ແມ່ຍິງຫວຽດນາມ-ລາວ ປະກອບສ່ວນເພີ່ມພູນຄູນສ້າງນ້ຳໃຈມິດຕະພາບອັນຍິ່ງໃຫຍ່

09:49 | 05/04/2024

ແມ່ຍິງຫວຽດນາມ-ລາວ ປະກອບສ່ວນເພີ່ມພູນຄູນສ້າງນ້ຳໃຈມິດຕະພາບອັນຍິ່ງໃຫຍ່

ປຸກລະດົມງານປະກວດຂຽນບົດບົດແຕ່ງວັນນະຄະດີ, ກະວີນິພົນກ່ຽວກັບ “ແມ່ຍິງຫວຽດນາມ ອາໄສຢູ່ຕ່າງປະເທດ” ປຸກລະດົມງານປະກວດຂຽນບົດບົດແຕ່ງວັນນະຄະດີ, ກະວີນິພົນກ່ຽວກັບ “ແມ່ຍິງຫວຽດນາມ ອາໄສຢູ່ຕ່າງປະເທດ”
ແມ່ຍິງຫວຽດນາມ - ລາວ ໄດ້ຮັດແໜ້ນສາຍພົວພັນມິດຕະພາບ ທີ່ເປັນມູນເຊື້ອ ແລະ ແໜ້ນແຟ້ນຍິ່ງຂຶ້ນ ແມ່ຍິງຫວຽດນາມ - ລາວ ໄດ້ຮັດແໜ້ນສາຍພົວພັນມິດຕະພາບ ທີ່ເປັນມູນເຊື້ອ ແລະ ແໜ້ນແຟ້ນຍິ່ງຂຶ້ນ

ໂດຍແມ່ນເອກອັກຄະລັດຖະທູດຕ່າງປະເທດ ປະຈໍາ ຫວຽດນາມ, ຂໍຮຽນທ່ານແບ່ງປັນຄວາມຮູ້ສຶກຕໍ່ກັບຜູ້ຍິງຫວຽດນາມ ເວົ້າລວມ ແລະບັນດານັກການທູດຍິງຫວຽດນາມ ເວົ້າສະເພາະ?

ຂ້າພະເຈົ້າໄດ້ດຳລົງຊີວິດ ແລະຮຽນຢູ່ຫວຽດນາມ ແຕ່ຄາວຍັງໜຸ່ມ, ໃນໄລຍະປະຕິບັດງານຢູ່ກະຊວງການຕ່າງປະເທດລາວ, ຂ້າພະເຈົ້າ ກໍໄດ້ມີໂອກາດມາຢ້ຽມຢາມ ແລະເຮັດວຽກຢູ່ຫວຽດນາມ ຫຼາຍເທື່ອ. ສິ່ງດັ່ງກ່າວຊ່ວຍຂ້າພະເຈົ້າ ມີເພື່ອນມິດຫຼາຍຄົນ. ຜ່ານນັ້ນ, ຂ້າພະເຈົ້າກໍມີຄວາມເຂົ້າໃຈ ແລະມີຄວາມສະໜິດຕິດພັນກັບປະຊາຊົນ ຫວຽດນາມ, ພິເສດແມ່ນແມ່ຍິງຫວຽດນາມ ມີນໍ້າໃຈເມດຕາຈິດ, ດຸໝັ່ນຂະຫຍັນພຽນ, ສະຫຼາດ, ກ້າຫານ... ເຂົາເຈົ້າຍາມໃດກໍພ້ອມແລ້ວທີ່ຈະອຸທິດສ່ວນ, ເສຍສະຫຼະໃຫ້ປະເທດກໍ່ຄືຄອບຄົວ. ແຕ່ກ່ອນຈົນຮອດປະຈຸບັນແມ່ຍິງຫວຽດນາມ ມີຄວາມຮູ້, ຄວາມເກັ່ງກ້າສາມາດຄືຜູ້ຊາຍ, ໂດຍ ພັກ ແລະລັດ ໄດ້ມີຄວາມເຊື່ອໝັ້ນມອບໝາຍຫຼາຍໜ້າທີ່ ແລະຕຳແໜ່ງຂັ້ນສູງ.

ແມ່ຍິງຫວຽດນາມ-ລາວ ປະກອບສ່ວນເພີ່ມພູນຄູນສ້າງນ້ຳໃຈມິດຕະພາບອັນຍິ່ງໃຫຍ່

ທ່ານເອກອັກຄະລັດຖະທູດລາວ ປະຈຳ ຫວຽດນາມ ນາງ ຄຳເພົາ ເອີນທະວັນ ເຂົ້າຮ່ວມການເຄື່ອນໄຫວໃນຂອບເຂດງານມະໂຫລານອາຫານສາກົນ 2023. ພາບ: ຕ໊ວນຫວຽດ

ສຳລັບບັນດາຄູ່ຮ່ວມງານຍິງຫວຽດນາມ, ຂ້າພະເຈົ້າເຫັນວ່າ ເຂົາເຈົ້າແມ່ນບັນດານັກການທູດທີ່ສະຫຼາດ, ມີຫົວຄິດປະດິດສ້າງ, ມີຈິດໃຈຮັບຜິດຊອບສູງຕໍ່ວຽກງານ. ສິ່ງນັ້ນສະແດງໃຫ້ເຫັນຜ່ານການປະກອບສ່ວນຂອງບັນດານັກການທູດຍິງ ໃນຕະຫຼອດການຕໍ່ສູ້ປົດປ່ອຍຊາດກ່ອນໜ້ານີ້, ກໍ່ຄືໃນໄລຍະປ່ຽນແປງໃໝ່, ສ້າງສາ ແລະພັດທະນາຂອງ ຫວຽດນາມ ໃນປະຈຸບັນ. ໃນນັ້ນຕ້ອງເວົ້າເຖິງການປະກອບສ່ວນຂອງບັນດານັກການທູດຍິງ ເຂົ້າໃນການເຄື່ອນໄຫວສ້າງສາສັນຕິພາບ, ສາມັກຄີ, ມິດຕະພາບ ກໍ່ຄືການຈັດຕັ້ງການເຄື່ອນໄຫວພົບປະ, ຮ່ວມມືກັບບັນດາປະເທດຕ່າງໆຂອງຫວຽດນາມ ປະສົບຜົນສຳເລັດສູງໃນເວທີປາໄສພາກພື້ນ ແລະສາກົນ.

ຄວາມເອກະລັກສະເພາະຂອງວຽກງານການທູດ ແມ່ນຕ້ອງໄປປະຕິບັດງານຢູ່ຕ່າງປະເທດ, ຈຳນວນວຽກງານຫຼາຍ, ທັງສັບສົນ ມີທັງສິ່ງທ້າທາຍຫຼາຍຢ່າງ, ເຖິງຢ່າງໃດກໍ່ຕາມບັນດານັກການທູດຍິງຫວຽດນາມ ກໍ່ສາມາດສຳເລັດໜ້າທີ່ທີ່ໄດ້ຮັບການມອບໝາຍ. ພ້ອມທັງ, ເຂົາເຈົ້າຍັງເຮັດບົດບາດໃນຄອບຄົວເປັນຢ່າງດີ, ເປັນແມ່, ເປັນເອື້ອຍ, ເປັນນ້າສາວ...ເພື່ອຄອບຄົວມີຄວາມຜາສຸກ. ປະຈຸບັນໃນຂົງເຂດການທູດ, ແມ່ຍິງຫວຽດນາມ ໄດ້ຮັບການມອບໝາຍໜ້າທີ່, ຕຳແໜ່ງສຳຄັນ, ຄືຮອງລັດຖະມົນຕີກະຊວງການຕ່າງປະເທດ, ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ, ເອກອັກຄະລັດຖະທູດ, ຫົວໜ້າກົງສູນ ແລະຫຼາຍຕຳແໜ່ງການທູດອື່ນໆ.

ເນື່ອງໃນໂອກາດນີ້, ຂ້າພະເຈົ້າ ຂໍຊົມເຊີຍພັກ ແລະລັດຖະບານຫວຽດນາມ ທີ່ໄດ້ເອົາໃຈໃສ່ການກໍ່ສ້າງພື້ນຖານການທູດຫວຽດນາມ ຮອບດ້ານ, ທັນສະໄໝ, ພິເສດຕໍ່ກັບບັນດານັກການທູດຍິງໃນກົງຈັກຂອງພັກ, ລັດ ແລະການທູດມະຫາຊົນ.

ຂໍຮຽນທ່ານ, ທ່ານຕີລາຄາຄືແນວໃດກ່ຽວກັບບົດບາດຂອງແມ່ຍິງໃນການເພີ່ມພູນຄູນສ້າງນ້ຳໃຈມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານຫວຽດນາມ-ລາວ?

ກ່ອນອື່ນໝົດ, ພວກເຮົາລ້ວນແຕ່ຮູ້ວ່າ ລາວ ແລະຫວຽດນາມ ແມ່ນສອງປະເທດບ້ານໃກ້ເຮືອນຄຽງທີ່ມີການພົວພັນອັນດີງາມ, ມີສາມັກຄີພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະປະຊາຊົນບັນດາເຜົ່າຂອງສອງປະເທດ. ການພົວພັນນີ້ໂດຍປະທານ ໂຮ່ຈີມິນ, ປະທານ ໄກສອນ ພົມວິຫານ ແລະປະທານ ສຸພານຸວົງ ໄດ້ກໍ່ຕັ້ງພື້ນຖານ ແລະການນຳຮຸ່ນຕ່າງໆໄດ້ເພີ່ມພູນຄູນສ້າງ. ສອງປະເທດໄດ້ຄຽງບ່າຄຽງໄຫຼ່, ຊ່ວຍເຫຼືອ, ລະດົມໃຈ, ສົ່ງເສີມກັນໃນການຕໍ່ສູ້ກູ້ຊາດກ່ອນໜ້ານີ້, ກໍ່ຄືໃນໜ້າທີ່ປົກປັກຮັກສາ, ສ້າງສາ ແລະພັດທະນາປະເທດຊາດໃນປະຈຸບັນ.

ແມ່ຍິງຫວຽດນາມ-ລາວ ປະກອບສ່ວນເພີ່ມພູນຄູນສ້າງນ້ຳໃຈມິດຕະພາບອັນຍິ່ງໃຫຍ່

ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບທ່ານນາງ ຄຳເພົາ ເອີນທະວັນ ເອກອັກຄະລັດຖະທູດລາວ ປະຈຳ ຫວຽດນາມ. ພາບ: ສຳນັກຂ່າວສານຫວຽດນາມ

ບົນພື້ນຖານດັ່ງກ່າວ, ແມ່ຍິງລາວ ແລະຫວຽດນາມ ກໍ່ມີການພົວພັນອັນສະໜິດຕິດພັນ, ສະໜິດສະໜົມ, ຮັກແພງ ແລະຊ່ວຍເຫຼືອກັນ. ຜ່ານບັນດາການເຄື່ອນໄຫວຢ້ຽມຢາມຖາມຂ່າວ, ພົບປະແລກປ່ຽນວັດທະນະທຳ, ສິລະປະ... ຢູ່ທຸກຂັ້ນນັບແຕ່ສູນກາງຕະຫຼອດຮອດທ້ອງຖິ່ນ, ແມ່ຍິງສອງປະເທດມີກາລະໂອກາດຮ່ຳຮຽນ, ເຂົ້າໃຈກັນ, ສຶກສາຄົນຮຸ່ນຫຼັງໃຫ້ຊາບຊຶມ, ສືບທອດ ແລະເສີມຂະຫຍາຍການພົວພັນອັນຍິ່ງໃຫຍ່ລະຫວ່າງສອງຊາດ.

ໃນອາຍຸການຂອງຕົນ, ນອກຈາກຄວາມມານະພະຍາຍາມເພີ່ມພູນຄູນສ້າງການພົວພັນຫວຽດນາມ-ລາວ ໃຫ້ນັບມື້ນັບພັດທະນາຮອບດ້ານ ແລະມີປະສິດທິຜົນ, ທ່ານຈະສະຫງວນບຸລິມະສິດໃດແດ່ ເພື່ອຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະຍົກສູງຖານະບົດບາດຂອງແມ່ຍິງສອງປະເທດໃນອະນາຄົດ?

ໃນໄລຍະປະຕິບັດງານຢູ່ຫວຽດນາມ, ນອກຈາກບັນດາການເຄື່ອນໄຫວປະກອບສ່ວນສືບຕໍ່ເພີ່ມທະວີນ້ຳໃຈມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງລາວ ແລະຫວຽດນາມ ແລ້ວ, ຂ້າພະເຈົ້າ ກໍ່ພ້ອມແລ້ວທີ່ຈະຊຸກຍູ້ວຽກງານຄວາມສະເໝີພາບລະຫວ່າງຍິງ-ຊາຍ ເພື່ອຍົກສູງບົດບາດຂອງແມ່ຍິງຢູ່ລາວ ແລະຫວຽດນາມ ໃຫ້ນັບມື້ນັບພົ້ນເດັ່ນທັງຢູ່ພາຍໃນ ແລະຕ່າງປະເທດ.

ພັກ, ລັດ ລາວ ແລະຫວຽດນາມ ໄດ້ມີບັນດານະໂຍບາບເພື່ອເສີມຂະຫຍາຍຖານະ, ຄວາມສາມາດຂອງແມ່ຍິງຜ່ານການຍົກສູງບົດບາດ, ຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ-ຊາຍ ໃນທຸກຂົງເຂດ, ລວມທັງການເມືອງ, ເສດຖະກິດ, ວັດທະນະທຳ- ສັງຄົມ... ສິ່ງນີ້ໄດ້ສະແດງອອກໃນຕະຫຼອດໄລຍະຜ່ານມາ, ແມ່ຍິງລາວ ແລະຫວຽດນາມ ໄດ້ຮັບການມອບບັນດາບົດບາດທີ່ສຳຄັນ, ດຳລົງບັນດາຕຳແໜ່ງນຳພາຂອງພັກ, ລັດ, ສະພາແຫ່ງຊາດ, ບັນດາກະຊວງ, ຂະແໜງການ ແລະທ້ອງຖິ່ນ. ນອກຈາກນັ້ນ, ແມ່ຍິງຍັງແມ່ນບັນດານັກການທູດ, ນັກວິທະຍາສາດ, ທະນາຍຄວາມ, ທະຫານ, ຕຳຫຼວດ, ປະທານບັນດາບໍລິສັດຂະໜາດໃຫຍ່ ແລະນ້ອຍ ແລະນັບມື້ນັບດຳລົງຫຼາຍຕຳແໜ່ງສຳຄັນໃນສັງຄົມ. ພ້ອມກັບຜູ້ຊາຍ, ແມ່ຍິງກໍ່ໄດ້ປະກອບສ່ວນເຂົ້າໃນການພັດທະນາລວມຂອງປະເທດຢ່າງໝັ້ນຄົງເຂັ້ມແຂງ.

ເພື່ອຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ-ຊາຍ ໃນອະນາຄົດ, ຂ້າພະເຈົ້າ ປາດຖະໜາຢາກໃຫ້ ພັກ, ລັດລາວ ແລະຫວຽດນາມ ສືບຕໍ່ສົ່ງເສີມ, ຊຸກຍູ້ ແລະສ້າງກາລະໂອກາດໃຫ້ແມ່ຍິງປະກອບສ່ວນຫຼາຍກວ່າອີກເຂົ້າໃນຂົງເຂດການເມືອງ, ຄຸ້ມຄອງ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ພັດທະນາເສດຖະກິດ-ສັງຄົມ ແລະການທູດ. ແມ່ຍິງ ຈະຄຽງບ່າຄຽງໄຫຼ່ພ້ອມກັບຜູ້ຊາຍປະຕິບັດບັນດາຕາມມະຕິ, ແຜນການ, ນະໂຍບາຍ ເຊິ່ງພັກ ແລະລັດ ວາງອອກໃນແຕ່ລະໄລຍະເພື່ອປະເທດພັດທະນາຢ່າງເຂັ້ມແຂງ ແລະຍືນຍົງ.

ເນື່ອງໃນໂອກາດນີ້, ທ່ານຢາກເວົ້າຫຍັງແດ່ຕໍ່ແມ່ຍິງໃນຍຸກສະໄໝໃໝ່?

ຂ້າພະເຈົ້າ ຢາກເວົ້າກັບແມ່ຍິງທຸກຄົນວ່າ ພວກເຮົາຕ້ອງພາກພູມໃຈເມື່ອໄດ້ເກີດເປັນເພດຍິງໃນໄລຍະທີ່ມີຄວາມສະເໝີພາບລະຫວ່າງຍິງ-ຊາຍ ຄືປະຈຸບັນ ແລະຈົ່ງສືບຕໍ່ເຮັດບົດບາດຜູ້ເປັນແມ່, ເອື້ອຍ, ລູກ... ໃນຄອບຄົວຂອງຕົນໃຫ້ເປັນຢ່າງດີ. ຂ້າພະເຈົ້າ ຂໍຊົມເຊີຍແມ່ຍິງຜູ້ທີ່ບັນລຸໄດ້ຜົນສຳເລັດຫຼາຍຢ່າງໃນໄລຍະຜ່ານມາ ແລະປາດຖະໜາວ່າ ພວກເອື້ອຍນ້ອງຈະສືບຕໍ່ເສີມຂະຫຍາຍບົດບາດແມ່ຍິງໃຫ້ນັບມື້ນັບພົ້ນເດັ່ນກວ່າ.

ຂ້າພະເຈົ້າ ເຊື່ອໝັ້ນວ່າ ແມ່ຍິງຈະມິຄວາມສາມາດພັດທະນາ ແລະດຳລົງຫຼາຍຕຳແໜ່ງໜັກໜ່ວງໃຫ້ປະສົບຜົນສຳເລັດເປັນຢ່າງດີ, ສາມາດປະກອບສ່ວນຢ່າງມີປະສິດທິຜົນເຂົ້າໃນຂົງເຂດວຽກງານຂອງພັກ, ລັດ, ສັງຄົມ ແລະສາກົນ. ແມ່ຍິງຕ້ອງຍົກສູງຈິດໃຈເປັນເຈົ້າການ, ມີຄວາມຮັບຜິດຊອບໃນການປະຕິບັດໜ້າທີ່ວຽກງານ, ພ້ອມທັງເອົາໃຈໃສ່ຍົກສູງຄວາມຮູ້, ຄວາມສາມາດຂອງຕົນດ້ວຍການຮ່ຳຮຽນ ເພື່ອກາຍເປັນກຳລັງທີ່ມີຄວາມຮູ້, ມີຄວາມເກັ່ງກ້າສາມາດ.

ແມ່ຍິງລາວ ແລະຫວຽດນາມ ຄວນສືບຕໍ່ແລກປ່ຽນ, ສົມທົບກັນຢ່າງແໜ້ນແຟ້ນຢູ່ຂັ້ນສູງກາງ, ທ້ອງຖິ່ນ ແລະສາກົນ ເພື່ອແນໃສ່ເພີ່ມທະວີການພົວພັນຮ່ວມມື. ຜ່ານນັ້ນ, ກໍ່ເສີມຂະຫຍາຍບົດບາດຂອງແມ່ຍິງຢູ່ສອງປະເທດ ແລະສືບທອດໃຫ້ແມ່ຍິງຮຸ່ນໜຸ່ມໃນອະນາຄົດຢ່າງມີປະສິດທິຜົນ, ປະກອບສ່ວນປັບປຸງນ້ຳໃຈມິດຕະພາບອັນຍິ່ງໃຫຍ່ ແລະຄວາມສາມັກຄີແບບພິເສດລາວ-ຫວຽດນາມ ໃຫ້ນັບມື້ນັບພັດທະນາ.

ສ່ວນຂ້າພະເຈົ້າ ຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນ ເພື່ອປະຕິບັດໜ້າທີ່ ເຊິ່ງພັກ, ລັດ ລາວ ມອບໝາຍໃຫ້ເປັນຢ່າງດີ ເພື່ອແນໃສ່ສົ່ງເສີມ ແລະຊຸກຍູ້ການພົວພັນຮ່ວມມືສອງຝ່າຍ, ກໍ່ຄືເສີມຂະຫຍາຍບົດບາດຂອງແມ່ຍິງ.

ບູນມີ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.