ທ່ານ ຫງວຽນບ໊າຮຸ່ງ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ລາວ: ການຢ້ຽມຢາມລາວ ຂອງທ່ານ ໂຕເລິມ ປະທານປະເທດຫວຽດນາມ ເຮັດໃຫ້ສາຍພົວພັນລະຫວ່າງ ຫວຽດນາມ-ລາວ ເລິກເຊິ່ງຂຶ້ນກວ່າເກົ່າ

06:37 | 11/07/2024

ຍສໝ - ເນື່ອງໃນໂອກາດທ່ານ ໂຕເລິມ ປະທານປະເທດຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຫວຽດນາມ ຈະໄປຢ້ຽມຢາມທາງລັດຖະກິດຢູ່ ລາວ, ທ່ານ ຫງວຽນບ໊າຮຸ່ງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈຳ ລາວ ໄດ້ຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານຫວຽດນາມ ປະຈຳ ນະຄອນຫຼວງວຽງຈັນ ກ່ຽວກັບຄວາມໝາຍ, ຈຸດປະສົງ ແລະເນື້ອໃນຈຸດສຸມໃນການຢ້ຽມຢາມຄັ້ງນີ້ຂອງທ່ານປະທານປະເທດ.

ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ບຸ່ຍແທງເຊີນ ມອບ​ຫຼຽນກາລະນຶກ ເພື່ອພາລະກິດທາງ​ການ​ທູດ​ ຫວຽດນາມ ​ໃຫ້​ແກ່​ທ່ານ​ເອກ​ອັກຄະ​ລັດຖະທູດ ຍີ່ປຸ່ນ Yamada Takio ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ບຸ່ຍແທງເຊີນ ມອບ​ຫຼຽນກາລະນຶກ ເພື່ອພາລະກິດທາງ​ການ​ທູດ​ ຫວຽດນາມ ​ໃຫ້​ແກ່​ທ່ານ​ເອກ​ອັກຄະ​ລັດຖະທູດ ຍີ່ປຸ່ນ Yamada Takio
ທ່ານ ຫວູກວາງມິງ ເອກອັກຄະລັດຖະທູດຫວຽດນາມ ປະຈຳສະຫະພັນເຢຍລະມັນ: ສາຍພົວພັນຫວຽດນາມ-ເຢຍລະມັນ ສືບຕໍ່ເຂົ້າສູ່ລວງເລິກ ແລະພັດທະນາຢ່າງແທ້ຈິງ ທ່ານ ຫວູກວາງມິງ ເອກອັກຄະລັດຖະທູດຫວຽດນາມ ປະຈຳສະຫະພັນເຢຍລະມັນ: ສາຍພົວພັນຫວຽດນາມ-ເຢຍລະມັນ ສືບຕໍ່ເຂົ້າສູ່ລວງເລິກ ແລະພັດທະນາຢ່າງແທ້ຈິງ

ໂດຍໄດ້ຮັບຄໍາເຊີນຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ, ທ່ານ ໂຕເລິມ ປະທານປະເທດຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຫວຽດນາມ ຈະໄປຢ້ຽມຢາມທາງລັດຖະກິດຢູ່ ລາວ ແຕ່ວັນທີ 11-12 ກໍລະກົດ 2024.

ເນື່ອງໃນໂອກາດນີ້, ທ່ານ ຫງວຽນບ໊າຮຸ່ງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈຳ ລາວ ໄດ້ຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານຫວຽດນາມ ປະຈຳ ນະຄອນຫຼວງວຽງຈັນ ກ່ຽວກັບຄວາມໝາຍ, ຈຸດປະສົງ ແລະເນື້ອໃນຈຸດສຸມໃນການຢ້ຽມຢາມຄັ້ງນີ້ຂອງທ່ານປະທານປະເທດ. ຕໍ່ໄປນີ້ແມ່ນເນື້ອໃນຂອງການສໍາພາດ:

ຂໍຮຽນທ່ານເອກອັກຄະລັດຖະທູດ, ການຢ້ຽມຢາມທາງລັດຖະກິດຢູ່ ລາວ ແມ່ນການຢ້ຽມຢາມຕ່າງປະເທດຄັ້ງທຳອິດຂອງທ່ານປະທານປະເທດນັບແຕ່ຂຶ້ນຮັບຕຳແໜ່ງ, ຕາມທ່ານເອກອັກຄະລັດຖະທູດ, ການຢ້ຽມຢາມຫວຽດນາມ ມີຄວາມໝາຍຄືແນວໃດຕໍ່ສາຍພົວພັນແບບພິເສດລະຫວ່າງສອງປະເທດ?

ທ່ານ ຫງວຽນບ໊າຮຸ່ງ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ລາວ: ການຢ້ຽມຢາມລາວ ຂອງທ່ານ ໂຕເລິມ ປະທານປະເທດຫວຽດນາມ ເຮັດໃຫ້ສາຍພົວພັນລະຫວ່າງ ຫວຽດນາມ-ລາວ ເລິກເຊິ່ງຂຶ້ນກວ່າເກົ່າ
ທ່ານ ຫງວຽນບ໊າຮຸ່ງ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ລາວ. ພາບ: vov.vn

ການຢ້ຽມຢາມລາວ ຄັ້ງນີ້ຂອງທ່ານປະທານປະເທດ ໄດ້ດຳເນີນໄປໃນສະພາບການທີ່ສອງພັກ, ສອງລັດ ພວມຜັນຂະຫຍາຍມະຕິຂອງແຕ່ລະພັກ, ແຜນການພັດທະນາເສດຖະກິດ-ສັງຄົມຂອງແຕ່ລະປະເທດຢ່າງແຂງແຮງ ແລະບັນລຸໄດ້ຜົນງານດີເດັ່ນຫຼາຍຢ່າງ. ນອກຈາກນັ້ນ, ການພົວພັນຮ່ວມມືລະຫວ່າງສອງປະເທດ ຫວຽດນາມ-ລາວ ກໍ່ພວມຢູ່ໃນທ່າພັດທະນາທີ່ດີງາມທີ່ສຸດ, ບັນດາຂໍ້ຕົກລົງຂອງການນຳຂັ້ນສູງສອງພັກ, ຖະແຫຼງການຮ່ວມເນື່ອງໃນໂອກາດການຢ້ຽມຢາມຂອງການນຳຂັ້ນສູງສອງປະເທດ, ສັນຍາຮ່ວມມືລະຫວ່າງສອງລັດຖະບານພວມໄດ້ຮັບການຜັນຂະຫຍາຍຢ່າງຕັ້ງໜ້າຈາກສອງຝ່າຍ ແລະບັນລຸໄດ້ຫຼາຍໝາກຜົນສຳຄັນໃນທຸກຂົງເຂດ.

ນີ້ແມ່ນການຢ້ຽມຢາມຕ່າງປະເທດຄັ້ງທຳອິດຂອງທ່ານປະທານປະເທດ ພາຍຫຼັງໄດ້ຮັບເລືອກຕັ້ງເປັນປະທານປະເທດຫວຽດນາມ ໃນເດືອນ ມິຖຸນາ 2024 ຜ່ານມາ. ເລື່ອງທ່ານປະທານປະເທດ ເລືອກເອົາປະເທດລາວ ອ້າຍນ້ອງແມ່ນປະເທດທຳອິດທີ່ໄປຢ້ຽມຢາມພາຍຫຼັງດຳລົງຕຳແໜ່ງເປັນປະທານປະເທດນັ້ນ, ເປັນການສະແດງໃຫ້ເຫັນວ່າ ພັກ ແລະລັດຫວຽດນາມ ຍາມໃດກໍ່ສະເໝີຕົ້ນສະເໝີປາຍ, ຖືເປັນສຳຄັນ ແລະໃຫ້ບຸລິມະສິດສູງສຸດໃນການປັບປຸງ ແລະເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານຫວຽດນາມ-ລາວ.

ຍ້ອນແນວນັ້ນ, ການຢ້ຽມຢາມທາງລັດຖະກິດຢູ່ລາວ ຄັ້ງນີ້ຂອງທ່ານປະທານປະເທດ ຈຶ່ງມີຄວາມໝາຍສຳຄັນທີ່ສຸດໃນການພົວພັນສອງປະເທດ. ນີ້ແມ່ນໂອກາດເພື່ອໃຫ້ທ່ານ ໂຕເລິມ ປະທານປະເທດຫວຽດນາມ ແລະທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ ພ້ອມກັບການນຳຂອງລາວ ໄດ້ທົບທວນຄືນ, ຕີລາຄາການພົວພັນຮ່ວມມືລະຫວ່າງສອງພັກ, ສອງລັດໃນໄລຍະຜ່ານມາ; ແລກປ່ຽນ, ເຫັນດີເປັນເອກະພາບຕໍ່ທິດທາງ, ແຜນນະໂຍບາຍ ແລະມາດຕະການໃຫຍ່ເພື່ອແນໃສ່ຊຸກຍູ້ສາຍພົວພັນຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດໃນປີ 2024 ແລະຊຸມປີຕໍ່ໄປໃຫ້ນັບມື້ນັບເລິກເຊິ່ງ ແລະມີປະສິດທິຜົນ; ແລກປ່ຽນກ່ຽວກັບສະພາບການທີ່ພົ້ນເດັ່ນໃນໂລກ ແລະພາກພື້ນໃນໄລຍະມໍ່ໆມານີ້, ການສົມທົບລະຫວ່າງສອງປະເທດຢູ່ເວທີປາໄສ ແລະການແກ້ໄຂບັນຫາພາກພື້ນ ແລະສາກົນທີ່ກ່ຽວຂ້ອງເຖິງແຕ່ລະປະເທດ ແລະການພົວພັນລະຫວ່າງສອງປະເທດ.

ຜ່ານການຢ້ຽມຢາມຄັ້ງນີ້, ພັກ, ລັດຫວຽດນາມ ປາດຖະໜາຢາກສົ່ງສານໃຫ້ໂລກຮັບຮູ້ກ່ຽວກັບສາຍພົວພັນແບບພິເສດ, ສັດຊື່ບໍລິສຸດ, ໜຶ່ງບໍ່ມີສອງໃນໂລກລະຫວ່າງຫວຽດນາມ ແລະລາວ; ຢືນຢັນຄວາມຕັດສິນໃຈພ້ອມກັບເພື່ອນລາວ ນຳສາຍພົວພັນຮ່ວມມືລະຫວ່າງສອງປະເທດຂຶ້ນສູ່ລະດັບສູງໃໝ່. ຄາດວ່າ ເນື່ອງໃນໂອກາດການຢ້ຽມຢາມ, ສອງຝ່າຍຈະລົງນາມໃນເອກະສານຮ່ວມມືສຳຄັນຈຳນວນໜຶ່ງ.

ຂໍຮຽນທ່ານເອກອັກຄະລັດຖະທູດ, ປະຈຸບັນໃນສະພາບການພາກພື້ນ ແລະໂລກ, ຫວຽດນາມ ແລະລາວ ຕ້ອງເຮັດຫຍັງແດ່ເພື່ອປົກປັກຮັກສາ ແລະພັດທະນາສາຍພົວພັນແບບພິເສດລະຫວ່າງສອງປະເທດໃຫ້ນັບມື້ນັບເຂົ້າສູ່ລວງເລິກ, ມີປະສິດທິຜົນກວ່າ ແລະນໍາເອົາຜົນປະໂຫຍດທີ່ແທດຈິງມາໃຫ້ສອງປະເທດ?

ປະຈຸບັນ, ສະພາບການພວມມີການປ່ຽນແປງຢ່າງວ່ອງໄວ, ແບບບໍ່ເຄີຍມີມາກ່ອນ, ຍາກທີ່ຈະຄາດຄະເນລ່ວງໜ້າໄດ້, ພ້ອມກັບຜົນກະທົບຈາກການປະຕິວັດອຸດສາຫະກຳ 4.0, ພວມສ້າງກາລະໂອກາດ ແລະສິ່ງທ້າທາຍສະຫຼັບກັນ. ເພື່ອຮັກສາ ແລະພັດທະນາສາຍພົວພັນແບບພິເສດຫວຽດນາມ-ລາວ ໃຫ້ນັບມື້ນັບເຂົ້າສູ່ລວງເລິກ, ມີປະສິດທິຜົນກວ່າ ແລະນໍາເອົາຜົນປະໂຫຍດທີ່ແທດຈິງມາໃຫ້ສອງປະເທດ ແລະພິເສດແມ່ນຄໍາທີ່ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ ກ່າວວ່າ: ຂ້າພະເຈົ້າ ຖືວ່າ, ສອງປະເທດພວກເຮົາ ຄວນສືບຕໍ່ຄຽງບ່າຄຽງໄຫຼ່, ເພີ່ມທະວີປະສິດທິຜົນການຮ່ວມມື. ຕໍ່ໜ້າ, ສອງປະເທດຄວນສຸມໃສ່ບຸລິມະສິດດັ່ງນີ້ຄື:

ທີໜຶ່ງ, ສືບຕໍ່ນໍາການພົວພັນດ້ານການເມືອງເຂົ້າສູ່ລວງເລິກ, ປະຕິບັດຂໍ້ຕົກລົງຂັ້ນສູງເປັນຢ່າງດີ, ພິເສດແມ່ນຄວນສືບຕໍ່ຮັກສາ ແລະຍົກສູງປະສິດທິຜົນຂອງກົນໄກຮ່ວມມືລະຫວ່າງການນຳຂັ້ນສູງສອງປະເທດ; ຊາບຊຶມ ແລະຍົກສູງຄວາມຮັບຮູ້ລວມກ່ຽວກັບຄວາມສຳຄັນຂອງການພົວພັນແບບພິເສດ ຫວຽດນາມ-ລາວ ໃຫ້ປະຊາຊົນທຸກຊັ້ນຄົນສອງປະເທດ.

ທີສອງ, ຍົກລະດັບການຮ່ວມມືດ້ານເສດຖະກິດສອງປະເທດດ້ວຍການເປີດກວ້າງ, ຍົກລະດັບການເຊື່ອມຕໍ່ຄົມມະນາຄົມທາງທິດຕາເວັນອອກ-ຕາເວັນຕົກ; ສ້າງກົນໄກຮ່ວມມືຢ່າງຄົບຊຸດ, ນະໂຍບາຍພິເສດແນໃສ່ປົດປ່ອຍແຫຼ່ງກຳລັງ, ສ້າງເງື່ອນໄຂສະດວກທີ່ສຸດໃຫ້ວິສາຫະກິດ, ປະຊາຊົນສອງປະເທດລົງທຶນ, ດຳເນີນທຸລະກິດ; ໝູນໃຊ້ສັນຍາການຄ້າເສລີເພື່ອເພີ່ມທະວີປະສິດທິຜົນດ້ານການຄ້າ, ເປີດກວ້າງຕະຫຼາດ ແລະດຶງດູດການລົງທຶນ.

ທີສາມ, ສຸມໃສ່ຍົກສູງຄຸນນະພາບ ແລະປະສິດທິຜົນໃນການພັດທະນາຊັບພະຍາກອນມະນຸດເພື່ອຕອບສະໜອງຄວາມຕ້ອງການພັດທະນາຂອງແຕ່ລະປະເທດ, ພ້ອມທັງປະກອບສ່ວນຮັດແໜ້ນຄວາມສາມັກຄີລະຫວ່າງປະຊາຊົນສອງປະເທດ.

ຂ້າພະເຈົ້າ ເຊື່ອໝັ້ນວ່າ, ສອງປະເທດ ຫວຽດນາມ-ລາວ ຈະສືບຕໍ່ເດີນຄຽງຄູ່ກັບການພັດທະນາທີ່ອຸດົມສົມບູນ, ເຂັ້ມແຂງ, ສືບຕໍ່ປັບປຸງ ແລະເພີ່ມທະວີປະສິດທິຜົນຂອງການພົວພັນແບບພິເສດລະຫວ່າງສອງປະເທດ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະການພັດທະນາຢູ່ພາກພື້ນ ແລະໃນໂລກ.

ຂໍຂອບໃຈທ່ານເອກອັກຄະລັດຖະທູດ !

ບູນມີ

ເຫດການ
302 Found

Found

The document has moved here.