ປະທານສະພາແຫ່ງຊາດ ຕ້ອນຮັບເອກອັກຄະລັດຖະທູດ ຝຣັ່ງ

07:39 | 22/11/2022

ຫວ່າງແລ້ວນີ້, ທີ່ຫໍສະພາແຫ່ງຊາດ, ທ່ານ ເວືອງດິ່ງເຫວ້ ປະທານສະພາແຫ່ງຊາດຫວຽດນາມ ໄດ້ຕ້ອນຮັບທ່ານ Nicolas Warnery ເອກອັກຄະລັດຖະທູດ ຝຣັ່ງ ປະຈໍາ ຫວຽດນາມ.

ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ຕ້ອນຮັບເອກອັກຄະລັດຖະທູດ ກາຕາ ປະຈຳ ຫວຽດນາມ ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ຕ້ອນຮັບເອກອັກຄະລັດຖະທູດ ກາຕາ ປະຈຳ ຫວຽດນາມ
AFD ແລະ ບັນດາອົງການຈັດຕັ້ງທີ່ບໍ່ສັງກັດລັດຖະບານ ຝຣັ່ງ  ມີຄວາມສົນໃຈໜູນຊ່ວຍ ຫວຽດນາມ AFD ແລະ ບັນດາອົງການຈັດຕັ້ງທີ່ບໍ່ສັງກັດລັດຖະບານ ຝຣັ່ງ ມີຄວາມສົນໃຈໜູນຊ່ວຍ ຫວຽດນາມ

ທ່ານ ເວືອງດິ່ງເຫວ້ ສະແດງຄວາມຊົມເຊີຍທ່ານເອກອັກຄະລັດຖະທູດ ທີ່ລັດຖະບານຝຣັ່ງ ໄດ້ແຕ່ງຕັ້ງເປັນເອກອັກຄະລັດຖະທູດ ປະຈໍາ ຫວຽດນາມ ແລະກ່ອນໜ້ານັ້ນແມ່ນເປັນຫົວໜ້າກົງສູນໃຫຍ່ຝຣັ່ງ ປະຈໍາ ນະຄອນໂຮ່ຈີມິນ. ທ່ານປະທານສະພາແຫ່ງຊາດ ຊີ້ແຈ້ງວ່າ ຫວຽດນາມ ຍາມໃດກໍ່ຖືເປັນສໍາຄັນການພົວພັນຄູ່ຮ່ວມມື ແລະການຮ່ວມມືຮອບດ້ານກັບອີຢູ ແລະກັບຝຣັ່ງ ກໍ່ຄືບັນດາປະເທດສະມາຊິກອີຢູ; ປາດຖະໜາຢາກສືບຕໍ່ໄດ້ຮັບການສະໜັບສະໜູນຈາກຝຣັ່ງ ໃນການສືບຕໍ່ໍຊຸກຍູ້ການພົວພັນຮ່ວມມື ຫວຽດນາມ-ອີຢູ ຢ່າງແຂງແຮງ ແລະມີປະສິດທິຜົນກວ່າອີກ.

ທ່ານ ເວືອງດິ່ງເຫວ້ ປະທານສະພາແຫ່ງຊາດຫວຽດນາມ ຕ້ອນຮັບທ່ານ Nicolas Warnery ເອກອັກຄະລັດຖະທູດຝຣັ່ງ ປະຈໍາ ຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານ Nicolas Warnery ໃຫ້ຮູ້ວ່າ ສະຖານທູດຝຣັ່ງ ປະຈໍາ ຫວຽດນາມ ແລະສະພາສູງຝຣັ່ງ ພວມຕັ້ງໜ້າກະກຽມໃຫ້ແກ່ການຢ້ຽມຢາມຫວຽດນາມ ຢ່າງເປັນທາງການຂອງທ່ານ Gerard Larcher ປະທານສະພາສູງຝຣັ່ງ ຕາມຄໍາເຊື້ອເຊີນຂອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້.

ທ່ານ ເວືອງດິ່ງເຫວ້ ເນັ້ນໜັກວ່າ ສະພາແຫ່ງຊາດຫວຽດນາມ ຊົມເຊີຍ ແລະຖືເປັນສໍາຄັນການຢ້ຽມຢາມຫວຽດນາມ ຂອງທ່ານປະທານສະພາສູງຝຣັ່ງ. ນີ້ແມ່ນການເຄື່ອນໄຫວແລກປ່ຽນຄະນະທໍາອິດຂອງການນໍາຂັ້ນສູງສະພາແຫ່ງຊາດສອງປະເທດພາຍຫຼັງສອງປະເທດສາມາດຄວບຄຸມພະຍາດໂຄວິດ-19, ພ້ອມທັງແມ່ນເຫດການສໍາຄັນມຸ່ງໄປເຖິງການສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງສອງປະເທດ (1973-2023), 10 ປີແຫ່ງວັນສອງປະເທດຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດ (2013-2023).

ກອ​ງ​ທັບ​

ເຫດການ
302 Found

Found

The document has moved here.