ສໍາລັບປະຊາຊົນທີ່ດຳລົງຊີວິດສອງຟາກຊາຍແດນ ຢູ່ຕາແສງ ເຮື໊ອງວຽດ (ເມືອງເຮື໋໊ອງຮ໊ວາ, ແຂວງກວ໋າງຈິ, ຫວຽດນາມ) ແລະ ກຸ່ມບ້ານລາໂກ່ (ເມືອງເຊໂປນ, ແຂວງສາຫວັນນະເຂດ, ລາວ) ແລ້ວ, ບັນດາພະນັກງານ, ນັກຮົບຄ້າຍທະຫານຊາຍແດນເຮື໊ອງເລິບ, ກອງບັນຊາການທະຫານຊາຍແດນ ແຂວງກວ໋າງຈິ ແມ່ນທູດແຫ່ງນ້ຳໃຈມິດຕະພາບລະຫວ່າງຫວຽດນາມ - ລາວ. ຄວາມມານະພະຍາຍາມທີ່ບໍ່ຮູ້ອິດຮູ້ເມື່ອຍຂອງທະຫານຊາຍແດນ ໃນວຽກງານກໍ່ສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ສະຖຽນລະພາບ, ການຮ່ວມມື ແລະພ້ອມກັນພັດທະນາ ໄດ້ປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານຫວຽດນາມ - ລາວ.
ຄວາມສະໜິດຕິດພັນທີ່ໝັ້ນແກ່ນລະຫວ່າງຫວຽດນາມ ແລະລາວ
ຄວາມສະດວກໃນການຄົມມະນາຄົມ, ບ່ອນຢູ່ອາໄສ ແລະສິ່ງທີ່ສຳຄັນແມ່ນ “ມີຕົ້ນກຳເນີດມາຈາກບ່ອນດຽວກັນ” ໄດ້ຊ່ວຍປະຊາຊົນສອງຟາກຊາຍແດນ ຢູ່ຕາແສງເຮື໊ອງຫວຽດ ແລະກຸ່ມບ້ານລາໂກ່ ມີສາຍພົວພັນສະໜິດແໜ້ນ, ເລິກເຊິ່ງ. ພາຍຫຼັງທີ່ນັດໝາຍມາຫຼາຍຄັ້ງ, ພວກຂ້າພະເຈົ້າ ໄດ້ມາຮອດເຂດດິນແດນແຫ່ງນີ້ ເພື່ອເຫັນໄດ້ ແລະ ຮູ້ສຶກເຖິງສາຍພົວພັນມິດຕະພາບແບບພິເສດ ຫວຽດນາມ - ລາວ ຢ່າງຈະແຈ້ງກວ່າ. ໃນທ້າຍເດືອນກຸມພາ ແມ່ນໄລຍະປ່ຽນລະດູລະຫວ່າງລະດູບານໃໝ່ຂອງຫວຽດນາມ ແລະລະດູແລ້ງຂອງລາວ. ຖະໜົນຫົນທາງໄປຮອດ ບ້ານອາເວຍ ແມ່ນເສັ້ນທາງດິນແດງ, ຢູ່ສອງເບື້ອງຂອງເສັ້ນທາງນີ້ ມີສວນປູກມັນຕົ້ນຂຽວອຸ່ມທຸ່ມ. ທ່ານພັນໂທ ໂຮ່ເລລ້ວນ, ຫົວໜ້າການເມືອງຄ້າຍທະຫານຊາຍແດນ ເຮື໊ອງເລິບ ໃຫ້ຮູ້ວ່າ: ນີ້ແມ່ນສວນປູກມັນຕົ້ນສາມັກຄີ, ມິດຕະພາບ ຍ້ອນມີການປະກອບສ່ວນຂອງບັນດາຄອບຄົວຢູ່ສອງຟາກຊາຍແດນ, ໃນນັ້ນມີປະຊາຊົນບ້ານອາເວຍ ໄດ້ປະກອບທີ່ດິນ, ສ່ວນປະຊາຊົນບ້ານກາຕຽງ ໄດ້ປະກອບເຫື່ອແຮງ.
ຄ້າຍທະຫານຊາຍແດນ ເຮື໊ອງເລິບ ມອບຂອງຂວັນໃຫ້ແກ່ຄູອາຈານ, ນັກຮຽນ ໂຮງຮຽນປະຖົມສຶກສາອາເວຍ. ພາບ: ຈຸກຮ່າ |
ເມື່ອປະມານສິບປີກ່ອນໜ້ານີ້, ບ້ານອາເວຍ ແລະ ບ້ານກາຕຽງ ໄດ້ແຮກສ່ຽວນຳກັນ. ວຽກງານດັ່ງກ່າວໄດ້ສ້າງຄວາມສະດວກໃຫ້ປະຊາຊົນ ຊ່ວຍເຫຼືອກັນພັດທະນາເສດຖະກິດ, ບືນຕົວຂຶ້ນເພື່ອໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກ. "ສວນຕົ້ນໄມ້ມິດຕະພາບ" ແມ່ນກິດຈະການສະເຫຼີມສະຫຼອງ ໃຫ້ແກ່ເຫດການນີ້, ມາຮອດປັດຈຸບັນ ໄດ້ຂະຫຍາຍຕົວດີທີ່ສຸດ ແລະໄດ້ເກັບກ່ຽວຜົນຜະລິດປະຈໍາປີ. ສວນຕົ້ນໄມ້ມິດຕະພາບແຫ່ງນີ້ ຍັງນຳມາເຊິ່ງລາຍຮັບເພື່ອຮັບໃຊ້ວຽກງານລວມຂອງບ້ານ. “ການເຮັດທຸລະກິດຮ່ວມກັນ” ຂອງປະຊາຊົນບ້ານອາເວຍ ແລະ ບ້ານກາຕຽງ ກໍ່ຊ່ວຍເຮັດໃຫ້ການດໍາລົງຊີວິດຂອງຫຼາຍຄອບຄົວໄດ້ຮັບການປັບປຸງຢ່າງຈະແຈ້ງ. ລາຍຮັບຈາກການຂາຍມັນຕົ້ນ ໄດ້ຊ່ວຍໃຫ້ຄອບຄົວ ຊື້ເຄື່ອງໃຊ້ໃນຄົວເຮືອນ, ບາງຄອບຄົວຊື້ໂທລະທັດ, ລົດຈັກ, ໃຫ້ລູກໄປຮຽນຢູ່ໄກ...
ສິ່ງທີ່ໜ້າສົນໃຈໄປກວ່າ ນັ້ນແມ່ນເມື່ອໄປຮອດບ້ານອາເວຍ, ພວກຂ້າພະເຈົ້າ ໄດ້ພົບປະກັບຊາວລາວ ທີ່ມີເຊື້ອຊາດຫວຽດນາມ. ພໍ່ຕູ້ ກາດິງ ມີຄວາມພາກພູມໃຈທີ່ໄດ້ອຸທິດຊີວິດໄວໜຸ່ມຂອງຕົນທັງໝົດ ໃຫ້ແກ່ການປະຕິວັດຫວຽດນາມ. ເກືອບ 20 ປີ, ພໍ່ຕູ້ໄດ້ຕໍ່ສູ້ໃນສະໜາມຮົບ ບິ່ງຈິທຽນ, ພໍ່ຕູ້ເຄີຍເຂົ້າຮ່ວມບັ້ນຮົບ ແຄແຊງ, ບຸກໂຈມຕີປ້ອມຕາເກີນ... ເມື່ອແຂວງກວ໋າງຈິ ໄດ້ຮັບການປົດປ່ອຍ, ພໍ່ຕູ້ ກາດິງ ເຂົ້າຮ່ວມເຮັດວຽກງານຊາວໜຸ່ມ ແລະອຸທິດຊີວິດໄວໜຸ່ມຂອງຕົນ ເພື່ອກໍ່ສ້າງເມືອງເຮື້ອງຮວ໊າ. ເມື່ອຖືກຖາມວ່າເປັນຫຍັງມື້ນັ້ນຈຶ່ງເລືອກອາໄສຢູ່ບ້ານອາເວຍ ແທນທີ່ຈະກັບຄືນເມືອຕາແສງ ເຮື້ອງຫວຽດ, ພໍ່ຕູ້ ກາດິງ ເວົ້າວ່າ: “ຍາມນັ້ນ, ຂ້າພະເຈົ້າຄິດວ່າຢູ່ລາວ ຫຼືຢູ່ຫວຽດນາມ ກໍແມ່ນການສ້າງສາບ້ານເກີດເມືອງນອນ ເພາະວ່າຍັງມີຫຼາຍຄົນກໍ່ເລືອກແບບນັ້ນ. ປະຈຸບັນ, ປະຊາຊົນຢູ່ບ້ານອາເວຍ ແລະຕາແສງເຮື້ອງຫວຽດ ຍັງຄົງຄືເກົ່າ, ຍັງເວົ້າພາສາ ເວິນກ່ຽວ”.
ມຸ່ງໄປສູ່ຄຸນຄ່າທີ່ຍືນຍົງ
ຫຼັກໝາຍທີ 591 ຕັ້ງຢູ່ເຂດດ່ານຊາຍແດນ ຕາຣຸ່ງ (ຕາແສງເຮື໊ອງຫວຽດ, ເມືອງເຮື້ອງຮວ໊າ), ສະຖານທີ່ແຫ່ງນີ້ ໄດ້ດໍາເນີນຫຼາຍກິດຈະກໍາເຄື່ອນໄຫວຮ່ວມກັນ ຂອງກຳລັງປ້ອງກັນຊາຍແດນ ແລະປະຊາຊົນທີ່ຢູ່ສອງຟາກຊາຍແດນ. ເມື່ອພະຍາດໂຄວິດ-19 ແຜ່ລະບາດ, ການເຂົ້າ-ອອກເມືອງຖືກຢຸດຊົ່ວຄາວ ເພື່ອຮັບໃຊ້ວຽກງານປ້ອງກັນ ແລະຕ້ານໂລກລະບາດ, ສິ່ງດັ່ງກ່າວໄດ້ເຮັດໃຫ້ການດໍາລົງຊີວິດ ຂອງບັນດາຄອບຄົວຢູ່ບ້ານລາໂກ່ ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ. ແຕ່ວ່າຢູ່ຫຼັກໝາຍແຫ່ງນີ້, ຖົງເຂົ້າ, ນ້ຳປາ, ຖົງເກືອ, ໝີ່ສຳເລັດຮູບ, ເຄື່ອງອຸປະກອນການແພດເພື່ອປ້ອງກັນ ແລະ ສະກັດກັ້ນພະຍາດ ໄດ້ຂົນສົ່ງມາແຫ່ງນີ້ເພື່ອຊ່ວຍໃຫ້ປະຊາຊົນລາວ ຜ່ານຜ່າຄວາມຫຍຸ້ງຍາກ.
ເຍົາວະຊົນ ຫວຽດນາມ-ລາວ ຮ່ວມເບີກບານມ່ວນຊື່ນໃນບຸນໄຫວ້ພະຈັນ ໂດຍຄ້າຍທະຫານຊາຍແດນ ເຮື໊ອງເລິບ ແລະກອງຮ້ອຍຊາຍແດນ 321 ຈັດຕັ້ງ. ພາບ: ຈຸກຮ່າ |
ຫວ່າງມໍ່ໆມານີ້ ໄດ້ດໍາເນີນລາຍການພົບປະ, ແລກປ່ຽນປະສົບການ ແລະ ມອບຂອງຂວັນໃຫ້ຄູອາຈານ ແລະ ນັກຮຽນຢູ່ໂຮງຮຽນປະຖົມສຶກສາ-ມັດທະຍົມຕອນຕົ້ນກິນນອນຊົນເຜົ່າ ລາໂກ່ ແລະ ໂຮງຮຽນປະຖົມສຶກສາ-ມັດທະຍົມຕອນຕົ້ນ ເຮື໊ອງຫວຽດ. ຜ່ານລາຍການນີ້, ໄດ້ມອບຂອງຂວັນນັບຮ້ອຍພູດ ເຊິ່ງລວມມີເຄື່ອງໃຊ້, ສິ່ງຂອງທີ່ຈໍາເປັນ, ອຸປະກອນການຮຽນ, ໂສ້ງເສື້ອ, ຜ້າຫົ່ມໃຫ້ແກ່ປະຊາຊົນ, ນັກຮຽນ ແລະ ກອງຮ້ອຍຊາຍແດນ 321 (ກອງບັນຊາການທະຫານແຂວງສະຫວັນນະເຂດ).
ທ່ານພັນໂທ ຫງວຽນກົງຈິ່ງ, ຫົວໜ້າຄ້າຍທະຫານຊາຍແດນເຮື໊ອງເລິບ ແບ່ງປັນວ່າ: “ພວກຂ້າພະເຈົ້າ ໄດ້ລະດົມຜູ້ໃຈບຸນໃຈກຸສົນໜູນຊ່ວຍເຄື່ອງຂອງທີ່ຈໍາເປັນໃຫ້ແກ່ປະຊາຊົນ ຢູ່ສອງຟາກຊາຍແດນ. ສິ່ງພິເສດແມ່ນເມື່ອຮູ້ວ່າແມ່ນລາຍການດັ່ງກ່າວໜູນຊ່ວຍໃຫ້ເພື່ອນມິດລາວ, ຜູ້ໃຈບຸນໃຈກຸສົນ ໄດ້ປະກອບ, ສະໜັບສະໜູນຢ່າງສຸດອົກສຸດໃຈ”.
ທ່ານພັນຕີ ແກ້ວເລີດມາ, ຫົວໜ້າການເມືອງກອງຮ້ອຍຊາຍແດນ 321 ໄດ້ຕ້ອນຮັບພວກຂ້າພະເຈົ້າຢ່າງອົບອຸ່ນ ປຽບເໝືອນດັ່ງຍາດຕິພີ່ນ້ອງ ຢູ່ໄກກັບຄືນມາບ້ານຊ່ອງ. ເລື່ອງລາວຕ່າງໆກໍ່ຈະເລົ່າງ່າຍຂຶ້ນກວ່າ ເມື່ອມີພະນັກງານ ແລະນັກຮົບຫຼາຍຄົນໃນກົມກອງຮູ້ພາສາຫວຽດ. ໃນແຕ່ລະເລື່ອງ, ພວກຂ້າພະເຈົ້າຮູ້ສຶກເຖິງຄວາມຮັກແພງ ທີ່ທະຫານຊາຍແດນສອງປະເທດສະຫງວນໃຫ້ກັນ, ບໍ່ພຽງແຕ່ໃນຄຳເວົ້າເທົ່ານັ້ນ ຫາກຍັງສະແດງອອກໃຫ້ເຫັນໃນວຽກເຮັດງານທຳຢ່າງລະອຽດ. ດ້ວຍທຸກສິ່ງທຸກຢ່າງທີ່ໄດ້, ພວມ ແລະຈະປະຕິບັດ, ພວກຂ້າພະເຈົ້າເຊື່ອໝັ້ນວ່າ ບັນດາທູດແຫ່ງນ້ຳໃຈມິດຕະພາບ ລະຫວ່າງຫວຽດນາມ - ລາວ ຈະປະຕິບັດໜ້າທີ່ ເຊິ່ງພັກ, ລັດ ແລະປະຊາຊົນສອງປະເທດມີຄວາມໄວ້ວາງໃຈມອບໃຫ້ນັບມື້ນັບໄດ້ດີກວ່າ.
ບູນມີ