ຍສໝ - ຕອນເຊົ້າວັນທີ 21 ກຸມພາ, ສະຖານກົງສູນ ຫວຽດນາມ ປະຈຳ Osaka (ຍີ່ປຸ່ນ) ໄດ້ສົມທົບກັບສະມາຄົມຊາວ ຫວຽດນາມ ຢູ່ Kansai ໄດ້ຈັດຕັ້ງພິທີປຸກລະດົມ “ຄວາມເອກອ້າງທະນົງໃຈຂອງພູຜາປ່າໄມ້ ແລະ ແມ່ນ້ຳລຳເຊ” ຢູ່ Osaka ຍີ່ປຸ່ນ.
ຍສໝ - ໃນຊຸມປີມໍ່ໆມານີ້, ຫວຽດນາມ ພວມດຶງດູດຄວາມສົນໃຈເພາະບໍ່ພຽງແຕ່ກາຍເປັນ “ສຳນັກງານໃຫຍ່ການຜະລິດ” ໃຫ້ບັນດາບໍລິສັດຕ່າງປະເທດເທົ່ານັ້ນ ຫາກຍັງແມ່ນ “ທ້ອງຕະຫຼາດບໍລິໂພກ” ຍ້ອນປະຊາກອນມີຈຳນວນຫຼວງຫຼາຍ ແລະ ກຳລັງຊື້ນັບມື້ນັບເພີ່ມຂຶ້ນ.
ຍສໝ - ຕາມສະຖານີໂທລະພາບ NHK ຂອງ ຍີ່ປຸ່ນ ແລ້ວ, ເຂດໃກ້ກັບຈຸດສູນກາງເຫດແຜ່ນດິນໄຫວໃນວັນທີ 1 ມັງກອນ, ທ່ານ ຫງວຽນຈິແທ່ງເດຶອກ ໄດ້ເປັນເຈົ້າການໄປຊ່ວຍເຫຼືອຜູ້ປະສົບເຄາະຮ້າຍຈາກໄພພິບັດຄັ້ງນີ້ເປັນຫຼາຍເທື່ອ.
ຍສໝ - ວັນທີ 20 ມັງກອນ, ສະຖານກົງສູນໃຫຍ່ ຫວຽດນາມ ປະຈຳ Fukuoka, ສະມາຄົມຊາວ ຫວຽດນາມ ອາໄສຢູ່ Fukuoka, ສະຫະສະມາຄົມສົ່ງເສີມການຄ້າ ແລະ ການລົງທຶນ ຫວຽດນາມ ຢູ່ Kyushu ໄດ້ສົມທົບກັນຈັດວັນບຸນເຕັດ “ລະດູບານໃໝ່ແຫ່ງບ້ານເກີດເມືອງນອນ” ເພື່ອຕ້ອນຮັບບຸນເຕັດປີມະໂຣງ 2024.
ຍສໝ - ນັ້ນແມ່ນຄຳຢືນຢັນຂອງທ່ານຜູ້ວ່າການ Hattori Seitaro ເນື່ອງໃນໂອກາດການຢ້ຽມຢາມ ຫວຽດນາມ ເພື່ອສະເຫຼີມສະຫຼອງ 15 ປີແຫ່ງວັນສ້າງຕັ້ງການພົວພັນມິດຕະພາບຮ່ວມມືທີ່ເປັນມູນເຊື້ອລະຫວ່າງແຂວງ Fukuoka ແລະ ນະຄອນຫຼວງ ຮ່າໂນ້ຍ.
ຍສໝ - ນັ້ນແມ່ນໜຶ່ງໃນບັນດາເນື້ອໃນທີ່ໄດ້ຮັບການປຶກສາຫາລືລະຫວ່າງທ່ານປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ຟ່ານວັນໝາຍ ແລະ ຜູ້ວ່າການແຂວງ Hyogo (ຍີ່ປຸ່ນ) ທ່ານ Saito Motohiko ໃນຕອນເຮັດວຽກວັນທີ 20 ທັນວາ ຢູ່ນະຄອນ ໂຮ່ຈີມິນ.
ຍສໝ - ຄະນະປະຕິບັດງານຂອງອົງການເພື່ອນຮ່ວມອາຊີບຮ່ວມມືກະສິກຳ Kishuu, ຍີ່ປຸ່ນ ໂດຍທ່ານ Shiba Mitsuhiro - ປະທານສະພາບໍລິຫານ JA Kishuu ເປັນຫົວໜ້ຄະນະ ຫາກໍມີການໄປຢ້ຽມຢາມ ແລະ ເຮັດວຽກຢູ່ມະຫາວິທະຍາໄລ ໄທຫງວຽນ. ຢູ່ທີ່ນີ້, ທ່ານ Mitsuhiro ໄດ້ສະແດງຄວາມປາດຖະໜາຢາກຮ່ວມມືຮອບດ້ານກັບມະຫາວິທະຍາໄລ ໄທຫງວຽນ ໃນຫຼາຍຂົງເຂດ, ໃນນັ້ນ ມີການໜູນຊ່ວຍບັນດາລາຍການສົ່ງນັກສຶກສາຂອງໂຮງຮຽນໄປຢູ່ຍີ່ປຸ່ນ ເພື່ອຝຶກງານ ແລະ ເຮັດວຽກ.
ຍສໝ - ຕອນບ່າຍວັນທີ 20 ທັນວາ, ຢູ່ ໂຕກຽວ (ຍີ່ປຸ່ນ), ທ່ານພົນຈັດຕະວາ ຫວູຈຸງກຽນ, ຮອງຜູ້ບັນຊາການກົດໝາຍຕຳຫຼວດທະເລ ຫວຽດນາມ ແລະ ທ່ານພົນເຮືອຕີ Watanabe Yasunori, ຮອງຜູ້ບັນຊາການຍຸດທະການກຳລັງປ້ອງກັນຝັ່ງທະເລ ຍີ່ປຸ່ນ ໄດ້ເປັນປະທານຮ່ວມທີ່ກອງປະຊຸມສອງຝ່າຍຄັ້ງທີ 10 ລະຫວ່າງຕຳຫຼວດທະເລ ຫວຽດນາມ ແລະ ກຳລັງປ້ອງກັນຝັ່ງທະເລ ຍີ່ປຸ່ນ.
ຍສໝ - ສະຖານທູດ ຍີ່ປຸ່ນ ປະຈຳ ຫວຽດນາມ ຫາກໍ່ແຈ້ງຂ່າວການຈັດຕັ້ງສອບເສັງທັກສະສະເພາະຢູ່ ຫວຽດນາມ.
ຍສໝ - ຫວ່າງມໍ່ໆນີ້, ງານວາງສະແດງ “ການສົນທະນາກັບພາບໄມ້ຄວັດແກະສະຫຼັກ ຍີ່ປຸ່ນ Ukiyo-e” ໄດ້ເປີດຢູ່ ວັນໝຽວ - ກວກຕືຢ໋າມ, ຮ່າໂນ້ຍ.
ຍສໝ - ໃນສະພາບການທີ່ລັດຖະບານ ຍີ່ປຸ່ນ ພວມເອົາໃຈໃສ່ເຖິງການກູ້ຊີບ, ຊ່ວຍເຫຼືອ, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກແຜ່ນດິນໄຫວ, ຊາວ ຫວຽດນາມ ຢູ່ເຂດຈຸດສຸມໄດ້ຮັບການໜູນຊ່ວຍຢ່າງອົບອຸ່ນຈາກປະຊາຄົມ ແລະ ບັນດາເພື່ອນມິດຊາວ ຍີ່ປຸ່ນ.
ຍສໝ - ໃນສະພາບທີ່ລັດຖະບານ ຍີ່ປຸ່ນ ພວມແລ່ນແຂ່ງກັບເວລາເພື່ອດຳເນີນການປະຕິບັດງານກູ້ຊີບ, ຊ່ວຍເຫຼືອ ແລະ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກເຫດແຜ່ນດິນໄຫວ, ຊາວ ຫວຽດນາມ ອາໄສຢູ່ບັນດາທ້ອງຖິ່ນໃກ້ແຂວງ Ishikawa ສືບຕໍ່ມານະພະຍາຍາມໜູນຊ່ວຍປະຊາຊົນທີ່ປະສົບກັບຄວາມຫຍຸ້ງຍາກຢູ່ບັນດາເຂດຖືກຜົນສະທ້ອນຢ່າງຮ້າຍແຮງຂອງເຫດແຜ່ນດິນໄຫວ.
ຍສໝ - ພາຍຫຼັງເກີດແຜ່ນດິນໄຫວລະດັບ 7,6 ລິກເຕີ ຢູ່ພາກກາງຂອງ ຍີ່ປຸ່ນ ໃນຕອນບ່າຍວັນທີ 1 ມັງກອນ, ສະຖານທູດຫວຽດນາມ ປະຈຳ ຍີ່ປຸ່ນ ໄດ້ສ້າງຕັ້ງກຸ່ມປະຕິບັດງານເພື່ອຢັ້ງຢືນຂໍ້ມູນທີ່ກ່ຽວຂ້ອງເຖິງຄວາມປອດໄພຂອງຊາວ ຫວຽດນາມ ທີ່ດຳລົງຊີວິດ, ຮ່ຳຮຽນ ແລະ ເຮັດວຽກຢູ່ບັນດາຖ້ອງຖິ່ນທີ່ປະສົບເຫດແຜ່ນດິນໄຫວ.
ຍສໝ - ຕອນບ່າຍວັນທີ 25 ທັນວາ, ສະຫາຍ ນາງ ເຈຶ່ອງທິມາຍ ກໍາມະການກົມການເມືອງ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ ໄດ້ເປັນປະທານການພົບປະເຈລະຈາກັບປະທານຄະນະປະທານຄະນະບໍລິຫານງານສູນກາງພັກກອມມູນິດ ຍີ່ປຸ່ນ.
ຍສໝ - ສະຫາຍເລຂາທິການໃຫຍ່ ຫງວຽນຝູຈ້ອງ ຕີລາຄາສູງຄວາມໝາຍຂອງການຢ້ຽມຢາມຄັ້ງນີ້ຂອງສະຫາຍ Shii Kazuo ໃນປີທີ່ສອງປະເທດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ, ສອງຝ່າຍຫາກໍ່ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ເພື່ອສັນຕິພາບ ແລະວັດທະນາຖາວອນຢູ່ອາຊີ ແລະໃນໂລກ.
ຍສໝ - ຕາມຂ່າວສານຫວຽດນາມ, ວັນທີ 17 ທັນວາ, ຢູ່ນະຄອນຫຼວງໂຕກຽວ ຍີ່ປຸ່ນ, ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ແລະ ການນຳບັນດາປະເທດ ອາຊຽນ ແລະ ຍີ່ປຸ່ນ ໄດ້ເຂົ້າຮ່ວມກອງປະຊຸມສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນອາຊຽນ - ຍີ່ປຸ່ນ.
ຍສໝ - ທ່ານນາຍົກລັດຖະມົນຕີ ຫວຽດນາມ ຮຽກຮ້ອງໃຫ້ ຍີ່ປຸ່ນ ສືບຕໍ່ສະໜອງບ້ວງກູ້ ODA ຮຸ່ນໃໝ່ໃຫ້ແກ່ບັນດາໂຄງການຍຸດທະສາດພັດທະນາພື້ນຖານໂຄງລ່າງຄົມມະນາຄົມຂົນສົ່ງ ເຊັ່ນ ໂຄງການທາງລົດໄຟຄວາມໄວສູງເໜືອ-ໃຕ້ ແລະ ທາງລົດໄຟໃນຕົວເມືອງ.
ຍສໝ - ວັນທີ 15 ທັນວາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງ ຫວຽດນາມ ເດີນທາງອອກຈາກ ນະຄອນຫຼວງ ຮ່າໂນ້ຍ ໄປເຂົ້າຮ່ວມກອງປະຊຸມຂັ້ນສູງສະເຫຼີມສະຫຼອງ 50 ປີແຫ່ງການພົວພັນ ອາຊຽນ - ຍີ່ປຸ່ນ.
ຍສໝ - ວັນທີ 14 ທັນວານີ້, ຢູ່ໄທງວຽນ, ໄດ້ດຳເນີນພິທີລົງນາມໃນບົດບັນທຶກຈົດຈຳ (MOU) ລະຫວ່າງມະຫາວິທະຍາໄລໄທງວຽນ ແລະ ມະຫາວິທະຍາໄລຮິໂຣຊິມາຂອງຍີ່ປຸ່ນ ກ່ຽວກັບການເປີດສາຂາມະຫາວິທະຍາໄລຮິໂຣຊິມາແຕ່ເດືອນຕຸລາ 2024. ພ້ອມກັນນັ້ນ, ສອງຝ່າຍຍັງໄດ້ລົງນາມໃນບົດບັນທຶກຈົດຈຳກ່ຽວກັບການຮ່ວມມືໃນຂົງເຂດການຝຶກອົບຮົມ, ວິຊາການ, ແລກປ່ຽນອາຈານ, ນັກສຶກສາ ແລະ ການຮ່ວມມືໃນຂົງເຂດຄົ້ນຄວ້າວິທະຍາສາດ.
ຍສໝ - ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ເດີນທາງອອກຈາກຮ່າໂນ້ຍ ໄປປະຕິບັດງານຢູ່ຍີ່ປຸ່ນ ດ້ວຍສານທີ່ເຂັ້ມແຂງທີ່ປະຊາຊົນທົ່ວປະເທດສົ່ງໄປ.