ການພົວພັນຫວຽດນາມ-ລາວ ສືບຕໍ່ມີບັນດາບາດກ້າວພັດທະນາຢ່າງແຮງ, ແທດຈິງ

18:00 | 20/08/2024

ຍສໝ - ທ່ານນາຍົກລັດຖະມົນຕີຫວຽດນາມ ຖືວ່າ, ໃນສະພາບການພາກພື້ນ ແລະໃນໂລກມີການຜັນແປທີ່ສັບສົນ, ຍາກທີ່ຈະຄາດຄະເນໄດ້, ສອງປະເທດຄວນເພີ່ມທະວີການຮ່ວມມືເພື່ອພ້ອມກັນຮັບມືກັບສິ່ງທ້າທາຍລວມ, ເພື່ອໃຫ້ເໝາະສົມກັບສະພາບການ, ເງື່ອນໄຂ, ຄວາມຕ້ອງການຕົວຈິງຂອງແຕ່ລະຝ່າຍ. ຫວຽດນາມ ຍາມໃດກໍ່ພ້ອມແລ້ວທີ່ຈະສະໜັບສະໜູນ, ຊ່ວຍເຫຼືອລາວ ໃນການດໍາລົງຕໍາແໜ່ງສາກົນໃນປີ 2024 ໃຫ້ປະສົບກັບຜົນສໍາເລັດ, ໃນນັ້ນມີການເປັນປະທານອາຊຽນ.

ລັດຖະມົນຕີ ບຸ່ຍແທງເຊີນ: ການພົວພັນຫວຽດນາມ - ອິນເດຍ ກ້າວໄປໜ້າປະຫວັດສາດໃໝ່ ລັດຖະມົນຕີ ບຸ່ຍແທງເຊີນ: ການພົວພັນຫວຽດນາມ - ອິນເດຍ ກ້າວໄປໜ້າປະຫວັດສາດໃໝ່
ສາມແບບຢ່າງຂອງກໍ່ສ້າງ ແລະ ບຳລຸງນັກສຶກສາ ລາວ ທີ່ມີປະສິດທິຜົນ ແລະ ແທດຈິງ ສາມແບບຢ່າງຂອງກໍ່ສ້າງ ແລະ ບຳລຸງນັກສຶກສາ ລາວ ທີ່ມີປະສິດທິຜົນ ແລະ ແທດຈິງ

ວັນທີ 19 ສິງຫາ, ຢູ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ ເພັດ ພົມພິພັກ ລັດຖະມົນຕີກະຊວງແຜນການ ແລະການລົງທຶນລາວ, ປະທານຄະນະກຳມະການຮ່ວມມື ລາວ-ຫວຽດນາມ ເນື່ອງໃນໂອກາດມາຢ້ຽມຢາມ ແລະເຮັດວຽກຢູ່ຫວຽດນາມ.

ການພົວພັນຫວຽດນາມ-ລາວ ສືບຕໍ່ມີບັນດາບາດກ້າວພັດທະນາຢ່າງແຮງ, ແທດຈິງ
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ກັບທ່ານ ເພັດ ພົມພິພັກ ລັດຖະມົນຕີກະຊວງແຜນການ ແລະການລົງທຶນລາວ, ປະທານຄະນະກຳມະການຮ່ວມມື ລາວ-ຫວຽດນາມ. ພາບ: dangcongsan.vn

ທ່ານນາຍົກລັດຖະມົນຕີຫວຽດນາມ ຕີລາຄາສູງຕໍ່ເລື່ອງຄະນະກໍາມະການຮ່ວມມືສອງປະເທດໄດ້ມານະພະຍາຍາມ, ສົມທົບກັບອົງການທີ່ກ່ຽວຂ້ອງຂອງສອງຝ່າຍ ເພື່ອແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດຫຼາຍຢ່າງໃນບັນດາໂຄງການຮ່ວມມືຕົ້ນຕໍ, ຊຸກຍູ້ການຮ່ວມມືໃນຫຼາຍຂົງເຂດ. ໂດຍຮູ້ມາວ່າ, ລັດຖະບານສອງປະເທດ ພວມຊີ້ນຳຢ່າງເດັດດ່ຽວ, ແກ້ໄຂຢ່າງເດັດຂາດບາງຄວາມຫຍຸ້ງຍາກ, ຂໍ້ຕິດຂັດຂອງບາງໂຄງການທີ່ມີການຊ່ວຍເຫຼືອຂອງຫວຽດນາມ, ບັນດາໂຄງການລົງທຶນຂອງຫວຽດນາມ ຢູ່ລາວ, ໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີຫວຽດນາມ ສະເໜີໃຫ້ຄະນະກຳມະການຮ່ວມມືສອງປະເທດສຸມໃສ່ກວດກາ, ຜັນຂະຫຍາຍຢ່າງເດັດດ່ຽວບັນດາໝາກຜົນຂອງຂໍ້ຕົກລົງຂັ້ນສູງ, ໝາກຜົນຂອງກອງປະຊຸມ ຄັ້ງທີ 46 ຂອງຄະນະກຳມະການລະຫວ່າງລັດຖະບານ ຫວຽດນາມ-ລາວ; ສົມທົບກັນຢ່າງແໜ້ນແຟ້ນກັບຄະນະພົວພັນຕ່າງປະເທດສູນກາງ, ກະຊວງການຕ່າງປະເທດ ແລະບັນດາກະຊວງ, ອົງການທີ່ກ່ຽວຂ້ອງເພື່ອກະກຽມໃຫ້ແກ່ການຢ້ຽມຢາມທາງລັດຖະກິດ ແລະການພົບປະລະຫວ່າງການນຳຂັ້ນສູງຂອງສອງປະເທດ ກໍ່ຄືກອງປະຊຸມຄັ້ງທີ 47 ຂອງຄະນະກຳມະການລະຫວ່າງລັດຖະບານ ຫວຽດນາມ-ລາວ ໃນໄລຍະຈະມາເຖິງໃຫ້ດີທີ່ສຸດ.

ໂດຍເນັ້ນໜັກວ່າ ຫວຽດນາມ ຍາມໃດກໍ່ເອົາໃຈໃສ່, ຕິດຕາມບັນດາການຜັນແປກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມຂອງລາວ ຢ່າງຈົດຈໍ່ ເພື່ອສືບຕໍ່ຊອກຫາມາດຕະການໜູນຊ່ວຍລາວ ຢ່າງມີປະສິດທິຜົນ, ແທດຈິງ, ທ່ານນາຍົກລັດຖະມົນຕີຫວຽດນາມ ຖືວ່າ, ໃນສະພາບການພາກພື້ນ ແລະໃນໂລກມີການຜັນແປທີ່ສັບສົນ, ຍາກທີ່ຈະຄາດຄະເນໄດ້, ສອງປະເທດຄວນເພີ່ມທະວີການຮ່ວມມືເພື່ອພ້ອມກັນຮັບມືກັບສິ່ງທ້າທາຍລວມ, ເພື່ອໃຫ້ເໝາະສົມກັບສະພາບການ, ເງື່ອນໄຂ, ຄວາມຕ້ອງການຕົວຈິງຂອງແຕ່ລະຝ່າຍ. ຫວຽດນາມ ຍາມໃດກໍ່ພ້ອມແລ້ວທີ່ຈະສະໜັບສະໜູນ, ຊ່ວຍເຫຼືອລາວ ໃນການດໍາລົງຕໍາແໜ່ງສາກົນໃນປີ 2024 ໃຫ້ປະສົບກັບຜົນສໍາເລັດ, ໃນນັ້ນມີການເປັນປະທານອາຊຽນ.

ສ່ວນທ່ານ ເພັດ ພົມພິພັກ ລັດຖະມົນຕີກະຊວງແຜນການ ແລະການລົງທຶນລາວ ໄດ້ສະແດງຄວາມຂອບໃຈມາຍັງລັດຖະບານຫວຽດນາມ ທີ່ໄດ້ເອົາໃຈໃສ່, ຊີ້ນຳຢ່າງໃກ້ຊິດ, ສ້າງເງື່ອນໄຂໃຫ້ຄະນະກຳມະການຮ່ວມມືສອງປະເທດມານະພະຍາຍາມ, ສົມທົບກັນຜັນຂະຫຍາຍບັນດາໜ້າທີ່ທີ່ໄດ້ຮັບມອບໝາຍ. ເຫັນດີເປັນເອກະພາບສູງຕໍ່ຄວາມເຫັນຂອງທ່ານ ຟ້າມມິງຈິ໊ງ, ທ່ານ ເພັດ ພົມພິພັກ ໃຫ້ຮູ້ວ່າ ຄະນະກຳມະການຮ່ວມມື ລາວ-ຫວຽດນາມ ຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນກັບຝ່າຍຫວຽດນາມ ເພື່ອຜັນຂະຫຍາຍບັນດາຂໍ້ຕົກລົງຂັ້ນສູງ ນໍາສາຍພົວພັນສາມັກຄີແບບພິເສດລະຫວ່າງ ລາວ-ຫວຽດນາມ ໃຫ້ນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ, ມີປະສິດທິຜົນ. ທ່ານ ເພັດ ພົມພິພັກ ໃຫ້ຮູ້ວ່າ ລາວ ພວມຕັ້ງໜ້າປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ສ້າງເງື່ອນໄຂສະດວກໃຫ້ບັນດາວິສາຫະກິດຕ່າງປະເທດ, ເປັນຕົ້ນແມ່ນວິສາຫະກິດຫວຽດນາມ ມາລົງທຶນດຳເນີນທຸລະກິດຢູ່ລາວ ຢ່າງມີປະສິດທິຜົນ, ພິເສດແມ່ນຊຸກຍູ້ການຜັນຂະຫຍາຍໂຄງການເຊື່ອມຕໍ່ພື້ນຖານໂຄງລ່າງສຳຄັນທີ່ສອງຝ່າຍໄດ້ເຫັນດີເປັນເອກະພາບ.

ສົມເພັດ

ເຫດການ
302 Found

Found

The document has moved here.