ຄະນະຜູ້ແທນສະພາແຫ່ງຊາດ ຫວຽດນາມ ເຂົ້າຮ່ວມກອງປະຊູມສະມັດສະໃຫຍ່ IPU-146

17:09 | 13/03/2023

ຍສໝ - ຄະ​ນະ​ຜູ້​ແທນ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ໂດຍ​ທ່ານ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນແທັງເໝິນ ນຳ​ໜ້າ​ເຂົ້າ​ຮ່ວມພິທີໄຂກອງ​ປະ​ຊຸມ​ໃຫຍ່ IPU ຄັ້ງ​ທີ 146 ຢູ່ ບາ​ເຣນ.

ທ່ານ ຫວໍວັນເຖືອງ ຮັບດຳລົງຕຳແໜ່ງເປັນປະທານປະເທດ ແຫ່ງ ສສ. ຫວຽດນາມ, ອາຍຸການ 2021 – 2026 ທ່ານ ຫວໍວັນເຖືອງ ຮັບດຳລົງຕຳແໜ່ງເປັນປະທານປະເທດ ແຫ່ງ ສສ. ຫວຽດນາມ, ອາຍຸການ 2021 – 2026
ຫວຽດນາມ - ລາວ ເພີ່ມທະວີການແລກປ່ຽນປະສົບການ ໃນການເຄື່ອນໄຫວຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນ ຫວຽດນາມ - ລາວ ເພີ່ມທະວີການແລກປ່ຽນປະສົບການ ໃນການເຄື່ອນໄຫວຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນ

ຕອນ​ຄ່ຳ​ວັນ​ທີ 11 ມີນາ​ ​ຕາມ​ເວລາ​ທ້ອງ​ຖິ່ນ, ກອງ​ປະ​ຊູມສະ​ມັດ​ສະ​ໃຫຍ່ ຄັ້ງທີ 146 ຂອງ​ສະຫະພັນ​ລັດຖະສະພາ​ໂລກ (IPU) ​ໄດ້​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ​ຢູ່​ນະຄອນຫຼວງ Manama ປະ​ເທດ​ບາ​ເຣນ, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນ​ເກືອບ 2.000 ທ່ານ​ທີ່​ມາ​ຈາກ​ເກືອບ 140 ປະ​ເທດ​ສະມາຊິກ, ​ໃນ​ນັ້ນ​ມີ​ປະທານ​ສະພາ​ແຫ່ງ​ຊາດ 44 ທ່ານ ​ແລະ ຮອງປະທານສະພາແຫ່ງຊາດ ເກືອບ 30 ທ່ານ.

ກ່ອນ​ໜ້າ​ນີ້, ຄະ​ນະ​ຜູ້​ແທນຫວຽດ​ນາມ ​ໄດ້​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ ອາ​ຊຽນ +3 ແລະ ກອງ​ປະ​ຊຸມ​ກຸ່ມ​ພູມີສາດການເມືອງ ​ອາ​ຊີ - ປາ​ຊີ​ຟິກ; ເຂົ້າຮ່ວມ ເວທີປາໄສສະມາຊິກຜູ້ແທນລັດຖະສະພາຍີິງ.

ຄະນະຜູ້ແທນສະພາແຫ່ງຊາດ ຫວຽດນາມ ເຂົ້າຮ່ວມກອງປະຊູມສະມັດສະໃຫຍ່ IPU-146

ຄະ​ນະ​ຜູ້​ແທນ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ນຳ​ໜ້າ ໂດຍ​ທ່ານ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນແທັງເໝິນ ​. (ພາບ: TTXVN)

​ໃນບັນດາ​ມື້​ຕໍ່​ໄປ, ຄະນະ​ຜູ້​ແທນ​ຈະ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຄົບ​ຄະນະ​ຂອງ​ກອງ​ປະຊຸມ​ໃຫຍ່, ສະພາ​ບໍລິຫານ​ງານ, ຍັນດາຄະນະປະຈຳ, ​ເວທີ​ປາ​ໄສ​ສະມາຊິກ​ສະພາ​ໜຸ່ມ ​ແລະ ບັນດາ​ການ​ເຄື່ອນ​ໄຫວ​ຢູ່​ນອກ​ກອງ​ປະຊຸມ.

ກອງປະຊຸມສະມັດຊາໃຫຍ່ IPU- 146 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ໄດ້ດຳເນີນແຕ່ວັນທີ 11 – 15 ມີນາ, ໂດຍສຸມໃສ່ປຶກສາຫາລືຫົວຂໍ້ລວມ “ຊຸກຍູ້ການຮ່ວມດຳລົງຊີວິດໃນສັນຕິພາບ ແລະ ບັນດາສັງຄົມກວມລວມ: ຕ້ານປະກົດການບໍ່ມີຄວາມໂອບເອື້ອອາລີ”.

ຄະນະຜູ້ແທນສະພາແຫ່ງຊາດ ຫວຽດນາມ ເຂົ້າຮ່ວມກອງປະຊູມສະມັດສະໃຫຍ່ IPU-146

ກອງ​ປະ​ຊຸມ​ໃຫຍ່​ຍັງ​ຈະ​ປຶກ​ສາ​ຫາ​ລື, ກຳນົດ​ ແລະ ​ຮັບ​ຮອງ​ເອົາ​ຮ່າງ​ມະ​ຕິ​ກ່ຽວ​ກັບ "ການ​ໂຈມ​ຕີ​ທາງ​ອິນ​ເຕີ​ເນັດ​ ແລະ​ ອາດ​ຊະ​ຍາ​ກໍາ​ທາງ​ອິນ​ເຕີ​ເນັດ: ໄພ​ຂົ່ມ​ຂູ່​ໃຫມ່​ສຳຫຼັບຄວາມ​ປອດ​ໄພ​ຂອງ​ໂລກ​"​.

ກອງ​ປະ​ຊຸມ​ໃຫຍ່ IPU-146 ດຳ​ເນີນ​ໄປ​ໃນ​ສະ​ພາບ ​ທີ່​ໂລກ​ພວມ​ປະ​ເຊີນ​ໜ້າ​ກັບ​ບັນ​ດາ​ການ​ຜັນ​ແປ​ທີ່​ສັບ​ສົນ ແລະ ​ຍາກທີ່ຈະຄາດ​ເດົາໄດ້. ບັນດາຈຸດ​ຮ້ອນ​ທີ່​ຍັງ​ບໍ່​ທັນ​ໄດ້​ຮັບ​ການ​ແກ້​ໄຂ ​ແລະ​ ຄວາມ​ຂັດ​ແຍ່ງ​ຍັງ​ສືບ​ຕໍ່ເກີດຂຶ້ນ​ຢູ່​ໃນ​ຫຼາຍ​ພາກ​ສ່ວນ​ຂອງ​ໂລກ. ປະຈຸບັນນີ້, ຕົວເລກສະແດງຄວາມ​ສັນຕິພາບ​ຂອງ​ໂລກ ​ແມ່ນ​ຢູ່​ໃນ​ລະດັບ​ຕ່ຳ​ສຸດ​ໃນ​ຮອບ 15 ປີ.

​ໃນ​ສະພາບ​ການ​ນັ້ນ, ​ເປົ້າ​ໝາຍ​ຊຸກຍູ້ “ຮ່ວມກັນດຳລົງຊີວິດໃນສັນຕິພາບ ແລະ ບັນດາສັງຄົມພກວມລວມ: ຕ້ານປະກົດການບໍ່ມີຄວາມໂອບເອື້ອອາລີ” ​ແມ່ນມີຄວາມ​ໝາຍຮີບ​ດ່ວນ​ກວ່າ​ເວລາໃດໝົດ, ຮຽກຮ້ອງ​ບັນດາ​ຄວາມ​ມານະ​ພະຍາຍາມ ​ແລະ ການ​ຮ່ວມ​ແຮງຮ່ວມໃຈ​ຂອງ​ປະຊາ​ຄົມ​ໂລກ ​ແລະ ບັນດາ​ອົງການສ້າງກົດໝາຍພ້ອມກັນ​ສາມັກຄີ ​ແລະ ​ກະທຳ ​ແນໃສ່ຫັນໂຄງການດຳເນີນງານ 2023 ໃຫ້ປະກົດຜົນເປັນຈິງ ເພື່ອ​ການ​ພັດທະນາ​ແບບ​ຍືນ​ຍົງ​ຂອງ​ສະຫະ​ປະຊາ​ຊາດ ແລະ ຍຸດທະສາດການປະຕິບັດຂອງ IPU ເພື່ອສັນຕິພາບ, ການຮ່ວມມື ແລະ ການພັດທະນາແບບຍືນຍົງ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.