ປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ເຂົ້າຮ່ວມການໂອ້ລົມສົນທະນາວິສາຫະກິດ ຫວຽດນາມ - ອາກຊັງຕິນ ຢູ່ແຂວງ Santa Fe

00:00 | 26/04/2023

ຍສໝ - ວັນທີ 26 ເມສາ (ຕາມເວລາທ້ອງຖິ່ນ), ຢູ່ສຳນັກງານສູນບໍລິການ Rosario, ແຂວງ Santa Fe, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ພ້ອມກັບຜູ້ວ່າການ ບັນດາແຂວງຄື: Santa Fe, Cordoba ແລະ Entre Rios ໄດ້ເຂົ້າຮ່ວມການໂອ້ລົມສົນທະນາວິສາຫະກິດ ຫວຽດນາມ - ອາກຊັງຕິນ.

ປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ພົບປະເຈລະຈາກັບປະທານສະພາແຫ່ງຊາດແຫ່ງລາຊະອານາຈັກ ກຳປູເຈຍ ປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ພົບປະເຈລະຈາກັບປະທານສະພາແຫ່ງຊາດແຫ່ງລາຊະອານາຈັກ ກຳປູເຈຍ
ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ເລີ່ມຕົ້ນການຢ້ຽມຢາມລາຊະອານາຈັກ ອັງກິດ ຢ່າງເປັນທາງການ ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ເລີ່ມຕົ້ນການຢ້ຽມຢາມລາຊະອານາຈັກ ອັງກິດ ຢ່າງເປັນທາງການ
ປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ເຂົ້າຮ່ວມການໂອ້ລົມສົນທະນາວິສາຫະກິດ ຫວຽດນາມ - ອາກຊັງຕິນ ຢູ່ແຂວງ Santa Fe

ປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ເຂົ້າຮ່ວມການໂອ້ລົມສົນທະນາວິສາຫະກິດ ຫວຽດນາມ - ອາກຊັງຕິນ ຢູ່ແຂວງ Santa Fe

ກ່າວຄຳເຫັນທີ່ການໂອ້ລົມສົນທະນາ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໃຫ້ຮູ້ວ່າ ຫວຽດນາມ ມີຄວາມຫວັງວ່າ 3 ແຂວງ ຈະພິຈາລະນາ, ນຳເຂົ້າບັນດາຜະລິດຕະພັນທີ່ມີຄຸນນະພາບສູງ ຂອງ ຫວຽດນາມຄື: ເຂົ້າສານ, ກາເຟ, ຢາງພາລາ, ເຄື່ອງຕ່ຳແຜ່ນຕັດຫຍິບ, ໝາກມ່ວງຫິມະພານ, ເຄື່ອງຈັກ, ວັດຖຸອຸປະກອນເອເລັກໂຕນິກ ເພື່ອມຸ່ງໄປເຖິງຄວາມດຸ່ນງດ່ຽງທາງການຄ້າ. ຫວຽດນາມ ກໍ່ພວມພິຈາລະນາຄວາມສາມາດນຳເຂົ້າຜະລິດຕະພັນໝາກໄມ້ ແລະ ຊີ້ນໝູຂອງ ອາກຊັງຕິນ. ທ່ານໃຫ້ຮູ້ວ່າ:

ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ມີຄວາມຫວັງຢາກເຮັດໃຫ້ການພົວພັນຄູ່ຮ່ວມມືຮອບດ້ານກັບ ອາກຊັງຕິນ, ໃນນັ້ນມີການຮ່ວມມືລະຫວ່າງບັນດາທ້ອງຖິ່ນ ສວມບົດບາດສຳຄັນພິເສດ. ດ້ວຍຖານະບົດບາດນອນໃນເຂດສາມລ່ຽມພັດທະນາ ພາກກາງ ອາກຊັງຕິນ ແລະ ໜຶ່ງໃນບັນດາທ້ອງຖິ່ນ ຜະລິດຫຼັກແຫຼ່ງຂອງ ອາກຊັງຕິນ, ພວກຂ້າພະເຈົ້າຕີລາຄາສູງບົດບາດຂອງແຂວງ Santa Fe ໃນການເຊື່ອມຕໍ່ວິສາຫະກິດ ສອງປະເທດ, ປະກອບສ່ວນຊຸກຍູ້ການພົວພັນຮ່ວມມືດ້ານເສດຖະກິດ, ການຄ້າສອງປະເທດ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.