ເທື່ອທຽນເຫວ້ ​ໄດ້​ປະກອບສ່ວນ​ເຂົ້າ​ໃນ​ການປັບປຸງ, ​ເພີ່ມ​ທະວີ ​ແລະ ຜັນຂະຫຍາຍສາຍພົວພັນ​ລະຫວ່າງ ຫວຽດນາມ ​ແລະ ຍີ່ປຸ່ນ

21:51 | 23/03/2024

ຍສໝ - ນີ້​ແມ່ນ​ຂໍ້​ສັງ​ເກດ​ຂອງ​ທ່ານ Hitomi Tatsuya, ຜູ້ອຳນວຍການພະແນກພົວພັນຕ່າງປະເທດຂອງແຂວງ Nara (ຍີ່​ປຸ່ນ) ທີ່​ການ​ພົບ​ປະ​ກັບ​ການ​ນຳ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ​ເທື່ອ​ທຽນ​ເຫ້ວ ​ເນື່ອງ​ໃນ​ການຢ້ຽມຢາມ ແລະ ​ເຮັດ​ວຽກ​ຂອງຄະນະ​ປະຕິບັດງານ​ຢູ່​ແຂວງ ເທື່ອ​ທຽນ​ເຫ້ວ ໃນວັນທີ 21 ມີນາ.

ສະຫະພັນບັນດາ​ອົງການ​ມິດຕະພາບ​ ຫວຽດນາມ ​ແລະ ICAP ສືບ​ຕໍ່​ຮ່ວມ​ມື​ຊຸກຍູ້ການພົບປະແລກປ່ຽນ​ປະຊາຊົນ​ລະຫວ່າງ ຫວຽດນາມ ​- ກູ​ບາ ສະຫະພັນບັນດາ​ອົງການ​ມິດຕະພາບ​ ຫວຽດນາມ ​ແລະ ICAP ສືບ​ຕໍ່​ຮ່ວມ​ມື​ຊຸກຍູ້ການພົບປະແລກປ່ຽນ​ປະຊາຊົນ​ລະຫວ່າງ ຫວຽດນາມ ​- ກູ​ບາ
ການ​ນຳ​ລາວ ​ໄດ້​ຕີ​ລາຄາ​ສູງ​ການ​ຮ່ວມ​ມື​ໃນຂົງເຂດການແພດທະຫານ​ລະຫວ່າງ​ຫວຽດນາມ ​ແລະ ລາວ ການ​ນຳ​ລາວ ​ໄດ້​ຕີ​ລາຄາ​ສູງ​ການ​ຮ່ວມ​ມື​ໃນຂົງເຂດການແພດທະຫານ​ລະຫວ່າງ​ຫວຽດນາມ ​ແລະ ລາວ

ຕ້ອນຮັບຄະນປະຕິບັດງານພະແນກພົວພັນຕ່າງປະເທດຂອງແຂວງ Nara (ຍີ່ປຸ່ນ) ໂດຍທ່ານ Hitomi Tatsuya, ຫົວໜ້າພະແນກພົວພັນຕ່າງປະເທດຂອງແຂວງ Nara ເປັນຫົວໜາ້ຄະນະ, ທ່ານຮອງປະທານຜູ້ປະຈຳຄະນະກຳມະການປະຊາຊົນແຂວງ ​ເທື່ອ​ທຽນ​ເຫ້ວ ຫງວຽນແທ່ງບິ່ງ ໃຫ້ຮູ້ວ່າ ຫວ່າງ​ມໍ່ໆ​ມາ​ນີ້, ສອງ​ແຂວງ​ ເທື່ອ​ທຽນ​ເຫ້ວ ​ແລະ Nara ​ໄດ້​ມີຫຼາຍການ​ພົວພັນ​ຮ່ວມ​ມື​ໃນ​ຫຼາຍ​ຂົງ​ເຂດ ​ເຊິ່ງນຳ​ມາປະສິດທິ​ຜົນທີ່​ສູງ.ນອກ​ນີ້, ​ແຂວງ​ຍັງໄດ້​ຜັນຂະຫຍາຍບັນດາ​ການ​ເຄື່ອນ​ໄຫວ​ພົບປະແລກປ່ຽນຮ່ວມ​ມື​ກັບ​ບັນດາ​ທ້ອງ​ຖິ່ນ​ຂອງ​ ຍີ່​ປຸ່ນ ຢ່າງ​ເປັນ​ປະຈຳ ​ແລະ ບັນລຸ​ໄດ້​ບັນດາ​ໝາກຜົນ​ດີ​ໃນ​ຫຼາຍ​ຂົງ​ເຂດ​ຄື ການ​ພັດທະນາ​ການທ່ອງທ່ຽວ, ການ​ພົບ​ປະ​ແລກປ່ຽນ​ວັດທະນະທຳ, ການ​ທູດ​ປະຊາຊົນ,...

ເທື່ອທຽນເຫວ້ ​ໄດ້​ປະກອບສ່ວນ​ເຂົ້າ​ໃນ​ການປັບປຸງ, ​ເພີ່ມ​ທະວີ ​ແລະ ຜັນຂະຫຍາຍສາຍພົວພັນ​ລະຫວ່າງ ຫວຽດນາມ ​ແລະ ຍີ່ປຸ່ນ

ທ່ານຮອງປະທານຜູ້ປະຈຳຄະນະກຳມະການປະຊາຊົນແຂວງ ​ເທື່ອ​ທຽນ​ເຫ້ວ ຫງວຽນແທ່ງບິ່ງ ໄດ້​ມອບ​ຂອງຂວັນເປັນທີ່ລະນຶກໃຫ້ແກ່ຄະນະປະຕິບັດງານພະແນກພົວພັນຕ່າງປະເທດຂອງແຂວງ Nara (ຍີ່ປຸ່ນ) - (ພາບ: www.thuathienhue.gov.vn).

ທ່ານຮອງປະທານຜູ້ປະຈຳຄະນະກຳມະການປະຊາຊົນແຂວງ ຫງວຽນ​ແທ່ງ​ບິ່ງ ຫວັງ​ວ່າ​ ແຂວງ Nara ຈະ​ພິຈາລະນາ, ຄົ້ນຄວ້າ​ຄວາມ​ສາມາດ​ສ້າງ​ຕັ້ງ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ 2 ທ້ອງ​ຖິ່ນ ແລະ ສົ່ງເສີມການ​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ​ລະຫວ່າງ 2 ແຂວງ​ໃນ​ໄລຍະ​ຈະ​ມາ​ເຖິງ​ບົນບັນດາຂົງ​ເຂດ​ ທີ່ສອງຝ່າຍມີທ່າແຮງ ແລະ ຕ່າງຝ່າຍຕ່າງມີຄວາມ​ສົນ​ໃຈ​ຄື: ການ​ສຶກ​ສາ, ການ​ອະ​ນຸ​ລັກ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ, ການ​ທ່ອງ​ທ່ຽວ ແລະ ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ.

ທີ່​ການ​ພົບ​ປະ, ທ່ານ Hitomi Tatsuya, ຫົວໜ້າ​ພະ​ແນ​ກພົວພັນຕ່າງປະເທດຂອງແຂວງ Nara (ຍີ່​ປຸ່ນ) ​ໄດ້​ສະ​ແດງ​ຄວາມ​ປະ​ທັບ​ໃຈ​ກ່ຽວ​ກັບ​ຄວາມ​ງາມ​ຂອງ​ເມືອງເກົ່າ​ ເຫ້ວ, ​ແຂວງ Nara ກໍມີ​ລັກສະນະ​ຄ້າຍຄື​ກັນ​ກັບ​ແຂວງ ​ເທື່ອ​ທຽນ​ເຫ້ວ ໃນ​ດ້ານ​ຄຸນຄ່າ​ມໍລະດົກ. ພິເສດແມ່ນໃນປີ 2023, ຍີ່ປຸ່ນ ແລະ ຫວຽດນາມ ສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ; ​ເມື່ອ​ເບິ່ງໄລຍະທາງ​​ນີ້, ສາມາດ​ເວົ້າ​ໄດ້​ວ່າ ແຂວງ ​ເທື່ອ​ທຽນ​ເຫ້ວ ​ໄດ້​ປະກອບສ່ວນເຂົ້າໃນການປັບປຸງ, ເພີ່ມ​ທະວີ ​ແລະ ຜັນຂະຫຍາຍການ​ພົວພັນ​ນີ້ ​ໂດຍ​ການ​ລົງ​ນາມ​ໃນ​ສັນຍາ​ຮ່ວມ​ມື​ກັບ​ຫຼາຍ​ທ້ອງ​ຖິ່ນ ຍີ່ປຸ່ນ.

ທ່ານ Hitomi Tatsuya ກໍ່​ຫວັງ​ວ່າ ປີ 2024 ຈະ​ມີ​ການ​ຮ່ວມ​ມືຫຼາຍຢ່າງກວ່າ​ອີກ​ໃນ​ບັນດາ​ຂົງ​ເຂດ​ທີ່ມີທ່າແຮງລະຫວ່າງ 2 ທ້ອງ​ຖິ່ນ, ພິເສດ​ແມ່ນ​ຂົງ​ເຂດ​ການສຶກສາ, ສາທາລະນະສຸກ, ການທ່ອງທ່ຽວ, ການພົບພະ​ແລກປ່ຽນ​ວັດທະນະທຳ, ການ​ທູດ​ປະຊາຊົນ,... ພິ​ເສດ​ແມ່ນ​ໄລ​ຍະ​ຈະ​ມາ​ເຖິງ, ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ແຂວງ​ ​ເທື່ອ​ທຽນ​ເຫ້ວ ແລະ ບັນ​ດາ​ທ້ອງ​ຖິ່ນ ຍີ່​ປຸ່ນ ຈະ​ນັບ​ມື້​ນັບ​ສະ​ໜິດ​ສະ​ໜົມ, ຮັດ​ແໜ້ນ​ການ​ຮ່ວມ​ມື​ໃນ​ຫຼາຍ​ຂົງ​ເຂດ.

ມິງດຶກ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.