ຄະນະປະຈຳສະພາແຫ່ງຊາດ ປຶກສາຫາລືການວາງແຜງຜັງສັງລວມແຫ່ງຊາດ 2021 – 2030, ວິໄສທັດຮອດປິ 2050

16:22 | 14/12/2022

ກ່ຽວກັບການກະກຽມໃຫ້ແກ່ກອງປະຊຸມວິສາມັນຄັ້ງທີ 2, ສະພາແຫ່ງຊາດຊຸດທີ 15, ຄະນະປະຈຳສະພາແຫ່ງຊາດ ໄດ້ຊີ້ນຳກະກຽມຍື່ນສະເໜີມະຕິວ່າດ້ວຍການວາງແຜນຜັງສັງລວມແຫ່ງຊາດໄລຍະ 2021 – 2030, ວິໄສທັດຮອດປີ 2050 ຢູ່ກອງປະຊຸມວິສາມັນຄັ້ງທີສອງ.

ຫັນປ່ຽນພະລັງງານແມ່ນປັດໄຈສຳຄັນເພື່ອໃຫ້ ຫວຽດນາມ ຫລຸດຜ່ອນ ອາຍພິດລົງເປັນ 0 ໃນປີ 2050 ຫັນປ່ຽນພະລັງງານແມ່ນປັດໄຈສຳຄັນເພື່ອໃຫ້ ຫວຽດນາມ ຫລຸດຜ່ອນ ອາຍພິດລົງເປັນ 0 ໃນປີ 2050
ຫວຽດນາມ ອະນຸມັດຜ່ານແຜນຍຸດທະສາດແຫ່ງຊາດກ່ຽວກັບການປ່ຽນແປງຂອງດິນຟ້າອາກາດຮອດປີ 2050 ຫວຽດນາມ ອະນຸມັດຜ່ານແຜນຍຸດທະສາດແຫ່ງຊາດກ່ຽວກັບການປ່ຽນແປງຂອງດິນຟ້າອາກາດຮອດປີ 2050
ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ກ່າວຄຳເຫັນທີ່ກອງປະຊຸມ (ພາບ:quochoi.vn)
ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ກ່າວຄຳເຫັນທີ່ກອງປະຊຸມ (ພາບ:quochoi.vn)

ຕອນເຊົ້າວັນທີ 13 ທັນວາ, ຢູ່ຫໍປະຊຸມສະພາແຫ່ງຊາດ, ໄດ້ໄຂກອງປະຊຸມຄັ້ງທີ 18 ຂອງຄະນະປະຈຳສະພາແຫ່ງຊາດ. ໂດຍໄດ້ຮັບການດຳເນີນແຕ່ວັນທີ 13 – 16 ທັນວາ, ຄະນະປະຈຳສະພາແຫ່ງຊາດ ໄດ້ປະກອບຄຳເຫັນ ແລະ ຮັບຮອງເອົາຫຼາຍເນື້ອໃນສຳຄັນ, ໃນນັ້ນ ມີການພິຈາລະນາ, ຕັດສິນການຮັບເອົາຄຳເຫັນຂອງປະຊາຊົນ ກ່ຽວກັບຮ່າງກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ) ແລະ ພິຈາລະນາເພື່ອຍື່ນສະເໜີຕໍ່ສະພາແຫ່ງຊາດຮ່າງມະຕິກ່ຽວກັບການວາງແຜນຜັງສັງລວມແຫ່ງຊາດອາຍຸການ 2021 – 2030, ວິໄສທັດຮອດ 2050. ຄະນະປະຈຳສະພາແຫ່ງຊາດ ກໍ່ໄດ້ປະກອບຄຳເຫັນກ່ຽວກັບການສະຫລຸບ, ຕີລາຄາເລື່ອງປະຕິບັດມະຕິຂອງກອງປະຊຸມສະໄໝສາມັນເທື່ອທີ 1, ສະພາແຫ່ງຊາດຊຸດທີ XV (ໃນເດືອນ ກໍລະກົດ 2021) ແລະ ສະເໜີບາງກົນໄກ, ນະໂຍບາຍກ່ຽວກັບສາທາລະນະສຸກ, ການອະພິປາຍ, ຮັບເອົາ, ປັບປຸງຮ່າງກົດໝາຍວ່າດ້ວຍການກວດ, ປິ່ນປົ່ວພະຍາດສະບັບປັບປຸງ. ກ່າວຄຳເຫັນນະທີ່ນີ້, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໃຫ້ຮູ້ວ່າ: ກ່ຽວກັບການກະກຽມໃຫ້ແກ່ກອງປະຊຸມວິສາມັນຄັ້ງທີ 2, ສະພາແຫ່ງຊາດຊຸດທີ 15, ຄະນະປະຈຳສະພາແຫ່ງຊາດ ໄດ້ຊີ້ນຳກະກຽມຍື່ນສະເໜີມະຕິວ່າດ້ວຍການວາງແຜນຜັງສັງລວມແຫ່ງຊາດໄລຍະ 2021 – 2030, ວິໄສທັດຮອດປີ 2050 ຢູ່ກອງປະຊຸມວິສາມັນຄັ້ງທີສອງ:

“ນີ້ແມ່ນຄັ້ງທຳອິດ, ຫວຽດນາມ ໄດ້ດຳເນີນການວາງແຜນຜັງແຫ່ງຊາດ. ນີ້ແມ່ນວຽກງານທີ່ໃໝ່ອ່ຽມ ແລະ ຍາກທີ່ສຸດ. ນີ້ແມ່ນເນື້ອໃນສຳຄັນ, ຕັດສິນເລື່ອງ ຈະຈັດກອງປະຊຸມບໍ່ວິສາມັນຫຼືບໍ່. ຕາມຂໍ້ກຳນົດຂອງກົດໝາຍວ່າດ້ວຍການວາງແຜນຜັງນັ້ນ, ການວາງແຜນຜັງສັງລວມແຫ່ງຊາດ ແມ່ນຂັ້ນສູງສຸດ, ໄດ້ກະທົບເຖິງການວາງແຜນຜັງອື່ນໆ, ຄື: ການວາງແຜນຜັງນຳໃຊ້ທີ່ດິນແຫ່ງຊາດ, ວາງແຜນຜັງທະເລແຫ່ງຊາດ, ວາງແຜນຜັງຂະແໜງການແຫ່ງຊາດ…”.

​vovworld.vn

ເຫດການ