ສ້າງກົນໄກກອງປະຊຸມຂັ້ນສູງສະພາແຫ່ງຊາດສາມປະເທດກໍາປູເຈຍ, ລາວ, ຫວຽດນາມ

19:00 | 23/11/2022

ຍສໝ - ການສ້າງກົນໄກກອງປະຊຸມຂັ້ນສູງສະພາແຫ່ງຊາດ CLV ມີຄວາມສອດຄ່ອງກັບ ວິໄສທັດຂອງປະທານສະພາແຫ່ງຊາດສາມປະເທດລຸ້ນຕ່າງໆ.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ: ປັບປຸງລະບອບລະບຽບການ, ກົນໄກນະໂຍບາຍໃຫ້ສົມບູນແບບເພື່ອສ້າງເງື່ອນໄຂພັດທະນາປະເທດຊາດ ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ: ປັບປຸງລະບອບລະບຽບການ, ກົນໄກນະໂຍບາຍໃຫ້ສົມບູນແບບເພື່ອສ້າງເງື່ອນໄຂພັດທະນາປະເທດຊາດ
ກະຊວງການຕ່າງປະເທດເຜີຍແຜ່ບົດລາຍງານໄລຍະກາງສະໄໝຢ່າງສະໝັກໃຈໃນການປະຕິບັດຂໍ້ສະເໜີທີ່ຫວຽດນາມຮັບເອົາຕາມກົນໄກກວດກາທົບທວນຕາມໄລຍະທົ່ວໄປ ກະຊວງການຕ່າງປະເທດເຜີຍແຜ່ບົດລາຍງານໄລຍະກາງສະໄໝຢ່າງສະໝັກໃຈໃນການປະຕິບັດຂໍ້ສະເໜີທີ່ຫວຽດນາມຮັບເອົາຕາມກົນໄກກວດກາທົບທວນຕາມໄລຍະທົ່ວໄປ

ຕອນບ່າຍວັນທີ 20 ພະຈິກ, ຢູ່ນະຄອນຫຼວງພະນົມເປັນ, ປະເທດກໍາປູເຈຍ, ໃນຂອບເຂດກອງປະຊຸມສະມັດຊາໃຫຍ່ລັດຖະສະພາ ອາຊຽນ ຄັ້ງທີ 43 (AIPA-43), ດ້ວຍການເປັນສັກຂີພິຍານຂອງບັນດາຜູ້ແທນ ທີ່ເຂົ້າຮ່ວມກອງປະຊຸມ, ທ່ານ ເວືອງດິ່ງເຫວ້ ປະທານສະພາ ແຫ່ງຊາດຫວຽດນາມ, ທ່ານ Samdech Heng Samrin ປະທານສະພາ ແຫ່ງຊາດກໍາປູເຈຍ ແລະ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງ ຊາດລາວ ໄດ້ເຊັນຖະແຫຼງການຮ່ວມຂອງບັນດາປະທານສະພາແຫ່ງຊາດ ກໍາປູເຈຍ, ລາວ, ຫວຽດນາມ, ໂດຍເປັນຄັ້ງທໍາອິດທີ່ສ້າງຕັ້ງກົນໄກກອງປະຊຸມຂັ້ນສູງ ສະພາແຫ່ງຊາດສາມປະເທດກໍາປູເຈຍ, ລາວ, ຫວຽດນາມ (CLV).

Chú thích ảnh

ບັນຍາກາດທີ່ວາລະປະຊຸມ.

ການສ້າງກົນໄກກອງປະຊຸມຂັ້ນສູງສະພາແຫ່ງຊາດ CLV ມີຄວາມສອດຄ່ອງກັບ ວິໄສທັດຂອງປະທານສະພາແຫ່ງຊາດສາມປະເທດລຸ້ນຕ່າງໆ. ຕາມນັ້ນແລ້ວ, ປະທານສະພາແຫ່ງຊາດສາມທ່ານ ເຫັນດີເປັນເອກະພາບຍົກລະດັບກົນໄກ ໃນກອງປະຊຸມປະຈຸບັນລະຫວ່າງບັນດາກໍາມາທິການຂອງສະພາແຫ່ງຊາດສາມປະເທດ CLV ເປັນ “ກອງປະຊຸມຂັ້ນສູງສະພາແຫ່ງຊາດສາມປະເທດ ກຳປູເຈຍ-ລາວ-ຫວຽດນາມ” (CLV Parliamentary Summit) ເຊິ່ງຈັດຕັ້ງ 2 ປີເທື່ອໜຶ່ງ ໂດຍປະທານສະພາແຫ່ງຊາດສາມທ່ານ ເປັນປະທານ ບົນພື້ນຖານ ໝູນວຽນກັນຕາມລໍາດັບຕົວອັກສອນ; ພ້ອມທັງຮັບຮອງເອົາຂັ້ນຕອນລະບຽບ ການຂອງກອງປະຊຸມຂັ້ນສູງສະພາແຫ່ງຊາດ CLV. ການສ້າງກົນໄກກອງ ປະຊຸມຂັ້ນສູງສະພາແຫ່ງຊາດ CLV ສອດຄ່ອງກັບວິໄສທັດຂອງປະທານສະພາ ແຫ່ງຊາດສາມປະເທດລຸ້ນຕ່າງໆ.

ສ້າງກົນໄກກອງປະຊຸມຂັ້ນສູງສະພາແຫ່ງຊາດສາມປະເທດກໍາປູເຈຍ, ລາວ, ຫວຽດນາມ
ສ້າງກົນໄກກອງປະຊຸມຂັ້ນສູງສະພາແຫ່ງຊາດສາມປະເທດກໍາປູເຈຍ, ລາວ, ຫວຽດນາມ

ພາຍຫຼັງພິທິເຊັນຖະແຫຼງການຮ່ວມຂອງປະທານສະພາແຫ່ງຊາດສາມທ່ານ, ບັນດາຫົວໜ້າກໍາມາທິການການຕ່າງປະເທດຂອງສະພາແຫ່ງຊາດຫວຽດນາມ, ລາວ, ກໍາປູເຈຍ ໄດ້ຕອບສໍາພາດຕໍ່ສື່ມວນຊົນ, ຢັ້ງຢືນວ່າ ນີ້ແມ່ນຂີດ ໝາຍປະຫວັດສາດສໍາລັບການຮ່ວມມືລະຫວ່າງສະພາແຫ່ງຊາດຫວຽດນາມ, ລາວ ແລະ ກໍາປູເຈຍ.

ສ້າງກົນໄກກອງປະຊຸມຂັ້ນສູງສະພາແຫ່ງຊາດສາມປະເທດກໍາປູເຈຍ, ລາວ, ຫວຽດນາມ

ເລື່ອງສ້າງກົນໄກກອງປະຊຸມຂັ້ນສູງສະພາແຫ່ງຊາດສາມປະເທດ ໂດຍປະທານ ສະພາແຫ່ງຊາດສາມທ່ານ ເປັນປະທານພ້ອມກັບຊ່ອງທາງພັກ ແລະ ລັດ ຖະບານ ແມ່ນມີຊ່ອງໜຶ່ງອີກເພື່ອຊຸກຍູ້ການພົວພັນຮ່ວມມືຮອບດ້ານ ແລະ ເພີ່ມ ທະວີຄວາມສາມັກຄີ, ມິດຕະພາບລະຫວ່າງສາມປະເທດ. ກົນໄກນີ້ມີຄວາມໝາຍ ສໍາຄັນທີ່ສຸດໃນສະພາບການປະຈຸບັນ ເພື່ອໃຫ້ສະພາແຫ່ງຊາດສາມປະເທດສົມ ທົບກັນກະທໍາ, ຊຸກຍູ້ບັນດາລາຍການຮ່ວມມືລະຫວ່າງລັດຖະບານສາມປະເທດ, ສົມທົບກັນຕິດຕາມກວດກາການປະຕິບັດບັນດາລາຍການ, ແຜນການຮ່ວມ ມືລະຫວ່າງສາມປະເທດ ໃຫ້ເຂົ້າສູ່ລວງເລິກ, ນັບມື້ນັບມີປະສິດທິຜົນ, ແທດຈິງ. ການສ້າງກົນໄກກອງປະຊຸມຂັ້ນສູງສະພາແຫ່ງຊາດສາມປະເທດ ສະແດງ ໃຫ້ເຫັນຈິດໃຈຮ່ວມເດີນທາງຂອງສະພາແຫ່ງຊາດ ແລະ ລັດຖະບານ ເພື່ອພ້ອມ ກັນບັນລຸເປົ້າໝາຍພັດທະນາແບບຍືນຍົງຢ່າງເລິກເຊິ່ງ.

ບູນມີ

ເຫດການ
302 Found

Found

The document has moved here.