Fukuoka (ຍີ່ປຸ່ນ) ຈະໜູນຊ່ວຍນະຄອນຫຼວງ ຮ່າໂນ້ຍ ໃນການແກ້ໄຂບັນຫາທີ່ກຽວຂ້ອງກັບສິ່ງແວດລ້ອມ

08:49 | 23/01/2024

ຍສໝ - ນັ້ນ​ແມ່ນ​ຄຳ​ຢືນຢັນ​ຂອງທ່ານຜູ້ວ່າການ Hattori Seitaro ເນື່ອງໃນໂອກາດການຢ້ຽມຢາມ ຫວຽດນາມ ​ເພື່ອ​ສະ​ເຫຼີ​ມສະຫຼອງ 15 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ມິດຕະພາບ​​ຮ່ວມ​ມື​ທີ່​ເປັນ​ມູນ​ເຊື້ອລະຫວ່າງ​ແຂວງ Fukuoka ​ແລະ ນະຄອນຫຼວງ ຮ່າ​ໂນ້ຍ.

ສື່​ມວນ​ຊົນ​ຍີ່ປຸ່ນ​ໄດ້​ຕີ​ລາຄາ​ສູງ​ການ​ຢ້ຽມຢາມ​ຍີ່ປຸ່ນ​ຂອງ​ທ່ານ​ປະທານ​ປະ​ເທດ ຫວໍວັນເຖືອງ ສື່​ມວນ​ຊົນ​ຍີ່ປຸ່ນ​ໄດ້​ຕີ​ລາຄາ​ສູງ​ການ​ຢ້ຽມຢາມ​ຍີ່ປຸ່ນ​ຂອງ​ທ່ານ​ປະທານ​ປະ​ເທດ ຫວໍວັນເຖືອງ
ມີ​ວິ​ສາ​ຫະ​ກິດ ຫຼາຍ​ແຫ່ງ​ຢູ່ Fukuoka ແລະ ເຂດ Kyushu, ຍີ່​ປຸ່ນ ພວມ​ມີ​ຄວາມ​ສົນ​ໃຈ​ຕໍ່​ຕະຫຼາດ ຫວຽດ​ນາມ ມີ​ວິ​ສາ​ຫະ​ກິດ ຫຼາຍ​ແຫ່ງ​ຢູ່ Fukuoka ແລະ ເຂດ Kyushu, ຍີ່​ປຸ່ນ ພວມ​ມີ​ຄວາມ​ສົນ​ໃຈ​ຕໍ່​ຕະຫຼາດ ຫວຽດ​ນາມ

ທີ່​ການ​ພົບ​ປະ, ທ່ານຜູ້ວ່າການແຂວງ Fukuoka Hattori Seitaro ໃຫ້​ຮູ້​ວ່າ ປະຈຸ​ບັນ ມີ​ວິ​ສາ​ຫະກິດ 34 ​ແຫ່ງ​ຂອງ​ແຂວງ Fukuoka ພວມ​ລົງທຶນ, ດຳ​ເນີນ​ທຸລະ​ກິດ​ຢູ່ ຫວຽດນາມ ​ແລະ ຈຳນວນຕົວເລກ​ນີ້​ຈະ​ສືບ​ຕໍ່​ເພີ່ມ​ຂຶ້ນ​ໃນ​ໄລຍະ​ຈະ​ມາ​ເຖິງ; ນັບມື້ນັບກໍມີຄົນຕ່າງປະ​ເທດຫຼາຍຄົນມາ​ດຳລົງ​ຊີວິດ, ຮ່ຳຮຽນຢູ່​ແຂວງ Fukuoka, ​ໃນ​ນັ້ນ ປະຊາ​ຄົມ​ຊາວ ຫວຽດນາມ ​ແມ່ນ​ຫຼາຍທີ່ສຸດ.

ທ່ານຜູ້ວ່າການແຂວງ ປາດ​ຖະໜາ​ຢາກ​ສືບ​ຕໍ່​ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ວັດທະນະທຳ, ການ​ສຶກສາ ​ແລະ ການ​ພົບ​ປະ​ແລກປ່ຽນ​ປະຊາຊົນ​ກັບ​ຫວຽດນາມ ເວົ້າລວມ ແລະ ນະຄອນຫຼວງ​ ຮ່າ​ໂນ້ຍ ​ເວົ້າ​ສະ​ເພາະ; ​ຫວັງ​ວ່າ​ລັດ​ຖະ​ບານ ​ຫວຽດ​ນາມ ຈະ​ໜູນ​ຊ່ວຍ​ການ​ເປີດ​ສາຍ​ການ​ບິນ​ໂດຍ​ກົງ​ຈາກ Fukuoka ໄປຍັງ ​ຫວຽດ​ນາມ.

ແຂວງ Fukuoka ພ້ອມ​ແລ້ວ​ທີ່​ຈະ​ແບ່ງປັນ​ປະສົບ​ການ, ໜູນ​ຊ່ວຍ​ນະຄອນຫຼວງ ຮ່າ​ໂນ້ຍ ​ໃນ​ການ​ແກ້​ໄຂ​ບັນດາບັນຫາທີ່ກຽວຂ້ອງກັບສິ່ງ​ແວດ​ລ້ອມ​ໃນ​ຂະ​ບວນການ​ພັດທະນາ, ທ່ານຜູ້ວ່າການແຂວງ Fukuoka ຢືນຢັນ.

Fukuoka (ຍີ່ປຸ່ນ) ຈະໜູນຊ່ວຍນະຄອນຫຼວງ ຮ່າໂນ້ຍ ໃນການແກ້ໄຂບັນຫາທີ່ກຽວຂ້ອງກັບສິ່ງແວດລ້ອມ

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດນາມ ເຈີ່ນລິວກວາງ ຕ້ອນຮັບທ່ານຜູ້ວ່າການແຂວງ Fukuoka Hattori Seitaro

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດນາມ ເຈີ່ນລິວກວາງ ໄດ້​ສະ​ແດງ​ຄວາມ​ຊົມຊື່ນທີ່​ໄດ້​​ພົບ​ປະ​ທ່ານຜູ້ວ່າການ Hattori Seitaro ອີກ​ເທື່ອ​ໜຶ່ງ​ຢູ່​ ຮ່າ​ໂນ້ຍ, ຢ້ຳຄືນ​ບັນ​ດາ​ຄວາມ​ປະ​ທັບ​ໃຈ​ທີ່​ດີງາມ​ໃນ​ການ​ຢ້ຽມ​ຢາມ ຍີ່​ປຸ່ນ ແລະ ແຂວງ Fukuoka ໃນ​ເດືອນພະຈິກ 2023.

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດນາມ ຖື​ວ່າ ບໍ່​ເຄີຍ​ມີ​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ ແລະ ຍີ່​ປຸ່ນ ເວົ້າ​ລວມ ກໍຄືລະ​ຫວ່າງ ​ຫວຽດ​ນາມ ແລະ ແຂວງ Fukuoka ເວົ້າ​ສະ​ເພາະ​ ໄດ້ພັດ​ທະ​ນາຢ່າງດີງາມຄືປັດ​ຈຸ​ບັນ; ທ່ານກໍສະແດງຄວາມ​ເຊື່ອ​ໝັ້ນ​ວ່າ 2 ປະ​ເທດ​ຈະ​ສືບ​ຕໍ່​ມີ​ການ​ເຄື່ອນ​ໄຫວ​ຮ່ວມ​ມືທີ່​ແທດ​ຈິງ ​ເພື່ອເຮັດໃຫ້ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ເພື່ອ​ສັນຕິພາບ ​ແລະ ວັດທະນາ​ຖາວອນ​ຢູ່ ອາຊີ ​ແລະ ​ໃນ​ໂລກ ລະຫວ່າງ ຫວຽດນາມ ​ແລະ ຍີ່ປຸ່ນ ເລິກເຊີ່ງກ່ວາອີກ.

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດນາມ ໄດ້​ຕີ​ລາຄາ​ສູງ​ການ​ພົວພັນ​ຮ່ວມ​ມືມິດຕະພາບ​​ລະຫວ່າງ ຮ່າ​ໂນ້ຍ ​ແລະ ​ແຂວງ Fukuoka ​ໃນ​ໄລຍະ 10 ປີຜ່ານມາ ກໍຄືເຈດຕະນາດີຂອງ​ແຂວງ Fukuoka ​ໃນ​ການ​ໜູນ​ຊ່ວຍ​ ຮ່າ​ໂນ້ຍ ​ແກ້​ໄຂ​ບັນດາບັນຫາ​ທີ່ກຽວຂ້ອງກັບດ້ານສຸຂະພາບ​ ແລະ ສິ່ງ​ແວດ​ລ້ອມ, ຜ່ານນັ້ນ ກໍ່ເຮັດໃຫ້ເນື້ອໃນການຮ່ວມ​ມື​ລະຫວ່າງ 2 ທ້ອງ​ຖິ່ນກາຍເປັນ​ອຸດົມສົມບູນ ແລະ ຮອບດາ້ນກ່ວາ.

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດນາມ ໄດ້ສະ​ເໜີ​ໃຫ້ອຳນາດການປົກຄອງ​ແຂວງ Fukuoka ຍູ້​ແຮງ​ບັນ​ດາ​ວິ​ສາ​ຫະ​ກິດ​ຂອງ​ແຂວງ​ມາ​ລົງ​ທຶນ, ດຳ​ເນີນ​ທຸ​ລະ​ກິດ​ຢູ່​ຫວຽດ​ນາມ ເວົ້າ​ລວມ ແລະ ຮ່າ​ໂນ້ຍ ເວົ້າ​ສະເພາະ ໃນບັນ​ດາ​ຂົງ​ເຂດ​ທີ່ Fukuoka ມີ​ທ່າແຮງ ແລະ ຫວຽດ​ນາມ ມີ​ຄວາມ​ຕ້ອງ​ການ​ຄື ໂຄງ​ລ່າງ​ຍຸດ​ທະ​ສາດ, ການ​ຫັນ​ເປັນ​ດິ​ຈິ​ຕອນ, ການ​ຫັນ​ເປັນສີ​ຂຽວ, ກະສິກຳອັດສະລິຍະ, ການແກ້ໄຂບຳບັດນ້ຳເສຍ, ເຕັກໂນໂລຢີສູງ...

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດນາມ ຢືນຢັນ​ວ່າ ຫວຽດນາມ ນັບມື້ນັບຈະຕອບສະໜອງຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຂອງ​ບັນດາ​ນັກ​ລົງທຶນໄດ້ດີກ່ວາ, ​ໃນ​ນັ້ນ​ມີ​ແຂວງ ​ໄຕ​ນິງ ກໍໄດ້ສ້າງຕັ້ງບັນດາ​ເຂດ​ອຸດສາຫະກຳເພື່ອດຶງ​ດູດ​ການ​ລົງທຶນ​ໂດຍກົງຈາກຕ່າງປະ​ເທດ​ຈາກ ຍີ່ປຸ່ນ.

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດນາມ ກໍ່​ໄດ້​ສະເໜີທ່ານຜູ້ວ່າການ Hattori Seitaro ເອົາ​ໃຈ​ໃສ່, ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ແກ່​ປະ​ຊາ​ຄົມ​ຊາວ​ ຫວຽດ​ນາມ ກວ່າ 20.000 ຄົນທີ່​ພວມ​ດຳ​ລົງ​ຊີ​ວິດ, ຮ່ຳ​ຮຽນ​ຢູ່ແຂວງ Fukuoka.

ກ່ອນ​ໜ້າ​ນີ້, ທ່ານຜູ້ວ່າການ Hattori Seitaro ກໍໄດ້​ມີ​ການພົບປະເຈລະຈາ​ກັບ​ທ່ານປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ ຮ່າ​ໂນ້ຍ ແລະ ​ໄດ້​ລົງ​ນາມບົດ​ບັນທຶກ​ຊ່ວຍຈຳກ່ຽວ​ກັບ​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ ຮ່າ​ໂນ້ຍ ​ແລະ ອຳນາດການປົກຄອງແຂວງ Fukuoka ​ໄລຍະ 2024 – 2028.

ມິງດຶກ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.