ສ້າງຕັ້ງສະມາຄົມມິດຕະພາບຫວຽດນາມ - ຍີ່ປຸ່ນ ສາຂາ Saigontourist Group

20:11 | 02/03/2024

ສ້າງຕັ້ງສະມາຄົມມິດຕະພາບຫວຽດນາມ - ຍີ່ປຸ່ນ ສາຂາ Saigontourist Group

ສື່​ມວນ​ຊົນ​ຍີ່ປຸ່ນ​ໄດ້​ຕີ​ລາຄາ​ສູງ​ການ​ຢ້ຽມຢາມ​ຍີ່ປຸ່ນ​ຂອງ​ທ່ານ​ປະທານ​ປະ​ເທດ ຫວໍວັນເຖືອງ ສື່​ມວນ​ຊົນ​ຍີ່ປຸ່ນ​ໄດ້​ຕີ​ລາຄາ​ສູງ​ການ​ຢ້ຽມຢາມ​ຍີ່ປຸ່ນ​ຂອງ​ທ່ານ​ປະທານ​ປະ​ເທດ ຫວໍວັນເຖືອງ
ມະຫາວິທະຍາໄລແຫ່ງຊາດ​ລາວ-ຫວຽດນາມ ຮ່ວມມືເປີດຫຼັກສູດປະລິນຍາ​ໂທ ສາຂາ ​ເສດຖະສາດ ​ແລະ ການລົງທຶນ ຮຸ່ນ​ທີ 1 ໃນສົກຮຽນ 2019-2020 ມະຫາວິທະຍາໄລແຫ່ງຊາດ​ລາວ-ຫວຽດນາມ ຮ່ວມມືເປີດຫຼັກສູດປະລິນຍາ​ໂທ ສາຂາ ​ເສດຖະສາດ ​ແລະ ການລົງທຶນ ຮຸ່ນ​ທີ 1 ໃນສົກຮຽນ 2019-2020

ວັນທີ 29 ກຸມພາ, ຢູ່ນະຄອນ ໂຮ່ຈີມິນ, ບໍລິສັດໃຫຍ່ທ່ອງທ່ຽວ ໄຊງ່ອນ (Saigontourist Group) ໄດ້ຈັດຕັ້ງ “ພິທີສ້າງຕັ້ງສະມາຄົມມິດຕະພາບ ຫວຽດນາມ - ຍີ່ປຸ່ນ ສາຂາ Saigontourist Group. ​ເນື່ອງ​ໃນ​ໂອກາດ​ນີ້, Saigontourist Group ​ໄດ້​ນຳ​ໃຊ້​ໂປຣ​ໂມ​ຊັນ​ພິ​ເສດ​ຫຼາຍ​ຢ່າງ​ໃຫ້​ແກ່​ລູກ​ຄ້າ​ຊາວ​ຍີ່ປຸ່ນ.

ສ້າງຕັ້ງສະມາຄົມມິດຕະພາບຫວຽດນາມ - ຍີ່ປຸ່ນ ສາຂາ Saigontourist Group
ພິທີປະກາດຂໍ້ຕົກລົງການສ້າງຕັ້ງ​ສະມາຄົມ​ມິດຕະພາບ ຫວຽດນາມ - ຍີ່ປຸ່ນ ສາຂາ Saigontourist Group. ພາບ: thanhuytphcm.vn

ທີ່​ພິ​ທີ, ທ່ານ ເຈີ່ນ​ຊວນ​ຕວ່ານ, ຮອງ​ປະ​ທານ​ສະ​ມາ​ຄົມ​ໄດ້​ປະ​ກາດ​ຂໍ້ຕົກລົງ​ສ້າງ​ຕັ້ງ​ສະ​ມາ​ຄົມ​ມິດ​ຕະ​ພາບ​ຫວຽດ​ນາມ - ຍີ່​ປຸ່ນ ນະ​ຄອນ ໂຮ່​ຈີ​ມິນ. ທ່ານ ຟ້າ​ມຮຸຍ​ບິ່ງ, ປະທານ​ສະພາ​ສະມາຊິກ Saigontourist Group, ​ເປັນ​ຫົວໜ້າ​ສະມາຄົມ​ມິດຕະພາບ ຫວຽດນາມ - ຍີ່ປຸ່ນ ສາຂາ Saigontourist Group.

ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ ຫງວຽນເຟືອກລົກ, ຮອງ​ເລຂາ​ຄະນະ​ພັກ​ນະຄອນ ​ໂຮ່ຈີ​ມິນ, ປະທານ​ສະມາຄົມ​ມິດຕະພາບ ຫວຽດນາມ - ຍີ່ປຸ່ນ ນະຄອນ ​ໂຮ່ຈີ​ມິນ ​ໃຫ້​ຮູ້​ວ່າ: ​ເຫດການ​ມອບ​ຂໍ້ຕົກລົງ​ສ້າງ​ຕັ້ງ​ສະມາຄົມ​ມິດຕະພາບ ຫວຽດນາມ - ຍີ່ປຸ່ນ ສາຂາ Saigontourist Group ໄດ້ຈັດຂຶ້ນໃນໂອກາດສະເຫຼີມສະຫຼອງ 64 ປີແຫ່ງວັນຄ້າຍວັນປະສູດຂອງສົມເດັດພະເຈົ້າຈັກກະພັດຍີ່ປຸ່ນ. ສາຂາ Saigontourist Group ເປີດຕົວ ອັນໄດ້ຍົກຈໍານວນສະມາຊິກ​ສາຂາ​ຂອງສະມາຄົມມິດຕະພາບຫວຽດນາມ-ຍີ່ປຸ່ນ ຂຶ້ນເປັນ 26 ສາຂາ.

ທ່ານ ລົກ ຕີ​ລາຄາ​ວ່າ: ການ​ຮ່ວມ​ມື​ລະຫວ່າງ​ນະຄອນ ​ໂຮ່ຈີ​ມິນ ​ແລະ ຍີ່ປຸ່ນ ຍາມ​ໃດ​ກໍ່​ຮັບ​ຮູ້​ວ່າ ​ແມ່ນ​ໜຶ່ງ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ທີ່ພົ້ນ​ເດັ່ນ​ໃນ​ການ​ຮ່ວມ​ມື​ລະຫວ່າງ ຫວຽດນາມ ​ແລະ ຍີ່ປຸ່ນ. ປະຈຸ​ບັນ, ຍີ່ປຸ່ນ​ແມ່ນ​ຄູ່​ຮ່ວມ​ມື​ການ​ຄ້າ ຢືນອັນດັບທີ 5, ຕະຫຼາດ​ສົ່ງ​ອອກ​ ​ແລະ​ເປັນ​ນັກ​ລົງທຶນ​ໃຫຍ່​ອັນ​ດັບ 3 ຂອງ​ນະຄອນ​ໂຮ່ຈີມິນ.

ຕາມ​ທ່ານ ຟ້າ​ມຮຸຍ​ບິ່ງ ​ແລ້ວ, ​ເຫດການ​ນີ້​ມີ​ຄວາມ​ໝາຍ​ສຳຄັນ, ​ສ້າງຂີດໝາຍບາດກ້າວ​ພັດທະນາ​ໃໝ່​ໃນ​ການ​ພົວພັນ​ຮ່ວມ​ມື​ມິດຕະພາບ​ລະຫວ່າງ Saigontourist Group ​ແລະ ບັນດາ​ຄູ່​ຮ່ວມ​ມື ຍີ່ປຸ່ນ.

ຜ່ານສາຂາ​ສະມາຄົມ, Saigontourist Group ຈະສືບ​ຕໍ່​ປະຕິບັດ​ບັນດາ​ການ​ເຄື່ອນ​ໄຫວ​ສົ່ງ​ເສີມ​ການທ່ອງທ່ຽວ​ລະຫວ່າງ 2 ປະ​ເທດ​ໃນ​ບັນດາ​ຂົງ​ເຂດການ​ບໍລິການ​ທີ່​ພັກ, ບໍລິການທ່ອງ​ທ່ຽວ, ອາຫານການກິນ, ​ເຫດການ, ງານ​ຕະຫຼາດນັດ, ການລະຫຼິ້ນບັນເທີງ... ​ແລະ ຜັນ​ຂະຫຍາຍ​ຮູບ​ແບບ​ການ​ຮ່ວມ​ມືພັດທະນາ​ລະຫວ່າງ​ວິ​ສາ​ຫະກິດ ຫວຽດນາມ ​ແລະ ຍີ່ປຸ່ນ.

ບູນມີ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.