ທ່ານປະທານສະພາແຫ່ງຊາດຫວຽດນາມ ພົບປະກັບກັບທ່ານນາງຮອງປະທານາທິບໍດີ ຟິລິບປິນ

09:37 | 26/11/2022

ໃນຂອບເຂດການຢ້ຽມຢາມ ຟິລິບປິນ ຢ່າງເປັນທາງການ, ວັນທີ 24 ພະຈິກ, ຢູ່ ນະຄອນຫລວງ ມານີລາ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວື່ອງດິງເຫວະ ໄດ້ມີການພົບປະກັບທ່ານນາງຮອງປະທານາທິບໍດີ ຟິລິບປິນ Sara Duterte.

ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫ້ວ ໄປຢ້ຽມຢາມ ແລະຕັ້ງປ້າຍຊື່ສຳນັກງານໃໝ່ຂອງສະຖານທູດ ຫວຽດນາມ ປະຈຳ ສ.ເກົາຫຼີ ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫ້ວ ໄປຢ້ຽມຢາມ ແລະຕັ້ງປ້າຍຊື່ສຳນັກງານໃໝ່ຂອງສະຖານທູດ ຫວຽດນາມ ປະຈຳ ສ.ເກົາຫຼີ
ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫ້ວ ອວຍພອນວັນຊາດ ສ.ລັດເວຍ ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫ້ວ ອວຍພອນວັນຊາດ ສ.ລັດເວຍ
ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ພົບປະກັບທ່ານນາງຮອງປະທານາທິບໍດີ ຟິລິບປິນ Sara Duterte. (ພາບ: VOV)
ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ພົບປະກັບທ່ານນາງຮອງປະທານາທິບໍດີ ຟິລິບປິນ Sara Duterte. (ພາບ: VOV)

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຢັ້ງຢືນ: ການຢ້ຽມຢາມປະກອບສ່ວນປັບປຸງ, ຊຸກຍູ້ການພົວພັນລະຫວ່າງ ຫວຽດນາມ ແລະ ຟິລິບປິນ ເວົ້າລວມ ແລະລະຫວ່າງອົງການນິຕິບັນຍັດສອງປະເທດເວົ້າສະເພາະ. ສະພາແຫ່ງຊາດ ຫວຽດນາມ ຍາມໃດກໍ່ສະຫນັບສະຫນູນເລື່ອງສ້າງເງື່ອນໄຂສະດວກໃຫ້ແກ່ການເຄື່ອນໄຫວລົງທຶນ ແລະດຳເນີນທຸລະກິດຂອງວິສາຫະກິດ ຟິລິບປິນ ຢູ່ ຫວຽດນາມ ແລະ ສະເຫນີທ່ານນາງ ສືບຕໍ່ສະຫນັບສະຫນູນ, ສ້າງເງື່ອນໄຂສະດວກທີ່ສຸດໃຫ້ການພົວພັນດ້ານເສດຖະກິດ - ການຄ້າ - ການລົງທຶນລະຫວ່າງສອງປະເທດ.

ສ່ວນທ່ານນາງຮອງປະທານາທິບໍດີ ຟິລິບປິນ Sara Duterte ໄດ້ຕີລາຄາສູງການຢ້ຽມຢາມ ຟິລິບປິນ ຄັ້ງທຳອິດຢ່າງເປັນທາງການຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ, ອວຍພອນ ຫວຽດນາມ ບັນລຸໄດ້ຫລາຍໝາກຜົນຫນ້າປະທັບໃຈໃນການຟື້ນຕົວໄລຍະຫລັງ ໂຄວິດ 19 ແລະພັດທະນາເສດຖະກິດສັງຄົມ, ກາຍເປັນສູນເສດຖະກິດຂອງພາກພື້ນ.

ການນຳສອງທ່ານເຫັນດີ ເພີ່ມທະວີການພົວພັນໃນທຸກຊ່ອງທາງ: ພັກ, ລັດຖະບານ, ລັດຖະສະພາ, ການພົວພັນແລກປ່ຽນປະຊາຊົນ.

ແລະກໍ່ໃນຕອນບ່າຍວັນດຽວກັນ, ຢູ່ ນະຄອນຫລວງ ມານີລາ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ໃຫ້ການຕ້ອນຮັບ ທ່ານ Oriental Corazon Nunez Malanyaon ຜູ້ວ່າການ ແຂວງ Davao ແລະ ຕ້ອນຮັບການນຳບາງບໍລິສັດ, ກຸ່ມບໍລິສັດໃຫຍ່ຂອງ ຟິລີບປິນ.

ວີ​ໂອ​ວີ

ເຫດການ
302 Found

Found

The document has moved here.