ຊຸກຍູ້ການຮ່ວມມືລະຫວ່າງທ້ອງຖິ່ນຂອງສອງປະເທດ ຫວຽດນາມ - ມົງໂກລີ

16:49 | 17/11/2022

ຍສໝ - ຫວ່າງແລ້ວນີ້, ທ່ານ ເຈີ່ນ​ແທັງເມີນ ກຳມະການ​ກົມ​ການ​ເມືອງ, ຮອງ​ປະທານຜູ້ປະຈຳການ​ສະພາ​ແຫ່ງ​ຊາດ ​ ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ສະພາ​ປະຊາຊົນ​ແຂວງ Tuv, ມົງ​ໂກ​ລີ ນຳ​ໂດຍ​ທ່ານ ປອ. Jambalsuren - ປະທານ​ສະພາ​ປະຊາຊົນ​ແຂວງ ເປັນຫົວຫນ້າ​ຄະນະ.

ປະຊາຄົມຊາວຫວຽດນາມຢູ່ມົງໂກລີ ປະກອບສ່ວນເງິນ 7000 ໂດລາ ເພື່ອຊ່ວຍພີ່ນ້ອງຮ່ວມຊາດ ໃນການຕໍ່ສູ້ກັບໂລກລະບາດ ປະຊາຄົມຊາວຫວຽດນາມຢູ່ມົງໂກລີ ປະກອບສ່ວນເງິນ 7000 ໂດລາ ເພື່ອຊ່ວຍພີ່ນ້ອງຮ່ວມຊາດ ໃນການຕໍ່ສູ້ກັບໂລກລະບາດ
ທຶນການສຶກສາ 5 ທຶນເພື່ອໄປສຶກສາຕໍ່ທີ່ປະເທດມົງໂກລີໃນປີ 2020 ທຶນການສຶກສາ 5 ທຶນເພື່ອໄປສຶກສາຕໍ່ທີ່ປະເທດມົງໂກລີໃນປີ 2020

ໂດຍສະແດງຄວາມຊົມເຊີຍ ​ແລະ ​ຕີ​ລາຄາ​ສູງ ການມາ​ຢ້ຽມຢາມ ຫວຽດນາມ ຂອງ​ທ່ານ​ Jambalsuren ປະທານສະພາ​ປະຊາຊົນ​ແຂວງ Tuv ​ແລະ ຄະນະ​ຜູ້​ແທນ​ສະພາ​ປະຊາຊົນ​ແຂວງ Tuv, ທ່ານ ເຈີ່ນ​ແທັງເມີນ ຮອງ​ປະທານຜູ້ປະຈຳການ​ສະພາ​ແຫ່ງ​ຊາດ ​ໃຫ້​ຮູ້​ວ່າ: ການ​ຢ້ຽມຢາມ​ຂອງ​ຄະນະ​ຜູ້​ແທນ​ໄດ້​ດຳ​ເນີນ​ໃນ​ສະພາບ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອລະຫວ່າງ ຫວຽດນາມ - ມົງ​ໂກ​ລີ ​ພວມ​ພັດທະນາ​ໄປ​ດ້ວຍ​ດີ ​ແລະ 2 ຝ່າຍ​ພວມ​ມຸ່ງ​ໄປ​ເຖິງ​ການ​ສະ​ເຫຼີ​ມສະຫຼອງ 70 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ໃນ​ປີ 2024.

ທ່ານ ເຈີ່ນ​ແທັງເມີນ ຮອງ​ປະທານຜູ້ປະຈຳການ​ສະພາ​ແຫ່ງ​ຊາດ ປາດ​ຖະໜາ​ວ່າ ​ໃນ​ສະພາບ​ການຜັນແປ​ຢ່າງ​ວ່ອງ​ໄວ ​ແລະ ສັບສົນ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ​ຢູ່​ໃນ​ໂລກ ​ແລະ ພາກ​ພື້ນ, ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ ຫວຽດນາມ ​ແລະ ມົງໂກລີ ຍັງສືບ​ຕໍ່​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ໃໝ່, ພິ​ເສດ​ແມ່ນໃນ​ການ​ຮ່ວມ​ມື​ດ້ານ​ການ​ເມືອງ, ການ​ປ້ອງ​ກັນ​ຊາດ - ປ້ອງກັນຄວາມສະຫງົບ.

ຊຸກຍູ້ການຮ່ວມມືລະຫວ່າງທ້ອງຖິ່ນຂອງສອງປະເທດ ຫວຽດນາມ - ມົງໂກລີ
ທ່ານ ເຈີ່ນ​ແທັງເມີນ ຮອງ​ປະທານຜູ້ປະຈຳການ​ສະພາ​ແຫ່ງ​ຊາດ ແລະ ທ່ານ​ Jambalsuren ປະທານສະພາ​ປະຊາຊົນ​ແຂວງ Tuv.

ໂດຍເນັ້ນ​ໜັກເຖິງການ​ພົວພັນ​ລັດຖະສະພາ​ລະຫວ່າງ​ສອງ​ປະ​ເທດ​ນັບ​ມື້​ນັບ​ແໜ້ນ​ແຟ້ນ ​ແລະ ພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ, ​ໄດ້ຮັບຄວາມ​ເອົາ​ໃຈ​ໃສ່ໃນການຊຸກຍູ້​ຂອງການ​ນຳ​ຂັ້ນ​ສູງ, ທ່ານ ເຈີ່ນ​ແທັງເມີນ ຮອງ​ປະທານຜູ້ປະຈຳການ​ສະພາ​ແຫ່ງ​ຊາດ ໃຫ້ຮູ້ວ່າ: ສະພາ​ແຫ່ງ​ຊາດ 2 ປະ​ເທດ​ໄດ້​ລົງ​ນາມ​ໃນ​ຂໍ້ຕົກລົງການ​ຮ່ວມ​ມື ໄລຍະ 2018 – 2022, ​ເນື່ອງ​ໃນ​ໂອກາດທ່ານ​ປະທານ​ສະພາ​ແຫ່ງ​ຊາດ ມົງ​ໂກ​ລີ ມາ​ຢ້ຽມຢາມ​ຫວຽດນາມ 2018. 2 ຝ່າຍ​ໄດ້​ຮັກສາ​ການ​ແລກປ່ຽນ​ຄະນະ​ຜູ້​ແທນ​ຂັ້ນ​ສູງ ​ແລະ ບັນດາກຳມາທິການບັນດາຂັ້ນຂອງສະພາ​ແຫ່ງ​ຊາດ ກ່ອນ​ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19. 2 ຝ່າຍ​ໄດ້​ສ້າງ​ຕັ້ງ​ກຸ່ມສະມາຊິກ​ລັດ​ຖະ​ສະ​ພາ​ມິດ​ຕະ​ພາບ​ສອງ​ຝ່າຍ.

ບົນ​ຈິດ​ໃຈ​ນັ້ນ, ​ເພື່ອ​ສືບ​ຕໍ່​ປະກອບສ່ວນ​ພັດທະນາ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​ເວົ້າ​ລວມ ​ແລະ ລະຫວ່າງ​ບັນດາ​ທ້ອງ​ຖິ່ນ​ຂອງ 2 ປະ​ເທດ​ເວົ້າ​ສະ​ເພາະ, ທ່ານ ເຈີ່ນ​ແທັງເມີນ ຮອງ​ປະທານຜູ້ປະຈຳການ​ສະພາ​ແຫ່ງ​ຊາດ ສະ​ເໜີ​ໃຫ້​ການ​ນຳ​ແຂວງ Tuv ​ແລະ ​ແຂວງຮ່ວາບິງ ​ຮ່ວມ​ມືກັນ​ຢ່າງ​ແໜ້ນ​ແຟ້ນ, ຜັນ​ຂະຫຍາຍ​ບາງ​ເນື້ອ​ໃນ. ຕາມ​ນັ້ນ​ແລ້ວ, ກໍ່ສືບ​ຕໍ່​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ກະສິກຳ, ດຳ​ເນີນ​ການ​ຄົ້ນ​ຄ້ວາ​ ແລະ​ ສຳ​ຫຼວດ​ຕະຫຼາດ, ຮ່ວມທຸລະກິດ, ​ຮ່ວມ​ມື​​ລະຫວ່າງບັນດາ​ວິ​ສາ​ຫະກິດ​ຂອງ​ສອງ​ຝ່າຍ; ໜູນຊ່ວຍ ​ແລະ ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່​ການ​ສົ່ງ​ອອກ ​ແລະ ນຳ​ເຂົ້າບັນດາ​ຜະລິດ​ຕະພັນ​ກະ​ເສດ ​ເຊິ່ງ 2 ຝ່າຍ​ມີທ່າ​ແຮງ.

ເນື່ອງ​ໃນ​ໂອກາດ​ນີ້, ໂດຍຜ່ານ​ຄະນະ, ທ່ານ ເຈີ່ນ​ແທັງເມີນ ຮອງ​ປະທານຜູ້ປະຈຳການ​ສະພາ​ແຫ່ງ​ຊາດ ​ໄດ້​ສົ່ງ​ຄຳ​ຖາມຢຶ້ຢາມຖາມຂ່າວ ​ແລະ ອວຍພອນບັນດາການ​ນຳ​ສະພາ​ແຫ່ງ​ຊາດ ມົງ​ໂກ​ລີ ​ມີສຸກຂະພາບເຂັ້ມແຂງ ແລະ ຫວັງ​ວ່າ​ຈະ​ໄດ້ຮັບຕ້ອນການ​ນຳ​ສະພາ​ແຫ່ງ​ຊາດ ມົງ​ໂກ​ລີ ​ມາ​ຢ້ຽມຢາມ ຫວຽດນາມ ​ໂດຍ​ໄວ; ອວຍພອນມຫ້ການ​ຢ້ຽມຢາມ​ຫວຽດນາມ ຂອງ​ຄະນະ​ຜູ້​ແທນ​ສະພາ​ປະຊາຊົນ​ແຂວງ Tuv ປະສົບ​ຜົນສຳ​ເລັດ​ຢ່າງ​ຈົບງາມ, ທັງ​ເປັນ​ການ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ 2 ​ແຂວງ ຮ່ວາ​ບິ່ງ ​ແລະ Tuv ນັບ​ມື້​ນັບ​ພັດທະນາ​ຢ່າງ​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ.

ຊຸກຍູ້ການຮ່ວມມືລະຫວ່າງທ້ອງຖິ່ນຂອງສອງປະເທດ ຫວຽດນາມ - ມົງໂກລີ
ຊຸກຍູ້ການຮ່ວມມືລະຫວ່າງທ້ອງຖິ່ນຂອງສອງປະເທດ ຫວຽດນາມ - ມົງໂກລີ

ໂດຍສະແດງຄວາມຂອບ​ໃຈ​ ທ່ານ ເຈີ່ນແທັງເມີນ ຮອງປະທານຜູ້ປະຈຳການສະພາແຫ່ງຊາດ ທີ່​ໄດ້​ສະຫລະ​ເວລາ​ມາ​ຕ້ອນຮັບ​ຄະນະ, ທ່ານ ປອ Jambalsuren - ປະທານ​ສະພາ​ປະຊາຊົນ​ແຂວງ Tuv ​ໃຫ້​ຮູ້​ວ່າ: ຈຸດປະສົງ​ຂອງ​ຄະນະ​ຜູ້​ແທນ​ມາ​ຢ້ຽມຢາມ ຫວຽດນາມ ​ແມ່ນ​ເພື່ອ​ຮ່ຳຮຽນ, ​ແລກປ່ຽນ​ບົດຮຽນ; ຫັນເນື້ອໃນບົດບັນທຶກຄວາມເຂົ້າໃຈທີ່ໄດ້ລົງນາມກັບສະພາປະຊາຊົນແຂວງຮ່ວາບິງ ໃຫ້ເປັນອັນລະອຽດ; ຈາກ​ນັ້ນ, ກໍ່ຈັດຕັ້ງປະຕິບັດ​ບັນດາ​ເນື້ອ​ໃນ​ທີ່​ໄດ້ຕົກລົງ​ກັນລະຫວ່າງ​ສອງ​ຝ່າຍ​ໃນ​ໄລຍະ​ຈະ​ມາ​ເຖິງຢ່າງເຂັ້ມແຂງ, ມຸ່ງ​ໄປ​ເຖິງ​ຈຸດໝາຍ​ການພັດທະນາ​ແບບ​ຍືນ​ຍົງ​ຂອງ​ສອງ​ທ້ອງ​ຖິ່ນ, ປະກອບສ່ວນ​ເພີ່ມ​ທະວີ​ການ​ຮ່ວມ​ມື​ມິດຕະພາບ​ລະຫວ່າງ​ສອງ​ປະ​ເທດ.

ທ່ານ ປອ Jambalsuren ແຈ້ງ​ໃຫ້​ທ່ານ​ຮອງ​ປະທານ​ຜູ້ປະຈຳການສະພາ​ແຫ່ງ​ຊາດ ຫວຽດນາມ​ ຊາບ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ຂອງ​ຄະນະ​ຜູ້​ແທນ​ຢູ່​ຫວຽດນາມ ໂດຍ​ໃຫ້​ຮູ້​ວ່າ ​ໃນ​ການ​ຢ້ຽມຢາມ, ທ່ານ ​ແລະ ບັນດາ​ສະມາຊິກ​ຄະນະ​ ໄດ້​ມີ​ລາຍການເຮັດວຽກກັບແຂວງຮ່ວາບິງ ​ເພື່ອ​ຜັນ​ຂະຫຍາຍ​ບັນດາ​ເນື້ອ​ໃນຂອງບົດ​ບັນທຶກ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ທ້ອງ​ຖິ່ນ​ທີ່​ໄດ້​ລົງ​ນາມ​ໃນ​ເດືອນ ມັງກອນ ປີ 2018, ​ໂດຍ​ສຸມ​ໃສ່​ຂົງ​ເຂດ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ກະສິກຳ, ທ່ອງ​ທ່ຽວ, ການສຶກສາ - ບຳລຸງ​ສ້າງ, ວັດທະນະທຳ - ສິລະ​ປະ, ປະຕິສັງຂອນ​ບັນດາ​ອະນຸສອນ​ສະຖານ​ປະຫວັດສາດ.

ຊຸກຍູ້ການຮ່ວມມືລະຫວ່າງທ້ອງຖິ່ນຂອງສອງປະເທດ ຫວຽດນາມ - ມົງໂກລີ

ເມື່ອແບ່ງປັນກັບການຕີລາຄາ, ຂໍ້ສະເໜີຂອງທ່ານ ເຈີ່ນ​ແທັງເມີນ ຮອງ​ປະທານຜູ້ປະຈຳການ​ສະພາ​ແຫ່ງ​ຊາດ ກ່ຽວກັບການຮ່ວມມືລະຫວ່າງແຂວງ Tuv ແລະ ແຂວງຮ່ວາບິງ, ບັນດາທ້ອງຖິ່ນຂອງຫວຽດນາມ, ທ່ານ Jambalsuren ຢືນຢັນວ່າ ຈະເອົາໃຈໃສ່ ແລະ ສົມທົບກັບແຂວງ ຮ່ວາບິງ ປະຕິບັດບັນດາ​ເນື້ອ​ໃນ​ການ​ຮ່ວມ​ມື​ລະຫວ່າງ​ສອງຝ່າຍຢ່າງມີປະສິດທິຜົນ, ປະກອບສ່ວນ​ພັດທະນາ​ຢ່າງ​ຕັ້ງໜ້າ​ລະຫວ່າງ​ສອງ​ປະ​ເທດ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.