ວິສາຫະກິດ ຍີ່ປຸ່ນ ເພີ່ມທະວີການຮ່ວມມື, ການລົງທຶນເຂົ້າໃນ ຫວຽດນາມ

14:07 | 06/02/2024

ຍສໝ - ໃນຊຸມປີມໍ່ໆມານີ້, ຫວຽດນາມ ພວມດຶງດູດຄວາມສົນໃຈເພາະບໍ່ພຽງແຕ່ກາຍເປັນ “ສຳນັກງານໃຫຍ່ການຜະລິດ” ໃຫ້ບັນດາບໍລິສັດຕ່າງປະເທດເທົ່ານັ້ນ ຫາກຍັງແມ່ນ “ທ້ອງຕະຫຼາດບໍລິໂພກ” ຍ້ອນປະຊາກອນມີຈຳນວນຫຼວງຫຼາຍ ແລະ ກຳລັງຊື້ນັບມື້ນັບເພີ່ມຂຶ້ນ.

ເກືອບຈະດຳເນີນການເຈລະຈາລະຫວ່າງບັນດາຫົວໜ້າອົງການຜູ້ຕາງໜ້າ ຫວຽດນາມ ຢູ່ຕ່າງປະເທດກັບບັນດາສະມາຄົມ ແລະ ວິສາຫະກິດ ເກືອບຈະດຳເນີນການເຈລະຈາລະຫວ່າງບັນດາຫົວໜ້າອົງການຜູ້ຕາງໜ້າ ຫວຽດນາມ ຢູ່ຕ່າງປະເທດກັບບັນດາສະມາຄົມ ແລະ ວິສາຫະກິດ
ສື່​ມວນ​ຊົນ​ຍີ່ປຸ່ນ​ໄດ້​ຕີ​ລາຄາ​ສູງ​ການ​ຢ້ຽມຢາມ​ຍີ່ປຸ່ນ​ຂອງ​ທ່ານ​ປະທານ​ປະ​ເທດ ຫວໍວັນເຖືອງ ສື່​ມວນ​ຊົນ​ຍີ່ປຸ່ນ​ໄດ້​ຕີ​ລາຄາ​ສູງ​ການ​ຢ້ຽມຢາມ​ຍີ່ປຸ່ນ​ຂອງ​ທ່ານ​ປະທານ​ປະ​ເທດ ຫວໍວັນເຖືອງ

ຕາມ​ການ​ສຳ​ຫຼວດ​ຂອງ​ອົງການ​ສົ່ງເສີມການ​ຄ້າ​ ຍີ່ປຸ່ນ (JETRO) ແລ້ວ, ບັນດາ​ວິ​ສາ​ຫະກິດ ຍີ່ປຸ່ນ ເຄື່ອນໄຫວ​ຢູ່ ຫວຽດນາມ ​ໄດ້​ຖື “ຂອບຂະຫນາດທ້ອງຕະຫຼາດ/​ທ່າ​ແຮງ​ເຕີບ​ໂຕ” ​ແມ່ນ​ທ່າ​ໄດ້​ປຽບອັນໜຶ່ງ​ໃນ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ​ຂອງ ຫວຽດນາມ. 70,2% ຈຳນວນ​ບໍລິສັດ​ທີ່​ເຂົ້າ​ຮ່ວມ​ການ​ສຳ​ຫຼວດ​ໄດ້ມີຂໍ້ສັງເກດ​ກ່ຽວ​ກັບ​ບັນດາ​ທ່າ​ໄດ້​ປຽບ​ດັ່ງກ່າວ​ຂອງ​ຫວຽດນາມ. (808 ບໍລິສັດໄດ້ຕອບຄຳສຳ​ຫຼວດ).

ຕາມ​ກົມໃຫຍ່ສະຖິຕິ ຫວຽດ​ນາມ​ ແລ້ວ, ລາຍຮັບຂອງວິສາຫະກິດຂາຍ​ຍ່ອຍ ແລະ ການ​ບໍ​ລິ​ການ​ຂອງ​ຫວຽດ​ນາມ ສືບ​ຕໍ່ເຕີບໂຕກ່ຽວກັບລະດັບຄວາມໄວກ່ວາ 10% ໃນແຕ່ລະປີແຕ່​ປີ 2010 ຫາ​ປີ 2019 ກ່ອນ​ໂລກ​ລະ​ບາດ. ເຖິງ​ວ່າ​ພາຍຫຼັງ​ການ​ພຸ່ງຂຶ້ນຂອງ​ໂລກ​ລະ​ບາດໂຄ​ວິດ-19, ລະດັບຄວາມໄວເຕີບໂຕ ຍັງສືບ​ຕໍ່ໃນປີ 2022 ໂດຍອັດຕາເພີ່ມ​ຂຶ້ນ 18,6% ​ເມື່ອ​ທຽບ​ໃສ່​ປີກ່ອນ ​ແລະ ອັດຕາເພີ່ມ​ຂຶ້ນ 9,3% ​ໃນ​ປີ 2023 ໂດຍບໍ່ຫົວຊາຕໍ່ການທີ່ເສດຖະກິດຖົດຖອຍພາຍ​ໃນ​ປະ​ເທດ.

ວິສາຫະກິດ ຍີ່ປຸ່ນ ເພີ່ມທະວີການຮ່ວມມື, ການລົງທຶນເຂົ້າໃນ ຫວຽດນາມ

ບັນດາ​ວິ​ສາ​ຫະກິດ​ຮ່ວມມືແນະນຳຜະລິດ​ຕະພັນ​ ຍີ່ປຸ່ນ ເຂົ້າທ້ອງ​ຕະຫຼາດ ​ຫວຽດນາມ

​ໃນ​ປີ 2024, ຄາດຄະເນບັນດາ​ວິ​ສາ​ຫະກິດ​ຈະ​ເພີ່ມ​ທະວີ​ການ​ລົງທຶນ​ເຂົ້າໃນ ຫວຽດນາມ. ໃນນັ້ນ, ແຕ່ວັນທີ 30 ມັງກອນ ຫາວັນທີ 29 ກຸມພາ, ຫ້ອງການ JETRO ຢູ່ນະຄອນ ໂຮ່ຈີມິນ ໄດ້ຮ່ວມສຳພັນກັບ ກອນກຶ່ງ ແລະ MoMo ເພື່ອປະຕິບັດບັນດາການເຄື່ອນໄຫວໂຄສະນາໃນຂອບເຂດໂຄງການ JAPAN MALL.

ການ​ເຄື່ອນ​ໄຫວ​ເພື່ອແນະນຳ​ຜະລິດ​ຕະພັນ​ ຍີ່ປຸ່ນ ເຂົ້າຍັງທ້ອງ​ຕະຫຼາດ ​ຫວຽດນາມ ​ໃນ​ຂົງ​ເຂດ​ຜະລິດ​ຕະພັນ​ສຳລັບເດັກນ້ອຍ,​ ຂົງ​ເຂດທີ່​ຄວາມ​ຕ້ອງການ​ຂອງ​ຜູ້ບໍລິໂພກ ຫວຽດນາມ ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ.

ໂດຍຜ່ານ​ການ​ຮ່ວມ​ມື​ນີ້, ຄາດ​ວ່າ​ຈະ​ເປີດ​ກວ້າງ​ເຄືອ​ຂ່າຍ​ຈຳໜ່າຍ, ແກ້ໄຂສ່ວນ​ໜຶ່ງຂອງບັນຫາຜະລິດຕະພັນ ​ຍີ່ປຸ່ນ​ ທີ່ບໍ່​ໄດ້​ຮັບ​ການແຈກຢາຍ​ຢ່າງ​ກວ້າງຂວາງ​ເຖິງ​ເຂດ​ອື່ນ​ນອກ​ຈາກ​ຕົວ​ເມືອງ​ຢູ່​ທ້ອງຕະຫຼາດ ​ຫວຽດນາມ.

​ໂດຍ​ການ​ຂະຫຍາຍ ​ແລະ ສະໜອງ​ບັນດາ​ຜະລິດ​ຕະພັນ​ຄຸນ​ນະພາ​ບສູງ​ຂອງ​ບັນດາ​ວິ​ສາ​ຫະກິດ ຍີ່ປຸ່ນ ມາຍັງທ້ອງຕະຫຼາດ ຫວຽດນາມ, JETRO ຈະ​ສ້າງ​ສະພາບ​ແວດ​ລ້ອມ​ທີ່​ດີ​ກ່ວາ​ໃຫ້ແກ່ຜູ້​ບໍລິ​ໂພ​ກ ຫວຽດນາມ, ພ້ອມ​ກັນນັ້ນ ກໍ່ໜູນ​ຊ່ວຍການຂະຫຍາຍຂອງບັນດາ​ບໍລິສັດ ຍີ່​ປຸ່ນ.

ນອກຈາກນັ້ນ, ທ້ອງຕະຫຼາດ​ຜະລິດ​ຕະພັນສຳລັບ​ເດັກນ້ອຍ​ຫວຽດນາມ ກໍ່ສືບ​ຕໍ່​ຂະຫຍາຍ​​ໄປ​ພ້ອມ​ກັບລະດັບຄວາມໄວການ​ເຕີບ​ໂຕ​ດ້ານ​ເສດຖະກິດ, ຕາມ Euromonitor ແລ້ວ ຂອບຂະໜາດ​ຂອງທ້ອງຕະຫຼາດ​ສະບຽງອາຫານສຳລັບລູກນ້ອຍໃນ​ປີ 2022 ມີລາຍຮັບການຂາຍ​ຍ່ອຍ​ຄາດ​ຄະ​ເນ​ວ່າ​ປະມານ 32,500 ຕື້​ດົ່ງ ​ແລະ CAGR (ລະດັບຄວາມໄວການ​ເຕີບ​ໂຕຄວບຄູ່ແຕ່ລະປີ) ແຕ່​ປີ 2022 ຫາ​ປີ 2027 ຄາດວ່າຈະມີປະມານ 6%.

ພິ​ເສດ, ກ່ຽວກັບດ້ານນຳເຂົ້ານົມຝຸ່ນເດັກນ້ອຍ (HS 1901.10) ​ເຂົ້າ ​ຫວຽດນາມ, ຍີ່​ປຸ່ນ ໄດ້ນຳໜ້າກ່ຽວກັບມູນຄ່າການນຳເຂົ້າຕາມປະເທດ (303,94 ລ້ານ USD, 2022), ກວມເອົາ 20% ອັດຕາສ່ວນກວມຂອງຜະລິດຕະພັນ ແລະ ມູນຄ່າການນຳເຂົ້ານັບ​ມື້​ນັບ​ເພີ່ມ​ຂຶ້ນ ໂດຍຜ່ານແຕ່ລະປີ.

ດ້ວຍ​ການ​ຮ່ວມ​ມື​ໃໝ່ຫຼ້າສຸດ, ບັນດາ​ໜ່ວຍ​ງານ ​ຈະ​ຜັນ​ຂະຫຍາຍ​ບັນດາ​ລາຍການໂປຼໂມຊັ່ນ O2O (Online to offline) ໃຫ້​ບັນດາ​ຜະລິດ​ຕະພັນ​ຂອງ​ ຍີ່​ປຸ່ນ​ ທີ່ພວມຂາຍ​ຢູ່ ກອນກຶ່ງ - ລະບົບການຂາຍຍ່ອຍເຄື່ອງສຳລັບແມ່ ​ແລະ ​ເດັກ​ທີ່ນຳໜ້າ​ຂອງ​ຫວຽດນາມ ດ້ວຍຮ້ານ​ສັບພະສິນຄ້າ 699 ​ແຫ່ງ (ໄລ່ຮອດ​ວັນ​ທີ 23 ມັງກອນ 2024) ໂດຍຜ່ານການນຳໃຊ້ໂປຼແກຼມ MoMo - ຜູ້ໃຫ້ບໍລິການຈ່າຍເງີນເອເລັກໂຕນິກໃຫຍ່ທີ່ສຸດໃນ ຫວຽດນາມ, ກວມເອົາ 68% ອັດຕາສ່ວນກວມຂອງຜະລິດຕະພັນ (ໄລ່ຮອດໄຕມາດ 1 ປີ 2023).

ມິງດຶກ

ເຫດການ
302 Found

Found

The document has moved here.