ສະພາແຫ່ງຊາດ ຫວຽດນາມ - ອານເຊຣີ ເພີ່ມທະວີການຮ່ວມມື

11:08 | 08/12/2022

ຄະນະຜູ້ແທນສະພາແຫ່ງຊາດຫວຽດນາມ ນໍາໂດຍທ່ານ ຫງວຽນດຶກຫາຍ ຮອງປະທານສະພາແຫ່ງຊາດຫວຽດນາມ ພວມມີການຢ້ຽມຢາມ ແລະເຮັດວຽກຢູ່ອານເຊຣີ ແຕ່ວັນທີ 29 ພະຈິກ ຫາວັນທີ 4 ທັນວາ.

ສະພາແຫ່ງຊາດ ຫວຽດນາມ ແລະ ສະພາແຫ່ງຊາດ ອາຟະລິກາໃຕ້ ເພີ່ມທະວີການແລກປ່ຽນ, ຮ່ວມມື ສະພາແຫ່ງຊາດ ຫວຽດນາມ ແລະ ສະພາແຫ່ງຊາດ ອາຟະລິກາໃຕ້ ເພີ່ມທະວີການແລກປ່ຽນ, ຮ່ວມມື
ຫວຽດນາມ - ກໍາປູເຈຍ ເພີ່ມພູນຄູນສ້າງນໍ້າໃຈມິດຕະພາບ, ເພີ່ມທະວີການຮ່ວມມື ຫວຽດນາມ - ກໍາປູເຈຍ ເພີ່ມພູນຄູນສ້າງນໍ້າໃຈມິດຕະພາບ, ເພີ່ມທະວີການຮ່ວມມື

ທີ່ການພົບປະກັບທ່ານປະທານສະພາແຫ່ງຊາດປະຊາຊົນອານເຊຣີ, ທ່ານຮອງປະທານສະພາແຫ່ງຊາດຫວຽດນາມ ຫງວຽນດຶກຫາຍ ຢືນຢັນວ່າ ຫວຽດນາມ ເວົ້າລວມ ແລະສະພາແຫ່ງຊາດ ຫວຽດນາມ ເວົ້າສະເພາະຍາມໃດກໍ່ຖືເປັນສຳຄັນການຊຸກຍູ້ການພົວພັນກັບບັນດາເພື່ອນມິດທີ່ເປັນມູນເຊື້ອອາຟະຣິກາ, ໃນນັ້ນມີ ອານເຊຣີ.

ບັນຍາກາດທີ່ການເຮັດວຽກ. ພາບ: ສໍານັກຂ່າວສານຫວຽດນາມ

ການນຳສອງທ່ານໄດ້ເຫັນດີເປັນເອກະພາບສືບຕໍ່ເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ເສີມຂະຫຍາຍບົດບາດຂອງສອງອົງການນິຕິບັນຍັດໃນການຊຸກຍູ້ການຮ່ວມມືລະຫວ່າງສອງປະເທດ, ນໍາການຮ່ວມມືລັດຖະສະພາກາຍເປັນຊ່ອງທາງສຳຄັນໃນການຜັນຂະຫຍາຍນະໂຍບາຍການຕ່າງປະເທດຂອງແຕ່ລະປະເທດ.

ໃນຂອບເຂດການຢ້ຽມຢາມ, ຄະນະຜູ້ແທນໄດ້ໄປຢ້ຽມຢາມ ແລະເຮັດວຽກກັບສະຖານທູດຫວຽດນາມ ປະຈຳ ອານເຊຣີ, ໄດ້ພົບປະກັບຜູ້ຕາງໜ້າປະຊາຄົມຊາວ ຫວຽດນາມ ອາໄສຢູ່ອານເຊຣີ, ແລະຢ້ຽມຢາມສະໂມສອນມວຍພື້ນເມືອງຫວຽດນາມ ຢູ່ນະຄອນຫຼວງ Algiers.

ກອ​ງ​ທັບ​

ເຫດການ
302 Found

Found

The document has moved here.