ຄວາມສາມາດບົ່ມຊ້ອນໃນການຮ່ວມມືດ້ານການຄ້າ, ເສດຖະກິດຫວຽດນາມ-ລາວ

23:55 | 21/01/2024

ຄວາມສາມາດບົ່ມຊ້ອນໃນການຮ່ວມມືດ້ານການຄ້າ, ເສດຖະກິດຫວຽດນາມ-ລາວ

ທະນາຄານໂລກ ຄາດຄະເນວ່າ ໃນປີນີ້ ເສດຖະກິດຫວຽດນາມ ຈະເຕີບໂຕໃນລະດັບ 6,3% ທະນາຄານໂລກ ຄາດຄະເນວ່າ ໃນປີນີ້ ເສດຖະກິດຫວຽດນາມ ຈະເຕີບໂຕໃນລະດັບ 6,3%
ເສດຖະກິດຫວຽດນາມ ຍັງຄົງໄດ້ຮັບການຄາດຄະເນວ່າ ຈະບັນລຸການເຕີບໂຕສູງ ແລະ ຫວຽດນາມ ສືບຕໍ່ແມ່ນຈຸດເດັ່ນຂອງເສດຖະກິດໂລກປີ 2021 ເສດຖະກິດຫວຽດນາມ ຍັງຄົງໄດ້ຮັບການຄາດຄະເນວ່າ ຈະບັນລຸການເຕີບໂຕສູງ ແລະ ຫວຽດນາມ ສືບຕໍ່ແມ່ນຈຸດເດັ່ນຂອງເສດຖະກິດໂລກປີ 2021

ຫວຽດນາມ ແລະລາວ ຕິດຈອດກັນທາງພູມີສາດ, ກໍ່ຄືທາງດ້ານວັດທະນະທໍາ ແລະການບໍລິໂພກ. ໂດຍຂຸດຄົ້ນທ່າໄດ້ປຽບນັ້ນ, ພ້ອມກັບການໝູນໃຊ້ບຸລິມະສິດຈາກສັນຍາການຄ້າສອງຝ່າຍ ແລະສັນຍາການຄ້າຊາຍແດນຫວຽດນາມ-ລາວ ໄດ້ປະກອບສ່ວນຊຸກຍູ້ການຄ້າສິນຄ້າ ແລະການບໍລິການລະຫວ່າງສອງປະເທດ. ໃນ 3 ປີຜ່ານມາ, ວົງເງິນການຄ້າລະຫວ່າງຫວຽດນາມ - ລາວ ໄດ້ເຕີບໂຕຢ່າງເປັນປົກກະຕິ ແລະບັນລຸໄດ້ເປົ້າໝາຍກວ່າ 1 ຕື້ໂດລາສະຫະລັດ.

ການເຕີບໂຕຢ່າງເປັນປົກກະຕິ

ຫວຽດນາມ ແລະ ລາວ ມີເສັ້ນຊາຍແດນຕິດຈອດກັນຍາວ 2.330 ກິໂລແມັດ, ໄປຜ່ານ 10 ແຂວງ, ນະຄອນຂອງແຕ່ລະປະເທດ, ມີທີ່ຕັ້ງຍຸດທະສາດໃນແລວເສັ້ນຖະກິດ ຕາເວັນອອກ - ຕາເວັນຕົກ. ທົ່ວເສັ້ນຊາຍແດນ ຫວຽດນາມ - ລາວ ມີ 9 ຄູ່ດ່ານຊາຍແດນສາກົນ, 6 ຄູ່ດ່ານຊາຍແດນທ້ອງຖິ່ນ, 18 ຄູ່ດ່ານຊາຍແດນປະເພນີ ພ້ອມກັບເສັ້ນທາງຜ່ານແດນ 27 ສາຍ ແລະ 9 ເຂດເສດຖະກິດຄູ່ດ່ານຊາຍແດນ... ນີ້ແມ່ນໜຶ່ງໃນບັນດາເງື່ອນໄຂສະດວກໃຫ້ແກ່ການເຄື່ອນໄຫວການຄ້າ, ການບໍລິການລະຫວ່າງບັນດາແຂວງຊາຍແດນ ຫວຽດນາມ - ລາວ.

ຄວາມສາມາດບົ່ມຊ້ອນໃນການຮ່ວມມືດ້ານການຄ້າ, ເສດຖະກິດຫວຽດນາມ-ລາວ

ພາຫະນະຂົນສົ່່ງສິນຄ້າຜ່ານດ່ານສາກົນນໍ້າຢາງ (ແຂວງ ກວາງນາມ). ພາບ: ບິກຫງວຽນ

ເພື່ອຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າສອງຝ່າຍ, ລັດ ແລະລັດຖະບານຫວຽດນາມ ແລະລາວ ໄດ້ສ້າງແລວນິຕິກຳກັບການລົງນາມສັນນຍາການຄ້າ ຫວຽດນາມ - ລາວ ສະບັບໃໝ່ (ເດືອນມີນາ 2013) ແລະ ສັນຍາການຄ້າຊາຍແດນ ຫວຽດນາມ - ລາວ (ເດືອນມິຖຸນາ 2015). ສອງຝ່າຍກໍ່ໄດ້ສົມທົບກັນປະຕິບັດສຳເລັດແຜນຜັງຕາໜ່າງຕະຫຼາດຊາຍແດນ ຫວຽດນາມ - ລາວ, ພ້ອມກັນນັ້ນ ກໍ່ສືບຕໍ່ພົບປະ, ແລະປ່ຽນລະຫວ່າງອົງການເຈົ້າໜ້າທີ່ລະຫວ່າງສອງປະເທດ, ຈັດຕັ້ງການເຄື່ອນໄຫວສົ່ງເສີມການຄ້າຄື: ຕະຫຼາດນັດການຄ້າ ຫວຽດນາມ - ລາວ ໃນແຕ່ລະປີ ເພື່ອເພີ່ມທະວີການແລກປ່ຽນການຄ້າສອງປະເທດ.

ກ່ຽວກັບການລົງທຶນ, ໄລ່ຮອດປີ 2023, ຫວຽດນາມ ມີ 241 ໂຄງການລົງທຶນຢູ່ລາວ ລວມຍອດທຶນຈົດທະບຽນ 5,47 ຕື້ໂດລາສະຫະລັດ, ຮັກສາອັນດັບ 3 ໃນຈໍານວນບັນດາປະເທດ/ເຂດແຄ້ວນ ທີ່ລົງທຶນເຂົ້າລາວ. ກົງກັນຂ້າມ, ປະຈຸບັນ ລາວ ມີ 18 ໂຄງການລົງທຶນພວມຜັນຂະຫຍາຍຢ່າງໝັ້ນຄົງຢູ່ຫວຽດນາມ ລວມຍອດທຶນຈົດທະບຽນກວ່າ 110 ລ້ານໂດລາສະຫະລັດ.

ຕ້ອງມີການບຸກທະລຸ

ກະຊວງການຄ້າ ແລະການລົງທຶນ ໃຫ້ຂໍສັງເກດວ່າ ການສົ່ງອອກຂອງຫວຽດນາມ ໄປຍັງລາວ ໃນໄລຍະຜ່ານມາອາດຈະສືບຕໍ່ເຕີບໂຕບົນພື້ນຖານການພົວພັນດ້ານການຄ້າທີ່ຕັ້ງໜ້າລະຫວ່າງສອງປະເທດ. ຫວຽດນາມ ສາມາດເພີ່ມທະວີການສົ່ງອອກສິນຄ້າປະເພດຕ່າງໆໄປຍັງລາວ, ຄື: ເຄື່ອງໃຊ້ໃນເຮືອນ, ອາຫານສຳເລັດຮູບ, ວັດສະດຸກໍ່ສ້າງ, ເຄື່ອງຈັກ ແລະອຸປະກອນອຸດສາຫະກໍາ, ຜະລິດຕະພັນກະເສດ; ການບໍລິການທ່ອງທ່ຽວ, ການສຶກສາ... ກົງກັນຂ້າມ, ລາວ ສາມາດສົ່ງອອກສິນຄ້າທີ່ຫວຽດນາມ ມີຄວາມຕ້ອງການຫຼາຍ, ຄື: ຢາງພາລາ, ໄມ້ ແລະຜະລິດຕະພັນຈາກໄມ້, ປຸຍ, ແຮ່ທາດ, ພະລັງງານ...

ຄວາມສາມາດບົ່ມຊ້ອນໃນການຮ່ວມມືດ້ານການຄ້າ, ເສດຖະກິດຫວຽດນາມ-ລາວ

ສະເລ່ຍແຕ່ລະມື້, ມີປະມານ 450-650 ພາຫະນະຂົນສົ່ງສິນຄ້ານໍາເຂົ້າ-ສົ່ງອອກ ຜ່ານດ່ານສາກົນລາວບາວ (ກວາງຈິ້). ພາບ: ບິກຫງວຽນ

ເພື່ອຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າສອງຝ່າຍ, ພັກ, ລັດ ແລະລັດຖະບານຫວຽດນາມ ແລະລາວ ໄດ້ມີການພົບປະ, ການເຈລະຈາແລກປ່ຽນ ແລະເຊັນຂໍ້ຕົກລົງຮ່ວມມືຫຼາຍສະບັບ. ທີ່ກອງປະຊຸມການລົງທຶນຮ່ວມມືຫວຽດນາມ-ລາວ ທີ່ຫາກໍ່ຈັດຕັ້ງໃນວັນທີ 7 ມັງກອນ 2024, ປຶກສາຫາລືກ່ຽວກັບທິດທາງພັດທະນາການຮ່ວມມືດ້ານການຄ້າ, ເສດຖະກິດສອງຝ່າຍ, ທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ປາດຖະໜາວ່າບັນດາວິສາຫະກິດຫວຽດນາມ ຈະສືບຕໍ່ຊອກຮູ້, ລົງທຶນເຂົ້າລາວ ໃນຂົງເຂດເຊິ່ງລາວ ມີທ່າແຮງ, ຄື: ກະສິກໍາສະອາດ, ປຸງແຕ່ງຜະລິດຕະພັນກະເສດ, ບໍ່ແຮ່, ພະລັງງານສະອາດ...

ໃນຂະນະນັ້ນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເນັ້ນໜັກວ່າ, ການຮ່ວມມືດ້ານເສດຖະກິດ, ການລົງທຶນລະຫວ່າງສອງປະເທດແມ່ນຄວາມຕ້ອງການພາວະວິໄສ; ມີຄວາມໝາຍຍຸດທະສາດ; ຕ້ອງບຸລິມະສິດຍູ້ແຮງກວ່າອີກເພື່ອເສີມຂະຫຍາຍຄວາມສາມາດບົ່ມຊ້ອນທີ່ແຕກຕ່າງກັນ, ກາລະໂອກາດພົ້ນເດັ່ນ, ທ່າໄດ້ປຽບໃນການແກ່ງແຍ້ງ ແລະປະກອບສ່ວນກໍ່ສ້າງພື້ນຖານເສດຖະກິດເອກະລາດ, ເປັນເຈົ້າຕົນເອງ, ເປັນເຈົ້າການ, ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນຂອງແຕ່ລະປະເທດ, ສົມກັບຄວາມສາມາດບົ່ມຊ້ອນຂອງນໍ້າໃຈມິດຕະພາບອັນຍິ່ງໃຫຍ່ ແລະຄວາມສາມັກຄີແບບພິເສດຫວຽດນາມ-ລາວ, ເພື່ອຜົນປະໂຫຍດທີ່ແທດຈິງຂອງປະຊາຊົນ ແລະວິສາຫະກິດສອງປະເທດ.

ທ່ານນາຍົກລັດຖະມົນຕີ ຖືວ່າ, ການຮ່ວມມືດ້ານເສດຖະກິດ, ການລົງທຶນລະຫວ່າງສອງປະເທດໃນໄລຍະຜ່ານມາຕ້ອງບຸກທະລຸ. ໃນນັ້ນ ຕ້ອງຍູ້ແຮງການຮ່ວມມືພາກລັດ ແລະເອກະຊົນເພື່ອພັດທະນາໂຄງລ່າງ, ເຊື່ອມຈອດສອງພື້ນຖານເສດຖະກິດ, ໂດຍສະເພາະແມ່ນເສັ້ນທາງດ່ວນ ຮ່າໂນ້ຍ-ວຽງຈັນ, ເສັ້ນທາງລົດໄຟ ຫວູງອ໊າງ-ວຽງຈັນ ເພື່ອເຊື່ອມຕໍ່ລາວ ອອກສູ່ທະເລ, ຮ່ວມມືດ້ານການບິນ, ໂຄງລ່າງເຊື່ອມຕໍ່ດ່ານຊາຍແດນ...

ໂດຍການເປັນປະທານຮ່ວມກອງປະຊຸມ ຄັ້ງທີ 46 ຄະນະກໍາມະການລະຫວ່າງລັດຖະບານກ່ຽວກັບການຮ່ວມມືສອງຝ່າຍຫວຽດນາມ-ລາວ, ວັນທີ 7 ມັງກອນ, ລັດຖະບານສອງປະເທດໄດ້ເຫັນດີເປັນເອກະພາບຈະສືບຕໍ່ຈັດຕັ້ງການສົນທະນາລະຫວ່າງວິສາຫະກິດຫວຽດນາມ ກັບບັນດາອົງການທີ່ກ່ຽວຂ້ອງຂອງລາວ ໃຫ້ເປັນຢ່າງດີ; ສຸມໃສ່ແກ້ໄຂບັນດາບັນຫາທີ່ຍັງຄົງຄ້າງ, ຄວາມຫຍຸ້ງຍາກ, ຂໍ້ຕິດຂັດໃນບັນດາໂຄງການຮ່ວມມື, ລົງທຶນ. ລັດຖະບານລາວ ສ້າງເງື່ອນໄຂບຸລິມະສິດ, ສະດວກໃຫ້ບັນດາໂຄງການໃຫຍ່, ຈຸດສຸມຂອງວິສາຫະກິດຫວຽດນາມ. ຊຸກຍູ້ການເຕີບໂຕວົງເງິນການຄ້າ, ສູ້ຊົນສືບຕໍ່ເພີ່ມວົງເງິນການຄ້າລະຫວ່າງສອງປະເທດໃນປີ 2024 ໃຫ້ໄດ້ແຕ່ 10-15% ເມື່ອທຽບໃສ່ປີ 2023. ສຸມໃສ່ແກ້ໄຂຄວາມຫຍຸ້ງຍາກ, ຊຸກການຍູ້ຜັນຂະຫຍາຍການເຊື່ອມຕໍ່ໂຄງລ່າງຄົມມະນາຄົມ. ຖືກະສິກໍາ ແລະການພັດທະນາຊົນນະບົດແມ່ນໜຶ່ງໃນບັນດາເສົາຄໍ້າຂອງການຮ່ວມມືດ້ານເສດຖະກິດລະຫວ່າງສອງປະເທດ.

ສອງຝ່າຍກໍ່ເຫັນດີເປັນເອກະພາບຕໍ່ບັນດາມາດຕະການຍູ້ແຮງການເຊື່ອມຕໍ່ການທ່ອງທ່ຽວລະຫວ່າງສອງປະເທດ ແລະສາມປະເທດ ຫວຽດນາມ-ລາວ-ກໍາປູເຈຍ “ໜຶ່ງການເດີນທາງ, ໄປຍັງ 3 ສະຖານທີ່”. ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນສືບຕໍ່ຍູ້ແຮງການພົບປະແລກປ່ຽນ, ການຮ່ວມມືຢ່າງມີປະສິດທິຜົນ, ແທດຈິງໃນຂົງເຂດຕ່າງໆ. ນາຍົກລັດຖະມົນຕີສອງທ່ານ ກໍ່ເນັ້ນໜັກວ່າ ຈະສຸມໃສ່ຊີ້ນໍາບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ວິສາຫະກິດ, ຫົວໜ່ວຍທີ່ກ່ຽວຂ້ອງສົມທົບກັນຢ່າງແໜ້ນແຟ້ນ, ຜັນຂະຫຍາຍບັນດາຂໍ້ຕົກລົງ, ຄໍາໝັ້ນສັນຍາ, ສືບຕໍ່ສ້າງເງື່ອນໄຂສະດວກທີ່ສຸດໃຫ້ວິສາຫະກິດສອງປະເທດຮ່ວມມືລົງທຶນ, ຜະລິດດໍາເນີນທຸລະກິດ.

ບູນມີ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.