ຫວຽດນາມ-ລາວ ເສີມຂະຫຍາຍນໍ້າໃຈມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ

14:17 | 15/08/2024

ຍສໝ - ທ່ານ ເຈິ່ນກວາງເຟືອງ ຖືວ່າ: ການເຈລະຈາໄດ້ສະແດງໃຫ້ເຫັນຄວາມຕັດສິນໃຈໃນການປັບປຸງ ແລະພັດທະນາສາຍພົວພັນອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງຫວຽດນາມ-ລາວ ເວົ້າລວມ ແລະລະຫວ່າງສະພາແຫ່ງຊາດຂອງສອງປະເທດເວົ້າສະເພາະ.

ພ້ອມກັນເພີ່ມພູນຄູນສ້າງນໍ້າໃຈມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານຫວຽດນາມ-ລາວ ພ້ອມກັນເພີ່ມພູນຄູນສ້າງນໍ້າໃຈມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານຫວຽດນາມ-ລາວ
ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ-ລາວ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ-ລາວ

ວັນທີ 13 ສິງຫາ, ຢູ່ຮ່າໂນ້ຍ, ທ່ານ ເຈິ່ນກວາງເຟືອງ ຮອງປະທານສະພາແຫ່ງຊາດຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານພົນຕີ ວົງສັກ ພັນທະວົງ, ປະທານຄະນະກຳມາທິການປ້ອງກັນຊາດ ແລະປ້ອງກັນຄວາມສະຫງົບ ຂອງສະພາແຫ່ງຊາດລາວ ທີ່ມາຢ້ຽມຢາມ ແລະເຮັດວຽກຢູ່ຫວຽດນາມ.

ຕີລາຄາສູງຜົນແຫ່ງການເຈລະຈາລະຫວ່າງຄະນະກຳມາທິການປ້ອງກັນຊາດ ແລະປ້ອງກັນຄວາມສະຫງົບຂອງສະພາແຫ່ງຊາດສອງປະເທດ, ທ່ານ ເຈິ່ນກວາງເຟືອງ ຖືວ່າ: ການເຈລະຈາໄດ້ສະແດງໃຫ້ເຫັນຄວາມຕັດສິນໃຈໃນການປັບປຸງ ແລະພັດທະນາສາຍພົວພັນອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງຫວຽດນາມ-ລາວ ເວົ້າລວມ ແລະລະຫວ່າງສະພາແຫ່ງຊາດຂອງສອງປະເທດເວົ້າສະເພາະ.

ຫວຽດນາມ-ລາວ ເສີມຂະຫຍາຍນໍ້າໃຈມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ
ທ່ານ ເຈິ່ນກວາງເຟືອງ ຮອງປະທານສະພາແຫ່ງຊາດຫວຽດນາມ ຕ້ອນຮັບທ່ານພົນຕີ ວົງສັກ ພັນທະວົງ, ປະທານຄະນະກຳມາທິການປ້ອງກັນຊາດ ແລະປ້ອງກັນຄວາມສະຫງົບຂອງສະພາແຫ່ງຊາດລາວ. ພາບ: quochoi.vn

ທ່ານ ເຈິ່ນກວາງເຟືອງ ເນັ້ນໜັກວ່າ ໃນໄລຍະຜ່ານມາ, ສາຍພົວພັນລະຫວ່າງສອງປະເທດເວົ້າລວມ ແລະການຮ່ວມມືລະຫວ່າງສະພາແຫ່ງຊາດສອງປະເທດເວົ້າສະເພາະ ໄດ້ຮັບການປັບປຸງ ແລະ ພັດທະນາເຂົ້າສູ່ລວງເລິກຢ່າງບໍ່ຢຸດຢັ້ງ. ການນຳສອງຝ່າຍສືບຕໍ່ຮັກສາການແລກປ່ຽນ ແລະການພົບປະຂັ້ນສູງດ້ວຍຫຼາຍຮູບການ; ການພົບປະແລກປ່ຽນລະຫວ່າງບັນດາຄະນະກໍາມາທິການວິຊາສະເພາະ, ກຸ່ມສະມາຊິກລັດຖະສະພາມິດຕະພາບ... ບັນລຸໄດ້ໝາກຜົນທີ່ຕັ້ງໜ້າຫຼາຍຢ່າງ. ແຜນນະໂຍບາຍສະເໝີຕົ້ນສະເໝີປາຍຂອງພັກ ແລະລັດ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການພັດທະນາສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ຫວຽດນາມ - ລາວ.

ໃນໄລຍະຈະມາເຖິງ, ສອງຄະນະກໍາມາທິການ ຈະສືບຕໍ່ສົມທົບກັນເພື່ອກະກຽມໃຫ້ແກ່ການຢ້ຽມຢາມຂອງການນຳພັກ, ລັດຂອງສອງປະເທດ ໃຫ້ເປັນຢ່າງດີ; ຕັ້ງໜ້າກະກຽມບັນດາກອງປະຊຸມ, ກອງປະຊຸມສຳມະນາທາບທາມບົດຮຽນປະສົບການ ໃນການສ້າງກົດໝາຍ ແລະ ຕິດຕາມກວດກາຂໍ້ຕົກລົງສອງຝ່າຍ... ຜ່ານນັ້ນນໍາການພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດສອງປະເທດນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ ແລະມີປະສິດທິຜົນກວ່າ. ສະພາແຫ່ງຊາດຫວຽດນາມ ຍາມໃດກໍ່ພ້ອມແລ້ວທີ່ຈະສົມທົບກັນ, ແລກປ່ຽນ, ແບ່ງປັນບົດຮຽນປະສົບການເຄື່ອນໄຫວກັບສະພາແຫ່ງຊາດລາວ ເພື່ອພ້ອມກັນປະຕິບັດໜ້າທີ່ ແລະຄວາມຮັບຜິດຊອບທີ່ປະຊາຊົນໄດ້ມອບໝາຍໃຫ້ຢ່າງມີປະສິດທິຜົນ ກໍຄືບັນດາຂໍ້ຕົກລົງທີ່ສອງຝ່າຍໄດ້ລົງນາມ.

ສ່ວນທ່ານພົນຕີ ວົງສັກ ພັນທະວົງ ໄດ້ສະແດງຄວາມຂອບໃຈສະພາແຫ່ງຊາດຫວຽດນາມ ທີ່ໄດ້ຊ່ວຍເຫຼືອ ແລະໜູນຊ່ວຍສະພາແຫ່ງຊາດລາວ; ປາດຖະໜາວ່າ ໃນໄລຍະຈະມາເຖິງ, ສະພາແຫ່ງຊາດສອງປະເທດຈະສືບຕໍ່ເອົາໃຈໃສ່ຊີ້ນຳບັນດາອົງການຂອງສະພາແຫ່ງຊາດ, ອົງການຂອງຄະນະປະຈໍາສະພາແຫ່ງຊາດຂອງສອງປະເທດ, ຕັ້ງໜ້າຜັນຂະຫຍາຍການຮ່ວມມື, ແລກປ່ຽນ, ແບ່ງປັນບົດຮຽນໃນການເຄື່ອນໄຫວ.

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.