ປຸກລະດົມ ແຂວນແຜນທີ່ ຫວຽດນາມ ຢູ່ ຍີ່ປຸ່ນ

15:54 | 22/02/2024

ຍສໝ - ຕອນ​ເຊົ້າ​ວັນ​ທີ 21 ກຸມພາ, ສະຖານກົງສູນ ຫວຽດນາມ ປະຈຳ Osaka (ຍີ່ປຸ່ນ)​ ໄດ້​ສົມທົບ​ກັບ​ສະມາຄົມ​ຊາວ ຫວຽດນາມ ຢູ່ Kansai ໄດ້​ຈັດ​ຕັ້ງ​ພິທີ​ປຸກລະດົມ “ຄວາມ​ເອກອ້າງທະນົງໃຈຂອງ​ພູ​ຜາປ່າໄມ້ ​ແລະ ແມ່ນ້ຳລຳເຊ” ຢູ່ Osaka ຍີ່ປຸ່ນ.

ສື່​ມວນ​ຊົນ​ຍີ່ປຸ່ນ​ໄດ້​ຕີ​ລາຄາ​ສູງ​ການ​ຢ້ຽມຢາມ​ຍີ່ປຸ່ນ​ຂອງ​ທ່ານ​ປະທານ​ປະ​ເທດ ຫວໍວັນເຖືອງ ສື່​ມວນ​ຊົນ​ຍີ່ປຸ່ນ​ໄດ້​ຕີ​ລາຄາ​ສູງ​ການ​ຢ້ຽມຢາມ​ຍີ່ປຸ່ນ​ຂອງ​ທ່ານ​ປະທານ​ປະ​ເທດ ຫວໍວັນເຖືອງ
ນັກສຶກສາແມ່ນນັກການທູດເພື່ອເພີ່ມພູນຄູນສ້າງການພົວພັນມິດຕະພາບ ຫວຽດນາມ - ຍີ່ປຸ່ນ ນັກສຶກສາແມ່ນນັກການທູດເພື່ອເພີ່ມພູນຄູນສ້າງການພົວພັນມິດຕະພາບ ຫວຽດນາມ - ຍີ່ປຸ່ນ

ເຫດການ​ດັ່ງກ່າວ ​ໄດ້​ຕອບສະໜອງ​ການເຄື່ອນໄຫວ “ຄວາມ​ເອກອ້າງທະນົງໃຈຂອງ​ພູ​ຜາປ່າໄມ້ ​ແລະ ແມ່ນ້ຳລຳເຊ” ໂດຍສູນກາງຄະນະ​ຊາວໜຸ່ມປຸກລະດົມ ​ເພື່ອເພີ່ມທະວີການ​ສຶກສາ​ນ້ຳ​ໃຈ​ຮັກ​ຊາດ, ສະຕິກ່ຽວກັບອະທິປະໄຕຂອງ​ຊາດ, ຊົນເຜົ່າ. ໂດຍຜ່ານ​ການປຸກລະດົມ ເພື່ອໃຫ້ສະມາຊິກຊາວໜຸ່ມ, ຊາວໜຸ່ມເຍົາວະຊົນ ​ແຂວນແຜນທີ່ ຫວຽດນາມ ຢູ່​ບ່ອນ​ຮ່ຳ​ຮຽນ, ອອກ​ແຮງ​ງານ, ເຮັດ​ວຽກ.

ກ່າວ​ຄຳປາໄສທີ່​ພິທີ, ທ່ານສະຖານກົງສູນໃຫຍ່ ຫວຽດນາມ ປະຈຳ Osaka ໂງຈິ້ງຮ່າ ​ໃຫ້​ຮູ້​ວ່າ ປະຈຸ​ບັນ, ປະຊາ​ຄົມ​ຊາວ ຫວຽດນາມ ຢູ່ ຍີ່ປຸ່ນ ມີ​ກ່ວາ 530.000 ຄົນ, ນີ້​ແມ່ນ​ປະຊາ​ຄົມ​ໜຸ່ມ, ພັດທະນາຢ່າງວ່ອງໄວ ແລະ ມີ​ນ້ຳ​ໃຈ​ຮັກ​ຊາດ.

ໂດຍຜ່ານ​ການ​ເຄື່ອນ​ໄຫວ​ທີ່​ມີ​ຄວາມ​ໝາຍ​ໃນ​ວັນ​ນີ້, ທ່ານສະຖານກົງສູນ ຫວຽດນາມ ໂງຈິ້ງຮ່າ ປາດ​ຖະໜາ​ວ່າ ບັນດາ​ເພື່ອນ​ມິດ ຍີ່ປຸ່ນ ຈະ​ມີ​ຄວາມ​ເຂົ້າ​ໃຈ​ຢ່າງ​ເລິກ​ເຊິ່ງກ່ຽວ​ກັບ​ປະ​ເທດຊາດ, ປະຊາຊົນ ຫວຽດນາມ, ສະໜັບສະໜູນອະທິປະ​ໄຕ​ຜືນ​ແຜ່ນດິນ​ຂອງ ​ຫວຽດນາມ ​ແລະ ​ເຜີຍ​ແຜ່​ການ​ເຄື່ອນ​ໄຫວ​ນີ້. ທ່ານສະຖານກົງສູນໃຫຍ່ ຫວຽດນາມ ໂງຈິ້ງຮ່າ ກໍໄດ້ແບ່ງປັນ​ວ່າ: “ພວກ​ຂ້າພະ​ເຈົ້າ​ຫວັງ​ວ່າ ​ເພື່ອນ​ມິດ​ ຍີ່ປຸ່ນ ​ຈະ​ສະໜັບສະໜູນ​ພວກ​ຂ້າພະ​ເຈົ້າ​ໃນ​ການໂຄສະນານີ້".

ທ່ານນາງ ເລເທື່ອງ, ປະທານສະມາຄົມຊາວ ຫວຽດນາມ ຢູ່ Kansai ໃຫ້ຮູ້ວ່າ ແຜນທີ່ ຫວຽດນາມ ແມ່ນມີລັກສະນະເປັນ​ສັນຍາ​ລັກຂອງອະທິປະໄຕແຫ່ງຊາດ, ແມ່ນຄວາມພາກພູມໃຈຂອງຊາວ ຫວຽດນາມ ແຕ່ລະຄົນ, ທົ່ວປວງຊົນທັງຊາດ.

ດ້ວຍ​ແຕ່​ລະ​ແຜນ​ທີ່​ທີ່ໄດ້​ແຂວນ, ຊາວ​ ຫວຽດນາມ ທີ່ພວມອາ​ໄສ, ​ເຮັດ​ວຽກ ​ແລະ ຮ່ຳຮຽນ​ຢູ່ ຍີ່ປຸ່ນ ຫຼາຍຄົນຈະ​ເຂົ້າ​ໃຈ​ກວ່າ​ກ່ຽວ​ກັບ​ບັນດາ​ແນະນຳ​ພູມີ​ສາດ​ຂອງ​ປະ​ເທດ, ກ່ຽວ​ກັບ​ບັນດາ​ສະຖານ​ທີ່​ຕິດ​ພັນ​ກັບ​ປະຫວັດສາດ​ນັບ​ພັນ​ປີ​ແຫ່ງ​ການ​ສ້າງສາ​ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ.

“ຂ້າພະ​ເຈົ້າ​ຮູ້ສຶກ​ວ່າ ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ທີ່​ມີ​ຄວາມ​ໝາຍ​ທີ່​ສຸດ ​ເພາະວ່າ ​ແຜນ​ທີ່​ບໍ່​ພຽງ​ແຕ່​ເປັນບັນດາ​​ແນະນຳ​ພູມີ​ສາດ​ຂອງ​ປະ​ເທດ, ບັນດາຊື່ເຂດດິນແດນ, ຈຸດຫຼັກໝາຍຊາຍແດນການບໍລິຫານເທົ່ານັ້ນ, ຫາກ​ຍັງ​ແມ່ນ​ຮູບ​ຮ່າງ​ຂອງ​ບ້ານ​ເກີດ​ເມືອງ​ນອນ, ບ່ອນ​ເກີດ​ຂອງ​ພວກ​ຂ້າພະ​ເຈົ້າ. ການປຸກລະດົມຂອງຂະບວນການນຳໃຊ້ແຜນທີ່ ຫວຽດນາມ ຢ່າງກວ້າງຂວາງ ແລະ ໄດ້ເລີ່ມຕົ້ນຈາກໄວໜຸ່ມແມ່ນສັນຍານອັນດີກ່ອນປີໃໝ່ 2024. ນີ້ກໍ່ເປັນການກ່າວເຖິງອະທິປະໄຕອັນສັກສິດຂອງປະເທດຊາດທີ່ບໍ່ເຄີຍຢຸດຢ່ອນໃນຈິດໃຈຂອງຊາວຫວຽດນາມ, ໂດຍສະເພາະແມ່ນພວກເຮົາ - ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ” ທ່ານນາງ ເລເທື່ອງ ແບ່ງປັນ.

ປຸກລະດົມ ແຂວນແຜນທີ່ ຫວຽດນາມ ຢູ່ ຍີ່ປຸ່ນ

ມອບແຜນທີ່ ຫວຽດນາມ ໃຫ້ມະຫາວິທະຍາໄລ Osaka, ສະມາຄົມມິດຕະພາບ ຍີ່ປຸ່ນ - ຫວຽດນາມ, ສະມາຄົມເພື່ອນມິດສະໜິດແໜ້ນ ຍີ່ປຸ່ນ - ຫວຽດນາມ, ...

ທີ່ພິທີປຸກລະດົມ, ຄະນະຈັດຕັ້ງ ໄດ້ມອບແຜນທີ່ ຫວຽດນາມ ໃຫ້ມະຫາວິທະຍາໄລ Osaka, ສະມາຄົມມິດຕະພາບ ຍີ່ປຸ່ນ - ຫວຽດນາມ, ສະມາຄົມເພື່ອນມິດສະໜິດແໜ້ນ ຍີ່ປຸ່ນ - ຫວຽດນາມ, YouTuber Betonamu kun, ສະມາຄົມຊາວ ຫວຽດນາມ Fukuoka, ສະມາຄົມຊາວ ຫວຽດນາມ Toyama, Jvs...

ທ່ານສາດສະດາຈານ Shimizu Misaki, ຫົວໜ້າພາກວິຊາພາສາ ຫວຽດນາມ ມະຫາວິທະຍາໄລ Osaka, ໜ່ວຍງານ ໄດ້ຮັບແຜນທີ່ ຫວຽດນາມ ທີ່ພິທີປຸກລະດົມເນັ້ນໜັກວ່າ: “ການຮັບເອົາແຜນທີ່ຈະຊ່ວຍໃຫ້ນັກສຶກສາພາກວິຊາ ພາສາຫວຽດນາມ ຢູ່ມະຫາວິທະຍາໄລຂອງພວກເຮົາ ຮຽນພາສາຫວຽດນາມ ໄດ້ເປັນຢ່າງດີກ່ວາ, ເຂົ້າໃຈກ່ຽວກັບພູມີສາດປະຫວັດສາດ ຫວຽດນາມ ທີ່ຖືກຕ້ອງທີ່ສຸດ. ນີ້​ແມ່ນ​ຄັ້ງ​ທຳ​ອິດ​ທີ່​ພວກ​ເຮົາ​ໄດ້​ຮັບ​ແຜນ​ທີ່​ຈາກ​ ຫວຽດນາມ. ຂ້າ​ພະ​ເຈົ້າ​ຖື​ວ່າ ກິດ​ຈະ​ກຳ​ນີ້​ມີ​ຄວາມ​ໝາຍ​ທີ່​ສຸດ ແລະ ແທດຈິງ, ພິ​ເສດ​ແມ່ນໃນການສອນ ແລະ ການ​ຮຽນ​ຂອງນັກສຶກສາສາກົນ ໄດ້ເຂົ້າໃຈກ່ຽວກັບ ຫວຽດນາມ".

ມິງດຶກ

ເຫດການ
302 Found

Found

The document has moved here.