ຫ້ອງວ່າການສະພາແຫ່ງຊາດ ຫວຽດນາມ ເປີດຊຸດຮຽນພາສາຫວຽດນາມ ໃຫ້ພະນັກງານຄະນະເລຂາທິການສະພາແຫ່ງຊາດລາວ

12:35 | 10/02/2023

ຍສໝ - ໃນ​ຕົ້ນ​ເດືອນ​ກຸມພາ, ຢູ່​ຮ່າ​ໂນ້ຍ, ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ ຫວຽດນາມ ​ແລະ ມະຫາວິທະຍາ​ໄລ ຮ່າ​ໂນ້ຍ ​ໄດ້​ຈັດ​ພິທີ​ເປີດ​ຊຸດ​ຮຽນ​ພາສາ​ຫວຽດ ​ໄລຍະ​ສັ້ນ (ແຕ່​ວັນ​ທີ 31 ມັງກອນ – 31 ກໍລະກົດ 2023) ​ໃຫ້ພະນັກງານຄະນະ​ເລຂາທິການ​ສະພາ​ແຫ່ງ​ຊາດ ລາວ. ນີ້​ແມ່ນ​ໜຶ່ງ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ປະຕິບັດ​ຕາມຂໍ້​ຕົກລົງ​ຮ່ວມ​ມື​ ລະຫວ່າງ​ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດຫວຽດນາມ ​ແລະ ຄະນະ​ເລຂາ​ທິການສະພາ​ແຫ່ງ​ຊາດ ສປປ.ລາວ. ໃນ​ຕົ້ນ​ເດືອນ​ກຸມພາ, ຢູ່​ຮ່າ​ໂນ້ຍ, ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ ຫວຽດນາມ ​ແລະ ມະຫາວິທະຍາ​ໄລ ຮ່າ​ໂນ້ຍ ​ໄດ້​ຈັດ​ພິທີ​ເປີດ​ຊຸດ​ຮຽນ​ພາສາ​ຫວຽດ ​ໄລຍະ​ສັ້ນ (ແຕ່​ວັນ​ທີ 31 ມັງກອນ – 31 ກໍລະກົດ 2023) ​ໃຫ້​ພະນັກງານຄະນະ​ເລຂາທິການ​ສະພາ​ແຫ່ງ​ຊາດ ລາວ. ນີ້​ແມ່ນ​ໜຶ່ງ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ປະຕິບັດ​ຕາມຂໍ້​ຕົກລົງ​ຮ່ວມ​ມື​ ລະຫວ່າງ​ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດຫວຽດນາມ ​ແລະ ຄະນະ​ເລຂາ​ທິການສະພາ​ແຫ່ງ​ຊາດ ສປປ.ລາວ.

ສະພາແຫ່ງຊາດ ຫວຽດນາມ - ອານເຊຣີ ເພີ່ມທະວີການຮ່ວມມື ສະພາແຫ່ງຊາດ ຫວຽດນາມ - ອານເຊຣີ ເພີ່ມທະວີການຮ່ວມມື
ປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ຕ້ອນຮັບຫົວໜ້າກຳມາທິການການຕ່າງປະເທດສະພາແຫ່ງຊາດລາວ ແລະ ກຳປູເຈຍ ປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ຕ້ອນຮັບຫົວໜ້າກຳມາທິການການຕ່າງປະເທດສະພາແຫ່ງຊາດລາວ ແລະ ກຳປູເຈຍ

​ເຂົ້າ​ຮ່ວມ​ພິທີ​ເປີດ​ຊຸດ​ຮຽນ, ມີ ທ່ານ​ຮອງ​ຫົວໜ້າຫ້ອງວ່າການສະພາ​ແຫ່ງ​ຊາດ ຫວຽດນາມ ຫງວຽນ​ແມ້ງ​ຮຸ່ງ; ທ່ານ​ຮອງ​ຫົວໜ້າ​ກົມ​ຈັດ​ຕັ້ງພະນັກງານ, ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ ຫວຽດນາມ ​ເຈີ່ນ​ກວກ​ນາມ; ທ່ານ ອະທິການບໍດີ ມະຫາວິທະຍາໄລ ຮ່າໂນ້ຍ, ສາດສະດາຈານ, ປອ ຫງວຽນວັນຈ່າວ...

ຫ້ອງວ່າການສະພາແຫ່ງຊາດ ຫວຽດນາມ ເປີດຊຸດຮຽນພາສາຫວຽດນາມ ໃຫ້ພະນັກງານຄະນະເລຂາທິການສະພາແຫ່ງຊາດລາວ
ຫ້ອງວ່າການສະພາແຫ່ງຊາດ ເປີດຊຸດຮຽນພາສາຫວຽດນາມ ໃຫ້ພະນັກງານຄະນະເລຂາສະພາແຫ່ງຊາດລາວ

ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​​ຮອງ​ຫົວໜ້າຫ້ອງວ່າການ​ສະພາ​ແຫ່ງ​ຊາດ ຫງວຽນ​ແມ້ງ​ຮຸ່ງ ​ໃຫ້​ຮູ້​ວ່າ: ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ການ​ຮ່ວມ​ມື​ລະຫວ່າງ ຫວຽດນາມ - ລາວ ​ໃນ​ທຸກ​ຂົງ​ເຂດສືບຕໍ່ໄດ້ຮັບການຊຸກຍູ້ດ້ວຍ​ລະດັບ​ສູງ​ໃໝ່. ຄຽງຄູ່ກັບທ່າອ່ຽງນັ້ນ, ຫ້ອງວ່າການສະພາແຫ່ງຊາດຫວຽດນາມ ແລະ ຄະນະເລຂາທິການສະພາແຫ່ງຊາດລາວ ໄດ້ມີການເຄື່ອນໄຫວຮ່ວມມືຫຼາຍຢ່າງ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຊຸກຍູ້ການພົວພັນຕ່າງປະເທດ ລະຫວ່າງສະພາແຫ່ງຊາດຂອງສອງປະເທດ.

ທ່ານ​ຖື​ວ່າ ມີການພົບປະ, ແລກປ່ຽນ ຈິ່ງ​ເຂົ້າ​ໃຈ​ເຊິ່ງກັນ​ແລະ​ກັນ​, ຖ້າມີ​ຄວາມ​ເຂົ້າ​ໃຈ​ເຊິ່ງກັນ​ ແລະ ​ກັນ​ ​ຈຶ່ງ​ສາມາດ​ເຮັດ​ວຽກ, ຮັກ​ແພງ ​ແລະ ​ຊ່ວຍ​ເຫຼືອ​ເຊິ່ງກັນ ​ແລະ ​ກັນ, ​ໃນນັ້ນພາສາ​​ແມ່ນ “ກຸນແຈ” ​ໃນ​ການພົບປະ, ແລກປ່ຽນລະຫວ່າງ​ບັນ​ດາ​ປະ​ເທດ​. ທ່ານ​ຮອງ​ຫົວໜ້າຫ້ອງວ່າການ​ສະພາ​ແຫ່ງ​ຊາດ ​ເຊື່ອ​ໝັ້ນ​ວ່າ ຜ່ານ​ຊຸດ​ຮຽນ​ພາສາ​ຫວຽດ, ບັນດາ​ສະມາຊິກ​ຄະນະ​ເລຂາທິການ​ສະພາ​ແຫ່ງ​ຊາດ ສປປ.ລາວ​ ຈະ​ມີ​ຄວາມຮັກແພງ​ກ່ຽວ​ກັບ​ພາສາ​ຫວຽດ ​ແລະ ໜູນ​ຊ່ວຍ​ໃນ​ວຽກ​ງານຢ່າງແທດຈິງກວ່າອີກ. ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ ຫວຽດນາມ ​ແລະ ອາຈານສອນ​ ພ້ອມ​ແລ້ວ​ທີ່​ຈະ​ໜູນຊ່ວຍ ​ແລະ ສ້າງ​ສະພາບ​ແວດ​ລ້ອມ​ດ້ານ​ພາສາ​ທີ່​ດີ​ທີ່​ສຸດ ​ໃຫ້​ແກ່ສຳມະນາກອນ ​ເພື່ອ​ບັນລຸ​ເປົ້າ​ໝາຍ​ຂອງ​ຊຸດ​ຮຽນ.

ຫ້ອງວ່າການສະພາແຫ່ງຊາດ ຫວຽດນາມ ເປີດຊຸດຮຽນພາສາຫວຽດນາມ ໃຫ້ພະນັກງານຄະນະເລຂາທິການສະພາແຫ່ງຊາດລາວ
ທ່ານ​ຮອງ​ຫົວໜ້າຫ້ອງວ່າການ​ສະພາ​ແຫ່ງ​ຊາດ ຫງວຽນ​ແມ້ງ​ຮຸ່ງ

ທ່ານ​ຮອງ​ອະທິການບໍດີ​ມະຫາວິທະຍາ​ໄລ​ຮ່າ​ໂນ້ຍ ຫງວຽນ​ຕຽນ​ຢຸງ ​ໃຫ້​ຮູ້​ວ່າ: ຊຸດ​ຝຶກ​ອົບຮົມ​ພາສາ​ຫວຽດ ໃຫ້​ພະນັກງານ​ຄະນະ​ເລຂາທິການ​ສະພາ​ແຫ່ງ​ຊາດ​ລາວ ​ໄດ້​ຮັບ​ການ​ສ້າງ​ຂຶ້ນເປັນ​ພິ​ເສດ ​ເພື່ອ​ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ສະ​ເພາະ​ຂອງ​ຜູ້​ຮຽນ,​ ເມື່ອສິ້ນສຸດຊຸດຝຶກອົບຮົມ ຈະໍຊ່ວຍໃຫ້ຜູ້ຮຽນສາມາດ​ຮຽນ​ພາສາ​ຫວຽດ ໄດ້ໃນລະດັບ​ກາງ, ມີ​ຄວາມ​ສາ​ມາດ​ນຳ​ໃຊ້​​ພາ​ສາ​ຫວຽດ​ ຢ່າງຄ່ອງແຄ້ວ ເພື່ອ​ແລກ​ປ່ຽນ ແລະ ແບ່ງ​ປັນ​ຂໍ້​ມູນ​ຂ່າວ​ສານ. ມະຫາວິທະຍາ​ໄລ​ຮ່າ​ໂນ້ຍ ​ໃຫ້​ຄຳ​ໝັ້ນ​ສັນຍາ​ ຈະ​ສ້າງ​ເງື່ອນ​ໄຂ​ດີ​ທີ່​ສຸດ​ໃຫ້​ແກ່​ພະນັກງານ​ອາຈານສອນ, ສິ່ງ​ອຳນວຍ​ຄວາມ​ສະດວກ, ການ​ບໍລິການ​ໜູນ​ຊ່ວຍ​ຜູ້ຮຽນ ​ເພື່ອ​ບັນລຸ​ເປົ້າ​ໝາຍ​ຂອງ​​ຊຸດ​ຮຽນ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.