດ້ດຳເນີນຢ່າງເປັນປະຈຳ ຕາມບັນດາຂໍ້ຕົກລົງທີ່ໄດ້ລົງນາມລະຫວ່າງສອງພັກ, ສອງລັດ, ໃນນັ້ນມີສະພາແຫ່ງຊາດ, ລັດຖະບານ, ຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ ກໍ່ຄືບັນດາຂະແໜງການ, ຂັ້ນສູນກາງ ແລະທ້ອງຖິ່ນຕ່າງໆ.

ທ່ານປະທານສະພາແຫ່ງຊາດ ຕີລາຄາສູງຜົນການພົບປະສອງຝ່າຍ ແລະການເຮັດວຽກລະຫວ່າງຄະນະກຳມະການສັນຕິພາບຫວຽດນາມ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ ກັບຄະນະກຳມະການສັນຕິພາບ ແລະສາມັກຄີ ລາວ. ສອງຝ່າຍໄດ້ປຶກສາຫາລື ແລະເຫັນດີເປັນເອກະພາບກ່ຽວກັບ 6 ເນື້ອໃນເພື່ອແນໃສ່ສືບຕໍ່ເພີ່ມທະວີການພົວພັນຮ່ວມມື.

ການພົບປະແລກປ່ຽນປະຊາຊົນແມ່ນພື້ນຖານໝັ້ນແກ່ນໃຫ້ແກ່ການພົວພັນຫວຽດນາມ-ລາວ
ບັນຍາກາດທີ່ການຕ້ອນຮັບ.

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ສະເໜີວ່າ ໃນໄລຍະຈະມາເຖິງ, ສະພາແຫ່ງຊາດສອງປະເທດ ເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ; ພ້ອມກັນນັ້ນ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ, ຄະນະກຳມະການສັນຕິພາບຫວຽດນາມ, ຄະນະກຳມະການສັນຕິພາບ ແລະສາມັກຄີ ລາວ ກໍ່ເພີ່ມທະວີການສຶກສາອົບຮົມກ່ຽວກັບມູນເຊື້ອປະຫວັດສາດ ແກ່ລຸ້ນໜຸ່ມຂອງສອງປະເທດໃຫ້ມີຄວາມເຂົ້າໃຈເລິກເຊິ່ງກ່ຽວກັບນໍ້າໃຈສາມັກຕີມິດຕະພາບລະຫວ່າງຫວຽດນາມ-ລາວ.

ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ແລະທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດລາວ, ປະທານຄະນະກໍາມະການສັນຕິພາບ ແລະສາມັກຄີ ລາວ ພ້ອມດ້ວຍບັນດາຜູ້ແທນ. ພາບ: ສໍານັກຂ່າວສານຫວຽດນາມ

ສ່ວນທ່ານ ສົມມາດ ພົນເສນາ ຢືນຢັນວ່າ, ສະພາແຫ່ງຊາດລາວ ຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນກັບສະພາແຫ່ງຊາດຫວຽດນາມ ໃນການປະຕິບັດບັນດາຂໍ້ຕົກລົງຮ່ວມມືທີ່ໄດ້ລົງນາມລະຫວ່າງສອງປະເທດ; ພ້ອມທັງສະແດງຄວາມປາດຖະໜາວ່າ, ສະພາແຫ່ງຊາດຫວຽດນາມ ສືບຕໍ່ເພີ່ມທະວີການຮ່ວມມື ແລະຊ່ວຍເຫຼືອຝ່າຍລາວ ໃນວິວັດການດຳລົງຕຳແໜ່ງເປັນປະທານອາຊຽນ/AIPA 2024.

ແສງເດືອນ

ເຫດການ
302 Found

Found

The document has moved here.