ທ່ານ ຫວໍວັນເຖືອງ ຮັບດຳລົງຕຳແໜ່ງເປັນປະທານປະເທດ ແຫ່ງ ສສ. ຫວຽດນາມ, ອາຍຸການ 2021 – 2026

10:57 | 03/03/2023

ວັນທີ 2 ມີນາ, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ໄດ້ເລືອກຕັ້ງທ່ານ ຫວໍວັນເຖືອງ, ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາສູນກາງພັກຊຸດທີ XIII, ສະມາຊິກສະພາແຫ່ງຊາດຊຸດທີ XV, ຮັບດຳລົງຕຳແໜ່ງເປັນປະທານປະເທດ ແຫ່ງ ສສ. ຫວຽດນາມ, ອາຍຸການ 2021 – 2026.

ທ່ານຫງວຽນຝູຈ້ອງ ເລຂາທິການໃຫ່ຍພັກກອມມູນິດ ຫວຽດນາມ ໄດ້ໂອ້ລົມທາງໂທລະສັບ ກັບ ທ່ານເລຂາທີໜຶ່ງພັກກອມມູນິດ ກູບາ, ປະທານປະເທດສາທາລະນະລັດ ກູບາ ທ່ານຫງວຽນຝູຈ້ອງ ເລຂາທິການໃຫ່ຍພັກກອມມູນິດ ຫວຽດນາມ ໄດ້ໂອ້ລົມທາງໂທລະສັບ ກັບ ທ່ານເລຂາທີໜຶ່ງພັກກອມມູນິດ ກູບາ, ປະທານປະເທດສາທາລະນະລັດ ກູບາ
ສະຫາຍ ຫວໍວັນເຖືອງ ພົບປະເຈລະຈາກັບຜູ້ປະຈຳການຄະນະເລຂາທິການສູນກາງພັກກອມມູນິດກູບາ ສະຫາຍ ຫວໍວັນເຖືອງ ພົບປະເຈລະຈາກັບຜູ້ປະຈຳການຄະນະເລຂາທິການສູນກາງພັກກອມມູນິດກູບາ

ຕອນເຊົ້າວັນທີ 2 ມີນາ, ຢູ່ຫໍປະຊຸມສະພາແຫ່ງຊາດ ຢູ່ນະຄອນຫຼວງ ຮ່າໂນ້ຍ, ດ້ວຍບັດສະໜັບສະໜູນເປັນສ່ວນຫຼາຍຂອງສະມາຊິກສະພາແຫ່ງຊາດທີ່ເຂົ້າຮ່ວມກອງປະຊຸມວິສາມັນ ຄັ້ງທີ 4, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ໄດ້ເລືອກຕັ້ງທ່ານ ຫວໍວັນເຖືອງ, ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາສູນກາງພັກຊຸດທີ XIII, ສະມາຊິກສະພາແຫ່ງຊາດຊຸດທີ XV, ຮັບດຳລົງຕຳແໜ່ງເປັນປະທານປະເທດ ແຫ່ງ ສສ. ຫວຽດນາມ, ອາຍຸການ 2021 – 2026. ກ່າວຄຳເຫັນທີ່ພິທີສາບານຕົວຮັບດຳລົງຕຳແໜ່ງ, ທ່ານ ຫວໍວັນເຖືອງ ຢັ້ງຢືນວ່າ ຈະຈົງຮັກພັກດີຕໍ່ປະເທດຊາດ, ຕໍ່ປະຊາຊົນ, ຕໍ່ລັດຖະທຳມະນູນ ສສ. ຫວຽດນາມ; ມານະພະຍາຍາມປະຕິບັດໜ້າທີ່ເຊິ່ງພັກ, ລັດ ແລະ ປະຊາຊົນມອບໝາຍໃຫ້ເປັນຢ່າງດີ. ກ່າວຄຳເຫັນທີ່ຮັບດຳລົງຕຳແໜ່ງພາຍຫຼັງພິທີສາບານຕົວ, ທ່ານປະທານປະເທດ ຫວໍວັນເຖືອງ ໄດ້ສະແດງຄວາມຂອບໃຈຕໍ່ສະພາແຫ່ງຊາດທີ່ເຊື່ອໝັ້ນມອບກາລະໂອກາດໃຫ້ຮັບໃຊ້ປະເທດຊາດ, ຮັບໃຊ້ປະຊາຊົນ. ຕາມທ່ານແລ້ວ, ນີ້ແມ່ນຄວາມເປັນກຽດອັນຍິ່ງໃຫຍ່ ແລະ ກໍແມ່ນພາລະໜ້າທີ່ທີ່ໜັກໜ່ວງທີ່ສຸດ.

ທ່ານ ຫວໍວັນເຖືອງ ຮັບດຳລົງຕຳແໜ່ງເປັນປະທານປະເທດ ແຫ່ງ ສສ. ຫວຽດນາມ, ອາຍຸການ 2021 – 2026
ສະ​ພາ​ແຫ່ງ​ຊາດ​ເລືອກ​ຕັ້ງ​ທ່ານ ຫວໍ​ວັນ​ເຖືອງ ຮັບ​ດຳ​ລົງ​ຕຳ​ແໜ່ງ ປະ​ທານ​ປ​ະ​ເທດ. (ພາບ: VOV)

“ໃນໄລຍະຮັບໃຊ້ປະເທດຊາດ, ຮັບໃຊ້ປະຊາຊົນ ໃນໄລຍະຈະມາເຖິງ, ຂ້າພະເຈົ້າຂໍໝັ້ນໝາຍຈະຝຶກຝົນຫຼໍ່ຫຼອມ ແລະ ມານະພະຍາຍາມຢ່າງບໍ່ຢຸດຢັ້ງ ເພື່ອປະຕິບັດໜ້າທີ່ເປັນປະທານປະເທດໃຫ້ເປັນຢ່າງດີ, ພ້ອມກັບທົ່ວພັກ, ທົ່ວກອງທັບ ສູ້ຊົນເພື່ອປະເທດ ຫວຽດນາມ ທີ່ມີປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ, ກ້າວຂຶ້ນສັງຄົມນິຍົມຢ່າງໝັ້ນຄົງ; ເອົາໃຈໃສ່ກໍ່ສ້າງ ແລະ ເສີມຂະຫຍາຍກຳລັງແຮງມະຫາສາມັກຄີທົ່ວປວງຊົນທັງຊາດຢ່າງບໍ່ຢຸດຢັ້ງ, ຮັບຟັງຄຳເຫັນຂອງປະຊາຊົນຜູ້ຮັກຫອມປະເທດຊາດດ້ວຍຄວາມຈິງໃຈ; ເຊື່ອມຊຶມທັດສະນະ ປະຊາຊົນເປັນກົກ, ຖືຜົນປະໂຫຍດອັນຊອບທຳຂອງປະຊາຊົນເປັນຈຸດເລີ່ມຕົ້ນ, ເປັນເປົ້າໝາຍສຳຄັນຂອງບັນດາລັດຖະນະໂຍບາຍຢ່າງເລິກເຊິ່ງ. ຢຶດໝັ້ນຕໍ່ສູ້ຕ້ານການສໍ້ລາດບັງຫຼວງ, ປະກົດການຫຍໍ້ທໍ້, ປະຕິບັດສຳເລັດການສ້າງລະບອບລະບຽບການພັດທະນາແບບຍືນຍົງໃຫ້ສົມບູນແບບ, ສ້າງກົງຈັກລັດ ປອດໃສ, ໝັ້ນຄົງເຂັ້ມແຂງ, ລະດົມກຳລັງໃຈເພື່ອຈິດໃຈຂະຫຍັນຂັນເຄື່ອນ, ປະດິດຄິດສ້າງ, ກ້າຄິດກ້າທຳເພື່ອຜົນປະໂຫຍດຂອງປະຊາຊົນ, ຂອງຊາດ.”

ທ່ານຫວໍວັນເຖືອງ, ເກີດເມື່ອວັນທີ 13 ທັນວາ ປີ 1970, ຢູ່ຕາແສງ ອານເຟືອກ, ເມືອງ ມາງທິດ, ແຂວງ ວິງລອງ. ທ່ານແມ່ນພະນັກງານຂັ້ນສູງຂອງພັກກອມມູນິດ ຫວຽດນາມ, ມີກຳລັງຄວາມສາມາດ, ມີອິດທິພົນຊື່ສຽງ ແລະ ບົດຮຽນປະສົບການໃນການປະຕິບັດວຽກງານ. ທ່ານໄດ້ດຳລົງຫຼາຍຕຳແໜ່ງການນຳທີ່ສຳຄັນຂອງສູນກາງ ແລະ ທ້ອງຖິ່ນ.

ທ່ານ ຫວໍວັນເຖືອງມີລະດັບທິດສະດີການເມືອງ: ຂັ້ນສູງ, ລະດັບວິຊາສະເພາະ: ປະລິນຍາຕີ ປັດຊະຍາ, ປະລິຍາໂທວິທະຍາສາດສັງຄົມ ແລະ ມະນຸດສາດ.

ທ່ານ ຫວໍວັນເຖືອງ ຮັບດຳລົງຕຳແໜ່ງເປັນປະທານປະເທດ ແຫ່ງ ສສ. ຫວຽດນາມ, ອາຍຸການ 2021 – 2026
ທ່ານ ຫວໍວັນເຖືອງ ຮັບດຳລົງຕຳແໜ່ງເປັນປະທານປະເທດ ແຫ່ງ ສສ. ຫວຽດນາມ, ອາຍຸການ 2021 – 2026. (ພາບ: VOV)

- ທ່ານແມ່ນກຳມະການຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ X (ສຳຮອງ), ຊຸດທີ XI, XII, XIII, ເລຂາທິການສູນກາງພັກຊຸດທີ XII, XIII.

- ກຳມະການກົມການເມືອງ ຊຸດທີ XII, XIII, ສະມາຊິກສະພາແຫ່ງຊາດ ຊຸດທີ XII, XIV,XV.

- ເດືອນກຸມພາ ປີ 2021 ມາຮອດປັດຈຸບັນ, ທ່ານໄດ້ຮັບການມອບໝາຍຈາກກົມການເມືອງ ດຳລົງຕຳແໜ່ງເປັນຜູ້ປະຈຳການຄະນະເລຂາກາງ ຮັບຜິດຊອບວຽກງານການເມືອງພາຍໃນ, ການເງິນ, ເສດຖະກິດ, ການຕ່າງປະເທດຂອງພັກ, ວຽກງານການທູດປະຊາຊົນ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.