76 ທີມບານເຕະ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ໃຫຍ່​ບານ​ເຕະ​ຊາວ ຫວຽດ​ນາມ ​ຢູ່​ເຂດ Kanto (ຍີ່​ປຸ່ນ)

14:56 | 22/03/2024

ຍສໝ - ຫວ່າງມໍ່ໆນີ້, ກອງ​ປະ​ຊຸມໃຫຍ່ບານ​ເຕະຊາວ ຫວຽດ​ນາມ ຢູ່​ເຂດ Kanto ປີ 2024 ໄດ້ເປີດຢ່າງເປັນທາງການຢູ່ສະໜາມກິລາ Redsland, ແຂວງ Saitama (ຍີ່​ປຸ່ນ). ເຫດການ​ຄັ້ງ​ນີ້ ມີການເຂົ້າຮ່ວມຂອງ 76 ທີມ, ໂດຍໄດ້ຮັບການຄັດ​ເລືອກຈາກ​ເກືອບ 100 ທີມ​ບານ​ເຕະສະໝັກຫຼິ້ນ​ໃນຂົງເຂດ.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດນາມ ຟ້າມມິງຈິງ ໄດ້​ພົບ​ປະ​ກັບ​ປະ​ຊາ​ຄົມ​ຊາວ​ ຫວຽດ​ນາມ ຢູ່ ອົດ​ສະ​ຕາ​ລີ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດນາມ ຟ້າມມິງຈິງ ໄດ້​ພົບ​ປະ​ກັບ​ປະ​ຊາ​ຄົມ​ຊາວ​ ຫວຽດ​ນາມ ຢູ່ ອົດ​ສະ​ຕາ​ລີ
ຫວຽດ​ນາມ ເຂົ້າ​ຮ່ວມ ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ທ່ອງ​ທ່ຽວ ອາ​ຊຽນ ຄັ້ງ​ທີ 27 ຫວຽດ​ນາມ ເຂົ້າ​ຮ່ວມ ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ທ່ອງ​ທ່ຽວ ອາ​ຊຽນ ຄັ້ງ​ທີ 27

ກອງ​ປະ​ຊຸມໃຫຍ່ບານ​ເຕະຊາວ ຫວຽດ​ນາມ ແມ່ນເຫດການກິ​ລາ​ປະ​ຈຳ​ປີ ໄດ້ຈັດຕັ້ງ​ໂດຍ​ອົງ​ການ​ພົບປະແລກ​ປ່ຽນ​ສາ​ກົນ​ ຫວຽດ​ນາມ - ຍີ່​ປຸ່ນ (FAVIJA), ພາຍໃຕ້ການອຸປະຖຳຂອງ​ສະ​ຖານ​ທູດ ​ຫວຽດ​ນາມ ປະ​ຈຳ ຍີ່​ປຸ່ນ.

76 ທີມບານເຕະ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ໃຫຍ່​ບານ​ເຕະ​ຊາວ ຫວຽດ​ນາມ ​ຢູ່​ເຂດ Kanto (ຍີ່​ປຸ່ນ)

ບັນດາທິມບານເຕະ ທີ່ເຂົ້າຮ່ວມການແຂ່ງຂັນພາຍຫຼັງພິທີເປີດ. (ພາບ: TTXVN)

ກອງ​ປະ​ຊຸມໃຫຍ່​ ໄດ້​ມີ​ການ​ເຂົ້າ​ຮ່ວມ​ຂອງ​ນັກກິລາບານເຕະສະໝັກຫຼິ້ນປະມານ 2.000 ຄົນ ​ແລະ ​ແຟນບານເຕະ​ປະມານ 3.000 ຄົນເຊິ່ງ​ແມ່ນ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ ກໍຄື​ປະຊາຊົນ​ທ້ອງ​ຖິ່ນ​ມາ​ຊົມເຊຍຢູ່​ສະໜາມ​ກິລາ. ເຂົ້າ​ຮ່ວມ​ການ​ແຂ່ງຂັນ ​ແມ່ນ​ບັນດາ​ທິມບານ​ເຕະ​ທີ່​ເຕົ້າ​ໂຮມ​ຈາກ​ບັນດາ​ນັກ​ກິລາບານ​ເຕະະສະໝັກຫຼີ້ນ​ທີ່​ມາ​ຈາກ​ບັນດາ​ແຂວງ, ນະຄອນ​ຂອງ​ ຫວຽດນາມ, ກໍຄືການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ເພື່ອນ​ມິດ, ເພື່ອນຮ່ວມອາຊີບຊາວ ​ຍີ່ປຸ່ນ ​ທີ່​ມີ​ຄວາມ​ຮັກ​ໃນ​ກິລາ​ບານ​ເຕະ. ຜ່ານ​ນັ້ນ ກໍ່ສ້າງ​ບັນ​ຍາ​ກາດ​ແຫ່ງ​ການ​ແລກ​ປ່ຽນ​ທີ່​ຟົດຟື້ນ, ເພີ່ມ​ທະ​ວີ​ການຕິດພັນ ແລະ ຄວາມ​ເຂົ້າ​ໃຈ​ເຊິ່ງ​ກັນ ​ແລະ ​ກັນ​ລະ​ຫວ່າງບັນດາທິມບານເຕະ.

ຮອບ​ຄັດ​ເລືອກ​ຈະ​ແບ່ງ​ອອກ​ເປັນ 19 ກຸ່ມ, ​ແຕ່​ລະກຸ່ມ 4 ທີມ, ​ໂດຍ​ຈະ​ແຂ່ງ​ຂັນ​ພ້ອມກັນ 12 ເດີ່ນໃນຂອບເຂດສະໜາມກິລາ Redsland ໃນທ້າຍ​ອາທິດ. ໃນ​ຕອນ​ທ້າຍ​ຂອງ​ການ​ແຂ່ງ​ຂັນ​ຮອບ​ຄັດ​ເລືອກ​, 40 ທີມບານເຕະທີ່​ມີຄະແນນ​ດີ​ທີ່​ສຸດ​ຂອງ​ແຕ່​ລະ​ກຸ່ມ ​ຈະເຂົ້າຮ່ວມແຂ່ງ​ຂັນ​ໃນ​ຮອບຊີງຊະນະເລີດຂອງເຂດ ເຊິ່ງ​ຈະດຳເນີນໃນ​ວັນ​ທີ 7 ເມ​ສາ​.

ນີ້​ແມ່ນເຫດການ​ເລີ່ມ​ຕົ້ນ​ຂອງ​ບັນດາການແຂ່ງຂັນ ທີ່​ໄດ້ຈັດຕັ້ງຕາມລຳດັບ​ຢູ່ 7 ເຂດ​ໃນ​ທົ່ວ​ປະ​ເທດ​ ຍີ່​ປຸ່ນ ​ແຕ່​ເດືອນ ​ກຸມ​ພາ​ ຫາ​ ເດືອນ​ ພະ​ຈິກ 2024. ບັນດາ​ທີມບານເຕະທີ່​ມີ​ອັນ​ດັບ​ສູງ​ສຸດ​ໃນ​ແຕ່ລະ​ການ​ແຂ່ງຂັນ​ຈະ​ໄດ້​ຮັບ​ການ​ຄັດ​ເລືອກ​ ເພື່ອເຂົ້າ​ຮ່ວມ​​ຮອບຊີງຊະນະເລີດ ລາງວັນບານເຕະຊີງຂັນຊະນະເລີດທົ່ວປະເທດຂອງຊາວ ຫວຽດນາມ ຢູ່​ ຍີ່ປຸ່ນ 2024 (FAVIJA CUP 2024) ທີ່​ຈະ​ຈັດຕັ້ງໃນ​ເດືອນ ​ທັນວາ ​ຈະມາເຖິງ.​

ກ່າວ​ຄຳປາໄສທີ່​ພິ​ທີ​ເປີດ, ທ່ານອັກຄະລັດຖະທູດຖະ​ທູດ​ ຫວຽດ​ນາມ ປະ​ຈຳ ຍີ່​ປຸ່ນ ຫງວຽນ​ດຶກ​ມິງ ໄດ້​ຕີ​ລາ​ຄາ​ວ່າ ຊຸມ​ຊົນ​ຊາວ​ຫວຽດ​ນາມ ຢູ່ ຍີ່​ປຸ່ນ ເວົ້າ​ລວມ ແລະ ຢູ່​ເຂດ Kanto ເວົ້າ​ສະ​ເພາະ ແມ່ນ​ນັບ​ມື້​ນັບ​ມີ​ການພັດທະນາຢ່າງ​ເຂັ້ມ​ແຂງ. ບັນດາ​ການ​ເຄື່ອນ​ໄຫວ​ກິລາ​ທີ່​ໄດ້​ຈັດ​ຕັ້ງ​ເປັນ​ປະຈຳ​ປີ ​ແລະ ຕະຫຼອດ​ປີ​ເຊັ່ນ​ການ​ແຂ່ງຂັນ​ບານ​ເຕະ​ຄັ້ງ​ນີ້ ​ກໍໄດ້​ປະກອບສ່ວນສ້າງ​ສະໜາມ​ກິລາ​ທີ່ປອດໃສ, ເປັນ​ປະ​ໂຫຍ​ດ, ​ພ້ອມກັນນັ້ນ ກໍ່ເພີ່ມ​ທະວີ​ການຕິດພັນກັນໃນຊຸມຊົນ​ຊາວ ຫວຽດນາມ ຢູ່ ຍີ່​ປຸ່ນ, ກໍຄືຊຸກຍູ້​ການ​ພົບ​ປະ​ແລກປ່ຽນ​ກັບ​ຄົນທ້ອງຖິ່ນເດີມ.

ຕາມ​ທ່ານ​ປະທານ FAVIJA ໂດ້ກວາງບາ ແລ້ວ, ໂດຍຜ່ານ​ການຈັດ​ຕັ້ງ​ການແຂ່ງຂັນ​ບານ​ເຕະ​ປະຈຳ​ປີ​ນີ້, ຄະນະ​ຈັດ​ຕັ້ງ ໄດ້​ໂຄສະນາ​ເຜີຍ​ແຜ່​ໃຫ້​ຊາວ​ໜຸ່ມ ຫວຽດນາມ ທີ່ພວມ​ຮ່ຳຮຽນ ​ແລະ ​ເຮັດ​ວຽກ​ຢູ່ ຍີ່ປຸ່ນ ກ່ຽວ​ກັບສະຕິປະຕິບັດ​ກົດໝາຍ​ຂອງ​ປະ​ເທດ​ປະຈຳຖິ່ນ, ກໍຄື​ຮຽກຮ້ອງ​ບັນດາ​ການ​ປະກອບສ່ວນ​ໜູນ​ຊ່ວຍ​ກອງ​ທຶນ ເພື່ອກໍ່ສ້າງວັດ ຫວຽດນາມ ​ຢູ່ Tokyo, ກອງ​ທຶນ​ໜູນ​ຊ່ວຍ​ຊາວ ຫວຽດນາມ ທີ່ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຢູ່ ຍີ່ປຸ່ນ.

ທ່ານ Nakano Masahiro, ພະນັກງານຫ້ອງການກົນລະຍຸຮັບມືອາດຊະຍາກຳສາກົນ ຂຶ້ນກັບພະແນກຕຳຫຼວດ Tokyo ໃຫ້ຮູ້ວ່າ ບັນດາການເຄື່ອນໄຫວແລກປ່ຽນກິລາ, ບານເຕະແມ່ນມີຄວາມສຳຄັນທີ່ສຸດ, ປະກອບສ່ວນສ້າງຊຸມຊົນປອດໃສເພື່ອພ້ອມກັນພັດທະນາ, ຫຼຸດຜ່ອນບັນດາຄະດີລະເມີດກົດໝາຍ. ທ່ານ​ຫວັງ​ວ່າ ນັບມື້ນັບຈະມີ​ການ​ເຄື່ອນ​ໄຫວ​ທີ່​ຄ້າຍ​ຄື​ກັນ​ຫຼາຍ​ກວ່າ​ ​ໃນ​ຫຼາຍ​ປະເພດກິລາ​ອື່ນໆ ​ເພື່ອ​ນຳ​ເອົາ​ສະໜາມ​ກິລາທີ່ປອດໃສມາໃຫ້​ປະຊາ​ຄົມ​ຊາວ​ ຫວຽດນາມ​ ຢູ່​ ຍີ່​ປຸ່ນ.

ມິງດຶກ

ເຫດການ
302 Found

Found

The document has moved here.