ສ້າງກຳລັງໜູນໃຫ້ແກ່ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ລະຫວ່າງຫວຽດນາມ-ລາວ-ກໍາປູເຈຍ

23:03 | 15/07/2024

ຍສໝ - ພາຍຫຼັງທີ່ທ່ານປະທານປະເທດ ໂຕເລິມ ສິ້ນສຸດການຢ້ຽມຢາມທາງລັດຖະກິດເຖິງ ສປປ ລາວ ແລະລາຊະອານາຈັກກໍາປູເຈຍ ຄັ້ງທໍາອິດໃນຖານະຕໍາແໜ່ງໃໝ່, ທ່ານ ບຸ່ຍແທັງເຊີນ ລັດຖະມົນຕີການຕ່າງປະເທດຫວຽດນາມ ໄດ້ໃຫ້ສຳພາດຕໍ່ນັກຂ່າວກ່ຽວກັບຄວາມໝາຍ ກໍ່ຄືໝາກຜົນອັນພົ້ນເດັ່ນຂອງການຢ້ຽມຢາມ. ຕໍ່ໄປນີ້ແມ່ນເນື້ອໃນການສໍາພາດ.

ຂໍຮຽນທ່ານລັດຖະມົນຕີ, ຂໍທ່ານໃຫ້ຮູ້ຄວາມໝາຍຂອງການຢ້ຽມຢາມທາງລັດຖະກິດເຖິງ ລາວ ແລະກໍາປູເຈຍ ຂອງທ່ານປະທານປະເທດ ໂຕເລິມ?

ນີ້ແມ່ນການຢ້ຽມຢາມຕ່າງປະເທດຄັ້ງທໍາອິດຂອງທ່ານປະທານປະເທດ ໂຕເລິມ ໃນຕໍາແໜ່ງໃໝ່. ໝາກຜົນທີ່ບັນລຸໄດ້ໃນການຢ້ຽມຢາມມີຄວາມໝາຍສຳຄັນທີ່ສຸດສຳລັບການພົວພັນລະຫວ່າງຫວຽດນາມ ກັບ ລາວ ແລະກໍາປູເຈຍ, ມິດຕະພາບມາແຕ່ດົນນານກັບຫວຽດນາມ. ການຢ້ຽມຢາມໄດ້ປະກອບສ່ວນເພີ່ມທະວີຄວາມສະໜິດຕິດພັນ, ການຮ່ວມມືທີ່ເປັນມູນເຊື້ອ, ມີປະສິດທິຜົນລະຫວ່າງ 3 ປະເທດ ຫວຽດນາມ-ລາວ-ກໍາປູເຈຍ.

ສ້າງກຳລັງໜູນໃຫ້ແກ່ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ລະຫວ່າງຫວຽດນາມ-ລາວ-ກໍາປູເຈຍ
ທ່ານ ບຸ່ຍແທັງເຊີນ ລັດຖະມົນຕີການຕ່າງປະເທດຫວຽດນາມ. ພາບ: nhandan.vn

ການຢ້ຽມຢາມໄດ້ຮັບຜົນສຳເລັດໃນທຸກດ້ານ, ເປັນຂີດໝາຍໃໝ່ໃນການຜັນຂະຫຍາຍນະໂຍບາຍການພົວພັນຕ່າງປະເທດຂອງກອງປະຊຸມໃຫຍ່ທົ່ວປະເທດ ຄັ້ງທີ XIII ຂອງພັກ, ພ້ອມທັງຢັ້ງຢືນຄວາມຕັດສິນໃຈຂອງພັກ, ລັດ ແລະປະຊາຊົນຫວຽດນາມ ໃນການປັບປຸງ ແລະພັດທະນາສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ ຫວຽດນາມ-ລາວ ແລະການພົວພັນບ້ານໃກ້ເຮືອນຄຽງອັນດີງາມ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ຍືນຍົງຍາວນານ ຫວຽດນາມ-ກໍາປູເຈຍ.

ການຢ້ຽມຢາມກໍ່ແມ່ນໝາກຜົນແຫ່ງການຜັນຂະຫຍາຍຂໍ້ຕົກລົງຂັ້ນສູງ, ເປັນຕົ້ນແມ່ນໝາກຜົນຂອງກອງປະຊຸມຂັ້ນສູງລະຫວ່າງພັກກອມມູນິດຫວຽດນາມ, ພັກປະຊາຊົນປະຕິວັດລາວ ແລະພັກປະຊາຊົນກຳປູເຈຍ (CPP). ໝາກຜົນແຫ່ງການຢ້ຽມຢາມຄັ້ງນີ້ຈະເປັນຂີດໝາຍໃຫ້ໄລຍະພັດທະນາໃໝ່, ສະໜິດຕິດພັນ, ປະສິດທິຜົນ ແລະສາມັກຄີລະຫວ່າງຫວຽດນາມ ກັບລາວ ແລະກໍາປູເຈຍ ກໍ່ຄືລະຫວ່າງສາມປະເທດ.

ຂໍຮຽນທ່ານລັດຖະມົນຕີ, ຂໍທ່ານໃຫ້ຮູ້ໝາກຜົນອັນພົ້ນເດັ່ນຂອງການຢ້ຽມຢາມ?

ໃນໄລຍະຢ້ຽມຢາມລາວ ແລະກໍາປູເຈຍ ບໍ່ຮອດ 3 ວັນນັ້ນ, ທ່ານປະທານປະເທດ ໂຕເລິມ ໄດ້ມີລາຍການເຄື່ອນໄຫວເຕັມດ້ວຍການເຈລະຈາ, ການພົບປະກັບການນຳຂັ້ນສູງຂອງສອງປະເທດ, ການຢ້ຽມຢາມຮາກຖານເສດຖະກິດ, ການພົບປະ ແລະໂອ້ລົມກັບນັກຮຽນ, ນັກສຶກສາ, ປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດສອງປະເທດ. ເນື່ອງໃນໂອກາດນີ້, ການນຳບັນດາຄະນະ, ກະຊວງ, ຂະແໜງການກໍ່ໄດ້ມີການເຮັດວຽກກັບຄູ່ຮ່ວມມືຂອງ ລາວ ແລະກໍາປູເຈຍ ເພື່ອແລກປ່ຽນເນື້ອໃນຮ່ວມມືຢ່າງລະອຽດ.

ຢູ່ລາວ, ສອງຝ່າຍສືບຕໍ່ຢັ້ງຢືນຄວາມຕັດສິນໃຈສູງໃນການພັດທະນາສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ ຫວຽດນາມ-ລາວ ໃຫ້ເຂົ້າສູ່ລວງເລິກ, ແທດຈິງ ແລະມີປະສິດທິຜົນກວ່າ. ສອງຝ່າຍໄດ້ເຫັນດີເປັນເອກະພາບສູງກ່ຽວກັບມາດຕະການເພື່ອສືບຕໍ່ຜັນຂະຫຍາຍຂໍ້ຕົກລົງຂັ້ນສູງລະຫວ່າງສອງພັກ, ສອງລັດໃຫ້ມີປະສິດທິຜົນ, ປະກອບສ່ວນສ້າງກຳລັງໜູນໃໝ່, ຍູ້ແຮງການພົວພັນລະຫວ່າງສອງປະເທດໃນໄລຍະຈະມາເຖິງ; ໃນນັ້ນ, ສືບຕໍ່ເອົາໃຈໃສ່ເປັນພິເສດເຖິງຂົງເຂດປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ເສດຖະກິດ-ການຄ້າ-ການລົງທຶນ, ການສຶກສາ-ກໍ່ສ້າງ, ວັດທະນະທຳ ແລະການພົບປະແລກປ່ຽນປະຊາຊົນ. ບົນພື້ນຖານນັ້ນ, ສອງຝ່າຍໄດ້ເຫັນດີເປັນເອກະພາບສົມທົບກັນຜັນຂະຫຍາຍຂໍ້ຕົກລົງຍຸດທະສາດຮ່ວມມື ຫວຽດນາມ-ລາວ ໄລຍະ 2021-2030 ແລະສັນຍາກ່ຽວກັບການຮ່ວມມືສອງຝ່າຍ ຫວຽດນາມ-ລາວ ໄລຍະ 2021-2025 ຢ່າງມີປະສິດທິຜົນ; ພ້ອມທັງ, ສືບຕໍ່ມານະພະຍາຍາມແກ້ໄຂຂໍ້ຕິດຂັດເພື່ອຜັນຂະຫຍາຍບັນດາໂຄງການຮ່ວມມືສຳຄັນຂອງສອງປະເທດຢ່າງມີປະສິດທິຜົນ.

ເພື່ອຮັກສາ ແລະເສີມຂະຫຍາຍມູນເຊື້ອອັນລ້ຳຄ່າ, ສາຍພົວພັນແບບພິເສດມີໜຶ່ງບໍ່ມີສອງລະຫວ່າງສອງປະເທດ, ການນຳສອງປະເທດເຫັນດີເປັນເອກະພາບນໍາກັນວ່າສອງຝ່າຍຄວນຍູ້ແຮງການໂຄສະນາ, ສຶກສາອົບຮົມໃນໝູ່ປະຊາຊົນທຸກຊັ້ນຄົນ, ເປັນຕົ້ນແມ່ນລຸ້ນໜຸ່ມກວ່າອີກ; ພ້ອມທັງ, ເຫັນດີເປັນເອກະພາບຍູ້ແຮງການຮ່ວມມືລະຫວ່າງທ້ອງຖິ່ນ, ເປັນຕົ້ນແມ່ນລະຫວ່າງບັນດາແຂວງຊາຍແດນ.

ກ່ຽວກັບການຮ່ວມມືໃນພາກພື້ນ ແລະສາກົນ, ສອງຝ່າຍໃຫ້ຄຳໝັ້ນສັນຍາສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນເຊິ່ງກັນ ແລະກັນຢູ່ເວທີປາໄສພາກພື້ນ ແລະສາກົນ, ເປັນຕົ້ນແມ່ນໃນຂອບເຂດອາຊຽນ, ສະຫະປະຊາຊາດ ແລະອະນຸພາກພື້ນແມ່ນໍ້າຂອງ. ການນຳຂັ້ນສູງຂອງລາວ ໄດ້ຕີລາຄາສູງການໜູນຊ່ວຍຂອງຫວຽດນາມ ໃນຂະບວນການກະກຽມ ແລະຈັດຕັ້ງກອງປະຊຸມຕ່າງໆໃນປີເປັນປະທານອາຊຽນ. ທ່ານປະທານປະເທດ ໂຕເລິມ ຢັ້ງຢືນວ່າ ຫວຽດນາມ ຈະສືບຕໍ່ສົມທົບກັນຢ່າງຕັ້ງໜ້າ ແລະສະໜັບສະໜູນລາວ ປະຕິບັດສໍາເລັດໜ້າທີ່ສາກົນໃນປີ 2024, ໃນນັ້ນມີບົດບາດເປັນປະທານອາຊຽນ ແລະສະມັດຊາລັດຖະສະພາລະຫວ່າງຊາດອາຊຽນ 2024 (AIPA 2024).

ຢູ່ກໍາປູເຈຍ, ສອງຝ່າຍເຫັນດີເປັນເອກະພາບຊຸກຍູ້ ແລະເພີ່ມທະວີຄວາມສາມັກຄີ, ຄວາມໄວ້ເນື້ອເຊື່ອໃຈ ແລະຄວາມເຂົ້າໃຈເຊິ່ງກັນ ແລະກັນ, ນໍາການຮ່ວມມືສອງຝ່າຍເຂົ້າສູ່ ລວງເລິກເຊິ່ງ, ແທດຈິງ ແລະມີປະສິດທິຜົນເທື່ອລະກ້າວ.

ສອງຝ່າຍເຫັນດີເປັນເອກະພາບຜັນຂະຫຍາຍການຮ່ວມມືດ້ານເສດຖະກິດ-ການຄ້າ-ການລົງທຶນ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການຮ່ວມມືດ້ານຊາຍແດນ, ຜູ້ອອກແຮງງານ, ການພົບປະແລກປ່ຽນປະຊາຊົນ... ສອງຝ່າຍຊົມເຊີຍອົງການທີ່ກ່ຽວຂ້ອງຂອງສອງປະເທດໄດ້ສົມທົບກັນຢ່າງແໜ້ນແຟ້ນແນໃສ່ກໍ່ສ້າງຊາຍແດນສັນຕິພາບ, ມິດຕະພາບ, ສະຖຽນລະພາບ ແລະຮ່ວມມື, ພັດທະນາ, ຍູ້ແຮງການພົວພັນຮ່ວມມືລະຫວ່າງບັນດາແຂວງຊາຍແດນ, ການພັດທະນາເສດຖະກິດເຂດຊາຍແດນ, ພ້ອມທັງສ້າງເງື່ອນໄຂໃຫ້ປະຊາຊົນໄປມາຫາສູ່ກັນ, ທຳມາຫາກິນ, ຊຸກຍູ້ວົງເງິນການຄ້າ ໃນໄລຍະຈະມາເຖິງ.

ໃນຂອບເຂດການຮ່ວມມືພາກພື້ນ ແລະສາກົນ, ສອງຝ່າຍໄດ້ເຫັນດີເປັນເອກະພາບຊຸກຍູ້ການຮ່ວມມືສາມຫຼ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ, ສະໜັບສະໜູນລາວ ປະຕິບັດສໍາເລັດບົດບາດເປັນປະທານອາຊຽນ ແລະ AIPA 2024; ອະນຸພາກພື້ນແມ່ນໍ້າຂອງເປີດກວ້າງ; ການຮ່ວມມືຄຸ້ມຄອງ, ນຳໃຊ້ແມ່ນ້ຳຂອງຢ່າງຍືນຍົງເພື່ອຜົນປະໂຫຍດຂອງຊຸມຊົນຢູ່ອ່າງນ້ຳ ແລະທັງ 3 ປະເທດ.

ເວົ້າລວມແລ້ວ, ການຢ້ຽມຢາມບັນລຸໄດ້ໝາກຜົນສຳຄັນ, ຮອບດ້ານໃນທຸກຂົງເຂດ, ຢັ້ງຢືນຄວາມຕັດສິນໃຈສູງຂອງການນຳຂັ້ນສູງ ຫວຽດນາມ-ລາວ-ກໍາປູເຈຍ ໃນການພັດທະນາສາຍພົວພັນອັນຍິ່ງໃຫຍ່ລະຫວ່າງ ຫວຽດນາມ-ລາວ ແລະການພົວພັນສະໜິດຕິດພັນລະຫວ່າງ ຫວຽດນາມ-ກໍາປູເຈຍ ກວ່າອີກເພື່ອຜົນປະໂຫຍດອັນແທດຈິງຂອງປະຊາຊົນແຕ່ລະປະເທດ ແລະ 3 ປະເທດ.

ຂໍຂອບໃຈທ່ານລັດຖະມົນຕີ!

ແສງເດືອນ

ເຫດການ
302 Found

Found

The document has moved here.