ສືບຕໍ່ເສີມສ້າງນໍ້າໃຈມິດຕະພາບແບບພິເສດຫວຽດນາມ-ລາວ

00:00 | 04/08/2024

ຍສໝ - ໃນລາຍການຊ່ວຍເຫຼືອແຂວງໄຊສົມບູນ, ຂົງເຂດທີ່ແຂວງບັ໊ກຢາງ ບຸລິມະສິດກວ່າໝູ່ແມ່ນກະສິກໍາ. ເພື່ອຊ່ວຍໃຫ້ຊາວກະສິກອນແຂວງໄຊສົມບູນ ມີຄວາມຮູ້, ທັກສະ ແລະບົດຮຽນຕື່ມອີກໃນການຜະລິດ ແລະຈໍາໜ່າຍຜະລິດຕະພັນກະເສດ, ແຂວງບັ໊ກຢາງ ໄດ້ເຊີນຄະນະພະນັກງານ ແລະຊາວກະສິກອນທີ່ດີເດັ່ນຂອງແຂວງໄຊສົມບູນ ມາຢ້ຽມຢາມ ແລະແລກປ່ຽນບົດຮຽນໃນການຜະລິດ.

ຫວຽດນາມ ສືບຕໍ່ຊຸກຍູ້ການຮ່ວມມືດ້ານການຄ້າ-ການລົງທຶນກັບ ລາວ ແລະກຳປູເຈຍ ຫວຽດນາມ ສືບຕໍ່ຊຸກຍູ້ການຮ່ວມມືດ້ານການຄ້າ-ການລົງທຶນກັບ ລາວ ແລະກຳປູເຈຍ
ສະພາກາແດງສອງປະເທດ ຫວຽດນາມ - ລາວ ສືບຕໍ່ການຮ່ວມມື ແລະໜູນຊ່ວຍ ສະພາກາແດງສອງປະເທດ ຫວຽດນາມ - ລາວ ສືບຕໍ່ການຮ່ວມມື ແລະໜູນຊ່ວຍ

ຫວ່າງແລ້ວນີ້, ຄະນະພະນັກງານ, ຊາວກະສິກອນທີ່ດີເດັ່ນແຂວງໄຊສົມບູນ (ລາວ) ຫາກໍ່ໄປທັດສະນະສຶກສາ, ແລກປ່ຽນບົດຮຽນກ່ຽວກັບການຜະລິດກະສິກຳຢູ່ແຂວງບັ໊ກຢາງ. ຜ່ານການຢ້ຽມຢາມໄດ້ຢັ້ງຢືນອີກເທື່ອໜຶ່ງວ່າ ນໍ້າໃຈມິດຕະພາບແບບພິເສດລະຫວ່າງ ຫວຽດນາມ-ລາວ ທີ່ຂຽວສົດງົດງາມ, ໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ.

ແຂວງໄຊສົມບູນ ມີເນື້ອທີ່ກວ້າງ 8.500 km2 (ທົບກວ່າ 2 ເທົ່າເມື່ອທຽບໃສ່ເນື້ອທີ່ແຂວງບັ໊ກຢາງ), ໃນນັ້ນເນື້ອທີ່ດິນປູກຝັງກວມເອົາສ່ວນໃຫຍ່, ມີຄວາມອຸດົມສົມບູນ, ເໝາະສົມກັບການປູກຕົ້ນໄມ້ອຸດສາຫະກຳຫຼາຍປະເພດ, ຕົ້ນໄມ້ໃຫ້ໝາກ. ຍ້ອນແນວນັ້ນ, ໃນລາຍການຊ່ວຍເຫຼືອແຂວງໄຊສົມບູນ, ຂົງເຂດທີ່ແຂວງບັ໊ກຢາງ ບຸລິມະສິດກວ່າໝູ່ແມ່ນກະສິກໍາ. ເພື່ອຊ່ວຍໃຫ້ຊາວກະສິກອນແຂວງໄຊສົມບູນ ມີຄວາມຮູ້, ທັກສະ ແລະບົດຮຽນຕື່ມອີກໃນການຜະລິດ ແລະຈໍາໜ່າຍຜະລິດຕະພັນກະເສດ, ແຂວງບັ໊ກຢາງ ໄດ້ເຊີນຄະນະພະນັກງານ ແລະຊາວກະສິກອນທີ່ດີເດັ່ນຂອງແຂວງໄຊສົມບູນ ມາຢ້ຽມຢາມ ແລະແລກປ່ຽນບົດຮຽນໃນການຜະລິດ.

ສືບຕໍ່ເສີມສ້າງນໍ້າໃຈມິດຕະພາບແບບພິເສດຫວຽດນາມ-ລາວ
ຊາວກະສິກອນແຂວງໄຊສົມບູນ ໄປຢ້ຽມຢາມເຂດປູກໝາກຂຽບຢູ່ເມືອງລູກນາມ. ພາບ: ທູຟອງ

ໂດຍຂ້າມດ່ານຊາຍແດນເກົ່າແຈວ (ແຂວງຮ່າຕິ້ງ) ດ້ວຍໄລຍະທາງເກືອບ 1.000 ກິໂລແມັດ, ພະນັກງານ, ຊາວກະສິກອນທີ່ດີເດັ່ນ 20 ຄົນຂອງແຂວງໄຊສົມບູນ ໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກແຂວງບັ໊ກຢາງ. ສະຫາຍ ແກ້ວອານົງ ສີປະເສີດ, ຮອງຫົວໜ້າພະແນກກະສິກຳ ແລະປ່າໄມ້, ຫົວໜ້າຄະນະປະຕິບັດງານໄດ້ແບ່ງປັນວ່າ: ພວກຂ້າພະເຈົ້າ ປາດຖະໜາຢາກໄປທັດສະນະສຶກສາບັນດາຮູບແບບພັດທະນາກະສິກໍາ-ປ່າໄມ້; ວິທີເຮັດ, ນໍາໃຊ້ວິທະຍາສາດເຕັກນິກ; ຮັບເອົາຄວາມເຫັນ ແລະບົດຮຽນໃນການພັດທະນາຜະລິດກະສິກໍາ, ລ້ຽງສັດຂອງແຂວງບັ໊ກຢາງ. ຈາກນັ້ນຄົ້ນຄວ້າ, ໝູນໃຊ້ເຂົ້າໃນສະພາບການຕົວຈິງແຫ່ງການຜະລິດຂອງແຂວງໄຊສົມບູນ.

ເມື່ອຢ້ຽມຢາມເຂດປູກໝາກຂຽບຢູ່ເມືອງລູກນາມ, ຊາວກະສິກອນແຂວງໄຊສົມບູນ ຕົກຕະລຶງເມື່ອການນໍາເມືອງແນະນຳໃຫ້ຮູ້ວ່າ ສະຖານທີ່ແຫ່ງນີ້ເຄີຍເປັນບ່ອນແຫ້ງແລ້ງ, ຫຍ້າເຣືອຕຶບໜາ. ຍ້ອນທິດທາງປູກຕົ້ນໄມ້ໃຫ້ໝາກຂອງແຂວງ, ຂອງເມືອງ ກໍ່ຄືຄວາມມານະພະຍາຍາມຢ່າງບໍ່ຢຸດຢັ້ງ, ມີຫົວຄິດປະດິດສ້າງຂອງຊາວກະສິກອນໄດ້ສ້າງເຂດນີ້ເປັນເຂດປູກຕົ້ນຂຽບທີ່ມີຊື່ສຽງ, ໃຫ້ສະມັດຕະພາບ ແລະຄຸນນະພາບສູງ, ຊ່ວຍໃຫ້ຊາວກະສິກອນຫຼຸດຜ່ອນຄວາມທຸກຍາກ, ສ້າງຄວາມຮັ່ງມີຢ່າງມີປະສິດທິຜົນ.

ການຢ້ຽມຢາມ ແລະເຮັດວຽກຂອງຄະນະພະນັກງານ, ຊາວກະສິກອນທີ່ດີເດັ່ນແຂວງໄຊສົມບູນ ໄດ້ສິ້ນສຸດລົງດ້ວຍຄວາມອົບອຸ່ນ, ຖານອ້າຍນ້ອງທີ່ສະໜິດສະໜົມ. ພວກຂ້າພະເຈົ້າເຊື່ອໝັ້ນວ່າ ພາຍຫຼັງການໄປທັດສະນສຶກສາຄັ້ງທີ 2 ທີ່ແຂວງບັ໊ກຢາງ, ຊາວກະສິກອນແຂວງໄຊສົມບູນ ຈະນໍາບົດຮຽນທີ່ຖອດຖອນມາໄດ້ເຂົ້າໃນການຜະລິດຕົວຈິງຢູ່ຄອບຄົວ ແລະໃນທ້ອງຖິ່ນຂອງຕົນ.

ໃນໄລຍະຢູ່ແຂວງບັ໊ກຢາງ, ຊາວກະສິກອນແຂວງໄຊສົມບູນ ກໍ່ໄດ້ໄປທັດສະນະສຶກສາຮູບແບບທ່ອງທ່ຽວຊີວະພາບກະສິກຳຢູ່ຕາແສງກູ໊ຍເຊີນ (ເມືອງລູກຫງ້ານ), ສວນໝາກລິ້ນຈີ່ ຢູ່ລູກຫງ້ານ... ຢູ່ບ່ອນໃດຄະນະປະຕິບັດງານ ກໍ່ໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຄືດັ່ງໃນຄອບຄົວດຽວ, ປຶກສາຫາລືໂດຍກົງກັບເຈົ້າຂອງຟາມ ແລະຄອບຄົວຊາວກະສິກອນຜະລິດດໍາເນີນທຸລະກິດ; ການນໍາໃຊ້ວັດຖຸດິບ, ອາຫານ, ເຕັກນິກການບົວລະບັດ, ການປ້ອງກັນ ແລະປິ່ນປົວພະຍາດ; ການແກ້ໄຂການຈໍາໜ່າຍຜະລິດຕະພັນເພື່ອບັນລຸປະສິດທິຜົນສູງທາງດ້ານເສດຖະກິດ.

ທ່ານ ຫງວຽນເທ໊ທີ ຮອງປະທານສະມາຄົມຊາວກະສິກອນແຂວງບັ໊ກຢາງ ໃຫ້ຮູ້ວ່າ: “ຜ່ານການໂອ້ລົມສົນທະນາແລກປ່ຽນບົດຮຽນໂດຍສະມາຄົມຊາວກະສິກອນແຂວງ ສົມທົບກັນຈັດຕັ້ງ, ຊາວກະສິກອນແຂວງໄຊສົມບູນໄດ້ຮັບການແລກປ່ຽນ, ຕອບຄຳຊັກຖາມຈາກພະນັກງານຄຸ້ມຄອງຂະແໜງກະສິກຳ ແລະພັດທະນາຊົນນະບົດ; ສະມາຄົມຊາວກະສິກອນ, ເຈົ້າຂອງຟາມ... ກ່ຽວກັບນະໂຍບາຍຊຸກຍູ້ການຜະລິດກະສິກຳຂອງແຂວງ, ຄວາມສະດວກ, ຄວາມຫຍຸ້ງຍາກຂອງສະມາຄົມຊາວກະສິກອນໃນປະຈຸບັນ; ຄອບຄົວຜະລິດ, ດໍາເນີນທຸລະກິດເກັ່ງກໍ່ໄດ້ແລກປ່ຽນກ່ຽວກັບວິທະຍາສາດເຕັກນິກປູກຝັງ, ບົວລະບັດຕົ້ນໝາກນັດ… ຕົ້ນໂສມ; ເຕັກນິກໃນການລ້ຽງສັດ ແລະປ້ອງກັນພະຍາດໃຫ້ໄກ່, ໝູ, ແບ້…”.

ບົດຮຽນເພື່ອພັດທະນາການຜະລິດກະສິກຳໃຫ້ມີປະສິດທິຜົນເຊິ່ງແຂວງບັ໊ກຢາງ ໄດ້ແບ່ງປັນນັ້ນແມ່ນ: ແຂວງ ໄດ້ປະກາດໃຊ້ບັນດາມະຕິ, ລາຍການພັດທະນາການຜະລິດກະສິກຳໃນແຕ່ລະໄລຍະ. ແຕ່ລະໄລຍະປະກາດໃຊ້ລະບົບກົນໄກນະໂຍບາຍ, ແຜນຮ່າງໜູນຊ່ວຍຢ່າງຄົບຊຸດ. ໃນເບື້ອງຕົ້ນເມື່ອລະດັບເຕັກນິກ, ຄວາມຮັບຮູ້ຂອງປະຊາຊົນຍັງຕໍ່າ, ທາງແຂວງໄດ້ຈັດໃຫ້ພະນັກງານສົ່ງເສີມກະສິກຳ, ສັດຕະວະແພດໄປແຕ່ລະບ້ານເພື່ອຝຶກອົບຮົມ, ຖ່າຍທອດວິທະຍາສາດເຕັກນິກໃໝ່ ແລະຍົກສູງຄວາມຮັບຮູ້ໃຫ້ປະຊາຊົນ. ສ້າງຮູບແບບສົ່ງເສີມກະສິກຳ, ໜູນຊ່ວຍການພັດທະນາ.

ລົງທຶນກໍ່ສ້າງພື້ນຖານໂຄງລ່າງຄົມມະນາຄົມ, ຊົນລະປະທານ, ລະບົບປຸງແຕ່ງ, ລະບົບຮັກສາຜະລິດຕະພັນທຕິດພັນກັບເຂດຜະລິດລວມສຸມໃສແນໃສ່ເພີ່ມມູນຄ່າ, ຮັບໃຊ້ການບໍລິໂພກ ແລະການສົ່ງອອກ. ປະຕິບັດລາຍການ “ໜຶ່ງບ້ານໜຶ່ງຜະລິດຕະພັນ” ເພື່ອຂຸດຄົ້ນທ່າແຮງ, ທ່າໄດ້ປຽບຂອງບັນດາຜະລິດຕະພັນພິເສດໃນທ້ອງຖິ່ນ. ຍູ້ແຮງກົນໄກ ແລະຄວາມກ້າວໜ້າດ້ານວິທະຍາສາດ ແລະເຕັກນິກເຂົ້າໃນການຜະລິດ. ມີນະໂຍບາຍດຶງດູດວິສາຫະກິດລົງທຶນ, ສ້າງຕ່ອງໂສ້ເຊື່ອມຕໍ່ການຜະລິດເຖິງການຈໍາໜ່າຍຜະລິດຕະພັນ. ຊາວກະສິກອນ ຍັງໄດ້ຮັບຊົມ, ຊິມເບິ່ງ ແລະຮັບປະທານຜະລິດຕະພັນຂອງແຂວງ, ຄື: ໝາກລິ້ນຈີ່, ໝາກຂຽບ, ໝາກນັດ, ໝາກໂມ, ໝາກອະງຸ່ນ, ຊາ,...

ການຢ້ຽມຢາມ ແລະເຮັດວຽກເປັນເວລາ 6 ວັນຂອງຄະນະພະນັກງານ, ຊາວກະສິກອນທີ່ດີເດັ່ນແຂວງໄຊສົມບູນ ໄດ້ສິ້ນສຸດລົງດ້ວຍການຕ້ອນຮັບຢ່າງອົບອຸ່ນຂອງບັນດາເພື່ອນສະຫາຍ, ອ້າຍນ້ອງທີ່ສະໜິດສະໜົມ. ພວກຂ້າພະເຈົ້າເຊື່ອໝັ້ນວ່າ ພາຍຫຼັງການໄປທັດສະນະສຶກສາຄັ້ງທີ 2 ຢູ່ແຂວງບັ໊ກຢາງ, ຊາວກະສິກອນທີ່ດີເດັ່ນແຂວງໄຊສົມບູນ ຈະເປັນຜູ້ນໍາໜ້າໃນການໝູນໃຊ້ເຂົ້າໃນພຶດຕິກໍາຕົວຈິງແຫ່ງການຜະລິດຂອງຄອບຄົວ ແລະທ້ອງຖິ່ນ; ພ້ອມທັງແບ່ງປັນບົດຮຽນ, ເຕັກນິກໃຫ້ຊາວກະສິກອນຜູ້ອື່ນໃນແຂວງກ່ຽວກັບຄວາມມຸ່ງມາດປາດຖະໜາຢາກຜ່ານຜ່າຄວາມຫຍຸ້ງຍາກ, ລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ, ສ້າງຄວາມຮັ່ງມີໃນແດນທີ່ມີຄວາມສາມາດບົ່ມຊ້ອນໃນການ ພັດທະນາກະສິກຳຂອງແຂວງໄຊສົມບູນ.

ສົມເພັດ

ເຫດການ
302 Found

Found

The document has moved here.