ຫ້ອງວ່າການສະພາແຫ່ງຊາດ ຫວຽດນາມ ແລະ ຮຸງກາຣີ ຮ່ວມມື, ແລກປ່ຽນບົດຮຽນ

07:43 | 03/11/2022

ທ່ານເລຂາທິການໃຫຍ່ສະພາແຫ່ງຊາດ, ຫົວໜ້າຫ້ອງວ່າການສະພາແຫ່ງຊາດ ບຸ່ຍວັນເກື່ອງ ກໍ່ສະເໜີໃຫ້ທ່ານຫົວໜ້າຫ້ອງວ່າການສະພາແຫ່ງຊາດ ຮຸງກາຣີ Such Gyorgy ພິຈາລະນາລົງນາມຂໍ້ຕົກລົງຮ່ວມມື...

undefined

ຫົວໜ້າຫ້ອງວ່າການສະພາແຫ່ງຊາດ ຮຸງກາຣີ ແລະ ຫວຽດນາມ (ພາບ: Văn Điệp/TTXVN)

ຕອນບ່າຍວັນທີ 1 ພະຈິກ, ທີ່ສຳນັກງານສະພາແຫ່ງຊາດ, ທ່ານ ບຸ່ຍວັນເກື່ອງ, ເລຂາທິການໃຫຍ່ສະພາແຫ່ງຊາດ, ຫົວໜ້າຫ້ອງວ່າການສະພາແຫ່ງຊາດ ຫວຽດນາມ ໄດ້ເຈລະຈາກັບທ່ານ Such Gyorgy, ຫົວໜ້າຫ້ອງວ່າການສະພາແຫ່ງຊາດ ຮຸງກາຣີ.

ທ່ານເລຂາທິການໃຫຍ່ສະພາແຫ່ງຊາດ, ຫົວໜ້າຫ້ອງວ່າການສະພາແຫ່ງຊາດ ບຸ່ຍວັນເກື່ອງ ຫວັງວ່າ ສອງອົງການຊ່ວຍວຽກຂອງສະພາແຫ່ງຊາດສອງປະເທດສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນເພື່ອຈັດຕັ້ງການຕ້ອນຮັບບັນດາຄະນະປະຕິບັດງານຂອງການນຳສະພາແຫ່ງຊາດ, ບັນດາອົງການຂອງສະພາແຫ່ງຊາດໄປມາຢ້ຽມຢາມ, ເຮັດວຽກຢູ່ແຕ່ລະປະເທດຢ່າງລອບຄອບຖີ່ຖ້ວນ ແລະ ມີປະສິດທິຜົນ. ທ່ານເລຂາທິການໃຫຍ່ສະພາແຫ່ງຊາດ, ຫົວໜ້າຫ້ອງວ່າການສະພາແຫ່ງຊາດ ບຸ່ຍວັນເກື່ອງ ກໍ່ສະເໜີໃຫ້ທ່ານຫົວໜ້າຫ້ອງວ່າການສະພາແຫ່ງຊາດ ຮຸງກາຣີ Such Gyorgy ພິຈາລະນາລົງນາມຂໍ້ຕົກລົງຮ່ວມມື ເພື່ອແນໃສ່ຊຸກຍູ້ບັນດາການເຄື່ອນໄຫວແລກປ່ຽນບົດຮຽນໃນວຽກງານ ແລະ ບັນດາການເຄື່ອນໄຫວພົວພັນແລກປ່ຽນວັດທະນະທຳລະຫວ່າງພະນັກງານສະພາແຫ່ງຊາດສອງປະເທດ.

ສ່ວນ ທ່ານຫົວໜ້າຫ້ອງວ່າການສະພາແຫ່ງຊາດ ຮຸງກາຣີ Such Gyorgy ຕີລາຄາສູງເລື່ອງສະພາແຫ່ງຊາດ ຫວຽດນາມ ໄດ້ສ້າງຕັ້ງກຸ່ມສະມາຊິກສະພາແຫ່ງຊາດມິດຕະພາບຮຸງກາຣີ - ຫວຽດນາມ ແລະ ໃຫ້ຮູ້ວ່າ ຝ່າຍສະພາແຫ່ງຊາດ ຮຸງກາຣີ ກໍ່ພວມຊຸກຍູ້ການສ້າງຕັ້ງກຸ່ມສະມາຊິກສະພາແຫ່ງຊາດມິດຕະພາບ ຮຸງກາຣີ - ຫວຽດນາມ ເຊັ່ນດຽວກັນ.

ວີ​ໂອ​ວີ

ເຫດການ
302 Found

Found

The document has moved here.