ຫວຽດນາມ - ກຳປູເຈຍ ຖືເປັນສຳຄັນການຊຸກຍູ້ການຮ່ວມມືດ້ານກະສິກຳ 2 ຝ່າຍ

22:39 | 27/11/2022

ຍສໝ - ຫວ່າງແລ້ວນີ້, ​ເນື່ອງ​ໃນ​ໂອກາດການຢ້ຽມຢາມກຳປູ​ເຈຍ ​ຂອງທ່ານ​ປະທານ​ສະພາ​ແຫ່ງ​ຊາດ ເວືອງດຶງ​ເຫ້ວ, ທ່ານ​ລັດຖະມົນຕີ​ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ ເລມີິງຮວານ ​ໄດ້​ມີ​ການ​ພົບ​ປະ​ກັບ​ທ່ານ Dith Tina, ລັດຖະມົນຕີ​ກະຊວງ​ກະສິກຳ, ປ່າ​ໄມ້ ​ແລະ ການປະມົງ ກຳປູ​ເຈຍ.

ຊຸກຍູ້ການລົງທຶນ ແລະ ການຄ້າ ຫວຽດນາມ - ກຳປູເຈຍ ຊຸກຍູ້ການລົງທຶນ ແລະ ການຄ້າ ຫວຽດນາມ - ກຳປູເຈຍ
ປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ຕ້ອນຮັບຫົວໜ້າກຳມາທິການການຕ່າງປະເທດສະພາແຫ່ງຊາດລາວ ແລະ ກຳປູເຈຍ ປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ຕ້ອນຮັບຫົວໜ້າກຳມາທິການການຕ່າງປະເທດສະພາແຫ່ງຊາດລາວ ແລະ ກຳປູເຈຍ

ທ່ານ​ລັດຖະມົນຕີ Dith Tina ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ລັດຖະມົນຕີ ເລມີິງຮວານ ​ທີ່​ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ກຳປູ​ເຈຍ; ຖືວ່າ ການຢ້ຽມຢາມ ແລະ ເຮັດວຽກຄັ້ງນີ້ ສະແດງໃຫ້ເຫັນຄວາມສົນໃຈຢ່າງເລິກເຊິ່ງຂອງຝ່າຍຫວຽດນາມ ໃນການຮ່ວມມືດ້ານກະສິກຳກັບ ກຳປູເຈຍ ພາຍຫຼັງສອງກະຊວງໄດ້ລົງນາມໃນຂໍ້ຕົກລົງຮ່ວມມື ໃນໂອກາດທີ່ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ້ງ ຢ້ຽມຢາມ ກຳປູເຈຍ ໃນວັນທີ 8-9 ພະຈິກ.

ທ່ານ​ລັດຖະມົນຕີ ເລມີິງຮວານ ​ໄດ້ສະແດງຄວາມ​ຂອບ​ອົກ​ຂອບ​ໃຈ​ຝ່າຍ ກຳປູ​ເຈຍ ທີ່​ໄດ້​ໃຫ້ການ​ຕ້ອນຮັບຢ່າງສົມກຽດ ​ແລະ ຈິງ​ໃຈ; ຊົມເຊີຍທ່ານລັດຖະມົນຕີ Dith Tina ທີ່ໄດ້ຮັບການແຕ່ງຕັ້ງເປັນລັດຖະມົນຕີກະຊວງກະສິກຳ, ປ່າໄມ້ ແລະ ການປະມົງຂອງກຳປູເຈຍ; ພ້ອມກັນນັ້ນ ​ກໍ​ສະແດງຄວາມດີໃຈທີ່​ກຳປູ​ເຈຍ​ໄດ້​ຮັບ​ລາງວັນ​ທີ​ໜຶ່ງ​ຂອງ​ການ​ປະ​ກວດສາກົນ​ ເຂົ້າ​ແຊບ ​ປີ 2022. ນີ້​ແມ່ນ​ຈຸດໝາຍ​ທີ່​ດີ​ທີ່​ສຸດ​ເພື່ອ​ໃຫ້​ຫວຽດນາມ ​ແລະ ກຳປູ​ເຈຍ​ແບ່ງປັນ​ປະສົບ​ການ​ໃນ​ການ​ພັດທະນາ​ກະສິກຳ​ໃນ​ໄລຍະ​ຈະ​ມາ​ເຖິງ.

ຫວຽດນາມ - ກຳປູເຈຍ ຖືເປັນສຳຄັນການຊຸກຍູ້ການຮ່ວມມືດ້ານກະສິກຳ 2 ຝ່າຍ
ຫວຽດນາມ - ກຳປູເຈຍ ຖືເປັນສຳຄັນການຊຸກຍູ້ການຮ່ວມມືດ້ານກະສິກຳ 2 ຝ່າຍ.

ທ່ານ​ລັດຖະມົນຕີ ເລມີິງຮວານ ​ໃຫ້​ຮູ້​ວ່າ: ຫວຽດນາມ ​ແລະ ກຳປູ​ເຈຍ ​ແມ່ນ​ສອງ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ສະໜິດສະໜົມ ​ແລະ ມີ​ມູນ​ເຊື້ອ​ອັນ​ດີງາມ​ມາ​ແຕ່​ດົນ​ນານ, ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່ ​ແລະ ຊີ້​ນຳ​ຂອງ​ການ​ນຳ​ສອງ​ພັກ, ສອງ​ລັດ ​ແລະ ສອງ​ລັດຖະບານ. ຫວຽດນາມ ​ແລະ ກຳປູ​ເຈຍ ສາມາດ​ຍາດ​ແຍ່ງ​ທ່າ​ໄດ້​ປຽບ​ຂອງ 2 ປະ​ເທດໄດ້ເປັນ​ຢ່າງ​ດີທີ່ສຸດ ​ເພື່ອ​ຊຸກຍູ້​ການ​ພັດທະນາ​ການ​ຜະລິດ, ປຸງ​ແຕ່ງ, ຈຳໜ່າຍ, ຍົກສູງ​ມູນ​ຄ່າ​ເພີ່ມຂຶ້ນ ​ແລະ ພັດທະນາຂະແໜງການ​ກະສິກຳ​ແບບ​ຍືນ​ຍົງ, ຮັບ​ໃຊ້​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ ​ແລະ ວິ​ສາ​ຫະກິດ​ຂອງ 2 ປະ​ເທດ.

ຫວຽດນາມ - ກຳປູເຈຍ ຖືເປັນສຳຄັນການຊຸກຍູ້ການຮ່ວມມືດ້ານກະສິກຳ 2 ຝ່າຍ

ລັດຖະມົນຕີ 2 ທ່ານ ຖືວ່າ ການລົງນາມໃນສັນຍາຮ່ວມມືລະຫວ່າງ 2 ກະຊວງ ເປັນຈຸດໝາຍສຳຄັນ ເພື່ອຊຸກຍູ້ການຮ່ວມມືດ້ານກະສິກຳໃຫ້ເຂັ້ມແຂງໃນໄລຍະຈະມາເຖິງ. ລັດຖະມົນຕີ 2 ທ່ານ​ ໄດ້​ເຫັນ​ດີ​ເປັນ​ເອກະສັນກັນ ​ຊີ້​ນຳ​ບັນດາ​ອົງການວິຊາສະເພາະ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ ​ໃນ​ການ​ເຊື່ອມ​ໂຍງ​ເຕັກນິກ, ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່​ວິ​ສາ​ຫະກິດ, ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ການ​ຄ້າ ​ແລະ ການ​ລົງທຶນ​ໃນ​ຂົງ​ເຂດ​ກະສິກຳ​ລະຫວ່າງ 2 ປະ​ເທດ. ພ້ອມ​ກັນ​ນັ້ນ, ຫວຽດນາມ ​ແລະ ກຳປູ​ເຈຍ ກໍມີ​ລະບົບນິເວດ​ຮ່ວມ​ອັນ​ດຽວ​ກັນ ​ຢູ່​ອ່າງ​ແມ່​ນ້ຳຂອງ, ສະ​ນັ້ນ ຕ້ອງ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນການຄຸ້ມຄອງການຜະລິດ ແລະ ​ທຸລະ​ກິດ​ປ່າ​ໄມ້, ການ​ປະມົງ​ແບບ​ຍືນ​ຍົງ, ຄຸ້ມ​ຄອງ​ຊັບພະຍາກອນ​ທຳ​ມະ​ຊາດ, ການ​ອະນຸລັກຊີວະນາໆພັນຫຼາຍຮູບຫຼາຍແບບ ​ແລະ ການຮັບມືກັບການປ່ຽນແປງດິນຟ້າອາກາດ.

ທ່ານ​ລັດຖະມົນຕີ Dith Tina ມີ​ຄວາມ​ສົນ​ໃຈ​ເປັນ​ພິ​ເສດ ​ເຖິງ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ເຂົ້າສານ ​ແລະ ອາຫານ​ທະ​ເລ​ກັບ ຫວຽດນາມ. ທ່ານ​ລັດຖະມົນຕີ ເລມີິງຮວານ ​ເຫັນ​ດີ​ເປັນ​ເອກະພາບສູງກັບນະໂຍບາຍໝູນໃຊ້​​ທ່າ​ໄດ້​ປຽບ​ຂອງ​ແຕ່ລະ​ຝ່າຍ ​ເພື່ອ​ຍົກສູງ​ມູນ​ຄ່າເພີ່ມຂຶ້ນ, ຫຼຸດຜ່ອນຄ່າໃຊ້ຈ່າຍ, ​ເພີ່ມ​ລາຍ​ຮັບ​ໃຫ້​ຊາວ​ກະສິກອນ ​ແລະ ພັດທະນາ​ຂະ​ແໜງ​ການ​ເຂົ້າສານ​ຂອງ​ສອງ​ປະ​ເທດ​ຢ່າງ​ຍືນ​ຍົງ ​ໂດຍ​ຜ່ານ​ການ​ຮ່ວມ​ມື​ດ້ານ​ວິທະຍາສາດ​ການ​ສຶກສາ ​ແລະ ຖ່າຍທອດ​ເຕັກ​ໂນ​ໂລ​ຊີ, ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ​ຕາມ​ລະດູ​ການ, ສ້າງ​ເງື່ອນ​ໄຂ​ສະດວກໃຫ້ການຊຸກຍູ້​ການ​ຮ່ວມ​ມື​ດ້ານ​ທຸລະ​ກິດ​ເຂົ້າສານ​ຂອງ​ສອງ​ປະ​ເທດ. ກ່ຽວ​ກັບ​ອາຫານ​ທະ​ເລ, ຫວຽດນາມ ພ້ອມ​ແລ້ວ​ທີ່​ຈະ​ໜູນ​ຊ່ວຍ​ການ​ຖ່າຍ​ທອດ​ເຕັກ​ໂນ​ໂລ​ຊີ​ລ້ຽງ​ປາ​ນ້ຳ​ຈືດໃຫ້​ກຳປູ​ເຈຍ​ ຢູ່​ບັນດາ​ໜອງ ​ແລະ ​ແມ່​ນ້ຳ.

ຫວຽດນາມ - ກຳປູເຈຍ ຖືເປັນສຳຄັນການຊຸກຍູ້ການຮ່ວມມືດ້ານກະສິກຳ 2 ຝ່າຍ
ຊາວນາ ກຳປູເຈຍ ເກັບກ່ຽວເຂົ້ານາ.

ນີ້​ແມ່ນ​ພື້ນຖານປັດໄຈ​ເພື່ອປັບປຸງ​ຊີວິດ​ການ​ເປັນ​ຢູ່​ແບບ​ຍືນ​ຍົງ ​ຂອງ​ປະຊາຊົນ​ກຳປູ​ເຈຍ, ​ໃນ​ນັ້ນ​ມີ​ຊາວ​ຫວຽດນາມ ​ທີ່​ພວມ​ດຳລົງ​ຊີວິດ​ຢູ່​ກຳປູ​ເຈຍຈຳນວນໜຶ່ງ. ທີ່​ການ​ພົບ​ປະ, ລັດຖະມົນຕີ​ສອງທ່ານ​ ​ໄດ້​ເປັນ​ສັກຂີ​ພິຍານໃນ​ພິທີ​ລົງ​ນາມ​​ສັນຍາ​ຮ່ວມ​ມື​ປະຕິບັດ​ໂຄງການ “ສ້າງ​ຕົວ​ແບບ ​ແລະ ຖ່າຍທອດ​ເຕັກນິກ​ການ​ລ້ຽງ​ສິນ​ໃນ​ນ້ຳ​ຢູ່​ເຂດ​ ປ໊ຽນໂຫ່ ກຳປູ​ເຈຍ” ດ້ວຍ​ຍອດ​ຈຳນວນ​ທຶນ​ປະມານ 70 ຕື້ ດົງ ​ແລະ ​ໄດ້​ຮັບ​ການ​ປະຕິບັດ​ໃນ​ໄລຍະ 5 ປີ (2021-2025), ​ໂດຍ​ນຳ​ໃຊ້​ແຫຼ່ງ​ຊ່ວຍ​ເຫຼືອ​ຂອງ​ລັດຖະບານ ຫວຽດນາມ ​ໃຫ້​ສຳລັບ​ລັດຖະບານ ກຳປູ​ເຈຍ.

ໃນຕອນທ້າຍຂອງກອງປະຊຸມ, ທ່ານລັດຖະມົນຕີ ເລມີິງຮວານ ໄດ້ເຊີນທ່ານລັດຖະມົນຕີ Dith Tina ມາຢ້ຽມຢາມ ແລະ ເຮັດວຽກກັບກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ. ທ່ານ​ລັດຖະມົນຕີ Dith Tina ຍິນດີຮັບ​ຄຳເຊີນ ​ແລະ ຈະ​ຈັດ​ເວລາໄປ​ຢ້ຽມຢາມ ຫວຽດນາມ ​ໂດຍ​ໄວ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.