ປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ຕ້ອນຮັບທ່ານຮອງປະທານສະພາຕ່ຳ ສ.ເຊັກໂກ

16:54 | 24/05/2023

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ຢືນຢັນວ່າ: ຫວຽດນາມ ປາດຖະໜາຢາກມີສິນຄ້າຫວຽດນາມ ເປັນຈຳນວນຫຼວງຫຼາຍສົ່ງອອກໄປຍັງເຊັກໂກ ບົນພື້ນຖານການປະຕິບັດສັນຍາການຄ້າເສລີລະຫວ່າງ ຫວຽດນາມ - ອີຢູ (EVFTA) ແລະ ກົງກັນຂ້າມ

ປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ເຂົ້າຮ່ວມການໂອ້ລົມສົນທະນາວິສາຫະກິດ ຫວຽດນາມ - ອາກຊັງຕິນ ຢູ່ແຂວງ Santa Fe ປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ເຂົ້າຮ່ວມການໂອ້ລົມສົນທະນາວິສາຫະກິດ ຫວຽດນາມ - ອາກຊັງຕິນ ຢູ່ແຂວງ Santa Fe
ຊາວຫວຽດນາມຢູ່ຕ່າງປະເທດນັບຮ້ອຍຄົນເຂົ້າຮ່ວມງານບຸນໃຫຍ່ຂອງຕະກຸນ ຫວູ-ຫວໍ ຫວຽດນາມ ຢູ່ ສ.ເຊັກໂກ ຊາວຫວຽດນາມຢູ່ຕ່າງປະເທດນັບຮ້ອຍຄົນເຂົ້າຮ່ວມງານບຸນໃຫຍ່ຂອງຕະກຸນ ຫວູ-ຫວໍ ຫວຽດນາມ ຢູ່ ສ.ເຊັກໂກ
ປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ຕ້ອນຮັບທ່ານຮອງປະທານສະພາຕ່ຳ ສ.ເຊັກໂກ

ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ແລະ ທ່ານຮອງປະທານສະພາຕ່ຳ ສ.ເຊັກໂກ Jan Bartošek (ພາບ: VOV)

ຕອນບ່າຍວັນທີ 23 ພຶດສະພາ, ຢູ່ຫໍສະພາແຫ່ງຊາດ, ກ່າວຄຳເຫັນທີ່ການພົບປະກັບທ່ານຮອງປະທານສະພາຕ່ຳ ເຊັກໂກ Jan Bartošek ທີ່ພວມຢ້ຽມຢາມຫວຽດນາມ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ຢືນຢັນວ່າ: ຫວຽດນາມ ປາດຖະໜາຢາກມີສິນຄ້າຫວຽດນາມ ເປັນຈຳນວນຫຼວງຫຼາຍສົ່ງອອກໄປຍັງເຊັກໂກ ບົນພື້ນຖານການປະຕິບັດສັນຍາການຄ້າເສລີລະຫວ່າງ ຫວຽດນາມ - ອີຢູ (EVFTA) ແລະ ກົງກັນຂ້າມ. ທ່ານປະທານສະພາແຫ່ງຊາດສະເໜີ ສາທາລະນະລັດ ເຊັກໂກ ລົງທຶນປຸງແຕ່ງຜະລິດຕະພັນກະເສດຢູ່ ຫວຽດນາມ ເພື່ອສົ່ງອອກມາຍັງສະມາຄົມບັນດາປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ແລະ ໂລກເວົ້າລວມ ແລະ ສາທາລະນະລັດ ເຊັກໂກ ຊຸກຍູ້ບັນດາລັດຖະສະພາບັນດາປະເທດສະມາຊິກສະຫະພາບເອີລົບ (EU) ໃຫ້ສັດຕະຍາບັນ. ສັນຍາປົກປ້ອງການລົງທຶນຂອງສະຫະພາບເອີລົບ-ຫວຽດນາມ (EVIPA). 2 ຝ່າຍກໍ່ໃຫ້ຮູ້ວ່າ: ຕ້ອງເປີດສາຍການບິນໂດຍກົງລະຫວ່າງ ຫວຽດນາມ ແລະ ສ.ເຊັກໂກ ເພື່ອຮັບໃຊ້ການທ່ອງທ່ຽວ, ການຄ້າ ແລະ ການລົງທຶນ. ທ່ານຮອງປະທານສະພາຕ່ຳ ສ.ເຊັກໂກ ສະແດງຄວາມຫວັງວ່າ 2 ປະເທດຈະຮ່ວມມືໃນຂົງເຂດປ້ອງກັນຄວາມສະຫງົບ, ຕ້ານອາດຊະຍາກຳ, ຢືນຢັນຫຼັກໝັ້ນຂອງຫວຽດນາມ ກ່ຽວກັບບັນຫາທະເລຕາເວັນອອກ ບົນພື້ນຖານເຄົາລົບກົດໝາຍສາກົນ, ໃນນັ້ນມີ. ສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982.

​vovworld.vn

ເຫດການ
302 Found

Found

The document has moved here.