ໃນຂອບເຂດການຢ້ຽມຢາມອັງກິດຢ່າງເປັນທາງການ, ຕອນເຊົ້າວັນທີ 29 ມິຖຸນານີ້ (ຕາມເວລາທ້ອງຖິ່ນ), ຢູ່ນະຄອນຫຼວງລອນດອນ, ທ່ານປະທານສະພາແຫ່ງຊາດ ເວືອງດີງເຫ້ວ ໄດ້ໃຫ້ການຕ້ອນຮັບທ່ານ Ian Hatton, ປະທານສະພາບໍລິຫານກຸ່ມບໍລິສັດ Enterprize Enegy (EE). ກຸ່ມບໍລິສັດພວມຈັດຕັ້ງປະຕິບັດ ໂຄງການ ໄຟຟ້າແຮງລົມນອກຝັ່ງທະເລ ທັງລອງວີນ ດ້ວຍກຳລັງ ການຜະລິດໄຟຟ້າ 3,4 GW ແລະ ໂຄງການຜະລິດຮີດໂຣແຊນທັງລອງ Wind 2 ດ້ວຍກຳລັງການຜະລິດ 2GW ຢູ່ແຂວງບີງຖ້ວນ.
ທ່ານປະທານສະພາແຫ່ງຊາດ ເວືອງດິງເຫວະ ຫວັງວ່າ ປະຊາຄົມຊາວ ຫວຽດນາມ ອາໄສຢູ່ ອັງກິດ ຈະສືບຕໍ່ສາມັກຄີ, ເອົາໃຈໃສ່ເຖິງຊາວ ຫວຽດນາມ ລຸ້ນຕ່າງໆເພື່ອຄົ້ນພົບ, ສະເໜີບັນດາຜູ້ທີ່ມີຄວາມເກັ່ງກ້າສາມາດໃນຂົງເຂດຕ່າງໆ.
ຍສໝ - ການຢ້ຽມຢາມໄດ້ດຳເນີນໄປຕາມຄຳເຊີນຂອງທ່ານປະທານສະພາແຫ່ງຊາດຮັງກາຣີ László Kövér.
ຍສໝ - ຕອນບ່າຍວັນທີ 20 ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານນາງປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ ຫງວຽນເຟືອງງາ ໄດ້ໃຫ້ການຕ້ອນຮັບທ່ານນາງປະທານສະພາແຫ່ງຊາດ ໂມຊຳບິກ Esperanca Laurinda Francisco Nhiuane Bias ໄປຢ້ຽມຢາມ ແລະ ເຮັດວຽກ.
ຕອນເຊົ້າວັນທີ 22 ມິຖຸນາ, ຢູ່ທຳນຽບປະທານປະເທດ, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບທ່ານນາງປະທານສະພາແຫ່ງຊາດ ໂມຊຳບິກ Esperanca Laurinda Francisco Nhiuane Bias, ທີ່ພວມຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ຕາມຄຳເຊື້ອເຊີນຂອງທ່ານເວືອງດິ່ງເຫ້ວ ປະທານສະພາແຫ່ງຊາດ ຫວຽດນາມ.
ຫວ່າງແລ້ວນີ້, ໃນຂອບເຂດກອງປະຊຸມສະໄໝສາມັນເທື່ອທີ 3, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV, ບັນດາສະມາຊິກສະພາແຫ່ງຊາດໄດ້ປຶກສາຫາລືກ່ຽວກັບແຜນນະໂຍບາຍລົງທຶນໂຄງການກໍ່ສ້າງທາງເລກ 4 ອ້ອມຮອບນະຄອນຫຼວງ ຮ່າໂນ້ຍ ແລະ ໂຄງການກໍ່ສ້າງທາງເລກ 3 ອ້ອມຮອບນະຄອນ ໂຮ່ຈີມິນ; ແຜນນະໂຍບາຍລົງທຶນບັນດາໂຄງການກໍ່ສ້າງກິດຈະກຳເສັ້ນທາງຄວາມໄວສູງ ເຈົາດົກ - ເກິນເທີ - ຊອກຈັງ (ໄລຍະທີ 1); ແຄງຮ່ວາ - ບວນມາທວດ (ໄລຍະທີ 1); ບຽນຮ່ວາ - ວຸງເຕົາ (ໄລຍະທີ 1).
ຍສໝ - ທີ່ການຕ້ອນຮັບທ່ານເອກອັກຄະລັດຖະທູດ ອັງກິດ ປະຈຳ ຫວຽດນາມ Gareth Ward ໃນຕອນບ່າຍ ວັນທີ 30 ພຶດສະພາ ທີ່ຮ່າໂນ້ຍ, ທ່ານປະທານສະພາແຫ່ງຊາດ ເວືອງດິງເຫ້ວ ໄດ້ຕີລາຄາສູງການພັດທະນາອັນດີງາມໃນການພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດ ຫວຽດນາມ ແລະ ລັດຖະສະພາ ອັງກິດ ໃນຊຸມປີຜ່ານມາ,ປະກອບສ່ວນເຂົ້າໃນການຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ອັງກິດ ຕື່ມອີກ...
ຕອນບ່າຍວັນທີ 24/5, ຢູ່ຫໍສະພາແຫ່ງຊາດ, ໄດ້ດຳເນີນການພົບປະ ແລະ ຜັນຂະຫຍາຍການເຄື່ອນໄຫວຂອງກຸ່ມສະມາຊິກສະພາແຫ່ງຊາດຍິງ ຊຸດທີ XV.
ຍສໝ - ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ເຊື່ອໝັ້ນວ່າ ການຢ້ຽມຢາມຂອງປະທານາທິບໍດີ ເກຣັກ ແມ່ນບາດກ້າວສຳຄັນ, ຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຫລາຍດ້ານລະຫວ່າງ 2 ປະເທດ.
ຕອນບ່າຍວັນທີ 25/5, ຢູ່ຫໍສະພາແຫ່ງຊາດ, ການນຳພັກ ແລະ ລັດ ໄດ້ມີການພົບປະກັບບັນດາສະມາຊິກ ສະພາແຫ່ງຊາດຊຸດທີ 15 ທີ່ເປັນຊາວເຜົ່າສ່ວນໜ້ອຍ.
ຍສໝ - ຕອນເຊົ້າວັນທີ 23 ພຶດສະພາ, ຢູ່ຫໍສະພາແຫ່ງຊາດ, ກອງປະຊຸມສະໄໝ ສາມັນເທື່ອທີ 3, ສະພາແຫ່ງຊາດຊຸດທີ XV ໄດ້ໄຂຂຶ້ນຢ່າງເປັນທາງການ.
ຍສໝ - ທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດ ເຊື່ອໝັ້ນວ່າ ການ ຢ້ຽມຢາມຂອງ ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ຈະປະກອບສ່ວນອັນສຳຄັນເຂົ້າໃນການປັບປຸງສາຍພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານສອງປະເທດອ້າຍນ້ອງ.
ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ຫວັງວ່າ ໃນໄລຍະຈະມາເຖິງ, ປະຊາຄົມຊາວ ຫວຽດນາມ ຈະສືບຕໍ່ເສີມຂະຫຍາຍຈິດໃຈສາມັກຄີ, ປຸ້ມລຸມກັນເພື່ອໜູນຊ່ວຍພໍ່ແມ່ປະຊາຊົນສະໜິດຕິດພັນ, ໜູນຊ່ວຍເຊິ່ງກັນແລະກັນ.
ທ່ານຮອງປະທານສະພາແຫ່ງຊາດ ຫງວຽນດຶກຫາຍ ຕີລາຄາສູງຂໍ້ລິເລີ່ມເປີດຫ້ອງຮຽນພາສາ ຫວຽດ ຂອງຫ້ອງວ່າການສະພາແຫ່ງຊາດ ລາວ ແລະ ຖືນີ້ແມ່ນໜຶ່ງໃນບັນດາໂຄງການຮ່ວມມືທີ່ຈຳເປັນລະຫວ່າງສະພາແຫ່ງຊາດ 2 ປະເທດ.
ສະພາແຫ່ງຊາດ ຫວຽດນາມ ແລະ ທ່ານເອງ ຍາມໃດກໍ່ສະໜັບສະໜູນ, ສ້າງທຸກເງື່ອນໄຂໃຫ້ແກ່ຂະແໜງການເງິນຂອງ 2 ປະເທດເພີ່ມທະວີການພົວພັນແລກປ່ຽນ, ໜູນຊ່ວຍເຊິ່ງກັນແລະກັນ.
ທ່ານອະດີດນາຍົກລັດຖະມົນຕີ, ອະດີດປະທານສະພາແຫ່ງຊາດລາວ ທອງສິງ ທຳມະວົງ ສະເໜີໃຫ້ສະພາແຫ່ງຊາດ ຫວຽດນາມ ສືບຕໍ່ແບ່ງປັນບົດຮຽນກັບສະພາແຫ່ງຊາດ ລາວ, ປະກອບສ່ວນປັບປຸງການພົວພັນລະຫວ່າງ 2 ອົງການນິຕິບັນຍັດ.
ບົດຂຽນຢືນຢັນວ່າ ການຢ້ຽມຢາມຈະປະກອບສ່ວນປັບປຸງ ແລະ ເຮັດໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສະພາແຫ່ງຊາດ 2 ປະເທດ.
ຍສໝ - ຕອນບ່າຍວັນທີ 12/5, ຢູ່ຫໍສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ໃຫ້ການຕ້ອນຮັບທ່ານ ສຈ. ປອ. ນາງ ວຽງທອງ ສີພັນດອນ, ປະທານສານປະຊາຊົນສູງສຸດລາວ ໄດ້ມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ.
ຍສໝ - ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ສະເໜີໃຫ້ແຂວງ ຫວິງລອງ ຄວນຍູ້ແຮງການສ້າງໂຄງປະກອບເສດຖະກິດຄືນໃໝ່ຕິດພັນກັບການປ່ຽນໃໝ່ຮູບແບບການເຕີບໂຕ; ພັດທະນາກະສິກຳຕິດພັນກັບຊົນນະບົດໃໝ່.
ຕອນບ່າຍວັນທີ 16/3, ຢູ່ຫໍສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ເວືອງດີງເຫ້ວ ໄດ້ໃຫ້ການຕ້ອນຮັບທ່ານປະທານາທິບໍດີ ເຊຍລາ ເລອອນ Julius Maada Bio ທີ່ພວມຢ້ຽມຢາມຫວຽດນາມ ຢ່າງເປັນທາງການແຕ່ວັນທີ 14-20/3.