ປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ພົບປະເຈລະຈາກັບປະທານສະພາແຫ່ງຊາດແຫ່ງລາຊະອານາຈັກ ກຳປູເຈຍ

06:40 | 14/09/2022

ປະທານສະພາແຫ່ງຊາດສອງທ່ານໄດ້ເນັ້ນໜັກວ່າ: ການຢ້ຽມຢາມຂອງ ທ່ານປະທານສະພາແຫ່ງຊາດ Samdech Heng Samrin ມາຍັງ ຫວຽດນາມ ແມ່ນການເຄື່ອນໄຫວທາງດ້ານການເມືອງ, ການພົວພັນຕ່າງປະເທດທີ່ສຳຄັນລະຫວ່າງສະພາແຫ່ງຊາດໃນປີມິດຕະພາບ ຫວຽດນາມ - ກຳປູເຈຍ 2022.

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ເລີ່ມຕົ້ນການຢ້ຽມຢາມລາຊະອານາຈັກ ອັງກິດ ຢ່າງເປັນທາງການ ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ເລີ່ມຕົ້ນການຢ້ຽມຢາມລາຊະອານາຈັກ ອັງກິດ ຢ່າງເປັນທາງການ
ກຳປູເຈຍ ຍົກເລີກໜັງສືຈົດໝາຍທາງການ ທີ່ຈຳກັດການເດີນທາງຂ້າມຊາຍແດນຂອງພົນລະເມືອງ ກຳປູເຈຍ ແລະ ຫວຽດນາມ ກຳປູເຈຍ ຍົກເລີກໜັງສືຈົດໝາຍທາງການ ທີ່ຈຳກັດການເດີນທາງຂ້າມຊາຍແດນຂອງພົນລະເມືອງ ກຳປູເຈຍ ແລະ ຫວຽດນາມ
ປະທານສະພາແຫ່ງຊາດ ສອງປະເທດ ທີ່ການພົບປະເຈລະຈາ
ປະທານສະພາແຫ່ງຊາດ ສອງປະເທດ ທີ່ການພົບປະເຈລະຈາ

ວັນທີ 12 ກັນຍາ, ຢູ່ຮ່າໂນ້ຍ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ແລະ ທ່ານປະທານສະພາແຫ່ງຊາດແຫ່ງລາຊະອານາຈັກ ກຳປູເຈຍ Samdech Heng Samrin ໄດ້ດຳເນີນການພົບປະເຈເລຈາ, ເຫັນດີເປັນເອກະພາບຫຼາຍເນື້ອໃນຮ່ວມມື. ປະທານສະພາແຫ່ງຊາດສອງທ່ານໄດ້ເນັ້ນໜັກວ່າ: ການຢ້ຽມຢາມຂອງ ທ່ານປະທານສະພາແຫ່ງຊາດ Samdech Heng Samrin ມາຍັງ ຫວຽດນາມ ແມ່ນການເຄື່ອນໄຫວທາງດ້ານການເມືອງ, ການພົວພັນຕ່າງປະເທດທີ່ສຳຄັນລະຫວ່າງສະພາແຫ່ງຊາດໃນປີມິດຕະພາບ ຫວຽດນາມ - ກຳປູເຈຍ 2022 ແລະ ສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ລະຫວ່າງສອງປະເທດ.

ປະທານສະພາແຫ່ງຊາດສອງທ່ານ ກໍ່ເຫັນດີເປັນເອກະພາບ ທັດສະນະຄວນສືບຕໍ່ເສີມຂະຫຍາຍບົດບາດອົງການນິຕິກຳສອງປະເທດໃນການຊຸກຍູ້ການພົວພັນສອງຝ່າຍ; ຕິດຕາມກວດກາຊຸກຍູ້ບັນດາກະຊວງ, ຂະແໜງການ,ທ້ອງຖິ່ນ, ບັນດາວິສາຫະກິດຕັ້ງໜ້າຜັນຂະຫຍາຍບັນດາສົນທິສັນຍາ, ສັນຍາ, ຂໍ້ຕົກລົງທີ່ລົງນາມແລ້ວໃຫ້ມີປະສິດທິຜົນ; ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ແບ່ງປັນບົດຮຽນໃນການຈັດຕັ້ງການເຄື່ອນໄຫວຂອງສະພາແຫ່ງຊາດຢ່າງມີປະສິດທິຜົນ. ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ແລະ ທ່ານປະທານສະພາແຫ່ງຊາດ Samdech Heng Samrin ເຫັນດີເປັນເອກະພາບວ່າ ສອງຝ່າຍຄວນຍູ້ແຮງການຮ່ວມມືຂອງສອງອົງການຊ່ວຍວຽກນັ້ນແມ່ນຄະນະເລຂາທິການສະພາແຫ່ງຊາດ ກຳປູເຈຍ ແລະ ຫ້ອງວ່າການສະພາແຫ່ງຊາດ ຫວຽດນາມ. ຫ້ອງວ່າການສະພາແຫ່ງຊາດ ຫວຽດນາມ ພ້ອມແລ້ວທີ່ຈະສືບຕໍ່ຜັນຂະຫຍາຍການບຳລຸງສ້າງ, ຍົກສູງ, ລົງເລິກ ກ່ຽວກັບເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ການແປພາສາຢູ່ ຫວຽດນາມ ໃຫ້ແກ່ພະນັກງານຄະນະເລຂາທິການສະພາແຫ່ງຊາດ ກຳປູເຈຍ.

ວີ​ໂອ​ວີ

ເຫດການ
302 Found

Found

The document has moved here.